ກົດໝາຍ ວ່າດ້ວຍ ອາກອນລາຍໄດ້ ເລກທີ 67/ສພຊ ວັນທີ 18 ມິຖຸນາ 2019 ມີຈຸດປະສົງເພື່ອກໍານົດ ຫລັກການ, ລະບຽບການ, ວິທີການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານອາກອນລາຍໄດ້ ເພື່ອໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ, ຊຸກຍູ້ສົ່ງເສີມ ໃຫ້ຜູ້ມີລາຍໄດ້ ຕ້ອງປະຕິບັດພັນທະຂອງຕົນຕໍ່ລັດ, ການດໍາເນີນທຸລະກິດ, ນະວັດຕະກໍາ ໃຫ້ມີການຂະຫຍາຍຕົວໄປຕາມທິດຍືນຍົງ, ດັດສົມລາຍໄດ້ໃນສັງຄົມ ແນ່ໃສ່ເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ໂປ່ງໃສ ແລະ ຍຸຕິທໍາ, ສ້າງເງື່ອນໄຂໃຫ້ແກ່ການເຊື່ອມໂຍງເຂົ້າກັບ ພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ອາກອນລາຍໄດ້: ແມ່ນ ພັນທະເປັນເງິນ ທີ່ເກັບຈາກ ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທີ່ມີລາຍໄດ້ ເຊິ່ງວ່າອາກອນລາຍໄດ້ ປະກອບດ້ວຍ ອາກອນລາຍໄດ້ວິສາຫະກິດ ແລະ ອາກອນລາຍໄດ້ບຸກຄົນ.

ອາກອນລາຍໄດ້ວິສາຫະກິດ: ແມ່ນອາກອນທີ່ເກັບຈາກກໍາໄລສຸດທິຂອງວິສາຫະກິດ ແລະ ລາຍໄດ້ຂອງຈຸນລະວິສາຫະກິດ ທີ່ດໍາເນີນທຸລະກິດ ຢູ່ພາຍໃນ ຫລື ຕ່າງປະເທດ. ອາກອນລາຍໄດ້ວິສາຫະກິດໄດ້ແບ່ງອອກເປັນສອງປະເພດກໍ່ຄື: ອາກອນກໍາໄລ ແລະ ອາກອນລາຍໄດ້ຂອງຈຸນລະວິສາຫະກິດ. ເຊິ່ງມີເນື້ອໃນດັ່ງນີ້:

ອາກອນກໍາໄລ ໄດ້ມີຂໍ້ກໍານົດພື້ນຖານຄິດໄລ່ອາກອນກໍາໄລ ດັ່ງນີ້: ສໍາລັບ ຜູ້ດໍາເນີນທຸລະກິດ ທີ່ຖືບັນຊີຖືກຕ້ອງຕາມມາດຕະຖານການລາຍງານການເງິນ ແມ່ນ ກໍາໄລດ້ານສ່ວຍສາອາກອນ ເຊິ່ງຈະໄດ້ຄິດໄລ່ ສ່ວນຜິດດ່ຽງ ລະຫວ່າງ ລາຍຮັບທຸລະກິດປະຈໍາປີ ລົບໃຫ້ ລາຍຈ່າຍປະຈໍາປີ ທີ່ອະນຸຍາດໃຫ້ເປັນລາຍຈ່າຍທາງດ້ານສ່ວຍສາອາກອນ. ກໍາໄລດ້ານການບັນຊີ ບວກ ລາຍການທີ່ບໍ່ອະນຸຍາດໃຫ້ເປັນລາຍຈ່າຍດ້ານສ່ວຍສາອາກອນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 18 ຂອງກົດໝາຍສະບັບນີ້. ສໍາລັບ ຜູ້ດໍາເນີນທຸລະກິດ ທີ່ຖືບັນຊີບໍ່ຖືກຕ້ອງ ຫລື ບໍ່ຄົບຖ້ວນ ແລະ ຜູ້ບໍ່ມີພູມລໍາເນົາ ທີ່ບໍ່ສ້າງຕັ້ງວິສາຫະກິດຢູ່ ສປປ ລາວ ແມ່ນ ກໍາໄລລວມແບບບັງຄັບ ເຊິ່ງແມ່ນ ລາຍຮັບທຸລະກິດປະຈໍາປີ ຄູນກັບ ອັດຕາສ່ວນກໍາໄລລວມແບບບັງຄັບ ແລະ ມີອັດຕາຄິດໄລ່ດັ່ງນີ້:

(1) ເຈັດ ສ່ວນຮ້ອຍ ສໍາລັບການຜະລິດດ້ານກະສິກໍາ ແລະ ຫັດຖະກໍາ.

