ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 9 ບັນລຸໄດ້ປະມານ 792 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 327 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 464 ລ້ານໂດລາສະຫະລັດ ຂາດດຸນການຄ້າປະມານ 137 ລ້ານໂດລາສະຫາລັດ.

ໝວດສິນຄ້າສົ່ງອອກຫຼັກ

ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 327 ລ້ານໂດລາສະຫະລັດ ເຊັ່ນ: ແຮ່ທອງ 39 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ 35 ລ້ານໂດລາສະຫະລັດ, ໝາກກ້ວຍ 11 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 26 ລ້ານໂດລາສະຫະລັດ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ 24 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດື່ມຊູຸກໍາລັງ) 20 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 16 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 14 ລ້ານໂດລາສະຫະລັດ, ນໍ້າຕານ 9 ລ້ານໂດລາສະຫະລັດ ແລະ ຢາງພາລາ 19 ລ້ານໂດລາສະຫະລັດ.

 

ພາບປະກອບຈາກອີນເຕີເນັດ

 

ໝວດສິນຄ້ານໍາເຂົ້າຫຼັກ

ສິນຄ້ານໍາເຂົ້າຫຼັກຮ່ວມສະເລ່ຍທັງໝົດແມ່ນເປັນເງິນປະມານ 464 ລ້ານໂດລາສະຫະລັດ ເຊັ່ນ: ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ    34 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 15 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ 31 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ  (ນອກຈາກເຄື່ອງກົນຈັກພາຫະນ) 36 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 47 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ)       21 ລ້ານໂດລາສະຫະລັດ, ຊິ້ິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...) 17 ລ້ານໂດລາສະຫະລັດ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ 16 ລ້ານໂດລາສະຫະລັດ, ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 17 ລ້ານໂດລາສະຫະລັດ ແລະ ສັດທີ່ມີຊີວິດ 20 ລ້ານໂດລາສະຫະລັດ.

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກປະກອບມີ ສປ ຈີນ 118 ລ້ານໂດລາສະຫະລັດ, ຣຊ ໄທ 94 ລ້ານໂດລາສະຫະລັດ,​ ສສ ຫວຽນນາມ 72 ລ້ານໂດລາສະຫະລັດ, ຢີ່ປຸ່ນ 8 ລ້ານໂດລາສະຫະລັດ ແລະ ສະວິດເຊີແລນ 9 ລ້ານໂດລາສະຫະລັດ.

ພາບປະກອບຈາກອີນເຕີເນັດ

 

5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກປະກອບມີ ຮຊ ໄທ 265 ລ້ານໂດລາສະຫະລັດ, ສປ ຈີນ 106 ລ້ານໂດລາສະຫະລັດ, ສສ ຫວຽດນາມ ເກືອບເຖິງ 52 ລ້ານໂດລາສະຫະລັດ, ສ ອາເມລິກາ 7 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ 6 ລ້ານໂດລາສະຫະລັດ.

 

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 9 ປີ 2019 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.