ການຄຸ້ມຄອງ ແລະ ກໍານົດ ການນໍາເຂົ້າມັນດ້າງຈາກ ສປປ ລາວ ໃນຄັ້ງກໍ່ເພື່ອຮັບປະກັນຄວາມປອດໄພໃນການສົ່ງອອກມັນດ້າງ ຂອງ ສປປ ລາວ ໄປຍັງ ສປ ຈີນ. ເຊິ່ງຂໍ້ກໍານົດນີ້ແມ່ນມີຈຸດປະສົງເພື່ອຮັບປະກັນຄວາມປອດໄພທາງດ້ານນິເວດວິທະຍາ ແລະ ອຸດສາຫະກໍາ ຂອງ ສປ ຈີນ ໂດຍອີງໃສ່ຜົນການວິໄຈ, ການປະເມີນຄວາມສ່ຽງສັດຕູພືດ ແລະ ຫຼັກການດ້ານມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ຂອງອົງການ ການຄ້າໂລກ (WTO/SPS).  ສະນັ້ນ, ສປປ ລາວ ຕ້ອງໄດ້ປະຕິບັດຕາມຂໍ້ກໍານົດທີ່ໄດ້ວ່າງອອກຢ່າງເຄັ່ງຄັດ ແລະ ເປັນລະບົບ.

ຜູ້ປະກອບການ ຫລື ຊາວກະສິກອນ ທີ່ຜະລິດມັນດ້າງ ຕ້ອງປະຕິບັດຕາມລະບົບຄຸ້ມຄອງເອກະສານ ແລະ ຂໍ້ມູນທີ່ກ່ຽວຂອ້ງ ເຊັ່ນ: ຊື່, ທີ່ຢູ່ ແລະ ເລກລະຫັດຈົດບັນທຶກຕິດຕາມການຜະລິດ ເພື່ອການຕິດຕາມ ແລະ ຄຸ້ມຄອງ ການຜະລິດໃຫ້ໄດ້ປະສິດທິພາບ ແລະ ປອດໄພ ກໍ່ຄື: ຝ່າຍລາວຕ້ອງມີມາດຕະການເຄັງຂັດ ໃນການເຝົ້າລະວັງສັດຕູພືດ ແລະ ກວດກາຄວາມປອດໄພຈາກສານຕົກຄ້າງ ຂອງຢາປາບສັດຕູພືດ, ໂລຫະໜັກ ແລະ ສານພິດ.

ນອກຈາກນີ້, ບັນດາຜູ້ສົ່ງອອກ, ຜູ້ປຸງແຕ່ງ ແລະ ຜູ້ປະກອບການ ທີ່ເຮັດບໍລິການເກັບຮັກສາ, ໂຮງເຮືອນຫຸ້ມຫໍ່ບັນຈຸຕ້ອງຂື້ນທະບຽນນໍາຝ່າຍຈີນ ເພື່ອຮັບປະກັນວ່າພວກເຂົາເຈົ້າເຫຼົ່ານັ້ນ ໄດ້ປະຕິບັດຕາມເງື່ອນໄຂດ້ານສຸຂານາໄມພືດ ເພື່ອຕິດຕາມ, ກວດກາ ແລະ ກັກກັນ. ຝ່າຍລາວ ຕ້ອງແຈ້ງລາຍລະອຽດສົ່ງອອກ ແລະ ຜູ້ຂົນສົ່ງໃຫ້ແກ່ ຝ່າຍຈີນ ຮັບຊາບກ່ອນ

 

ລາຍລະອຽດທັງໝົດ ກະລຸນາກົດ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.