ກົດໝາຍ ວ່າດ້ວຍອາກອນຊົມໃຊ້ ເລກທີ 68/ສພຊ ວັນທີ 19 ມິຖຸນາ 2019 ເພື່ອກໍານົດ ຫຼັກການ, ລະບຽບການ, ວິທີການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານອາກອນຊົມໃຊ້ ເພື່ອໃຫ້ວຽກງານດັ່ງກ່າວມີ ປະສິດທິພາບ ແລະ ປະສິດທິຜົນແນໃສ່ ເກັບລາຍຮັບ ແລະ ມອບພັນທະເຂົ້າງົບປະມານແຫ່ງລັດໃຫ້ ຖືກຕ້ອງ ແລະ ຄົບຖ້ວນ, ດັດສົມການຊົມໃຊ້ ໃນສັງຄົມ, ປົກປ້ອງສຸຂະພາບຂອງພົນລະເມືອງ ແລະ ປົກປັກຮັກສາສິ່ງແວດລ້ອມ, ສ້າງເງື່ອນໄຂໃຫ້ ແກ່ການເຊື່ອມໂຍງ ເຂົ້າກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມຂອງຊາດ.

       ການເກັບອາກອນຊົມໃຊ້ ແມ່ນ ການເກັບອາກອນຈາກ ການຊົມໃຊ້ບາງປະເພດສິນຄ້າ ທີ່ນໍາເຂົ້າ ຫຼື ຜະລິດພາຍໃນ ຫຼື ການບໍລິການ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢູ່ພາຍໃນປະເທດ ຕາມອັດຕາທີ່ກໍານົດໃນກົດໝາຍສະບັບນີ້. ຜູ້ມອບອາກອນຊົມໃຊ້ ແມ່ນ ຜູ້ນໍາເຂົ້າສິນຄ້າ, ຜູ້ຜະລິດສິນຄ້າ, ຜູ້ສະໜອງການບໍລິການ ແລະ ຜູ້ໃຊ້ບໍລິການຈາກຜູ້ບໍ່ມີພູມລໍາເນົາ.

       ບັນດາສິນຄ້າ ແລະ ການບໍລິການ ທີ່ຕ້ອງເສຍອາກອນຊົມໃຊ້ ເຊັ່ນ: ນໍ້າມັນເຊື້ອໄຟ, ພາຫະນະ ທີ່ເປັນ ລົດຈັກ ແລະ ລົດໃຫຍ່, ຊິ້ນສ່ວນປະກອບພາຫະນະ, ເຫຼົ້າ ແລະ ເຄື່ອງດື່ມທີ່ມີທາດເຫລົ້າ, ຢາສູບ ທີ່ ເປັນເສັ້ນ, ເປັນຊອງ, ຢາຊີກາ, ຢາສູບໄຟຟ້າ ແລະ ນໍ້າຫອມ, ຜະລິດຕະພັນເຄື່ອງສໍາອາງ, ອຸປະກອນຮັບໃຊ້ການເສີມສວຍ ແລະ ເສີມຄວາມງາມ.  ນອກຈາກນີ້, ການບໍລິການ ທີ່ຕ້ອງເສຍອາກອນຊົມໃຊ້ ເຊັ່ນ: ການບັນເທີງ,ໂຮງເຕັ້ນລໍາ, ດິດສະໂກ້ເທັກ, ຄາຣາໂອເກະ, ກິດຈະການໂບລິ້ງ, ກິດຈະການສັນຍະກໍາເສີມຄວາມງາມ, ກິດຈະການການບໍລິການໂທລະສັບ, ສັນຍານໂທລະພາບສາຍໄຍ, ສັນຍານໂທລະພາບດິຈິຕອນ, ກິດຈະການການບໍລິການອິນເຕີເນັດ ແລະ ກິດຈະການສະໜາມກ໊ອຟ.

       ສ່ວນສິນຄ້າ ແລະ ການບໍລິການ ທີ່ຖືກຍົກເວັ້ນອາກອນຊົມໃຊ້ ເຊັ່ນ: ເຫຼົ້າສໍາລັບຮັບໃຊ້ວຽກງານການແພດສະເພາະ, ລົດ ແລະ ເຄື່ອງຮັບໃຊ້ທີ່ນໍາເຂົ້າໂດຍສະຖານທູດ, ສະຖານກົງສູນໃຫຍ່ ແລະ ອົງການຈັດຕັ້ງສາກົນປະຈໍາຢູ່ ສປປ ລາວ ຕາມລະບຽບການ, ບັ້ງໄຟ, ດອກໄມ້ໄຟ, ໝາກກະໂພກ ທີ່ການຈັດຕັ້ງຂອງລັດນໍາເຂົ້າ ເພື່ອມາຮັບໃຊ້ງານສະເຫຼີມສະຫຼອງງານສໍາຄັນຕ່າງໆ ທີ່ເປັນທາງການ, ກົນຈັກຮັບໃຊ້ສະເພາະການຜະລິດກະສິກໍາ, ລົດກົນຈັກໜັກ ເຊັ່ນ: ລົດດຸດ, ລົດໂລ, ລົດຈົກ, ລົດຕັກ, ລົດເກດ, ລົດຕອກເສົາເຂັມ ທີ່ຮັບໃຊ້ການຜະລິດໂດຍກົງ ແລະ ເປັນຊັບສົມບັດຄົງທີ່ ແລະ ພາຫະນະທີ່ນໍາເຂົ້າຊົ່ວຄາວ ເພື່ອຮັບໃຊ້ໂຄງການຕາມສັນຍາການລົງທືນ.

 

ລາຍລະອຽດ ກົດໝາຍ ວ່າດ້ວຍອາກອນຊົມໃຊ້ ເລກທີ 68/ສພຊ ວັນທີ 19 ມິຖຸນາ 2019 ກະລຸນາກົດ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.