ໃນຕອນເຊົ້າຂອງວັນທີ 3 ທັນວາ 2019 ໄດ້ຈັດກອງປະຊຸມຂື້ນທີ່ ຫ້ອງປະຊຸມໃຫຍ່ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງບໍ່ແກ້ວ ໂດຍການເປັນປະທານຮ່ວມ ຂອງ ທ່ານ ນ ພວງພັນ ພູມສະຫວັນ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງບໍ່ແກ້ວ ແລະ ທ່ານ ລໍຈິນເວີຍ ຫົວໜ້າພະແນກການຄ້າ ກິ່ງແຂວງສິບສອງພັນນາ ສປ ຈີນ ເຊິ່ງມີຜູ້ຮ່ວມມາຈາກຂະແໜງການກ່ຽວຂ້ອງ ແລະ ພາກທຸລະກິດຂອງສອງປະເທດ ເຂົ້າຮ່ວມຈໍານວນ 120 ທ່ານ.

ຈຸດປະສົງກອງປະຊຸມພົບປະ ແມ່ນເພື່ອແນໃສ່ເຮັດໃຫ້ການຮ່ວມມືໃນການພັດທະນາເສດຖະກິດ-ສັງຄົມລະຫວ່າງສອງແຂວງ ມີຄວາມແໜ້ນແຟ້ນ ແລະ ຮອບດ້ານເທື່ອລະກ້າວ ເຊິ່ງຝ່າຍລາວ ແມ່ນໄດ້ໄດ້ນໍາສະເໜີບັນດານິຕິກໍາ ແລະ ນະໂຍບາຍຕ່າງໆ ຂອງ ສປປ ລາວ ໃຫ້ຝ່າຍຈີນໄດ້ຮັບຊາບ ເປັນຕົ້ນແມ່ນກົດໝ່າຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍສິ່ງແວດລ້ອມ ແລະ ອື່ນ. ຝ່າຍຈີນ ໄດ້ແຈ້ງໃຫ້ຊາບວ່າ ນັກທຸລະກິດຈີນມີຄວາມສົນໃຈຢາກມາລົງທຶນຢູ່ ແຂວງ ບໍ່ແກ້ວ ໃນແໜງຂະການຕ່າງໆ ໂດຍສະເພາະແມ່ນຂະແໜງກະສິກໍາ ແລະ ອຸດສາຫະກໍາ ເພື່ອຜະລິດສິນຄ້າເພື່ອສົ່ງອອກໄປຕ່າງປະເທດ.

ກອງປະຊຸມພົບປະລະຫວ່າງສອງແຂວງ (ແຂວງບໍ່ແກ້ວ ແລະ ກິ່ງແຂວງສິບສອງພັນນາ) ແມ່ນເປັນຄັ້ງທໍາອິດ ເຊິ່ງມີຄວາມໝາຍຄວາມສໍາຄັນທີ່ສອງຝ່າຍໄດ້ມີໂອກາດມາແລກປ່ຽນຂໍ້ມູນດ້ານການຄ້າ ແລະ ການລົງທຶນເຊິ່ງກັນ ແລະ ກັນ ໂດຍສະເພາະ ແມ່ນສ້າງຄວາມເຂົ້າໃຈ ແລະ ເຊື່ອມຊືມຜູ້ປະກອບການ ກໍາໄດ້ບັນດານິຕິກໍາ ແລະ ແນວທາງນະໂບບາຍ ເພື່ອນໍາໄປຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ.

ການຮ່ວມມືລະຫວ່າງສອງຝ່າຍ ແມ່ນການຂຸດຄົ້ນທ່າແຮງບົມຊ້ອນຂອງອິກຝ່າຍ ເຊິ່ງຜົນລັບແມ່ນຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດສູງສຸດ”. ເຊິ່ງແຂວງບໍ່ແກ້ວ ມີທ່າແຮງບົມຊ້ອນເຊັ່ນວ່າ: ທີ່ດິນເພື່ອການຜະລິດກະສິກໍາ, ທາງຄົມມະນາຄົມສະດວກ, ແລະ ສະພາບອາກາດເໝາະສົມໃນການຜະລິດສິນຄ້າກະສິກໍາ ແລະ ອຸດສາຫະກໍາ. ກິ່ງແຂວງສິບສອງພັນນາ ມີເຕັກນິກໃນການຜະລິດກະສິກໍາທີ່ທັນສະໄໝ, ມີແຫຼ່ງທຶນທີ່ໝັ້ນຄົງ ແລະ ມີຕະຫຼາດຮອງຮັບສິນຄ້າທີ່ຍືນຍົງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.