ອີງຕາມ ຄໍາສັ່ງວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ເລກທີ 12/ນຍ, ວັນທີ 23 ສິງຫາ 2018 ແລະ ຂໍ້ຕົກລົງ ເລກທີ 0075/ອຄ.ກຂອ ວັນທີ 13 ມັງກອນ 2012 ວ່າດ້ວຍລະບຽບການນໍາເຂົ້າ ແລະ ຈໍາໜ່າຍລົດ ຢູ່ ສປປ ລາວ.

ດັ່ງນັ້ນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 2467/ຫອຄ.ກຂອ ວັນທີ 07 ພະຈິກ 2019 ເພື່ອເອີ້ນບັນດາບໍລິສັດນໍາເຂົ້າ ແລະ ຈໍາໜ່າຍພາຫະນະ ໃນການຈັດຕັ້ງປະຕິບັດ ຕາມຄໍາສັ່ງ ເລກທີ 12/ນຍ, ມາດຕະການທີ 1 ຂໍ້ ຂ(4) ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຖືກມອບໝາຍໃຫ້ກວດກາ ແລະ ເກັບກໍາສະຖິຕິຈໍານວນບໍລິສັດ ແລະ ຮ້ານຈໍາໜ່າຍພາຫະນະ ທີ່ບໍ່ໄດ້ມາດຕະຖານທາງດ້ານການບໍລິການຫລັງການຂາຍ ແລະ ຄຸນນະພາບທາງເຕັກນິກ.

ແຈ້ງການນີ້ ແມ່ນໃຫ້ແຕ່ລະບໍລິສັດນໍາເຂົ້າ ແລະ ຈໍາໜ່າຍພາຫະນະ ນໍາເອກະສານຢັ້ງຢືນຕ່າງໆ ເຂົ້າມາພົວພັນ ນໍາເຈົ້າໜ້າທີ່ ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ບໍ່ໃຫ້ຊ້າເກີນ ວັນທີ 29 ພະຈິກ 2019. ຫາກບໍລິສັດນໍາເຂົ້າ ແລະ ຈໍາໜ່າຍພາຫະນະໃດບໍ່ເຂົ້າມາພົວພັນ ແລະ ລາຍງານເອກະສານທີ່ກ່ຽວຂ້ອງ ແມ່ນຈະໄດ້ຢຸດຕິການອອກອະນຸຍາດນໍາເຂົ້າຍານພາຫະນະ ແລະ ຕັດລາຍຊື່ອອກຈາກບັນຊີບໍລິສັດທີ່ມີເງື່ອນໄຂນໍາເຂົ້າຍານ ພາຫະນະ.

 

ລາຍລະອຽດເພີ່ມເຕີມ ກະລຸນກົດ ຫລື ສາມາດສອບຖາມໄດ້ທີ່ ພະແນກ ບໍລິຫານການນໍາເຂົ້າ ແລະ ສົ່ງອອກ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ທີ່ເບີຕິດຕໍ່ 021 412 008.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.