ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ​ການເງິນ      ເລກທີ 3708/ກງ
ນະຄອນຫຼວງ​ວຽງຈັນ, ວັນທີ 16 ກັນຍາ 2019

ຄຳແນະນຳ

ວ່າດ້ວຍ ການຄຸ້ມຄອງການສົ່ງອອກ-ນຳເຂົ້າ ສິນຄ້າ, ເຄື່ອງຂອງ ຜ່ານ ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັງຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ ສະບັບເລກທີ 144/ນຍ, ລົງວັນທີ 08 ພຶດສະພາ 2017;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018 ວ່າດ້ວຍດ່ານຊາຍແດນ ແລະ ດ່ານສະໜາມບິນສາກົນ;
  • ອີງຕາມ ບົດລາຍງານຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0130/ກປ, ລົງວັນທີ 14 ກຸມພາ 2019 ແລະ ບົດລາຍງານຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0194/ອຄ.ກຂອ, ລົງວັນທີ 27 ກຸມພາ 2019;
  • ອີງຕາມ ການຕົກລົງເຫັນດີເປັນເອກະພາບຂອງຄະນະນຳກະຊວງການເງິນ;
  • ອີງຕາມ ການສະເໜີ ຂອງ ກົມພາສີ ສະບັບເລກທີ 06651/ກພສ, ລົງວັນທີ 22 ສິງຫາ 2019.

ເພື່ອຮັບປະກັນການຈັດຕັ້ງປະຕິບັດ, ການຄຸ້ມຄອງສິນຄ້າ, ເຄື່ອງຂອງ ທີ່ສົ່ງອອກ-ນຳເຂົ້າຜ່ານ ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແລະ ເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ.

ກະຊວງການເງິນ ອອກຄຳແນະນຳ:

  1. ຈຸດປະສົງ.

ຄຳແນະນຳສະບັບນີ້ວາງອອກເພື່ອກຳນົດຫຼັກການ, ວິທີການຄຸ້ມຄອງການສົ່ງອອກ-ນຳເຂົ້າ ສິນຄ້າ, ເຄື່ອງຂອງ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ເປັນຕົ້ນ ລະບຽບການດ້ານສຸຂານາໄມພືດ-ສັດ, ສິ່ງແວດລ້ອມ, ການຄຸ້ມຄອງການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ.

  1. ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ.
    1. ດ່ານຊາຍແດນທ້ອງຖິ່ນ.

ດ່ານຊາຍແດນທ້ອງຖິ່ນ ຂອງ ສປປ ລາວ ມີ: ດ່ານຊາຍແດນທາງບົກ ແລະ ທາງນ້ຳ.

ດ່ານຊາຍແດນທ້ອງຖິ່ນ ແມ່ນສະຖານທີ່ທີ່ອະນຸຍາດໃຫ້ສະເພາະ ພົນລະເມືອງລາວ ແລະ ພົນລະເມືອງຂອງປະເທດໃກ້ຄຽງ ທີ່ມີພູມລຳເນົາຖາວອນຢູ່ບໍລິເວນຊາຍແດນຂອງແຂວງທີ່ເຊິ່ງໜ້າ ສາມາດເດີນທາງເຂົ້າ-ອອກຕາມການຕົກລົງຢ່າງເປັນທາງການຂອງທັງສອງຝ່າຍ.

ສິນຄ້າ, ເຄື່ອງຂອງ ທີ່ອະນຸຍາດໃຫ້ນຳເຂົ້າ-ສົ່ງອອກຜ່ານ ດ່ານຊາຍແດນທ້ອງຖິ່ນ ແມ່ນປະເພດສິນຄ້ານຳໃຊ້ ເພື່ອການບໍລິໂພກ ແລະ ຮັບໃຊ້ການຜະລິດຂອງປະຊາຊົນທ້ອງຖິ່ນຂອບເຂດສອງແຂວງທີ່ດ່ານຊາຍແດນຕັ້ງຢູ່ (ປະຕິບັດຕາມແຈ້ງການຂອງກະຊວງການເງິນທີ່ກຳນົດໄວ້ແຕ່ລະໄລຍະ).

  1. ດ່ານຊາຍແດນປະເພນີ.

