ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ດໍາເນີນການເກັບກໍາສະຖິຕິໂຮງງານສໍາເລັດໃນທ້າຍປີ 2016. ໃນ 18 ແຂວງທົ່ວປະເທດ ມີຈໍານວນ 13,148 ໂຮງງານ ແລະ ລວມເປັນເງິນລົງທຶນແມ່ນປະມານ 18,549 ຕື້ກີບ. ການເກັບກໍາຂໍ້ມູນສະຖິຕິແມ່ນເນັ້ນໃສ່ຈໍານວນໂຮງງານທີ່ມີການເຄື່ອນໄຫວ, ປະເພດການຜະລິດ ແລະ ປະເພດການລົງທຶນທັງພາຍໃນ ແລະ ຕ່າງປະເທດ. ໃນນັ້ນ, ການຜະລິດສະບຽງອາຫານ ມີຈໍານວນ 7,571 ໂຮງງານ, ການຜະລິດຜະລິດຕະພັນແຮ່ທາດອື່ນໆ ທີ່ບໍ່ແມ່ນໂລຫະ ມີຈໍານວນ 1,315 ໂຮງງານ ແລະ ການຜະລິດເຄື່ອງດື່ມ ມີຈໍານວນ 813 ໂຮງງານ. ນອກຈາກນັ້ນຈໍານວນໂຮງງານທັງໝົດທີ່ກ່ວາມານັ້ນ ແມ່ນມີ ໂຮງງານທີ່ລົງທຶນໂດຍຕ່າງປະເທດ ມີ 354, ໂຮງງານຮ່ວມມທຶນມີ 2,115 ແລະ ໂຮງງານທີ່ຄົນລາວເປັນເຈົ້າຂອງແມ່ນ 10,679 (ລາຍລະອຽດ ຕາຕະລາງ 7 ຈໍານວນໂຮງງານ ແບ່ງຕາມອັດຕາສ່ວນການສົ່ງອອກ) ແລະ ອັດຕາສ່ວນໂຮງງານ ແບ່ງຕາມການລົງທຶນ (ແຜນວາດ 10. ອັດຕາສ່ວນໂຮງງານ ແບ່ງຕາມແຫລ່ງທຶນ).

     

 

        ຂໍ້ມູນເພີ່ມເຕີບຂອງມູນຄ່າການລົງທືນ

       ການສົມທຽບການສົ່ງອອກສິນຄ້າອຸດສາຫະກໍາ ກັບອາຊຽນ ແມ່ນ ປະເທດລາວຍັງມີການສົ່ງອອກທີ່ນ້ອຍສຸດຖ້າປຽບທຽບກັບບັນດາປະເທດໃນພາກພື້ນອາຊີ ທີ່ມີຊາຍແດນຕິດຈອດກັນ ແລະ ເປັນປະເທດບ້ານໃກ້ເຮືອນຄຽງ ເຊັ່ນ ປະເທດໄທ, ຫວຽດນາມ, ກໍາປູເຈຍ, ມາເລເຊຍ ແລະ ຟີລິບປີນ. ເຖິງຢ່າງໄດກໍ່ດີ ມູນຄ່າການສົ່ງອອກແມ່ນມີການຂະຫຍາຍເຕີບໂຕຂື້ນໄປແຕ່ລະປີກໍ່ຄື ມູນຄ່າການສົ່ງອອກອຸດສາຫະກໍາ ໃນປີ 2010 ແມ່ນປະມານ 1,425 ລ້ານໂດລາສະຫະລັດ ແລະ ໃນປີ 2016 ມີມູນຄ່າມີປະມານ 2,277 ລ້ານໂດລາສະຫະລັດ (ລາຍລະອຽດ. ຕາຕະລາງ 8 ມູນຄ່າສົ່ງອອກສິນຄ້າອຸດສາຫະກໍາປະເທດສໍາຄັນໃນອາຊີ ປີ 2010-2016 ໜ້າທີ 27 ຂອງບົດລາຍງານ).

