ກົມເຕັກໂນໂລຊີຂໍ້ມູນຂ່າວສານ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ອອກລະບຽບວ່າດ້ວຍການເກັບຄ່າບໍລິການອອກໃບອະນຸຍາດດໍາເນີນທຸລະກິດ ໃຫ້ບໍລິການກ່ຽວກັບທຸລະກໍາທາງເອເລັກໂຕຣນິກ ເລກທີ 172/ກວຕ.ກຕຂ ວັນທີ 05 ກັນຍາ 2014 ເພື່ອຈຸດປະສົງໃນການກໍານົດຫລັກການ, ລະບຽບການ ແລະ ອັດຕາຄ່າບໍລິການ ເພື່ອທົດລອງນໍາໃຊ້ໃນການອອກໃບອະນຸຍາດດໍາເນີນທຸລະກິດໃຫ້ບໍລິການກ່ຽວກັບທຸລະກໍາທາງເອເລັກໂຕຣນິກ ຢູ່ ສປປ ລາວ. ເຊິ່ງຄ່າບໍລິການອອກໃບອະນຸຍາດດໍາເນີນທຸລະກິດ ມີລາຍລະອຽດດັ່ງລຸ່ມນີ້:

 

ຄ່າບໍລິການອອກໃບອະນຸຍາດດໍາເນີນທຸລະກິດ

ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທີ່ສະເໜີຂໍອະນຸຍາດໃຫ້ບໍລິການກ່ຽວກັບທຸລະກໍາທາງເອເລັກໂຕຣນິກ ຕ້ອງຈ່າຍຄ່າບໍລິການຕາມທີ່ກໍານົດໄວ້ ດັ່ງນີ້:

1. ແບບຟອມຄໍາຮ້ອງ                          20,000 ກີບ/ 1 ຄໍາຮ້ອງ

2. ຄ່າທໍານຽມອອກໃບອະນຸຍາດ             300,000 ກີບ/ 1 ໃບອະນຸຍາດ

3. ຄ່າບໍລິການຄົ້ນຄ້ວາບົດປະເມີນດ້ານວິຊາການ 300,000 ກີບ/ 1 ບົດປະເມີນ

ຄ່າບໍລິການອອກໃບອະນຸຍາດຂໍສືບຕໍ່ດໍາເນີນທຸລະກິດ

ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທີ່ມີຈຸດປະສົງຂໍອະນຸຍາດສືບຕໍ່ດໍາເນີນທຸລະກິດໃຫ້ບໍລິການກ່ຽວກັບທຸລະກໍາທາງເອເລັກໂຕຣນິກ ຕ້ອງຈ່າຍຄ່າບໍລິການຕາມທີ່ກໍານົດໄວ້ ດັ່ງນີ້:

1. ແບບຟອມຄໍາຮ້ອງ                          20,000 ກີບ/ 1 ຄໍາຮ້ອງ

2. ຄ່າທໍານຽມອອກໃບອະນຸຍາດ             300,000 ກີບ/ 1 ໃບອະນຸຍາດ

3. ຄ່າບໍລິການຄົ້ນຄ້ວາເອກະສານ                 100,000 ກີບ/ 1 ບົດປະເມີນ

 

ຄ່າບໍລິການອອກໃບອະນຸຍາດຂໍເພີ່ມປະເພດໃຫ້ບໍລິການກ່ຽວກັບທຸລະກໍາທາງເອເລັກໂຕຣນິກ

ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທີ່ມີຈຸດປະສົງຂໍອະນຸຍາດເພີ່ມປະເພດໃຫ້ບໍລິການກ່ຽວກັບທຸລະກໍາທາງເອເລັກໂຕຣນິກ ຕ້ອງຈ່າຍຄ່າບໍລິການຕາມທີ່ກໍານົດໄວ້ ດັ່ງນີ້:

1. ແບບຟອມຄໍາຮ້ອງ                          20,000 ກີບ/ 1 ຄໍາຮ້ອງ

2. ຄ່າທໍານຽມອອກໃບອະນຸຍາດ             300,000 ກີບ/ 1 ໃບອະນຸຍາດ

3. ຄ່າບໍລິການຄົ້ນຄ້ວາບົດປະເມີນດ້ານວິຊາການ 300,000 ກີບ/ 1 ບົດປະເມີນ

 

ເອກະສານປະກອບໃນການຂໍອະນຸຍາດ

1. ແບບຟອມຄໍາຮ້ອງ                                                        1 ສະບັບ

2. ບົດລາຍງານວິຊາການກ່ຽວກັບລະບົບບໍລິການ                               1 ສະບັບ

3. ສໍາເນົາໃບທະບຽນວິສາຫະກິດ                                                1 ສະບັບ

4. ສໍາເນົາທະບຽນອາກອນ (ຖ້າມີ)                                               1 ສະບັບ

5. ສໍາເນົາບັດປະຈໍາຕົວ/ໜັງສືຜ່ານແດນ                                           1 ສະບັບ

6. ໃບມອບສິດ (ໃນກໍລະນີເປັນຕົວແທນ)                                          1 ສະບັບ

7. ຄັດຕິດແຜນທີ່ຂອງສະຖານທີ່ຕັ້ງວິສາຫະກິດ                                      1 ສະບັບ

8. ຄັດຕິດຊີວະປະຫວັດວິຊາການຫລັກ ແລະ ສໍາເນົາໃບປະກາດສະນີຍະບັດຜູ້ລະ (ຖ້າມີ) 1 ສະບັບ

9. ໜັງສືອະທິບາຍກ່ຽວກັບວິສາຫະກິດແມ່ (ໃນກໍລະນີຕ້ອງການເປີດສາຂາຢູ່ ສປປ ລາວ) 1 ສະບັບ

10. ຮູບຖ່າຍເຈົ້າຂອງວິສາຫະກິດ ຂະໜາດ 3x4 (ບໍ່ເກີນ 6 ເດືອນ)                     1 ໃບ

# ຫົວຂໍ້ ດາວໂຫຼດ
1 ຄ່າທໍານຽມໃນການອອກໃບອະນຸຍາດດໍາເນີນທຸລະກິດໃຫ້ບໍລິການກ່ຽວກັບທຸລະກໍາທາງເອເລັກໂຕຣນິກ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.