ດ່ານຊາຍແດນປະເພນີ ຂອງ ສປປ ລາວ ມີ: ດ່ານຊາຍແດນທາງບົກ ແລະ ທາງນ້ຳ

ດ່ານຊາຍແດນປະເພນີ ແມ່ນດ່ານທີ່ອະນຸຍາດໃຫ້ສະເພາະ ພົນລະເມືອງລາວ ແລະ ພົນລະເມືອງຂອງປະເທດໃກ້ຄຽງ ທີ່ມີພູມລຳເນົາຖາວອນຢູ່ບໍລິເວນຊາຍແດນຂອງເມືອງທີ່ເຊິ່ງໜ້າ ສາມາດເດີນທາງເຂົ້າ-ອອກ ຕາມການຕົກລົງຢ່າງເປັນທາງການຂອງທັງສອງຝ່າຍ.

ສິນຄ້າ, ເຄື່ອງຂອງ ທີ່ອະນຸຍາດໃຫ້ນຳເຂົ້າ-ສົ່ງອອກຜ່ານ ດ່ານຊາຍແດນປະເພນີ ແມ່ນປະເພດສິນຄ້າທີ່ນຳໃຊ້ເພື່ອການບໍລິໂພກ ແລະ ຮັບໃຊ້ການຜະລິດຂອງປະຊາຊົນໃນທ້ອງຖິ່ນ ພາຍໃນຂອບເຂດສອງເມືອງທີ່ດ່ານຊາຍແດນຕັ້ງຢູ່ (ປະຕິບັດຕາມແຈ້ງການຂອງກະຊວງການເງິນທີ່ກຳນົດໄວ້ແຕ່ລະໄລຍະ).

  1. ການກຳນົດປະເພດສິນຄ້າ, ເຄື່ອງຂອງ ສົ່ງອອກ-ນຳເຂົ້າ ຜ່ານດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ.

ກ. ລາຍການສິນຄ້າ: ເຄື່ອງຂອງ ທີ່ອະນຸຍາດໃຫ້ສົ່ງອອກ:

1) ສິນຄ້າ, ເຄື່ອງຂອງປະເພດ ກະສິກຳ, ຫັດຖະກຳ ທີ່ໄດ້ຈາກການປູກ ແລະ ການຜະລິດຂອງປະຊາຊົນ.

2) ສິນຄ້າ, ເຄື່ອງຂອງປະເພດອື່ນ ທີ່ບໍ່ໄດ້ກຳນົດໄວ້ໃນຂໍ້ (1) ຂ້າງເທິງ ຈະຕ້ອງໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ.

3) ການສົ່ງອອກສິນຄ້າປະເພດແຮ່ທາດ, ສິນຄ້າ, ເຄື່ອງຂອງທີ່ມີຄວາມສ່ຽງ ຈະຕ້ອງໄດ້ຮັບການອະນຸມັດຈາກຂະແໜງການທີ່ກ່ຽວຂ້ອງ ແລະ ກະຊວງການເງິນ.

ຂ. ລາຍການສິນຄ້າ, ເຄື່ອງຂອງ ທີ່ໄດ້ຮັບອະນຸຍາດນຳເຂົ້າ:

1) ລາຍການສິນຄ້າ, ເຄື່ອງຂອງອຸປະໂພກ-ບໍລິໂພກ ສຳລັບຮັບໃຊ້ໃນຄົວເຮືອນຂອງປະຊາຊົນ (ທີ່ບໍ່ເປັນລັກສະນະການຄ້າ).

2) ເຄື່ອງມື ແລະ ກົນຈັກຮັບໃຊ້ການຜະລິດກະສິກຳ:

- ລົດໄຖນາເດີນຕາມ  01 ຄັນ ຕໍ່ 01 ຄອບຄົວ.

- ຈັກສູບນ້ຳ  01 ເຄື່ອງ ຕໍ່ 01 ຄອບຄົວ.

- ຈັກຟາດເຂົ້າ  01 ເຄື່ອງ ຕໍ່ 01 ຄອບຄົວ.

- ໂຮງສີເຂົ້ານ້ອຍ  01 ເຄື່ອງ ຕໍ່ 01 ຄອບຄົວ.

- ເຄື່ອງບົດອາຫານສັດ  01 ເຄື່ອງ ຕໍ່ 01 ຄອບຄົວ.

- ອຸປະກອນປ້ອງກັນພືດ (ບັ້ງສີດ, ກັບດັກສັດຕູພືດ, ສາຍຢາງສຳລັບພົ່ນຢາປາບສັດຕູພືດ)03 ຊຸດ ຕໍ່ 01 ຄອບຄົວ.

