ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕີພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ      ເລກທີ 2106/ຫສນຍ
ນະຄອນຫຼວງວຽງຈັນ, ວັນທີ 13 ທັນວາ 2018 

ແຈ້ງການ

ຮຽນ: - ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທີ່ນັບຖື.

- ທ່ານ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

- ທ່ານ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.

- ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.

- ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.

ເລື່ອງ: ທິດຊີ້ນຳກ່ຽວກັບການຍົກເວັ້ນການກວດຄຸນນະພາບວັດສະດຸກໍ່ສ້າງທຸກປະເພດ ທີ່ນຳເຂົ້າມາຮັບໃຊ້ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ.

 

  • ອີງຕາມມະຕິຕົກລົງຂອງຸຸຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 082/ຄປຈ, ລົງວັນທີ 1 ທັນວາ 2015.
  • ອີງຕາມສັນຍາສຳປະທານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ບໍ່ເຕນຫານະຄອນຫຼວງວຽງຈັນ ສປປ ລາວ ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບບໍລິສັດກໍ່ສ້າງທາງລົດໄຟລາວ-ຈີນ ຈຳກັດ ສະບັບລົງວັນທີ 20 ທັນວາ 2016.
  • ອີງຕາມການລາຍງານຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 11-12 ທັນວາ 2018.
  • ອີງຕາມທິດຊີ້ນຳ ແລະ ການຕົກລົງຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ 11-12 ທັນວາ 2018.

   ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດມາຍັງທ່ານຊາບດັ່ງນີ້: ຜ່ານມາລັດຖະບານ ໄດ້ຕົກລົງໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກວດກາຄຸນນະພາບວັດສະດູກໍ່ສ້າງ ຕາມແຈ້ງການສະບັບເລກທີ 2006/ຫສນຍ, ລົງວັນທີ 15 ທັນວາ 2017 ແລະ ສະບັບເລກທີ 2022/ສນຍ.ກນກ, ລົງວັນທີ 26 ພະຈິກ 2018, ຊຶ່ງຜ່ານມາຈັດຕັ້ງປະຕິບັດແຈ້ງການດັ່ງກ່າວ ຂະແໜງການທີ່ກ່ຽວຂ້ອງໄດ້ລາຍງານຕໍ່ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີເຫັນວ່າ ການ ດຳເນີນການກວດກາຄຸນນະພາບວັດສະດຸກໍ່ສ້າງ ຢູ່ດ່ານຊາຍແດນ ຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີຜົນກະທົບ ແລະ ສ້າງຄວາມຫຍຸ້ງຍາກ ໃຫ້ພາກທຸລະກິດ, ດັ່ງນັ້ນກ ອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ໄດ້ຊີ້ນຳ ແລະ ຕົກລົງ ໃຫ້ປະຕີບັດດັ່ງນີ້:

1.  ເຫັນດີໃຫ້ຍົກເວັ້ນການກວດກາຄຸນນະພາບວັດສະດຸກໍ່ສ້າງທຸກປະເພດ ທີ່ກຳນົດໃນ ສັນຍາສຳປະທານ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ສະບັບລົງວັນທີ 20 ທັນວາ 2016 ທີ່ນຳເຂົ້າຮັບໃຊ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການ ນຳເຂົ້າວັດສະດຸກໍ່ສ້າງທຸກປະເພດ ທີ່ນຳເຂົ້າມາຮັບໃຊ້ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໃຫ້ດຳເນິນໄປຕາມແຜນທີ່ກຳນົດ.

2.  ເຫັນດີໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສືບຕໍ່ຈັດຕັ້ງປະຕິບັດການ ກວດຄຸນນະພາບວັດສະດຸກໍ່ສ້າງ ທີ່ນຳເຂົ້າມາຈຳໜ່າຍທົ່ວໄປ, ແຕ່ໃຫ້ກວດຢູ່ປາຍທາງ (ຕົວແທນຈຳໜ່າຍ ແລະ ຮ້ານຄ້າຈຳໜ່າຍທົ່ວໄປ) ແລະ ບໍ່ໃຫ້ເກັບຄ່າທຳນຽມ ແລະ ຄ່າບໍລິການໃນການກວດກາຄຸນນະພາບດັ່ງກ່າວນຳຜູ້ປະກອບການ, ໃຫ້ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຂຶ້ນແຜນງົບປະມານກວດຄຸນນະພາບ ວຽກງານດັ່ງກ່າວ ຕາມຄວາມສາມາດຂອງງົບປະມານລັດ ທີ່ມີຕົວຈິງ ໃນແຕ່ລະປີ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນເຈ້ງການສະບັບນີ້ດ້ວຍ.

ລັດຖະມົນຕີ,
ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ເພັດ ພົມພິພັກ

# ຫົວຂໍ້ ດາວໂຫຼດ
1 Notification on the Direction of the Exemption of Quality Inspection on Construction Materials which imported for Lao-China Railway Project No. 2106/PMO, dated 23 December 2018 PDF
2 ແຈ້ງການ ກ່ຽວກັບ ທິດຊີ້ນຳກ່ຽວກັບການຍົກເວັ້ນການກວດຄຸນນະພາບວັດສະດຸກໍ່ສ້າງທຸກປະເພດ ທີ່ນຳເຂົ້າມາຮັບໃຊ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ເລກທີ 2106/ຫສນຍ, ລົງວັນທີ 13 ທັນວາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.