ປະເທດຊີລີ ແມ່ນປະເທດຢູ່ໃນຂົງເຂດອາເມລິກາລາຕິນ (ອາເມລິກາໃຕ້) ມີນະຄອນຫລວງແມ່ນ ຊານເຕຍໂກ ທີ່ຕິດກັບມະຫາສະມຸດປາຊີຟິກຕາມລວງຍາວຂອງແຜນທີ່ປະເທດ ແລະ ມີຊາຍແດນຕິດກັບ ປະເທດເປຣູ, ໂບລິເວຍ ແລະ ອັກຊັງຕິນ. ປະເທດຊີລີເປັນປະເທໜຶ່ງທີ່ນຳໜ້າ ດ້ານຄວາມສາມາດໃນການແຂ່ງຂັນ ແລະ ນະວັດຕະກຳ ຂອງອາເມລິກາລາຕິນອີງຕາມບົດລາຍງານຂອງ ດັດສະນີຄວາມສາມາດໃນການແຂ່ງຂັນທົ່ວໂລກ ປີ 2018-2019 (the World Economic Forum’s Global Competitiveness Index for 2018-2019).

 

         

    ປະເທດຊີລີ ໄດ້ມີສັນຍາສໍາພັນທະໄມຕີດ້ານການທູດກັບ ສປປ ລາວ ນັບຕັ້ງແຕ່ ປີ 1992 ແລະ ຊຶ່ງມີສະຖານທູດຕັ້ງຢູ່ ນະຄອນຫລວງຮ່າໂນຍ ສສ ຫວຽດນາມ, ນະຄອນຫລວງປັກກິ່ງ ຂອງ ສປ ຈີນ ແລະ ນະຄອນຫລວງບາງກອກ ແຫ່ງ ຣາຊະອານາຈັກ ໄທ. ປະເທດຊີລີ ແລະ ສປປ ລາວ ຫາກໍ່ໄດ້ມີການພົວພັນການຄ້ານໍາກັນ ແຕ່ປີ 2017 ເຊິ່ງມູນຄ່າການຄ້າໃນປີດັ່ງກ່າວບັນລຸໄດ້ 1,3 ລ້ານໂດລາສະຫະລັດ, ແຕ່ໃນປີ 2018 ແມ່ນຫຼຸດລົງປະມານ 600,000 ໂດລາສະຫະລັດ. ນັບແຕ່ ເດືອນມັງກອນ ຫາ ກໍລະກົດ ຂອງປີນີ້ ມູນຄ່າການຄ້າ ສາມາດບັນລຸໄດ້ 430,000 ໂດລາສະຫະລັດ. ສິນຄ້ານໍາເຂົ້າຫລັກທີ່ ປະເທດຊີລີ ສົ່ງມາ ສປປ ລາວ ແມ່ນ ເຄື່ອງຈັກປຸງແຕ່ງຫີນ ແລະ ເຫຼົ້າແວງ, ໃນຂະນະທີ່ການສົ່ງອອກຂອງ ສປປ ລາວ ໄປ ປະເທດຊີລີ ແມ່ນເກີບ, ເຄື່ອງປະດັບ ແລະ ເຄື່ອງນຸ່ງຜູ້ຊາຍ.

 

ໂຮງໝັກວາຍ - ພາບປະກອບຈາກອີນເຕີເນັດ

       

          ເນື່ອງໃນໂອກາດຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນຈາກ ປະເທດຊີລີ ໄດ້ເອົາຕົວຢ່າງເຫລົ້າແວງ ທີ່ຜະລິດຢູ່ໃນປະເທດ ແລະ ກໍ່ແມ່ນຍີ່ຫໍ້ດັງທີ່ນິຍົມໃນອາເມລິກາໃຕ້ ແລະ ເປັນເຫຼົ້າແວງທີ່ສົ່ງອອກຫລາຍສຸດ ຊຶ່ງຕິດອັນດັບຕົ້ນໆຂອງໂລກ ເພື່ອມານໍາສະເໜີ ແລະ ຊອກຫາຕະຫຼາດໃໝ່ຢູ່ ສປປ ລາວ ໃນອານາຄົດ.

ແຫລ່ງຂໍ້ມູນ (the source):

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.