ໃນຕອນເຊົ້າຂອງວັນທີ່ 24 ກັນຍາ 2019, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລືການຮ່າງລະບຽບການຄຸ້ມຄອງສິນຄ້າຍຸດທະສາດທີ່ສາມາດນໍາໃຊ້ໄດ້ສອງດ້ານ ຄັ້ງທີ 5 ຂື້ນ  ທີ່ໂຮງແຮມ ລາວພລາຊາ. ໃຫ້ກຽດເປັນປະທານ ໂດຍ ທ່ານ ນ ມະນີວອນ ວົງໄຊ, ຮອງຫົວໜ້າ ກົມການນໍາເຂົົ້າ ແລະ ສົົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ, ເຊິ່ງມີຜູ້ເຂົ້າຮ່ວມຈາກອົງການຈັດຕັ້ງສາກົນ ແລະ ບັນດາຂະແໜງການກ່ຽວຂ້ອງລວມທັງໝົດ 14 ທ່ານ.

ກອງປະຊຸມໄດ້ເນັ້ນປຶກສາຫາລືດ້ານເນື້ອໃນຂອງ ຮ່າງດໍາລັດວ່າດ້ວຍການຄຸ້ມຄອງການຄ້າສິນຄ້າທີ່ສາມາດ ນໍາໃຊ້ໄດ້ສອງດ້ານ ທີ່ຕິດພັນກັບອາວຸດທໍາລາຍລ້າງ ໂດຍສະເພາະ ແມ່ນການວາງນະໂຍບາຍຂອງລັດຕໍ່ກັບວຽກງານນີ້, ຂອບເຂດການນໍາໃຊ້ດໍາລັດ ແລະ ການສົ່ງຄົນຮ່າຍຂ້າມແດນ, ປຶກສາຫາລືກົນໄກການຈັດຕັ້ງປະຕິບັດ ເພື່ອຜັນຂະຫຍາຍດໍາລັດດັ່ງກ່າວ ໃຫ້ສອດຄ່ອງກັບລະບຽບກົດໝາຍພາຍໃນ, ແລະ ສົນທະນາກ່ຽວກັບບັນຫາສິ່ງທ້າທາຍຕ່າງໆ ທີ່ອາດຈະສົ່ງຜົນກະທົບພາຍຫຼັງ ແລະ ຮັບຟັງຂໍ້ຄິດເຫັນ ຫຼື ມູນມອງຂອງບັນດາຂະແໜງການໃນການຈັດຕັ້ງປະຕິບັດວຽກງານຄູຸ້ມຄອງສິນຄ້າທີ່ສາມາດນໍາໃຊ້ໄດ້ສອງດ້ານ.

ທ່ານ ນ ມະນີວອນ ວົງໄຊ ໄດ້ເນັ້ນວ່າ ການສ້າງນິຕິກໍາ ເພື່ອຄຸ້ມຄອງສິນຄ້າທີ່ສາມາດນໍາໃຊ້ໄດ້ສອງດ້ານ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນສໍາລັບ ສປປ ລາວ ເນື່ອງຈາກວ່າ  ສປປ ລາວ ເປັນພາຄີກັບສາກົນໃນການຫຼຸດຜ່ອນ ແລະ ສະກັດກັ້ນການສະສົມອາວຸດທໍາລາຍລ້າງສູງ ທີ່ໄດ້ກໍານົດໄວ້ໃນຍັດຕິ 1540 ຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ. ເພີ່ນເວົ້າຕື່ມວ່າ ການສ້າງນິຕິກໍາ ແລະ ການສ້າງກົນໄກການຄຸ້ມຄອງສິນຄ້າທີ່ສາ ມາດນໍາໃຊ້ໄດ້ສອງດ້ານ ຖືເປັນບູລິມະສິດໜຶ່ງຂອງ ສປປ ລາວ ໃນຖານະເປັນສະມາຊິກຂອງອົງການສະຫະປະຊາຊາດ.

ການຮ່າງດໍາລັດວ່າດ້ວຍການຄຸ້ມຄອງການຄ້າສິນຄ້າທີ່ສາມາດນໍາໃຊ້ໄດ້ສອງດ້ານ ແມ່ນມີຄວາມໝາຍອັນ ສໍາຄັນ ແລະ ຈໍາເປັນ ຂອງ ສປປ ລາວ ໃນການສ້າງຄວາມພ້ອມດ້ານບຸກຄະລາກອນ ແລະ ສ້າງນິຕິກໍາ ເພື່ອເປັນເຄື່ອງມືພື້ນຖານໃນການຄຸ້ມຄອງສິນຄ້າທີີ່ສາມາດນໍາໃຊ້ໄດ້ສອງດ້ານ ທັງເປັນພັນທະຂອງ ສປປ ລາວ ຕໍ່ກັບ ສາກົນໃນການຊ່ວຍຫຼຸດຜ່ອນ ແລະ ສະກັດກັົ້ນການສະສົມອາວຸດທໍາລາຍລ້າງ ທີ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ກໍານົດໄວ້. ດັ່ງນັ້ນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລິເລີີ່ມການຄົົ້ນຄວ້າ ແລະ ສ້າງ ຮ່າງດໍາລັດວ່າດ້ວຍການຄຸ້ມຄອງການຄ້າສິນຄ້າທີ່່ສາມາດນໍາໃຊ້ໄດ້ສອງດ້ານ ແຕ່ປີ 2018 ເປັນຕົ້ນມາ ໂດຍໄດ້ສົມທົບກັບບັນດາກະຊວງທີ່ກ່ຽວຂ້ອງ ແລະ ຊ່ຽວຊານຕ່າງປະເທດຂອງອົງການຕ່າງໆໂດຍສະເພາະໂຄງການ EU P2P Export Control ຢ່າງໃກ້ສິດ ແລະ ໄດ້ສຶກສາບັນດານິຕິກໍາຂອງບັນດາປະເທດສະມາຊິກອາຊຽນ ເຊັ່ນ: ມາເລເຊຍ, ຟີລິບປິນ ແລະ ໄທ ທີ່ໄດ້ສ້າງສໍາເລັດແລ້ວ ແລະ ພວມຖືກຈັດຕັ້ງປະຕິບັດ.

ນອກຈາກນັ້ນ ໃນກອງປະຊຸມ ຍັງໄດ້ປຶກສາຫາລື ຜ່ານຮ່າງຂໍ້ຕົກລົງຄະນະຮັບຜິດຊອບຮ່າງດໍາລັດດັ່ງກ່າວ ໂດຍສະເພາະ ແມ່ນ ການແບ່ງໜ້າທີ່, ສິດ ແລະ ພາລະບົດບາດຂອງຄະນະຮັບຜິດຊອບ. ເຊິ່ງຄະນະຮັບຜິດຊອບ ຄວນມາຈາກບັນດາຂະແໜງການກ່ຽວຂ້ອງ ທີ່ມີພາລະບົດບາດຄຸ້ມຄອງປະເພດສິນຄ້າດັ່ງກ່າວ ເຊັ່ນວ່າ: ກະຊວງປ້ອງກັນປະເທດ,​ ກະຊວງ ສາທາລະນະສຸກ,​ ກະຊວງປ້ອງກັນຄວາມສະຫງົບ, ກະຊວງອຸດສາຫະກໍາ ແລະ ການຄ້າ, ແລະ ອື່ນໆ ເພື່ອສ້າງດໍາລັດດັ່ງກ່າວ ໃຫ້ສອດຄ່ອງກັບບັນດານິຕິກໍາທີ່ມີຢູ່ແລ້ວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.