ຮູບການການລົງທຶນສ້າງໂຮງງານໃນ ສປປ ລາວ ປະກອບມີ:​ ຕ່າງປະເທດລົງທຶນ 100%, ຮ່ວມທືນ ແລະ ພາຍໃນ ເຊິ່ງມີທັງໂຮງງານຂະໜາດໃຫຍ່, ກາງ, ນ້ອຍ ແລະ ຄອບຄົວ. ໃນນັ້ນ, ຕ່າງປະເທດລົງທຶນ 100% ແມ່ນ 354 ບໍລິສັດ, ຮ່ວມທືນ 2,115 ແລະ ພາຍໃນ 10,679. ໂຮງງານຂະໜາດໃຫຍ່ແມ່ນຈະຄິດໄລ່ດ້ານຫົວໜ່ວຍອຸດສາຫະກໍາ ທີ່ນໍາໃຊ້ເຄື່ອງຈັກຫລາຍກ່ວາ 200 ແຮງມ້າ ຫລື ຈໍານວນແຮງງານຫລາຍກ່ວາ 200 ຄົນ (ກວມເອົາ 714 ໂຮງງານ ຫລື 5.43%). ສ່ວນໂຮງງານຂະໜາດກາງແມ່ນຈະຄິດສະເລ່ຍ 51 ເຖິງ 200 ແຮງມ້າ ຫລື 51 ເຖິງ 200 ແຮງງານຄົນ (ກວມເອົາ 784 ໂຮງງານ ຫລື 5.96%). ໂຮງງານຂະໜາດນ້ອຍແມ່ນ 10 ຫາ 50 ແຮງມ້າ ຫລື 10 ຫາ 50 ແຮງງານຄົນ (ກວມເອົາ 6,707 ໂຮງງານ ຫລື 51.01%) ແລະ ໂຮງງານແບບຄອບຄົວແມ່ນຕໍ່າກ່ວາ 10 ແຮງມ້າ ຫລື ໜ້ອຍກວ່າ 10 ແຮງງານຄົນ (ກວມເອົາ 4,943 ໂຮງງານ ຫລື 37.6%). ໃນຈໍານວນ 18 ແຂວງທົ່ວປະເທດແມ່ນມີ 6 ແຂວງຫລັກທີ່ມີໂຮງງານຈັດຕັ້ງຂື້ນຫລາຍເຊັ່ນ: ນະຄອນຫລວງວຽງຈັນ (2,433 ໂຮງງານ), ແຂວງບໍລິຄໍາໄຊ (2,237 ໂຮງງານ), ແຂວງຄໍາມ່ວນ (1,737 ໂຮງງານ), ແຂວງສະຫວັນນະເຂດ (1,682 ໂຮງງານ), ແຂວງວຽງຈັນ (1,119 ໂຮງງານ) ແລະ ແຂວງຈໍາປາສັກ (1,031 ໂຮງງານ).

ຮູບພາບຈາກບົດລາຍງານການສໍາຫລວດອຸດສາຫະກໍາປຸງແຕ່ງ ປະຈໍາປີ 2016

 

ປະເພດຂອງອຸດສາຫະກໍາການຜະລິດ ແລະ ບໍລິການ ແມ່ນໄດ້ແບ່ງອອກເປັນ 81 ປະເພດອຸດສາຫະກໍາ ໃນນັ້ນປະເພດການຜະລິດທີ່ເກີດຂື້ນຫລາຍສຸດແມ່ນ ການສີເຂົ້າ/ສາລີ ແລະ ການຜະລິດແປ້ງດັ່ງກ່າວແມ່ນມີ 5,757 ໂຮງງານ, ຮອງມາແມ່ນຜະລິດຕະພັນສໍາເລັດຮູບຈາກຄອນກີດ ຈໍານວນ 826 ໂຮງງານ ແລະ ການຜະລິດເຄື່ອງເຟີນິເຈິມີ 784 ໂຮງງານ.

ມູນຄ່າການຜະລິດທັງໝົດແມ່ນຫລາຍກ່ວາ 25 ຕື້ກີບ, ມູນຄ່າຂາຍຜະລິດຕະພັນຈໍານວນ 25 ຕື້ກີບ ເຊິ່ງວ່າໂຮງງານຂະໜາດໃຫຍ່ກວມເອົາມູນຄ່າທັງໝົດ ແລະ ມູນຄ່າຂາຍຫລາຍທີ່ສຸດກໍ່ຄື ປະມານ 14ຕຶ້ກີບ 8.37ລ້ານກີບ ແລະ ຂາຍໄດ້ປະມສຍ 15 ຕື້ກີບ.