       ໃນນັ້ນ, ປະເພດສິນຄ້າອຸດສາຫະກໍາສົ່ງອອກຫລັກ ແມ່ນມີ 35 ປະເພດລາຍການ ລວມມູນຄ່າການສົ່ງອອກໃນປີ 2016 ແມ່ນມີປະມານ 4,236 ລ້ານໂດລາສະຫະລັດ ເຊິ່ງວ່າ ລາຍການທີ່ໄດ້ສົ່ງອອກສູງສຸດແມ່ນ ໄຟຟ້າ, ແກ້ສ ແລະ ການສະໜອງອາຍນໍ້າ ມີມູນຄ່າປະມານ 1,033 ລ້ານໂດລາສະຫະລັດ, ການຂຸດຄົ້ນແຮ່ທາດອື່ນໆ ມີມູນຄ່າປະມານ 731 ລ້ານໂດລາສະຫະລັດ ແລະ ການຜະລິດສະບຽງອາຫານ 483 ລ້ານໂດລາສະຫະລັດ (ລາຍລະອຽດເພີ່ມເຕີບ ກະລຸນາອ່ານ ຕາຕະລາງ 10 ມູນຄ່າການສົ່ງອອກສິນຄ້າອຸດສາຫະກໍາ ແບ່ງຕາມລະຫັດ ISIC ປີ 2010-2016 - ຫນ້າທີ 31 ຂອງບົດລາຍງານ)

       ພ້ອມດຽວກັນນີ້, ການຜະລິດຂອງອຸດສາຫະກໍາປຸງແຕ່ງ ກໍ່ມີທ່າອ່ຽງຂະຫຍາຍໂຕຂື້ນໄປແຕ່ລະບາດກ້າວ. ອີງຕາມຂໍ້ມູນການສໍາຫລວດອຸດສາຫະກໍາປຸງແຕ່ງ (National Survey of Manufacturing Establishment) ແມ່ນເກັບກໍາມູນຄ່າການຜະລິດຂອງ ໂຮງງານອຸດສາຫະກໍາ (Gross Output) ປະມານ 26,000 ຕື້ກີບ ແລະ ສາມາດສ້າງມູນຄ່າເພີ່ມ (Value Added - VA) ແມ່ນປະມານ 15,000 ຕື້ກີບ ໃນນັ້ນກວມເອົາມູນຄ່າເພີ່ມຫລາຍສຸດຈາກ ການຜະລິດເຄື່ອງດື່ມ ປະມານ 3,281 ຕື້ກີບ ແລະ ການຜະລິດຜະລິດຕະພັນແຮ່ທາດອື່ນໆ ທີ່ບໍ່ແມ່ນໂລຫະ ແມ່ນມີ ປະມານ 3,135 ຕື້ກີບ (ລາຍລະອຽດ ຕາຕະລາງ 12 ມູນຄ່າຜົນຜະລິດ, ຄ່າໃຊ້ຈ່າຍຂັ້ນກາງ ແລະ ມູນຄ່າເພີ່ມຂອງແຕ່ລະອຸດສາຫະກໍາ - ໜ້າທີ 39 ຂອງບົດລາຍງານ).

       ການວ່າແຈ້ງແຮງງານທັງໝົດມີ 118,585 ຄົນ (72,676 ຊາຍ) ແລະ ແຮງງານຝ່າຍຜະລິດມີ 77,288 ຄົນ (42,519 ຊາຍ). ໃນນັ້ນ, ອຸດສາຫະກໍານຸ່ງຫົ່ມ ທີ່ເປັນໂຮງຈັກໂຮງງານ ແມ່ນມີອັດຕາຈ້າງງານສູງສຸດທີ່ 26,054 ຄົນ ຄິດໄລ່ເປັນມູນຄ່າເງິນເດືອນແມ່ນ ປະມານ 316 ຕື້ກີບ ແລະ ສະຫວັດດີການອື່ນໆ ປະມານ 15 ຕື້ກີບ. ຮອງມາແມ່ນການຜະລິດສະບຽງອາຫານທີ່ມີຫລາກຫລາຍປະເພດອາຫານຍ່ອຍ ແມ່ນມີ 34,488 ຄົນ ຄິດໄລ່ເປັນມູນຄ່າເງິນເດືອນແມ່ນປະມານ 148 ຕື້ກີບ ແລະ ສະຫວັດດີການອື່ນໆ ປະມານ 2 ຕື້ກີບ (ລາຍລະອຽດ ຕາຕະລາງ 14 ການຈ້າງງານ, ຄ່າຈ້າງ ແລະ ສະຫວັດດີການ ແບ່ງຕາມປະເພດອຸດສາຫະກໍາ - ຫນ້າທີ 44 ຂອງບົດລາຍງານ).

 

       ລາຍລະອຽດ ກະລຸນາກົດ ບົດລາຍງານການພັດທະນາອຸດສາຫະກໍາຂອງ ສປປ ລາວ ປະຈໍາປີ 2017

       ແຫລ່ງຂ່າວ:  ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ

http://www.dih.gov.la/%e0%ba%81%e0%ba%b2%e0%ba%99%e0%bb%80%e0%ba%84%e0%ba%b7%e0%bb%88%e0%ba%ad%e0%ba%99%e0%bb%84%e0%ba%ab%e0%ba%a7%e0%ba%81%e0%ba%bb%e0%ba%a1/121/

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.