ສະພາບການລ້ຽງໝູໃນ ສປປ ລາວ ປີ 2018 ລວມທັງໝູລາດ ແລະ ໝູພັນ ທົ່ວປະເທດ ແມ່ນ 3,117,695 ໂຕ ບໍລິໂພກແມ່ນ 618,701 ໂຕ ຫຼື ພຽງ 19,84% ຂອງຈໍານວນໝູທົ່ວປະເທດ. ໃນນັ້ນ 6 ແຂວງພາກເໜືອ (ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ຫົວພັນ ແລະ ໄຊຍະບູລີ) ລ້ຽງໝູ 1,112,653 ໂຕ, ບໍລິໂພກ 346,316 ໂຕ ຫຼື ຫຼື 31,12% ຂອງຈໍານວນໝູພາກເໝືອ. 7 ແຂວງພາກກາງ (ນະຄອນຫຼວງ, ຊຽງຂວາງ, ໄຊສົມບຸນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ​ ແລະ ສະວັນນະເຂດ) ລ້ຽງໝູ 980,477 ໂຕ, ບໍລິໂພກ 149,335 ໂຕ ຫຼື 15,23% ຂອງຈໍານວນໝູພາກກາງ. 4 ແຂວງ ພາກໃຕ້ (ສາລະວັນ, ເຊກອງ, ຈໍາປາສັກ, ແລະ ອັດຕະປື) ລ້ຽງໝູ 1,024,565 ໂຕ, ບໍລິໂພກ 123,050 ໂຕ ຫຼື 12,00% ຂອງຈໍານວນໝູພາກໃຕ້.

ອີງຕາມຂໍ້ມູນ ຈາກກົມລ້ຽງສັດ ແລະ ການປະມົງ, ກະຊວງ ກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ ປະຈຸບັນ ເຊື້ອພະຍາດອະຫິວາໝູອາຟລິກກາ ໄດ້ແຜ່ລາມຮອດ 15 ແຂວງ (ລວມທັງນະຄອນຫລວງວຽງຈັນ)  42 ເມືອງ ແລະ 103 ບ້ານ. ໃນ 103 ບ້ານທີ່ເກີດພະຍາດ ມີການລ້ຽງໝູທັງໝົດ 25,568 ໂຕ, ຕາຍແລ້ວ 10,903 ໂຕ, ຖືກທໍາລາຍ 3,306 ໂຕ ລວມທັງຕາຍເອງ ແລະ ເອົາໄປທໍາລາຍມີ 14,209 ໂຕ (ໝູໃຫຍ່ 30%, ກາງ 15% ແລະ ນ້ອຍ 55%) ໝູຍັງມີຊີວິດທີ່ເປັນກຸ່ມສ່ຽງຕໍ່ການຕິດເຊື້ອ 6,379 ໂຕ. ອີງຕາມສະຖິຕິເກັບກໍາປີ 2018 ເຫັນວ່າ ສປປ ລາວ ລ້ຽງໝູປະມານສາມລ້ານກວ່າໂຕ ບໍລິໂພກພຽງ 19,84% ຂອງຈໍານວນປະຊາກອນໝູທົ່ວປະເທດ ໃນນັ້ນການຕາຍຂອງໝູຍ້ອນເຊື້ອພະຍາດອະຫິວາໝູພຽງ 14,209 ຫຼື ເທົ່າກັບ 0,45% ຂອງປະຊາກອນໝູທົ່ວປະເທດ (ສະຖິຕິປີ 2018).

