ວິໄສທັດຂອງຂະແໜງການປູກຝັງ ສປປ ລາວ ແມ່ນ: ປູກຝັງທັນສະໄໝ ສະອາດ ປອດໄພ ໃສ່ໃຈຄຸນນະພາບ ໝັ້ນຄົງ ຍຶນຍົງ ເປັນສິນຄ້າ ເຊິ່ງເນັ້ນການຜະລິດພືດສະບຽງ ແລະ ພືດສິນຄ້າ ໃຫ້ຜະລິດຕະພັນພືດພຽງພໍກັບຄວາມຕ້ອງການພາຍໃນ ມີຄວາມປອດໄພ ຕໍ່ຜູ້ຜະລິດ, ຜູ້ບໍລິໂພກ ແລະ ສິ່ງແວດລ້ອມ.
ເປົ້າໝາຍຍຸດທະຍາດ ໄດ້ແບ່ງອອກເປັນ 6 ເປົ້າໝາຍລວມ ແລະ 2 ຄາດໝາຍສູ້ຊົນ ຮອດປີ 2020
6 ເປົ້າໝາຍລວມຂອງຍຸດທະສາດພັດທະນາການປູກຝັງ ຂອງ ສປປ ລາວ.
- ເຮັດໃຫ້ຜົນຜະລິດ ແລະ ຜະລິດຕະພັນມີຄວາມປອດໄພ ແລະ ຂະຫຍາຍຕົວໄປຕາມທິດກະສິກໍາສະອາດຮັບປະກັນສະບຽງອາຫານຢ່າງໜັກແໜ້ນ, ສະໜອງວັດຖຸດິບໃຫ້ແກ່ ອຸດສາຫະກໍາປຸງແຕ່ງຢ່າງພຽງພໍ ແລະ ເປັນສິນຄ້າທີ່ຍອມຮັບຂອງຕະຫຼາດຢູ່ພາຍໃນ ແລະ ຕ່າງປະເທດ ໂດຍການຊຸກຍູ້ການຜະລິດພືດສິນຄ້າບຸລິມະສິດ (ມັນຕົ້ນ, ອ້ອຍ, ຢາສູບ,ກາເຟ ແລະ ສາລີອາຫານສັດ) ເພື່ອສົ່ງອອກໃຫ້ບັນລຸໜຶ່ງຕື້ໂດລາສະຫະລັດ;
- ເຮັດໃຫ້ຂະແໜງການປູກຝັງຂອງລາວ ມີຄວາມເຂັ້ມແຂງ, ມີລະບົບການປະສານງານແຕ່ສູນກາງຮອດທ້ອງຖິ່ນ ຕາມພາລະບົດບາດຄຸ້ມຄອງຂະແໜງການ, ຂໍ້ກໍານົດກົດລະບຽບ ຖືກຈັດຕັ້ງປະຕິບັດ ແລະ ມີຜົນບັງຄັບໃຊ້, ລະບົບຂໍ້ມູນຂ່າວສານ ໄດ້ຮັບການປັບປຸງໃຫ້ສາມາດເຊື່ອມຕໍ່ທັງພາຍໃນ ແລະ ສາກົນ ໂດຍມີນິຕິກໍາເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ;
- ສ້າງລະບົບການຄຸ້ມຄອງການຜະລິດກະສິກໍາສະອາດ ໄດ້ຮັບການພັດທະນາຕາມມາດຕະຖານ ແລະ ເປັນກທີ່ຍອມຮັບຂອງຕະຫຼາດພາຍໃນ ແລະ ສາກົນ ໃນນີ້ ຕ້ອງສູ້ຊົນຜະລິດພືດຕາມທິດກະສິກໍາສະອາດໃຫ້ກວມເອົາ 20% ຂອງເນື້ອທີ່ປູກພືດທົ່ວປະເທດ. ໃນນັ້ນ, ເຄິ່ງໜຶ່ງຕ້ອງໄດ້ຮັບການຢັ້ງຢືນຕາມມາດຕະຖານ ການຜະລິດກະສິກໍາສະອາດ;
- ສ້າງຄວາມເຂັ້ມແຂງດ້ານວຽກງານການປ້ອງກັນພືດ ເພື່ອຮັບປະກັນການຜະລິດພືດ ແລະ ອໍານວຍຄວາມສະດວກດ້ານການຄ້າພືດ, ຜະລິດຕະພັນພືດກັນພາກພື້ນ ແລະ ສາກົນ ດ້ວຍການສ້າງ ແລະ ຂະຫຍາຍຕາໜ່າງປ້ອງກັນພືດ ໃນຂອບເຂດທົ່ວປະເທດ ຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງສັດຕູພືດ ພ້ອມທັງປັບປຸງລະບົບສຸຂານາໄມ ແລະ ສຸຂານາໄມພືດ ໃຫ້ໄດ້ມາດຕະຖານສາກົນ ຕາມຫຼັກການຂອງອົງການການຄ້າໂລກ;
