ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ທະນາຄານແຫ່ງ ສປປ ລາວ      ເລກທີ 580/ທຫລ
ນະຄອນຫຼວງ​ວຽງຈັນ, ວັນທີ 08 ກໍລະກົດ 2019

ຂໍ້ຕົກລົງ

ວ່າດ້ວຍການນຳເງິນ ເຂົ້າ-ອອກ ສປປ ລາວ ຂອງທະນາຄານທຸລະກິດ

  • ອີງຕາມ ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 55/ສພຊ, ລົງວັນທີ 22 ທັນວາ 2014;
  • ອີງຕາມ ຂໍ້ຕົກລົງວ່າດ້ວຍການໂອນເງິນເຂົ້າ-ອອກ ປະເທດ ຂອງ ທະນາຄານທຸລະກິດ ສະບັບເລກທີ 433/ທຫລ, ລົງວັນທີ 06 ມິຖຸນາ 2011;
  • ອີງຕາມ ແຈ້ງການ ກ່ຽວກັບການໂອນເງິນເຂົ້າປະເທດ ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ ສະບັບເລກທີ 493/ທຫລ, ລົງວັນທີ 28 ທັນວາ 2016;
  • ອີງຕາມ ການຄົ້ນຄວ້າ ແລະ ນຳສະເໜີຂອງກົມນະໂຍບາຍເງິນຕາ.

ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຕົກລົງ

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດ ບັນດາຫຼັກການ, ລະບຽບການ ແລະ ຂັ້ນຕອນໃນການນຳເງິນ ເຂົ້າ-ອອກ ສປປ ລາວ ຂອງ ທະນາຄານທຸລະກິດ ເພື່ອຄຸ້ມຄອງການດຳເນີນທຸລະກຳຂອງທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ ໃຫ້ສອດຄ່ອງຕາມລະບຽບກົດໝາຍ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ, ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ສອດຄ່ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແລະ ປະກອບສ່ວນໃນການຄຸ້ມຄອງເງິນຕາຕ່າງປະເທດໃຫ້ມີປະສິດທິຜົນ.

ມາດຕາ 2 ການນຳເງິນເຂົ້າ-ອອກ ສປປ ລາວ

ການນຳເງິນເຂົ້າ-ອອກ ສປປ ລາວ ແມ່ນການໂອນເງິນ ຫຼື ການນຳເງິນສົດ ເຂົ້າ ສປປ ລາວ ຂອງທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ, ຊຶ່ງການໂອນເງິນ ເຂົ້າ-ອອກ ສປປ ລາວ ແມ່ນການໂອນເງິນລະຫວ່າງປະເທດ ໂດຍນຳໃຊ້ລະບົບການໂອນເງິນລະຫວ່າງປະເທດ ແລະ ການນຳເງິນສົດເຂົ້າ-ອອກ ສປປ ລາວ ແມ່ນການດຳເນີນການເຄື່ອນຍ້າຍເງິນສົດລະຫວ່າງປະເທດ ໂດຍຜ່ານດ່ານສາກົນ.

ການນຳເງິນເຂົ້າ-ອອກ ສປປ ລາວ ຂອງທະນາຄານທຸລະກິດ ຕ້ອງປະຕິບັດສອດຄ່ອງຕາມກົດໝາຍ ແລະ ລະບຽບການທີ່ທະນາຄານແຫ່ງ ສປປ ລາວ ກຳນົດອອກໃນແຕ່ລະໄລຍະ.

ມາດຕາ 3 ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ ທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດ ຢ່າງຖືກຕ້ອງຕາມກົດໝາຍ ຢູ່ ສປປ ລາວ.

ໝວດທີ 2

ການດຳເນີນທຸລະກຳ ນຳເງິນ ເຂົ້າ-ອອກ ສປປ ລາວ

ມາດຕາ 4 ການໂອນເງິນ ເຂົ້າ ສປປ ລາວ

ທະນາຄານທຸລະກິດ ທີ່ຕ້ອງການໂອນເງິນຕາຕ່າງປະເທດເຂົ້າ ສປປ ລາວ ເພື່ອຮອງຮັບການດຳເນີນທຸລະກິດສາມມາດໂອນເງິນເຂົ້າບັນຊີເງິນຝາກຂອງຕົນທີ່ເປີດຢູ່ ກົມບໍລິການທະນາຄານ ໂດຍບໍ່ຕ້ອງຂໍອະນຸຍາດຈາກກົມນະໂຍບາຍເງິນຕາ ແຕ່ທະນາຄານທຸລະກິດຕ້ອງລາຍງານຂໍ້ມູນການໂອນເງິນເຂົ້າ ສປປ ລາວ ໃຫ້ກົມນະໂຍບາຍເງິນຕາຊາບ ເປັນປະຈຳອາທິດ.

