ອີງຕາມ ກົດໝາຍວ່າດ້ວຍວິສາຫະກິດ ເລກທີ 46/ສພຊ ວັນທີ 26 ທັນວາ 2013, ແຈ້ງການ ເລກທີ 2121/ອຄ.ທຄວ ວັນທີ 14 ຕຸລາ 2015 ແລະ ບົດແນະນໍາ ເລກທີ 1170/ກທຄວ.ອຄ ລົງວັນທີ 5 ກັນຍາ 2019. ດັ່ງນັ້ນ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີແຈ້ງການເລກທີ 401/ຈທວ.ກທຄວ.ອຄ ວັນທີ 11 ຕຸລາ 2019 ເພື່ອເອີ້ນບັນດາຫົວໜ່ວຍວິສາຫະກິດເຂົ້າພົບຊີ້ແຈງເຫດຜົນທີ່ບໍ່ໄດ້ປະຕິບັດຕາມລະບຽບກົດໝາຍຢ່າງເຄັງຂັດ.

ເຊິ່ງແຈ້ງການນີ້ ແມ່ນໃຫ້ແຕ່ລະບໍລິສັດເຂົ້າມາພົວພັນວຽກນໍາເຈົ້າໜ້າທີ່ ບໍ່ໃຫ້ຊ້າເກີນ ວັນທີ 5 ທັນວາ 2019. ຫາກຫົວໜ່ວຍວິສາຫະກິດໃດບໍ່ເຂົ້າມາພົວພັນ ແລະ ຊີ້ແຈງເຫດຜົນອັນເໝາະສົມ ຈະຖືກປັບໄໝຕາມລະບຽບກົດໝາຍຂອງແຕ່ລະກໍລະນີ. ກໍລະນີທີ່ບໍ່ປະຕິບັດໄດ້ແມ່ນ ສ່ວນຫລາຍບໍ່ມາລາຍງານໃນໄລຍະ 90 ວັນສໍາລັບເຈົ້າຂອງທີ່ເປັນຄົນລາວ,  ບໍ່ມາລາຍງານໃນໄລຍະ 90 ວັນສໍາລັບເຈົ້າຂອງທີ່ເປັນຄົນຕ່າງຊາດ ແລະ  ບໍ່ມາລາຍງານໃນໄລຍະ 90 ວັນ ທີ່ບໍ່ສົ່ງໃບຮຸ້ນໃຫ້ເຈົ້າໜ້າທີທະບຽນວິຊາຫະກິດເຊັນຮັບຮອງ. ລາຍລະອຽດຂອງບໍລິສັດທີ່ຜິດລະບຽບກົດໝາຍມີລາຍລະອຽດດັ່ງນີ້: ກະລຸນາກົດ

 

ລາຍລະອຽດເພີ່ມເຕີມສາມາດພົວພັນໄດ້ທີ່ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ທີ່ເບີຕິດຕໍ່ 021 412 011 ຫລື 021 453 494

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.