ການຂື້ນທະບຽນຢາປາບສັດຕູພືດ ແມ່ນການຮັບຮອງດ້ານວິຊາການຢາປາບສັດຕູພືດ ໂດຍຜ່ານການປະເມີນຂ້ໍມູນທາງດ້ານວິທະຍາສາດ ເພື່ອຢັ້ງຢືນວ່າ ຜະລິດຕະພັນທີ່ຈະຂື້ນທະບຽນນັ້ນ ມີປະສິດທິພາບຕໍ່ເປົ້າໝາຍ ແລະ ບໍ່ເປັນໄພອັນຕະລາຍຕໍ່ລະບົບນິເວດ ແລະ ສິ່ງແວດລ້ອມ. ການຂື້ນທະບຽນວິຊາການຢາປາບສັດຕູພືດ ມີ 3 ປະເພດ ຄື: 1) ການຂື້ນທະບຽນວິຊາການປາບສັດຕູພືດຊົ່ວຄາວ, 2) ການຂື້ນທະບຽນວິຊາການຢາປາບສັດຕູພືດຖາວອນ ແລະ 3) ການຂື້ນທະບຽນວິຊາການຢາປາບສັດຕູພືດຊໍ້າກັນ.

ການໂຈະ ແລະ ການຍົກເລີກ ການຂື້ນທະບຽນວິຊາການຢາປາບສັດຕູພືດ

ກໍລະນີການໂຈະຢາປາບສັດຕູພືດທີ່ໄດ້ຂື້ນທະບຽນວິຊາການແລ້ວ.

  • ກວດພົບວ່າ ຢາປາບສັດຕູພືດ ທີ່ມີຄວາມສ່ຽງເປັນອັນຕະລາຍຕໍ່ຄົນ, ສັດ, ພືດ ແລະ ສົ່ງແວດລ້ອມ;
  • ກວດພົບວ່າ ຢາປາບສັດຕູພືດບໍ່ມີປະສິດຕິພາບ ຫຼື ຄຸນນະພາບ ຕາມທີ່ໄດ້ຂື້ນທະບຽນ;
  • ຜູ້ທີ່ໄດ້ຮັບອະນຸຍາດຂື້ນທະບຽນລະເມີດດໍາລັດ, ຂໍ້ຕົກລົງສະບັບນີ້ ຫຼື ບໍ່ປະຕິບັດຕາມເງື່ອນໄຂການຂື້ນທະບຽນ.

ກໍລະນີຍົກເລີກໃບອະນຸຍາດຂື້ນທະບຽນ

  • ມີຫຼັກຖານອ້າງອິງພາຍຫຼັງວ່າ ຢາປາບສັດຕູພືດມີຄວາມອັນຕະລາຍສ້າງຄວາມເສຍຫາຍໃຫ້ກັບຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ຍ້ອນຢາປາບສັດຕູພືດ ປະສິດທິພາບຕໍ່າ ຫຼື ບໍ່ມີຄຸນນະພາບ;
  • ມີການສະເໜີຂອງຄະນະສະເພາະກິດ ເພື່ອກວດກາ ແລະ ນໍາໃຊ້ມາດຕະການ ຕໍ່ການລະເມີດລະບຽບກົດໝາຍກ່ຽວກັບຢາປາບສັດຕູພືດ;
  • ຜູ້ຂື້ນທະບຽນລະເມີດດໍາລັດ ແລະ ລະບຽບການຢາປາາບສັດຕູພືດ ເປັນຄັ້ງທີ່ສອງ ຫຼື ເປັນອາຈິນ.

ກົດທີ່ນີ້ເພື່ອເບິ່ງລາຍລະອຽດ

# ຫົວຂໍ້ ດາວໂຫຼດ
1 ການຜະລິດ ຫຼື ນໍາເຂົ້າຢາປາບສັດຕູພຶດທຸກຊະນິດຕ້ອງຜ່ານການຂື້ນທະບຽນວິຊາການ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.