ທະນາຄານທຸລະກິດ ຕ້ອງລາຍງານການໂອນເງິນເຂົ້າ ສປປ ລາວ ຂອງຕົນ ທີ່ໂອນຜ່ານລະບົບຂອງກົມບໍລິການທະນາຄານ ແລະ ໂອນຜ່ານລະບົບຂອງທະນາຄານເອງ ຢ່າງເປັນລາຍລັກອັກສອນ ແລະ ສົ່ງລາຍງານການໂອນເງິນເຂົ້າດັ່ງກ່າວ ໃຫ້ກົມນະໂຍບາຍເງິນຕາ ພາຍໃນວັນຈັນ ຂອງອາທິດຕໍ່ມາ.

ມາດຕາ 5 ການໂອນເງິນ ອອກ ສປປ ລາວ

ທະນາຄານທຸລະກິດ ທີ່ຕ້ອງການໂອນເງິນຕາຕ່າງປະເທດອອກ ສປປ ລາວ ຕ້ອງຂໍອະນຸຍາດຈາກກົມນະໂຍບາຍເງິນຕາກ່ອນ ທຸກຄັ້ງ ແລະ ການສະເໜີຂໍອະນຸຍາດໂອນເງິນອອກ ສປປ ລາວ ຕ້ອງຄັດຕິດເອກະສານຢັ້ງຢືນການໂອນເງິນ ໂດຍຈຳນວນເງິນ, ສະກຸນເງິນ ແລະ ຈຸດປະສົງ ທີ່ີລະບຸໄວ້ໃນເອກະສານຄັດຕິດທີ່ຍື່ນສະເໜີຂໍໂອນເງິນຕ້ອງສອດຄ່ອງຕາມແຕ່ລະຈຸດປະສົງ ຢ່າງຖືກຕ້ອງ ແລະ ຄົບຖ້ວນ, ຊຶ່ງການໂອນເງິນອອກ ສປປ ລາວ ຕ້ອງຍື່ນໜັງສືສະເໜີຕາມແບບພິມຂອງ ກົມນະໂຍບາຍເງິນຕາ ແລະ ປະກອບເອກະສານຄັດຕິດຕາມແຕ່ລະກໍລະນີ ດັ່ງນີ້:

  1. ການໂອນຊຳລະສະສາງ ຄ່າສິນຄ້າ-ບໍລິການ ແລະ ການລົງທຶນ ໃຫ້ແກ່ລູກຄ້າ

ການໂອນເງິນອອກ ສປປ ລາວ ທຸກຄັ້ງ ຕ້ອງຄັດຕິດເອກະສານຢັ້ງຢືນການໂອນເງິນຂອງລູກຄ້າ ທີ່ສອດຄ່ອງຕາມເປົ້າໝາຍການນຳໃຊ້ເງິນຕາຕ່າງປະເທດ ທີ່ໄດ້ກຳນົດໄວ້ໃນມາດຕາ 10 ວັກ 1 ຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ລະບຽບການທີ່ກ່ຽວຂ້ອງທີ່ ທຫລ ກຳນົດອອກໃນແຕ່ລະໄລຍະ, ພ້ອມທັງ ສັງລວມຂໍ້ມູນການໂອນເງິນຢ່າງລະອຽດເປັນຕາຕະລາງຕາມແບບພິມຂອງ ກົມນະໂຍບາຍເງິນຕາ. ກໍລະນີການຊຳລະຄ່າສິນຄ້າ-ບໍລິການ ຫຼື ການຊຳລະເງິນກູ້ຢືມຈາກຕ່າງປະເທດຂອງລູກຄ້າ ຫາກມີການແບ່ງຊຳລະເປັນຫຼາຍງວດທະນາຄານທຸລະກິດຕ້ອງໃຫ້ລູກຄ້າສັງລວມການຊຳລະໃນໄລຍະຜ່ານມາ ພ້ອມທັງເອກະສານຢັ້ງຢືນການໂອນຊຳລະດັ່ງກ່າວ ເພື່ອເປັນຂໍ້ມູນໃຫ້ກົມນະໂຍບາຍເງິນຕາຊາບ.