- ກໍານົດເຂດຈຸດສຸມການຜະລິດພືດສະບຽງອາຫານ, ພືດສິນຄ້າ ໂດຍນໍາໃຊ້ທ່າແຮງທາງດ້ານຊັບພະຍາກອນທໍາມະຊາດ, ເອກກະລັກວັດທະນະທໍາ ແລະ ພູມປັນຍາຂອງທ້ອງຖິ່ນໃນເຂດພູດອຍ ແລະ ເຂດທົ່ງພຽງ ໃນຂອບເຂດທົ່ວປະເທດ;
- ໝູນໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ ດ້ວຍການຄຸ້ມຄອງລະບົບການຜະລິດ, ການຈັດສັນນໍາໃຊ້ດິນ ແລະ ແຫຼ່ງນໍ້າຢ່າງເໝາະສົມ ພ້ອມທັງກໍານົດມາດຕະການ ແລະ ສ້າງທ່າແຮງໃນການຮັບມືຕໍ່ການປ່ຽນແປງດິນຟ້າອາກາດ.
ຄາດໝາຍສູ້ຊົນໃນການຜະລິດສິນຄ້າກະສິກໍາ ຮອດປີ 2020.
1. ການຜະລິດສະບຽງ: ຜະລິດເຂົ້າສານ 160 ກິໂລ/ຄົນ/ປີ (280 ກິໂລເຂົ້າເປຶອກ/ຄົນ/ປີ), ທາດແປ້ງ 5 ກິໂລ/ຄົນ/ປີ, ພືດຜັກ 50 ກິໂລ/ຄົນ/ປີ, ປະເພດຖົ່ວ-ງາແຫ້ງ 2 ກິໂລ/ຄົນ/ປີ, ສາລີ 2.5 ກິໂລ/ຄົນ/ປີ, ປະເພດພືດເປັນຫົວ (ເຜືອກ, ມັນຕົ້ນ, ມັນດ້າງ, ແລະ ມັນຕ່າງໆ) 2.5 ກິໂລ/ຄົນ/ປີ, ໝາກໄມ້ 30 ກິໂລ/ຄົນ/ປີ, ນໍ້າຕານ 1 ກິໂລ/ຄົນ/ປີ, ປະເພດນໍ້ມັນ 23 ກິໂລ/ຄົນ/ປີ. ໂດຍຜະລິດສະບຽບອາຫານທີ່ສໍາຄັນດັ່ງນີ້:
- ສູ້ຊົນຜະລິດເຂົ້າເປຶອກລວມໃຫ້ໄດ້ບໍ່ຫຼຸດ 4.7 ລ້ານໂຕນ ມີການຂະຫຍາຍຕົວ 5%/ປີ (ໄດ້ຈາກການຂະຫຍາຍເນື້ອທີ່ 2% ແລະ ການຍົກຜະລິດຕະພາບ 3-3.5%), ຕາມອັດຕາສ່ວນເຂົ້າໜ້ຽວ 70% ແລະ ເຂົ້າຈ້າວ 30%. ໃນນີ້ ເປັນເຂົ້າສໍາລັບຄໍ້າປະກັນສະບຽງອາຫານ 2.5 ລ້ານໂຕນເຂົ້າເປຶອກ (ບໍລິໂພກ 2.1 ແລະ ຄັງແຮ່ເຂົ້າ 400,000 ໂຕນ ຊຶ່ງກຸ້ມໄດ້ 2-3 ເດືອນ), ແນວພັນເຂົ້າ 100,000 ໂຕນ, ສໍາລັບປຸງແຕ່ງພາຍໃນ 500,000 – 600,000 ໂຕນ ແລະ ເປັນສິນຄ້າພາຍໃນ ແລະ ສົ່ງອອກບໍ່ໃຫ້ຫຼຸດ 1 ລ້ານໂຕນ;
- ຜະລິດພືດຜັກ, ຖົ່ວ-ງາ ແລະ ໝາກໄມ້ສໍາລັບບໍລິໂພກ ເຊັ່ນ: ສາລີຫວານ 228,000 ໂຕນ, ເຜຶອກມັນ 304,000 ໂຕນ, ປະເພດໄມ້ໃຫ້ໝາກ 800,000 ໂຕນ ແລະ ພືດຜັກອື່ນໆ 1.5 ລ້ານໂຕນ.