3) ສິນຄ້າກະສິກຳກ່ຽວກັບພືດ ແລະ ຜະລິດຕະພັນພືດ:

- ແນວພັນສາລີ 01 ກິໂລ ຕໍ່ຄົນ ຕໍ່ວັນ.

- ແນວພັນພືດຜັກ 200 ກຣາມ ຕໍ່ຄົນ ຕໍ່ວັນ.

- ແນວພັນຕະກູນຖົ່ວ 05 ກິໂລ ຕໍ່ຄົນ ຕໍ່ວັນ.

- ເບ້ຍໄມ້ໃຫ້ໝາກ, ເບ້ຍໄມ້ປະດັບ, ເບ້ຍໄມ້ອຸດສາຫະກຳ 10 ເບ້ຍ ຕໍ່ຄົນ ຕໍ່ວັນ.

- ເຊື້ອເຫັດ 10 ແກ້ວ ຕໍ່ຄົນ ຕໍ່ວັນ.

- ໝາກໄມ້ສົດລວມ 10 ກິໂລ ຕໍ່ຄົນ ຕໍ່ວັນ.

- ພືດຜັກສົດລວມ (ກິນໃບ, ຫົວ, ໝາກ) 05 ກິໂລ ຕໍ່ຄົນ ຕໍ່ວັນ.

- ດອກໄມ້ 05 ກິໂລ ຕໍ່ຄົນ ຕໍ່ວັນ.

- ພືດສະໝຸນໄພ ແລະ ເປັນຢາ 05 ກິໂລ ຕໍ່ຄົນ ຕໍ່ວັນ.

- ເຫັດສົດ 05 ກິໂລ ຕໍ່ຄົນ ຕໍ່ວັນ.

- ຝຸ່ນອົງຄະທາດ 02 ສອບ (ເປົາ) ຕໍ່ຄົນ ຕໍ່ວັນ.

- ຝຸ່ນວິທະຍາສາດ ຫຼື ຝຸ່ນເຄມີ 02 ສອບ (ເປົາ) ຕໍ່ຄົນ ຕໍ່ວັນ.

- ຢາປາບສັດຕູພືດຊີວະພາບ (ເຊື້ອຊີວະວິທະຍາ ແລະ ສານສະກັດຈາກພືດຕ່າງໆ): ປະລິມານ ບໍ່ໃຫ້ເກີນຊະນິດລະ 01 ລິດ ຫຼື ຊະນິດຝຸ່ນ 300 ກຣາມ ຕໍ່ຄົນ ຕໍ່ວັນ.

4) ນະໂຍບາຍທາງດ້ານພາສີ-ອາກອນ.

- ອາຫານສັດສຳເລັດຮູບ 30 ກິໂລ ຕໍ່ຄົນ ຕໍ່ອາທິດ;

- ອາຫານທະເລສົດ 03 ກິໂລ ຕໍ່ຄົນ ຕໍ່ອາທິດ;

- ອາຫານທະເລແຫ້ງ 02 ກິໂລ ຕໍ່ຄົນ ຕໍ່ອາທິດ;

- ແກ່ນຫຍ້າອາຫານສັດ 15 ກິໂລ ຕໍ່ຄົນ ຕໍ່ຄັ້ງ;

- ລູກປາທີ່ມີຄວາມຍາວ 3-5 ຊັງຕີແມັດ 500 ໂຕ ຕໍ່ຄົນ ຕໍ່ອາທິດ;

- ເຄື່ອງມືສຳລັບລ້ຽງສັດນ້ຳ ແລະ ສັດບົກ ທີ່ບໍ່ມີລັກສະນະທາງການຄ້າ.

  1. ນະໂຍບາຍດ້ານພາສີ-ອາກອນ.

ການສົ່ງອອກ-ນຳເຂົ້າສິນຄ້າ, ເຄື່ອງຂອງ ທີ່ມີມູນຄ່າບໍ່ເກີນ 50 (ຫ້າສິບ) ໂດລາສະຫະລັດ ຈະໄດ້ຮັບການຍົກເວັ້ນພາສີ-ອາກອນ ຕາມມາດຕາ 19 ການຍົກເວັ້ນພາສີ-ອາກອນ ແລະ ພັນທະອື່ນທົ່ວໄປ ໃນບົດແນະນຳກະຊວງການເງິນ ສະບັບເລກທີ 1559/ກງ, ລົງວັນທີ 24 ພຶດສະພາ 2016 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011.