  1. ການໂອນຊຳລະເງິນກູ້ ຈາກຕ່າງປະເທດ ຂອງທະນາຄານທຸລະກິດ ຕ້ອງປະກອບເອກະສານຄັດຕິດ ດັ່ງນີ້:
  • ສຳເນົາໜັງສືອະນຸຍາດກູ້ຢືມເງິນຈາກຕ່າງປະເທດ ທີ່ອອກໂດຍກົມຄຸ້ມຄອງທະນາຄານທຸລະກິດ;
  • ສຳເນົາເອກະສານຫຼັກຖານການປະຕິບັດພັນທະອາກອນດອກເບ້ຍເງິນກູ້ບ້ວງດັ່ງກ່າວ ຫຼື ສຳເນົາໃບຢັ້ງຢືນການປະຕິບັດພັນທະດ້ານອາກອນ ທີ່ອອກໂດຍພາກສ່ວນທີ່ກ່ຽວຂ້ອງ (ຖ້າມີ).
  1. ການໂອນເງິນປັນຜົນໃຫ້ຂາຮຸ້ນທີ່ຢູ່ຕ່າງປະເທດ ຂອງທະນາຄານທຸລະກິດ ແລະ ໂອນເງິນກຳໄລຂອງສາຂາທະນາຄານທຸລະກິດຕ່າງປະເທດກັບຄືນສຳນັກງານໃຫຍ່ ຕ້ອງປະກອບເອກະສານຄັດຕິດ ດັ່ງນີ້:
  • ສຳເນົາໜັງສືອະນຸຍາດໂອນກຳໄລ ຫຼື ເງິນປັນຜົນ ອອກ ສປປ ລາວ ອອກໂດຍກົມຄຸ້ມຄອງທະນາຄານທຸລະກິດ;
  • ສຳເນົາໃບຢັ້ງຢືນການປະຕິບັດພັນທະດ້ານອາກອນທີ່ກ່ຽວຂ້ອງກັບເງິນປັນຜົນຂອງຂາຮຸ້ນ ໃນກໍລະນີໂອນເງິນປັນຜົນໃຫ້ຂາຮຸ້ນຢູ່ຕ່າງປະເທດ (ຖ້າມີ).
  1. ການໂອນເງິນອອກ ສປປ ລາວ ເພື່ອຈຸດປະສົງອື່ນ ທີ່ບໍ່ໄດ້ກຳນົດຈຸດປະສົງໄວ້ໃນມາດຕານີ້ ທະນາຄານທຸລະກິດ ຕ້ອງປະກອບເອກະສານຄັດຕິດທີ່ກ່ຽວຂ້ອງຕາມຈຸດປະສົງໃນການສະເໜີຂໍໂອນເງິນອອກ ສປປ ລາວ ຢ່າງຖືກຕ້ອງ ແລະ ຄົບຖ້ວນ ສອດຄ່ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 6 ການນຳເງິນສົດ ເຂົ້າ-ອອກ ສປປ ລາວ

ທະນາຄານທຸລະກິດ ທີ່ຕ້ອງການນຳເງິນສົດ ເຂົ້າ-ອອກ ສປປ ລາວ ຕ້ອງຂໍອະນຸຍາດຈາກກົມນະໂຍບາຍເງິນຕາກ່ອນ ທຸກຄັ້ງ ໂດຍຍື່ນໜັງສືສະເໜີຂໍອະນຸຍາດຕາມແບບພິມຂອງທະນາຄານແຫ່ງ ສປປ ລາວ ແລະ ປະກອບຂໍ້ມູນການເຄື່ອນຍ້າຍເງິນສົດດັ່ງກ່າວ ຢ່າງຈະແຈ້ງ, ຖືກຕ້ອງ ແລະ ຄົບຖ້ວນ, ພ້ອມທັງ ຄັດຕິດເອກະສານທີ່ກ່ຽວຂ້ອງ ເພື່ອສະເໜີກົມນະໂຍບາຍເງິນຕາ ຄົ້ນຄວ້າພິຈາລະນາ.

ທະນາຄານທຸລະກິດທີ່ໄດ້ຮັບອະນຸຍາດນຳເງິນສົດ ເຂົ້າ-ອອກ ສປປ ລາວ ຕ້ອງລາຍງານການເຄື່ອນຍ້າຍເງິນສົດດ່ັ່ງກ່າວ ໃຫ້ກົມນະໂຍບາຍເງິນຕາຊາບ ພາຍຫຼັງເຄື່ອນຍ້າຍສຳເລັດ ພາຍໃນກຳນົດເວລາ 02 ວັນລັດຖະການ.

