ແຈ້ງເຖິງປະຊາຊົນ ແລະ ຊາວກະສິກອນໃນຂອບເຂດທົ່ວປະເທດທີ່ຕ້ອງການນໍາໃຊ້ຢາປາບສັດຕູພຶດຄວນເອົາໃຈໃສ່ກວດກາ ແລະ ຕິດຕາມຢ່າງໃກ້ສິດ ໃນການນໍາໃຊ້ຢາປາບສັດຕູພືດປະເພດຕ່າງໆ ເພາະວ່າ ມີບາງປະເພດແມ່ນຖືກຫ້າມນໍາໃຊ້ ແລະ ອະນຸຍາດໃຫ້ໃຊ້ໃນບາງປະເພດເທົ່ານັ້ນ ຕາມທີ່ໄດ້ກໍານົດໄວ້ໃນແຈ້ງການສະບັບເລກທີ 1766/ກປຝ, ລົງວັນທີ 13 ສິງຫາ 2019 ກ່ຽວກັບບັນຊີຢາປາບສັດຕູພືດ ທີ່ອະນຸຍາດໃຫ້ນໍາໃຊ້ ແລະ ຢາປາບສັດຕູພືດຫ້າມນໍາໃຊ້.

ບັນຊີຢາປາບສັດຕູພືດທີ່ອະນຸຍາດນໍາໃຊ້ໃນ ສປປ ລາວ ປະກອບມີ 120 ລາຍການ ໃນນັ້ນ ຢາຂ້າຫຍ້າ 13 ຊະນິດ, ຢາຂ້າແມງໄມ້ 51 ຊະນິດ, ຢາຂ້າເຊື້ອຣາພະຍາດພຶດ 50 ຊະນິດ, ຢາຂ້າໜູ 2 ຊະນິດ, ຢາຂ້າໄຮ 3 ຊະນິດ ແລະ ຢາຂ້າຫອຍ 1 ຊະນິດ.

ບັນຊີຢາປາບສັດຕູພຶດທີ່ຫ້າມນໍາໃຊ້ ໃນ ສປປ ລາວ ມີ 55 ລາຍການ ໃນນັ້ນປະກອບມີ ຢາຂ້າແມງໄມ້ ແລະ ຂ້າໄຮ 27 ຊະນິດ, ຢາຂ້າເຊື້ອຣາ 7 ຊະນິດ, ຢາຂ້າໝູ 2 ຊະນິດ, ຢາຂ້າຫຍ້າ 6 ຊະນິດ, ຢາຮົ່ມຂ້າເຊື້ອພະຍາດ ແລະ ແມງໄມ້ 3 ຊະນິດ, ແລະ ອື່ນໆ 9 ຊະນິດ.

# ຫົວຂໍ້ ດາວໂຫຼດ
1 ກະຊວງກະສິກໍາ ແລະ ປ່າໄມ້ໄດ້ອອກແຈ້ງການກໍານົດບັນຊີຢາປາບສັດຕູພຶດ ທີ່ອະນຸຍາດໃຫ້ນໍາໃຊ້ ແລະ ຢາປາບສັດຕູພຶດຫ້າມນໍາໃຊ້ ໃນ ສປປ ລາວ. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.