ກໍລະນີການສົ່ງອອກ-ນຳເຂົ້າສິນຄ້າ, ເຄື່ອງຂອງ ຫາກມີລັກສະນະທາງການຄ້າ, ມີມູນຄ່າສູງ, ຈຳນວນຫຼາຍ ຫຼື ເກີນຈຳນວນທີ່ໄດ້ກຳນົດໄວ້ ໃນຂໍ້ 3 (ຂ) ຂ້າງເທິງ, ສິນຄ້າເຄື່ອງຂອງດັ່ງກ່າວ ຈະຕ້ອງສົ່ງອອກ-ນຳເຂົ້າຜ່ານດ່ານຊາຍແດນສາກົນ. ເວັ້ນເສຍແຕ່ຜູ້ສົ່ງອອກ-ນຳເຂົ້າສິນຄ້າ, ເຄື່ອງຂອງດັ່ງກ່າວ ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ ຫຼື ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍວ່າດ້ວຍວິສາຫະກິດ.

  1. ຂັ້ນຕອນການຄຸ້ມຄອງ ແລະ ການກວດກາ ສິນຄ້າ, ເຄື່ອງຂອງ ສົ່ງອອກ-ນຳເຂົ້າ ຜ່ານ ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ.
  1. ສິນຄ້າ, ເຄື່ອງຂອງ ທີ່ຈະຕ້ອງໄດ້ຮັບອະນຸຍາດນຳເຂົ້າ-ສົ່ງອອກຈາກຂະແໜງການກ່ຽວຂ້ອງ ປະກອບມີ: ຜະລິດຕະພັນກະສິກຳ, ແນວພັນພືດ-ສັດ, ປຸ໋ຍ, ຢາປາບສັດຕູພືດ, ອາຫານສັດ, ເຄື່ອງຮັບໃຊ້ການປະມົງ, ເຄື່ອງມື ແລະ ກົນຈັກຮັບໃຊ້ກະສິກຳ, ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງຮັບໃຊ້ຄົວເຮືອນທີ່ມີມູນຄ່າສູງ ຫຼື ມີລັກສະນະສິນຄ້າ.

ສຳລັບຜະລິດຕະພັນກະສິກຳ ເຈົ້າຂອງສິນຄ້າ, ເຄື່ອງຂອງ ຕ້ອງໄດ້ແຈ້ງລາຍການສິນຄ້າທີ່ສົ່ງອອກ-ນຳເຂົ້າຕໍ່ຂະແໜງກັກກັນພືດ ແລະ ສັດ ປະຈຳດ່ານດຳເນີນການກວດກາ ແລະ ຢັ້ງຢືນສຸຂານາໄມພືດ ແລະ ສັດ ຕາມວິຊາສະເພາະ; ຖ້າເປັນສິນຄ້າປະເພດອື່ນທີ່ມີມູນຄ່າສູງ ແລະ ເປັນລັກສະນະສິນຄ້າ ຕ້ອງຂໍອະນຸຍາດຈາກຂະແໜງອຸດສາຫະກຳ ແລະ ການຄ້າ. ຈາກນັ້ນ ຈຶ່ງດຳເນີນການແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານ ເພື່ອປະຕິບັດຕາມຂັ້ນຕອນທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍພາສີ.

  1. ສິນຄ້າ, ເຄື່ອງຂອງ ທີ່ບໍ່ຈຳເປັນຂໍອະນຸຍາດຈາກຂະແໜງການກ່ຽວຂ້ອງ ປະກອບມີ: ລາຍການສິນຄ້າທີ່ກຳນົດໃນ ຂໍ້ 3 ຂອງບົດແນະນຳສະບັບນີ້, ສິນຄ້າອຸປະໂພກ-ບໍລິໂພກ, ເຄື່ອງຮັບໃຊ້ຄົວເຮືອນທີ່ມີມູນຄ່າບໍ່ເກີນ 50 (ຫ້າສິບ) ໂດລາສະຫະລັດ.

ເຈົ້າຂອງສິນຄ້າ, ເຄື່ອງຂອງ ຕ້ອງໄດ້ແຈ້ງລາຍການເຄື່ອງຂອງທີ່ສົ່ງອອກ-ນຳເຂົ້າຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານ ເພື່ອດຳເນີນການຕາມຂັ້ນຕອນທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍພາສີ.

