ລັດຖະບານຮຽກຮ້ອງໃຫ້ມີການຈົດທະບຽນຜະລິດຕະພັນຝຸ່ນເຄມີ ແລະ ຝຸ່ນຊີວະພາບ ກ່ອນການຜະລິດ ເພື່ອຮັບປະກັນສິນຄ້າທີ່ຜະລິດອອກມາ ບໍ່ມີຜົນກະທົບດ້ານລົບຕໍ່ຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ແລະ ທັງເປັນການຮັບປະກັນຄຸນນະພາບຂອງສິນຄ້າ. ປະຈຸບັນ ມີ ສາມບໍລິສັດ ທີ່ໄດ້ຈົດທະບຽນຜະລິດຝຸ່ນເຄມີ ແລະ ຝຸ່ນຊີວະພາບ ຖືກຕ້ອງຕາມກົດໝາຍ ກັບກະຊວງກະສິກໍາ ແລະ ປ່າໄມ້ ລາຍລະອຽດ ຜະລິດຕະພັນຂອງແຕ່ລະບໍລິສັດ ມີດັ່ງລຸ່ມນີ້:​

1. ບໍລິສັດ ປຸຍສະຫວັນຈໍາກັດ ມີການຈົດທະບຽນ 7 ຜະລິດຕະພັນ ຄື:  ຜະລິດຕະພັນ 21-7-18, 16-16-8, 27-9-14, 21-0-0, 24-9-14, 42-0-0 ແລະ 23-12-12. ບັນດາຜະລິດຕະພັນດັ່ງກ່າວຈະໝົດອາຍຸນໍາໃຊ້ໄດ້ຮອດປີ 2020.

2. ບໍລິສັດມາລີນີກນກະເສດຈໍາກັດຜູ້ດຽວ ມີການຈົດທະບຽນ 1 ຜະລິດຕະພັນ ຄື: ຝຸ່ນສັງລວມອົງຄະທາດ ພາຍໃຕ້ຊື່ທາງການຄ້າມາລີນີຝຸ່ນຊີວະພາບກາ 5 ດາວ ແລະ ເຄື່ອງໝາຍການຄ້າມາລີນີຝຸ່ນຊີວະພາບກາ 5 ດາວ. ການຈົດທະບຽນສູດຝຸ່ນສັງລວມອົງຄະທາດດັ່ງກ່າວ ສາມາດນໍາໃຊ້ໄດ້ຮອດປີ 2020.

3. ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດຜູ້ດຽວໄດ້ຈົດທະບຽນ 2 ຜະລິດຕະພັນຄື: ສູດຝຸ່ນ 0-0-60 ( K2O ≥ 60 %) ເມັດ ແລະ  0-0-60( K2O ≥ 60 %) ຝຸ່ນ ໂດຍມີເຄື່ອງໝາຍການຄ້າ LAO KAIYUAN ເຊິ່ງທະບຽນຂອງສອງຜະລິດຕະພັນດັ່ງກ່າວ ສາມາດນໍາໃຊ້ໄດ້ຮອດປີ 2020.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.