ມາດຕາ 7 ການພິຈາລະນາອະນຸຍາດ

ກົມນະໂຍບາຍເງິນຕາ ມີໜ້າທີ່ຄົ້ນຄວ້າພິຈາລະນາໂອນເງິນອອກ ແລະ ການນຳເງິນສົດ ເຂົ້າ-ອອກ ສປປ ລາວ ຕາມການສະເໜີຂອງທະນາຄານທຸລະກິດ ບົນພື້ນຖານການປະກອບເອກະສານ ຖືກຕ້ອງ ແລະ ຄົບຖ້ວນຕາມແຕ່ລະຈຸດປະສົງ ແລະ ສອດຄ່ອງຕາມກົດໝາຍ ແລະ ລະບຽບການທີ່ທະນາຄານແຫ່ງ ສປປ ລາວ ກຳນົດ.

ກົມນະໂຍບາຍເງິນຕາ ຈະຄົ້ນຄວ້າພິຈາລະນາ ແລະ ອອກໜັງສືອະນຸຍາດການໂອນເງິນອອກ ແລະ ການນຳເງິນສົດ ເຂົ້າ-ອອກ ສປປ ລາວ ໃຫ້ແກ່ທະນາຄານທຸລະກິດ ທີ່ປະກອບເອກະສານຖືກຕ້ອງ ແລະ ຄົບຖ້ວນ ພາຍໃນກຳນົດເວລາ 01 ວັນລັດຖະການ.

ທະນາຄານແຫ່ງ ສປປ ລາວ ສາມາດຮຽກເອົາເອກະສານ ທີ່ກ່ຽວຂ້ອງກັບການນຳເງິນ ເຂົ້າ-ອອກ ສປປ ລາວ ຕາມການພິຈາລະນາ ທີ່ເຫັນວ່າມີຄວາມຈຳເປັນ.

ມາດຕາ 8 ຄ່າບໍລິການໂອນເງິນ ເຂົ້າ-ອອກ ສປປ ລາວ

ຄ່າບໍລິການໂອນເງິນ ເຂົ້າ-ອອກ ສປປ ລາວ ທະນາຄານທຸລະກິດ ຕ້ອງປະຕິບັດຕາມລະບຽບການທີ່ກົມບໍລິການທະນາຄານ ກຳນົດອອກໃນແຕ່ລະໄລຍະ.

ໝວດທີ 3

ບົດບັນຍັດສຸດທ້າຍ

ມາດຕາ 9 ການຈັດຕັ້ງປະຕິບັດ

ກົມນະໂຍບາຍເງິນຕາ, ກົມບໍລິການທະນາຄານ, ກົມຄຸ້ມຄອງທະນາຄານທຸລະກິດ ມີໜ້າທີ່ຕິດຕາມການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້.

ທະນາຄານທຸລະກິດ ແລະ ສາມຂາທະນາຄານຕ່າງປະເທດ ມີໜ້າທີ່ຈັດຕັ້ງປະຕິບັດຕາມຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 10 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນຂໍ້ຕົກລົງວ່າດ້ວຍການໂອນເງິນເຂົ້າ-ອອກ ປະເທດ ຂອງ ທະນາຄານທຸລະກິດ ສະບັບເລກທີ 433/ທຫລ, ລົງວັນທີ 06 ມິຖຸນາ 2011 ແລະ ແຈ້ງການ ກ່ຽວກັບການໂອນເງິນເຂົ້າປະເທດ ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ ສະບັບເລກທີ 493/ທຫລ, ລົງວັນທີ 28 ທັນວາ 2016.

ບັນດາຂໍ້ຕົກລົງ ແລະ ລະບຽບການທີ່ນຳໃຊ້ໃນເມື່ອກ່ອນ ຫາກຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ຜູ້ວ່າການທະນາຄານແຫ່ງ ສປປ ລາວ

ສອນໄຊ ສິດພະໄຊ

 

# ຫົວຂໍ້ ດາວໂຫຼດ
1 Decision on the Money Transfer/Bring In-Out of Commercial Banks to and from Lao PDR No.580/BoL, dated 08 July 2019 PDF
2 ຂໍ້ຕົກລົງ ວ່າດ້ວຍ ການນຳເງິນ ເຂົ້າ-ອອກ ສປປ ລາວ ຂອງທະນາຄານທຸລະກິດ ເລກທີ 580/ທຫລ, ລົງວັນທີ 08 ກໍລະກົດ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.