  1. ສິດ ແລະ ໜ້າທີ່ຂອງເຈົ້າໜ້າທີ່ພາສີປະຈຳ ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ແມ່ນໃຫ້ປະຕິບັດຕາມ ມາດຕາ 45 ຂອງ ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 558/ນຍ, ລົງວັນທີ 31 ທັນວາ 2018.
  2. ໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າຂອງສິນຄ້າ, ເຄື່ອງຂອງທີ່ສົ່ງອອກ-ນຳເຂົ້າຜ່ານ ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ.
  • ໃຫ້ຄວາມຮ່ວມມືແກ່ເຈົ້າໜ້າທີ່ປະຈຳດ່ານ ໃນການສະໜອງຂໍ້ມູນ ແລະ ແຈ້ງລາຍການສິນຄ້າ, ເຄື່ອງຂອງ ທີ່ຕົນໄດ້ສົ່ງອອກ-ນຳເຂົ້າ ຕາມລະບຽບການ.
  • ປະຕິບັດບັນດາລະບຽບການທີ່ກຽວຂ້ອງກັບການສົ່ງອອກ-ນຳເຂົ້າສິນຄ້າ, ເຄື່ອງຂອງ ຜ່ານດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ຢ່າງເຂັ້ມງວດ.
  • ຊຳລະພັນທະຄ່າພາສີ-ອາກອນ ແລະ ພັນທະອື່ນ ໃນກໍລະນີຫາກມີການສົ່ງອອກ-ນຳເຂົ້າສິນຄ້າ, ເຄື່ອງຂອງ ມີມູນຄ່າສູງ, ເປັນຈຳນວນຫຼາຍ ຫຼື ມີລັກສະນະການຄ້າ.
  • ປະຕິບັດພັນທະອື່ນທີ່ກົດໝາຍ ແລະ ລະບຽບການກ່ຽວຂ້ອງກຳນົດ.
  1. ຂໍ້ຫ້າມສຳລັບເຈົ້າໜ້າທີ່ພາສີປະຈຳດ່ານຊາຍແດນ ແມ່ນໃຫ້ປະຕິບັດຕາມ ມາດຕາ 67 ຂອງ ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 558/ນຍ, ລົງວັນທີ 31 ທັນວາ 2018.
  2. ຂອບເຂດການນຳໃຊ້.

ຄຳແນະນຳສະບັບນີ້ ມີຂອບເຂດການນຳໃຊ້ສຳລັບ ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ໃນຂອບເຂດທົ່ວປະເທດ. ບັນດາມາດຕະການຈຳກັດການສົ່ງອອກ-ນຳເຂົ້າໃນຄຳແນະນຳສະບັບນີ້ ແມ່ນບໍ່ມີຜົນບັງຄັບໃຊ້ ກັບ ດ່ານຊາຍແດນສາກົນ.

  1. ການຈັດຕັ້ງຜັນຂະຫຍາຍ.

ມອບໃຫ້ ຫ້ອງການກະຊວງການເງິນ, ກົມພາສີ, ບັນດາກອງຄຸ້ມຄອງພາສີ ແລະ ດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ, ພະແນກການເງິນແຂວງ, ນະຄອນຫຼວງ, ບັນດາຂະແໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ຈົ່ງຮັບຊາບ ແລະ ເຜີຍແຜ່ ຄຳແນະນຳສະບັບນີ້ ໃຫ້ສັງຄົມເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

  1. ຜົນສັກສິດ.

ຄຳແນະນຳສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນ ບົດແນະນຳວ່າດ້ວຍການຄຸ້ມຄອງການສົ່ງອອກ-ນຳເຂົ້າສິນຄ້າ, ເຄື່ອງຂອງ ຜ່ານດ່ານພາສີທ້ອງຖິ່ນ ແລະ ດ່ານປະເພນີ ສະບັບເລກທີ 4115/ກງ, ລົງວັນທີ 12 ທັນວາ 2016.

ຮອງນາຍົກລັດຖະມົນຕີ
ລັດຖະມົນຕີກະຊວງການເງິນ

ສົມດີ ດວງດີ

 

# ຫົວຂໍ້ ດາວໂຫຼດ
1 The instruction to import and export through the traditional and customary checkpoints, no 3708/MOF on 16 September 2019. PDF
2 ຄໍາແນະນໍາໃນ ການຄຸ້ມຄອງການສົ່ງອອກ-ນໍາເຂົ້າ ສີນຄ້າ, ເຄື່ອງຂອງ ຜ່ານ ດ່ານຊາຍແດນທ້ອງຖີ່ນ ແລະ ດ່ານຊາຍແດນປະເພນີ ເລກທີ 3708/ກງ ລົງວັນທີ 16 ກັນຍາ 2019. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.