ອີງຕາມຂໍ້ມູນຂ້າງເທິງ ສະແດງໃຫ້ເຫັນວ່າ ຈໍານວນໝູທີ່ຕາຍຍ້ອນເຊື້ອພະຍາດດັ່ງກ່າວ ມີຈໍານວນນ້ອຍຫຼາຍຖ້າທຽບໃສ່ກັບປະຊາກອນໝູທົ່ວປະເທດ ແຕ່ລະແຂວງມີການລ້ຽງໝູ ເພື່ອຮອງຮັບການສະໜອງຊີ້ນໝູໃຫ້ກັບຜູ້ບໍລິ ໂພກ ແມ່ນເກີນຄວາມຕ້ອງການຕົວຈິງ ເຊິ່ງຕົວເລກການລ້ຽງໝູ ແລະ ການບໍລິໂພກຂອງແຕ່ລະແຂວງ ເປັນຕົ້ນແມ່ນ ນະຄອນຫລວງວຽງຈັນ ມີປະຊາກອນໝູທັງໝົດປະມານ 195,915 ໂຕ, ບໍລິໂພກໝູພຽງ 52,172 ໂຕ ແຂວງຊຽງຂວາງ ມີປະຊາກອນໝູທັງໝົດປະມານ 134,507 ໂຕ, ບໍລິໂພກໝູພຽງ 59,116 ໂຕ , ແຂວງຜົ້ງສາລີ ມີປະຊາກອນໝູທັງໝົດປະມານ 238,021 ໂຕ, ບໍລິໂພກໝູ 29,938 ໂຕ, ແຂວງອຸດົມໄຊ ມີປະຊາກອນໝູທັງໝົດປະມານ 123,692 ໂຕ ບໍລິໂພກ 12,776 ໂຕ , ແຂວງຫຼວງນໍ້າທາ ມີປະຊາກອນໝູທັງໝົດປະມານ 115,251 ໂຕ ບໍລິໂພກໝູພຽງ 5,425 ໂຕ ແຂວງຫົວພັນ ມີ ປະຊາກອນໝູທັງໝົດປະມານ 146,799 ໂຕ ບໍລິໂພກແມ່ນ 14,300 ໂຕ.

ເຖິງຢ່າງໃດກໍຕາມ ພະຍາດອະຫິວາໝູ ອາຝຣິກກາ ກະມີຜົນກະທົບໃນລະດັບໜຶ່ງຕໍ່ເສດຖະກິດ-ສັງຄົມໃນບາງເຂດຂອງ ສປປ ລາວ ແລະ ຍັງອິກຫຼາຍເຂດ ມີຄວາມສ່ຽງຕິດເຊື້ອພະຍາດດັ່ງກ່າວ ເຊິ່ງພາກລັດກໍ່ໄດ້ເອົາໃຈໃສ່ສະກັດກັ້ນດ້ວຍຫຼາຍວິທີ່ ເປັນຕົ້ນແມ່ນອອກແຈ້ງການໃຫ້ແຕ່ຂະເຂດແຂວງເອົາໃຈໃສ່ເຝົ້າລະວັງການລະບາດດ້ວຍການຫ້າມບໍ່ໃຫ້ປະຊາຊົນ ເຄື່ອນຍ້າຍໝູ ຫຼື ຜະລິດຕະພັນໝູທີ່ຕິດເຊື້ອພະຍາດ ຫຼື ໝູບໍ່ຕິດເຊື້ອພະຍາດອອກຈາກເຂດທີ່ມີເຊື້ອພະຍາດດັ່ງກ່າວລະບາດຢູ່ ບໍ່ໃຫ້ລະບາດໄປເຂດອື່ນ ນອກນັ້ນຍັງມີການຈັດຝຶກອົບຮົມເຕັກນິກການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມພະຍາດ ຄື: ການທໍາລາຍຊາກສັດທີ່ຖືກຕ້ອງ, ການແຍກໝູເຈັບອອກຈາກຝຸງ, ການອະນາໄມ ແລະ ການຂ້າເຊື້ອດ້ວຍຢາຂ້າເຊື້ອ. ກະຊວງກະສິກໍາ ແລະ ປ່າໄມ້ ຍັງໄດ້ຈັດສົ່ງພະນັກງານວິຊາການ ພ້ອມດ້ວຍອຸປະກອນ ແລະ ຢາຂ້າເຊື້ອຈໍານວນໜຶ່ງ ລົງສົມທົບກັບທ້ອງຖິ່ນ ເພື່ອປາບປາມການລະບາດໃຫ້ຫຼຸດລົງໄດ້ຫຼາຍສຸດເທົ່າທີ່ຈະເຮັດໄດ້ ເພື່ອບໍ່ໃຫ້ເຊື້ອພະຍາດດັ່ງກ່າວ ສົ່ງຜົນກະທົບຫຼາຍເກີນໄປຕໍ່ເສດຖະກິດ-ສັງຄົມໃນອະນາຄົດ.

 

ພາບປະກອບຈາກໜັງສືພີມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.