ລັດຖະບານ ໄດ້ອອກດໍາລັດ ວ່າດ້ວຍ ການສົ່ງເສີມການປູກຕົ້ນໄມ້ ເລກທີ 247/ລບ,  ລົງວັນທີ 20 ສິງຫາ 2019 ເພື່ອກໍານົດຫລັກການ, ລະບຽບການ ແລະ ມາດຕະການ ໃນການສົ່ງເສີມປຸກລະດົມໃຫ້ມີການລົງທືນເພີ້ມຂື້ນໃນຂົງເຂດ ການປູກໄມ້ເປັນສີນຄ້າ ໂດຍແນ່ໃສ່ຄວາມຍືນຍົງໃນການນໍ້າໃຊ້ວັດຖຸດິບ ເຂົ້າໃນຂະແໜງການອຸດສາຫະກໍາ ທັງສາມາດສົ່ງອອກໄດ້ຢ່າງພໍພຽງ ໃນຄະນະດຽວກັນກໍ່ສາມາດສ້າງລາຍຮັບ ແລະ ພັດທະນາເສດຖະກິດ-ສັງຄົມ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ.

ການຄຸ້ມຄອງປ່າປູກ ແລະ ໄມ້ປູກ ແມ່ນເພື່ອການປົກປັກຮັກສາ ປ່າປູກ ແລະ ໄມ້ປູກ ໂດຍມີລະບຽບການໃຫ້ມີການຂື້ນທະບຽນປ່າປູກ ຫລື ອອກໃບຢັ້ງຢືນໄມ້ປູກ ທີ່ເປັນກໍາມະສິດ, ທີ່ຮູ້ແຫລ່ງທີ່ມາຂອງໄມ້ ແລະ ມີນະໂຍບາຍຂໍ້ກໍານົດຕໍ່ການນໍາໃຊ້ໄມ້ເຂົ້າໃນແຕ່ລະກໍລະນີ ເຊັ່ນ ການຕັດໄມ້, ການເຄື່ອນຍ້າຍໄມ້, ຊື້ຂາຍ ແລະ ສົ່ງອອກ. ນອກຈາກນີ້, ການຄຸ້ມຄອງຍັງເນັ້ນໃສ່ການຈົດທະບຽນນໍາໃຊ້ທີ່ດີນ ແລະ ຈັດສັນທີ່ດີນ ເພື່ອປູກໄມ້, ເພື່ອການຟື້ນຟູປ່າ ແລະ ເພື່ອປົກປັກຮັກສາເຂດຕົ້ນໄມ້ທໍາມະຊາດ.

ຄຽງຄູ່ໄປນັ້ນແມ່ນຍັງມີນະໂຍບາຍຕໍ່ຜູ້ຈັດຕັ້ງປະຕິບັດທີ່ຖືກລະບຽບກົດໝາຍ ແລະ ມີວິໄນຕໍ່ຜູ້ລະເມີດ ເຊັ່ນ: ນະໂຍບາຍຕໍ່ຜູ້ປະຕິບັດດີກໍ່ຄືການປະກອບສ່ວນເຂົ້າໃນການປູກໄມ້, ຟື້ນຟູປ່າ ແລະ ມີແນວທາງປົກປັກຮັກສາປ່າໄມ້ໃຫ້ຍືນຍົງໃນພາຍໜ້າ ແມ່ນຈະໄດ້ຮັບການຍ້ອງຍໍຊົມເຊີຍ ແລະ ສົ່ງເສີມດ້ານອື່ນໆ ຕາມຄວາມເໝາະສົມບົນພື້ນຖານລະບຽບກົດໝາຍ. ສໍາລັບມາດຕະການຕໍ່ຜູ້ລະເມີດນິຕິກໍາສະບັບນີ້ ແມ່ນຈະຖືກສຶກສາອົບຮົມ, ຖືກລະບຽບວິໄນ ແລະ ປັບໄໝລົງໂທດ ຕາມແຕ່ລະກໍລະນີທີ່ຕົນໄດ້ລະເມີດ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.