ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 8 ບັນລຸໄດ້ປະມານ 784 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 406 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 378 ລ້ານໂດລາສະຫະລັດ ເກີນດຸນການຄ້າປະມານ 28 ລ້ານໂດລາສະຫາລັດ.

ໝວດສິນຄ້າສົ່ງອອກຫຼັກ

ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 406 ລ້ານໂດລາສະຫະລັດ ຄື: ແຮ່ທອງ 47 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ 40 ລ້ານໂດລາສະຫະລັດ, ໝາກກ້ວຍ 11 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 28 ລ້ານໂດລາສະຫະລັດ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ 25 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ...) 16 ລ້ານໂດລາສະຫະລັດ, ຄຳປະສົມ, ຄຳແທ່ງ 14 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 20 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ 17 ລ້ານໂດລາສະຫະລັດ, ນ້ຳຕານ 10 ລ້ານໂດລາສະຫະລັດ, ຢາງພາລາ 23 ລ້ານໂດລາສະຫະລັດ, ເກືອກາລີ 9 ລ້ານໂດລາສະຫະລັດ, ງົວ ແລະ ຄວາຍ 21 ລ້ານໂດລາສະຫະລັດ, ໄມ້ແປຮູບ ແລະ ເຄິ່ງສຳເລັດຮູບ 13 ລ້ານໂດລາສະຫະລັດ.

 

ພາບປະກອບຈາກອີນເຕີເນັດ - ສວນຢາງພາລາ

 

ໝວດສິນຄ້ານໍາເຂົ້າຫຼັກ

ສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 378 ລ້ານໂດລາສະຫະລັດ ຄື້: ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ (ເຫຼັກກ້າ) 35 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 7 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ 29 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ  (ນອກຈາກເຄື່ອງກົນຈັກພາຫະນະ) 25  ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...) 17 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ, ແອັດຊັງພິເສດ 11 ລ້ານໂດລາສະຫະລັດ, ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 9  ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 13 ລ້ານໂດລາສະຫະລັດ, ນ້ຳຕານ 11  ລ້ານໂດລາສະຫະລັດ, ສັດທີ່ມີຊີວິດ 20 ລ້ານໂດລາສະຫະລັດ.

ພາບປະກອບຈາກອີນເຕີເນັດ

 

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກປະກອບມີ ສປ ຈີນ 168 ລ້ານໂດລາສະຫະລັດ, ຣຊ ໄທ 108 ລ້ານໂດລາສະຫະລັດ,​ ສສ ຫວຽນນາມເກືອບເຖິງ 80 ລ້ານໂດລາສະຫະລັດ, ຢີ່ປຸ່ນ 9 ລ້ານໂດລາສະຫະລັດ ແລະ ສະວິດເຊີແລນ 9 ລ້ານໂດລາສະຫະລັດ.

 

5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກປະກອບມີ ຮຊ ໄທ 211 ລ້ານໂດລາສະຫະລັດ, ສປ ຈີນ 89 ລ້ານໂດລາສະຫະລັດ, ສສ ຫວຽດນາມ  45 ລ້ານໂດລາສະຫະລັດ, ສ ອາເມລິກາ 7 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ 4 ລ້ານໂດລາສະຫະລັດ.

 

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 8 ປີ 2019 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.