ອີງຕາມສະຖິຕິປີ 2018 (ຂໍ້ມູນຈາກກຸ່ມຜູ້ຜະລິດຊີມັງ) ສປປ ລາວ ມີໂຮງງານຊີມັງ 13 ແຫ່ງໃນຂອບເຂດທົ່ວປະເທດ ແຕ່ປີ 2013-2015 ມີ 9 ໂຮງງານ ທີ່ມີການເຄື່ອນໄຫວການຜະລິດ ແລະ ຈໍາໜ່າຍ ໃນນັ້ນ ປະກອບມີ ໂຮງງານຊີມັງຫຼວງພະບາງ, ໂຮງງານຊີມັງວັງວຽງຫຼັງ 1,2 ແລະ 3,​ ໂຮງບົດຊີມັງວຽງຈັນ, ໂຮງບົດຊີມັງ BMC ວຽງຈັນ, ໂຮງງງານຊີມັງທ່າແຂກ,​ໂຮງງານຊີມັງສະຫວັນນະເຂດ ແລະ ໂຮງງານຊີມັງສາລະວັນ ຮອດປີ 2016 ເພີ່ມຂື້ນອິກ 3 ໂຮງງານ ປະກອບມີ ໂຮງງານຊີມັງໄຊຍະບູລີ,​ ໂຮງງານຊີມັງຊຽງຂວາງ ແລະ ໂຮງງານຊີມັງ. ມ. ຄູນຄໍາ ແຂວງຄໍາມ່ວນ ແລະ ຮອດປີ 2017 ເພື່ມຂື້ນອິກ 1 ໂຮງງານ ຄື: ໂຮງງານຊີມັງຄໍາມ່ວນ (ກາຊ້າງໄທ) ບໍລິສັດ SCG. ລວມກໍາລັງການຜະລິດທັງໝົດຂອງ 13 ໂຮງງານ ແມ່ນ 8,3 ລ້ານໂຕນ/ປີ. ນອກນັ້ນ ລັດຖະບານ ຍັງໄດ້ອະນຸມັດໃຫ້ສ້າງຕັ້ງໂຮງງານຂື້ນອິກ 4 ໂຮງງານ ຢູ່ແຂວງ ອຸດົມໄຊ, ຫຼວງພະບາງ,​ຄໍາມ່ວນ, ແລະ ແຂວງສະວັນນະເຂດ ຄາດຄະເນການກໍ່ສ້າງຈະສໍາເລັດໃນປີ 2018 ລວມກໍາລັງການຜະລິດທັງໝົດ 3,7 ລ້ານໂຕນ/ປີ. ຖ້າທຸກໂຮງງານໄດ້ດໍາເນີນການຜະລິດ ລວມຜົນຜະລິດຊີມັງທັງໝົດປະມານ 12 ລ້ານໂຕນ/ປີ.

ພາບປະກອບຈາກອີນເຕີເນັດ

 

ນັບແຕ່ປີ 2013 ເປັນຕົ້ນມາ ກຸ່ມຜູ້ຜະລິດຊີມັງ ໄດ້ມີການເກັບກໍາສະຖິຕິການຜະລິດ ແລະ ການຈໍາໜ່າຍ ຈາກບັນດາໂຮງງານຕ່າງໆ ດັ່ງຕາຕະລາງລຸ່ມນີ້:

 

ຕາຕະລາງໄດ້ສະແດງໃຫ້ເຫັນວ່າ ປະລິມານການຜະລິດ ທົ່ວປະເທດ ໃນ ປີ 2013 ແມ່ນ 1,560,103 ໂຕນ, ປີ 2014 ແມ່ນ 1,871,128 ໂຕນ, ປີ 2015 ແມ່ນ 2,087,073 ໂຕນ, ປີ 2016 ແມ່ນ 1,832,950 ໂຕນ, ປີ 2017 ແມ່ນ 3,394,680 ໂຕນ. ໃນບັນດາ 13 ໂຮງງານ ລວມກໍາລັງການຜະລິດທັງໝົດ 8,3 ລ້ານໂຕນ/ປີ ແຕ່ການຜະລິດຕົວຈິງໄດ້ພຽງ 3,3 ລ້ານໂຕນ ປະຕິບັດບໍ່ໄດ້ 5 ລ້ານໂຕນ ມັນສະແດງໃຫ້ເຫັນວ່າ ການຜະລິດຂອງແຕ່ລະໂຮງງານ ຍັງບໍ່ສາມາດເຮັດໄດ້ເຕັມກໍາລັງ.

