ມູນຄ່າການສົ່ງອອກ ຂອງ ສປປ ລາວ ນັບແຕ່ ເດືອນມັງກອນ ເຖິງ ເດືອນມິຖຸນາ 2019 ບັນລຸໄດ້ປະມານ 2,849 ລ້ານໂດລາສະຫະລັດ ແລະ ມູນຄ່າການນໍາເຂົ້າປະມານ 2,726 ລ້ານໂດລາສະຫະລັດ ດຸນການຄ້າປະມານ 123 ລ້ານໂດລາສະຫາລັດ. ໃນນັ້ນ ຄູ່ຮ່ວມການຄ້າທັງນໍາເຂົ້າ ແລະ ສົ່ງອອກ ມີຫລາຍກ່ວາ 19 ປະເທດ, ເຊິ່ງມີ 5 ປະເທດຫລັກ ທີ່ເປັນຄູ່ການຄ້າທີ່ຊາຍແດນຕິດຈອດກັນ. ໃນນັ້ນມີມູນຄ່າໃນການນໍາເຂົ້າ ແລະ ສົ່ງອອກ ຫລາຍສຸດແມ່ນ ປະເທດ ໄທ, ຈີນ ແລະ ຫວຽດນາມ.

ໝວດສິນຄ້າສົ່ງອອກຫຼັກ (ຫົວໜ່ວຍ ໂດລາສະຫາລັດ)

ໝວດສີນຄ້າສົ່ງອອກຫລັກທີ່ມີມູນຄ່າສູງ ໃນຈໍານວນ 6 ເດືືອນຕົ້ນປີ 2019 ແມ່ນ ໄຟຟ້າ 646 ລ້ານໂດລາສະຫະລັດ, ແຮ່ທອງ 324 ລ້ານໂດລາສະຫະລັດ ແລະ ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ 244 ລ້ານໂດລາສະຫະລັດ. ລາຍລະອຽດເພີ່ມເຕີບ ຕາຕະລາງ 1 ແມ່ນມູນຄ່າຂອງໝວດສີນຄ້າສົ່ງອອກ.

                     ຕາຕະລາງ 1: ແມ່ນມູນຄ່າຂອງໝວດສີນຄ້າສົ່ງອອກ

ໝວດສິນຄ້ານໍາເຂົ້າຫຼັກ (ຫົວໜ່ວຍ ໂດລາສະຫາລັດ)

ໝວດສີນຄ້ານໍາເຂົ້າທີ່ມີມູນຄ່າສູງ ໃນຈໍານວນ 6 ເດືືອນຕົ້ນປີ 2019 ແມ່ນ ນ້ຳມັນກາຊວນ 324 ລ້ານໂດລາສະຫະລັດ, ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ 240 ລ້ານໂດລາສະຫະລັດ ແລະ ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 218 ລ້ານໂດລາສະຫະລັດ. ລາຍລະອຽດເພີ່ມເຕີບແມ່ນ ຕາຕະລາງ 2 ແມ່ນມູນຄ່າຂອງໝວດສີນຄ້ານໍາເຂົ້າ.

ຕາຕະລາງ 2: ແມ່ນມູນຄ່າຂອງໝວດສີນຄ້ານໍາເຂົ້າ.

3 ປະເທດຊາຍແດນຕິດຈອດກັບ ສປປ ລາວ ທີ່ໄດ້ສົ່ງອອກຫຼັກ ໃນ 6 ເດືອນຕົ້ນປີ 2019 (ຕາຕະລາງ 3: ສາມປະເທດເພຶ່ອນບ້ານທີ່ມີຊາຍແດນຕິດຈອດກັບ ສປປ ລາວ ທີ່ມີມູນຄ່າການຄ້າສູງ)

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກປະກອບມີ ປະເທດໄທ 1,035 ລ້ານໂດລາສະຫະລັດ, ສປ ຈີນ 812 ລ້ານໂດລາສະຫະລັດ,​ ສສ ຫວຽນນາມ 499 ລ້ານໂດລາສະຫະລັດ. ໃນນັ້ນ, ໄຟຟ້າ ສົ່ງອອກໄປປະເທດໄທແມ່ນ 467 ລ້ານໂດລາສະຫະລັດ, ໄປ ສສ ຫວຽດນາມ 28 ລ້ານໂດລາສະຫະລັດ ແລະ ປະເທດກໍາປູເຈຍ 4 ລ້ານໂດລາສະຫະລັດ. ນອກຈາກນັ້ນ, ສົ່ງອອກ ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ ໄປປະເທດໄທ 191 ລ້ານໂດລາສະຫະລັດ, ແຮ່ທອງສົ່ງໄປ ປ ຈີນ 323 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ...) ສົ່ງໄປ ສສ ຫວຽດນາມ 113 ລ້ານໂດລາສະຫະລັດ.

                                                                             ຕາຕະລາງ 3: ສາມປະເທດເພຶ່ອນບ້ານທີ່ມີຊາຍແດນຕິດຈອດກັບ ສປປ ລາວ ທີ່ມີມູນຄ່າການສົ່ງອອກສູງ

3 ປະເທດຊາຍແດນຕິດຈອດກັບ ສປປ ລາວ ທີ່ໄດ້ນໍາເຂົ້າຫຼັກ ໃນ 6 ເດືອນຕົ້ນປີ 2019 (ຕາຕະລາງ 4: ສາມປະເທດເພຶ່ອນບ້ານທີ່ມີຊາຍແດນຕິດຈອດກັບ ສປປ ລາວ ທີ່ມີມູນຄ່າການນໍາເຂົ້າສູງ)

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກປະກອບມີ ປະເທດໄທ 1,510 ລ້ານໂດລາສະຫະລັດ, ສປ ຈີນ 702 ລ້ານໂດລາສະຫະລັດ, ສສ ຫວຽດນາມ 292 ລ້ານໂດລາສະຫະລັດ. ໃນນັ້ນ, ນ້ຳມັນກາຊວນ ທີ່ນໍາເຂົ້າຫລັກຈາກໄທ 290 ລ້ານໂດລາສະຫະລັດ ແລະ ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ ຈາກໄທ ແມ່ນ 109 ລ້ານໂດລາສະຫະລັດ,  ນໍາເຂົ້າຈາກ ສປ ຈີນ ແມ່ນ ອຸປະກອນກົນຈັກ   (ນອກຈາກເຄື່ອງກົນຈັກພາຫະນະ) 127 ລ້ານໂດລາສະຫະລັດ ແລະ ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 113 ລ້ານໂດລາສະຫະລັດ ແລະ ສີນຄ້ານໍາເຂົ້າຫລັກຈາກ ສສ ຫວຽດນາມ ແມ່ນ ນ້ຳມັນກາຊວນ 34 ລ້ານໂດລາສະຫະລັດ ແລະ ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ 30 ລ້ານໂດລາສະຫະລັດ.

ຕາຕະລາງ 4: ສາມປະເທດເພຶ່ອນບ້ານທີ່ມີຊາຍແດນຕິດຈອດກັບ ສປປ ລາວ ທີ່ມີມູນຄ່າການນໍາເຂົ້າສູງ

 

ແຫຼ່ງຂໍ້ມູນ: ຂໍ້ມູນດິບຈາກກົມພາສີ, ກະຊວງການເງິນ ແລະ ຂໍ້ມູນໄຟຟ້າຈາກຫ້ອງການ, ກະຊວງພະລັງງານ ແລະ ບໍ່ແຮ່

ສັງລວມໂດຍ: ພະແນກສັງລວມ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.