(2) ສິບ ສ່ວນຮ້ອຍ ສໍາລັບການຜະລິດດ້ານອຸດສາຫະກໍາ ແລະ ອຸດສາຫະກໍາປຸງແຕ່ງອື່ນ.

(3) ສິບຫ້າ ສ່ວນຮ້ອຍ ສໍາລັບການຄ້າ ແລະ ການບໍລິການ.

 

ອາກອນລາຍໄດ້ຂອງຈຸນລະວິສາຫະກິດ ແມ່ນ ອາກອນທີ່ເກັບຈາກການດໍາເນີນທຸລະກິດຂອງຈຸນລະວິສາຫະກິດ ຊຶ່ງໃຫ້ເສຍອາກອນລາຍໄດ້ໃນອັດຕາ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 29 ຂອງກົດໝາຍສະບັບນີ້ ເຊິ່ງອັດຕາອາກອນລາຍໄດ້ຂອງຈຸນລະວິສາຫະກິດ ມີດັ່ງນີ້: ສໍາລັບຜູ້ມີລາຍຮັບປະຈໍາປີ ແຕ່ 50.000.000 ກີບ ລົງມາ ແມ່ນ ໃຫ້ຍົກເວັ້ນການເສຍອາກອນ. ສໍາລັບຜ ້ທີ່ມີລາຍຮັບປະຈໍາປີ ແຕ່ 50.000.001 ກີບ ຫາ 400.000.000 ກີບ ໃຫ້ປະຕິບັດອັດຕາອາກອນ ດັ່ງນີ້:

(1) ອັດຕາ 1% (ໜຶ່ງສ່ວນຮ້ອຍ) ສໍາລັບການຜະລິດ ກະສິກໍາ, ອຸດສາຫະກໍາ ແລະ ການຜະລິດອື່ນ.

(2) ອັດຕາ 2% (ສອງສ່ວນຮ້ອຍ) ສໍາລັບການຄ້າ.

(3) ອັດຕາ 3% (ສາມສ່ວນຮ້ອຍ) ສໍາລັບການບໍລິການ.

 

ອາກອນລາຍໄດ້ບຸກຄົນ ແມ່ນ ອາກອນທີ່ເກັບຈາກບຸກຄົນ ແລະ ການຈັດຕັ້ງທີ່ບໍ່ດໍາເນີນທຸລະກິດທີ່ມີລາຍໄດ້ ຢູ່ ສປປ ລາວ ຫລື ຕ່າງປະເທດ ຕາມທີ່ໄດ້ກໍານົດໄວ້ໃນ ມາດ 34 ແລະ ມາດຕາ 46 ຂອງກົດໝາຍສະບັບນີ້. ໃນນັ້ນໄດ້ແບ່ງອອກເປັນສອງປະເພດອາກອນລາຍໄດ້ບຸກຄົນກໍ່ຄື: ອາກອນລາຍໄດ້ບຸກຄົນ ສໍາລັບຜູ້ມີພູມລໍາເນົາ ແລະ ອາກອນລາຍໄດ້ບຸກຄົນ ສໍາລັບຜູ້ບໍ່ມີພູມລໍາເນົາ.

ອາກອນລາຍໄດ້ບຸກຄົນ ສໍາລັບຜູ້ມີພູມລໍາເນົາ ແມ່ນຜູ້ມີທີ່ຢູ່ຖາວອນ, ດໍາລົງຊີວິດ, ທໍາມາຫາກິນ ຫລື ດໍາເນີນທຸລະກິດ ຢູ່ ສປປ ລາວ. ມີຕາຕະລາງອັດຕາຄິດໄລ່ດັ່ງນີ້:

 

ອາກອນລາຍໄດ້ບຸກຄົນ ສໍາລັບຜູ້ບໍ່ມີພູມລໍາເນົາ ແມ່ນຜູ້ທໍາມາຫາກິນ ຫລື ດໍາເນີນທຸລະກິດ ຢູ່ ສປປ ລາວ ແຕ່ບໍ່ດໍາລົງຊີວິດ ແລະ ບໍ່ມີທີ່ຢູ່ຖາວອນ. ມີຕາຕະລາງອັດຕາຄິດໄລ່ດັ່ງນີ້:

ລາຍລະອຽດ ກົດໝາຍ ວ່າດ້ວຍອາກອນລາຍໄດ້ ເລກທີ 67/ສພຊ ວັນທີ 18 ມິຖຸນາ 2019 ກະລຸນາກົດ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.