ປີ 2018 ທີ່ຜ່ານມາ ມູນຄ່າການນໍາເຂົ້າຊີມັງປະມານ 107,64 ລ້ານ ໂດລາສະຫະລັດ ເຊິ່ງເປັນມູນຄ່າທີ່ມະຫາສານໃນການນໍາເຂົ້າສິນຄ້າປະເພດນີ້ ສາມາດຕີລາຄາໄດ້ວ່າ ການຜະລິດພາຍໃນ ຍັງບໍ່ສາມາດສະໜອງຢ່າງພຽງພໍ ກັບຄວາມຕ້ອງການພາຍໃນ ທັງປະລິມານ ແລະ ຄຸນນະພາບຂອງສິນຄ້າ. ບັນຫາຄຸນນະພາບ, ລາຄາ ແລະ ປະລິມານການຜະລິດ ອາດເປັນສາເຫດ ທີ່ເຮັດໃຫ້ມີການນໍາເຂົ້າຊີມັງເປັນຈໍານວນຫຼວງຫຼາຍ ເພື່ອສະໜອງຄວາມຕ້ອງການດ້ານຄຸນນະພາບ, ລາຄາທີ່ຖືກກວ່າ, ແລະ ມີປະລິມານພຽງພໍກັບຄວາມຕ້ອງການຕົວຈິງ. ປີ 2019 ການນໍາເຂົ້າຊີມັງຍັງມີແນວໂນ້ມເພີ້ມຂື້ນເລື້ອຍໆ ສະເພາະເດືອນ 1 ແມ່ນ 4,88 ລ້ານ ໂດລາສະຫະລັດ, ເດືອນ 2 ແມ່ນ 1,73 ລ້ານໂດລາສະຫະລັດ, ເດືອນ 3 ແມ່ນ 5,40  ລ້ານໂດລາສະຫະລັດ, ເດືອນ 4 ແມ່ນ 5,03 ລ້ານໂດລາສະຫະລັດ, ເດືອນ 5 ແມ່ນ 5,76 ລ້ານໂດລາສະຫະລັດ, ເດືອນ 6 ແມ່ນ 8,55 ລ້ານໂດລາສະຫະລັດ,​ ແລະ ເດືອນ 7 ແມ່ນ 11,24 ລ້ານໂດລາສະຫະລັດ ເຊິ່ງການນໍາເຂົ້າຊີມັງບໍ່ມີທ່າທີຈະຫຼຸດລົງ.

 

ພາບປະກອບຈາກອີນເຕີເນັດ

 

ປະຈຸບັນ ລັດຖະບານລາວ ໄດ້ຍົກເລີກການອອກໃບອະນຸຍາດນໍາເຂົ້າຊີມັງ ໝາຍຄວາມວ່າ ຜູ້ນໍາເຂົ້າສາ ມາດແຈ້ງນໍາເຂົ້າຢູ່ດ່ານສາກົນເລີຍ ໂດຍບໍ່ຈໍາເປັນຕ້ອງມາຂໍອະນຸຍາດນໍາເຂົ້າກັບຂະແໜງການກ່ຽວຂ້ອງ. ການຍົກ ເລີກການອອກໃບອະນຸຍາດນໍາເຂົ້າຊີມັງ ແມ່ນເປັນມາດຕະການໜຶ່ງຂອງວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ເພື່ອຫຼຸດຂັ້ນຕອນການນໍາເຂົ້າ ສາມາດປະຢັດເວລາ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.