- ການຜະລິດສິນຄ້າກະສິກໍາ: ສູ້ຊົນເຮັດໃຫ້ການຜະລິດສິນຄ້າກະສິກໍາ ມີການຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ ຕິດພັນກັບການປັງປຸງກຸ່ມຊາວກະສິກອນ, ສະມາຄົມຜູ້ຜະລິດ ແລະ ປຸງແຕ່ງກະສິກໍາຢ່າງແຂງແຮງ ເພື່ອເຮັດໃຫ້ການຜະລິດກະສິກໍາເປັນສິນຄ້າສິຶບຕໍ່ຂະຫຍາຍຕົວ ດັ່ງນີ້:
- ຜະລິດເຂົ້າເປັນສິນຄ້າພາຍໃນ ແລະ ສົ່ງອອກໃຫ້ໄດ້ປະມານ 1 ລ້ານໂຕນເຂົ້າເປຶອກ ໂດຍເພີ່ມສັດສ່ວນເຂົ້າຈ້າວກວດເອົາ 35% ໄປຄວບຄູ່ກັບການສົ່ງເສີມການປູກເຂົ້າ ທີ່ມີທ່າແຮງຂອງແຕ່ລະທ້ອງຖິ່ນ ເປັນຕົ້ນເຂົ້າກ່ຳ, ເຂົ້າໄກ່ນ້ອຍ, ການສົ່ງເສີມເຂົ້າພັນປັບປຸງໃໝ່ທີ່ມີຄຸນນະພາບ ແລະ ເປັນທີ່ຕ້ອງການຂອງຕະຫຼາດ ເປັນຕົ້ນ ເຂົ້າທ່າດອກຄໍາ, ເຂົ້າທ່າສະໂນ, ເຂົ້າໂພນງາມ ແລະ ເຂົ້າຫອມອື່ນໆ. ຮັບປະກັນຜົນຜະລິດຕາມາດຕະຖານກະສິກໍາ (GAP) ໂດຍເລັ່ງໃສ່ຕະຫຼາດພາກພື້ນ ແລະ ສາກົນ, ສໍາລັບບັນດາ ທົ່ງພຽງນ້ອຍ ແລະ ທົ່ງພຽງກາງຂອງແຂວງພາກເໜືອ ແມ່ນສຸມໃສ່ຜະລິດເຂົ້າເປັນສິນຄ້າເພື່ອສະໜອງໃຫ້ ສປ ຈີນ ໂດຍນໍາໃຊ້ແນວພັນເຂົ້າທີ່ຕະຫຼາດຈີນຕ້ອງການ;
- ຊຸກຍູ້ການຜະລິດອາຫານສັດໃຫ້ໄດ້ 1.3 ລ້ານໂຕນ, ກາເຟ 120,000 ໂຕນ, ອ້ອຍ 2 ລ້ານໂຕນ, ມັນຕົ້ນ 1.5 ລ້ານໂຕນ, ແລະ ຖົ່ວເຫຼຶອງ 50,000 ໂຕນ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.