ການວ່າແຈ້ງແຮງງານທັງໝົດມີ 145,400 ຄົນ (91,495 ຊາຍ) ຮ່ວມມີແຮງງານທີ່ບໍ່ມີເງິນເດືອນ. ມູນຄ່າການຈ້າງງານແມ່ນເກືອບ 2 ຕື້ກີບ (ຂອງຈໍານວນແຮງງານ 118,585 ຄົນ) ແລະ ສະຫວັດດີການຜົນຕອບແທນຕ່າງໆແມ່ນ 42 ລ້ານກີບ. ສໍາລັບການບໍລິຫານດ້ານຊັບສີນຄົງທີ່ແມ່ນທັງໝົດມີ 36ຕື້ກີບ (ທີ່ດີນມີມູນຄ່າ 7 ຕື້ກີບ ແລະ ອາຄານຫ້ອງການຫລາຍກ່ວາ 9 ຕື້ກີບ). ເພີ້ມເຕີບຕື່ມໃນການລົງທືນໃສ່ການຈັດຊື້ວັດຖຸດິບເພື່ອປ້ອນເຂົ້າໂຮງງານມີມູນຄ່າ 8 ຕື້ກີບ, ຄ່າເຊື້ອໄຟ 9 ຕື້ກີບ ແລະ ຄ່າໄຟຟ້າເກືອບເຖິງ 9 ຕື້ກີບ.

ຮູບພາບຈາກບົດລາຍງານການສໍາຫລວດອຸດສາຫະກໍາປຸງແຕ່ງ ປະຈໍາປີ 2016

 

ກົມອຸດສາຫະກໍາ ແລະ ຫັດຖະກໍາຊີ້ໃຫ້ເຫັນວ່າ: ມີຄວາມຫຍຸ້ງຍາກໃນການເກັບກໍາສະຖິຕິ ເຊິ່ງຍັງມີຫລາຍຂົງເຂດທີ່ບໍ່ສາມາດເກັບກໍາໄດ້ ເປັນສາຍເຫດໜຶ່ງທີ່ບໍ່ສາມາດຕີລາຄາລົງເລິກແຕ່ລະຂະແໜງການອຸດສາຫະກໍາຂອງ ສປປ ລາວ. ແຕ່ອິງຕາມຂໍ້ມູນທີ່ມີ ສາມາດສະຫຼຸບໄດ້ວ່າ  ໂຮງງານຂະໜາດໃຫຍ່ທີ່ສາມາດຂັບເຄື່ອນເສດຖະກິດລາວໄດ້ນັ້ນ ມີຈໍານວນນ້ອຍທີ່ສຸດ ເຊິ່ງ 80% ແມ່ນໂຮງງານຂະໜາດນ້ອຍ ແລະ ລັກສະນະແບບຄອບຄົວ. ສໍາລັບຂໍ້ມູນການລົງທຶນເພື່ອຮັກສາສິ່ງແວດລ້ອມຍັງບໍ່ຊັດເຈນ (ບໍ່ສາມາດເກັບກໍາລາຍລະອຽດໄດ້) ແຕ່ການນໍາໃໍຊ້ເຊື້ອໄຟໃນການຜະລິດແມ່ນສູງ ເຊິ່ງສາມາດຄາດເດົາໄດ້ວ່າ ການປ່ອຍມົນລະພິດສູ່ອາກາດມີອັດຕາສູງ.

ເບີ່ງພາບລວມແລ້ວ ການຂະຫຍາຍຕົວຂອງໂຮງຈັກໂຮງງານໃນ ສປປ ລາວ ໃນໄລຍະຜ່ານມາມີອັດຕາສ່ວນທີ່ນ້ອຍຫຼາຍ ມີພຽງ 5% ໃນຂອບເຂດທົ່ວປະເທດ. ສາຍເຫດອັນໃດ ທີ່ ສປປ ລາວ ບໍ່ສາມາດດຶງດູດການລົງທຶນຂະໜາດໃຫຍ່ໄດ້ ເຊິ່ງທີ່ຜ່ານມາເຫັນວ່າ ລັດຖະບານ ໄດ້ເອົາໃຈໃສປັບປຸງນະໂຍບາຍຕ່າງໆ ເພື່ອດຶງດູດການລົງທຶນທີ່ມີຂະໜາດໃຫຍ່ ແລະ ມີປະສິດທິພາບ ໂດຍສະເພາະ ແມ່ນປັບປຸງບັນດານິຕິກໍາເຊັ່ນວ່າ: ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນສະບັບປັບປຸງ, ກົມໝາຍການແຂ່ງຂັນ, ກົດໝາຍວິສາຫະກິດ  ແລະ  ອື່ນໆ ໃຫ້ສອດຄ່ອງກັບໂລກາພິວັດ ແລະ ສະພາບການພັດທະນາເສດຖະກິດ-ສັງຄົມພາຍໃນ. ເຖິງວ່າ ລັດຖະບານ ຈະມີການປັບປຸງ ແລະ ສ້າງນິຕິກໍາໃໝ່ ຫຼາຍສະບັບ ແຕ່ຈາກຕົວເລກສະຖິຕິແລ້ວ ຍັງບໍ່ເຫັນຜົນໄດ້ຮັບທີ່ກ້າວກະໂດດ ເຊິ່ງສາມາດຕີລາຄາໄດ້ວ່າ ລັດຖະບານ ຄວນໄດ້ມີການຄົ້ນຄວ້າ ແລະ ທົບທວນຄືນ ນອກຈາກການວາງນໂຍບາຍຕ່າງໆແລ້ວ ຍັງຄວນສ້າງມາດຕະການໃດ ເພື່ອເປັນການປັບປຸງສະພາບແວດລ້ອມການລົງທຶນ ເປັນທີ່ຈັບໃຈນັກລົງທຶນພາຍໃນ ແລະ ຕ່າງປະເທດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.