ໃນວັນທີ 18 ທັນວາ 2019 ທີ່ໂຮງແຮມດອນຈັນພາເລດສ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໂດຍໄດ້ຮັບທຶນສະໜັບສະໜູນຈາກ ໂຄງ​ການ​ສົ່ງ​ເສີມ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ ແລະ ການ​ຄ້າ ຂອງ ສ​ປ​ປ ລາວ – LCT ໃນການຈັດກອງປະຊຸມເຜີຍແຜ່ ຜົນສະຫລຸບການຈັດຕັ້ງປະຕິບັດຕາມ ຄໍາສັ່ງຂອງ ທ່ານ ນາຍົກລັດຖະມົນຕີ ເລກທີ 12/ນຍ ວ່າດ້ວຍ ການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ ແລະ ເລກທີ 02/ນຍ ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ແລະ ແຜນການຈັດຕັ້ງປະຕິບັດ.

 

       ກອງປະຊຸມແມ່ນແບ່ງອອກເປັນສອງພາກ ກໍ່ຄືພາກເຊົ້າ ແລະ ພາກບ່າຍ. ໂດຍໄດ້ຮັບກຽດເປັນປະທານໃນພາກເຊົ້າແມ່ນ ທ່ານ ບຸນມີ ມະນີວົງ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ຮອງຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ. ການດໍາເນີນງານໃນພາກເຊົ້າແມ່ນສາມາດສັງລວມ ແລະ ຮີບໂຮມ ຄວາມສະດວກ ແລະ ຂໍ້ຫຍຸ້ງຍາກ ອັນພົ້ນເດັ່ນຈາກຂະແໜງການທີ່ກ່ຽວຂ້ອງຂອງ ຈາກສູນກາງ ແລະ ແຂວງຕ່າງໆ ເພື່ອຈະໄດ້ລາຍງານ ໃນພາກບ່າຍຂອງວັນດຽວກັນໃຫ້ ທ່ານຮອງນາຍົກລັດຖະມົນຕີ ແລະ ແຂກທີ່ຖືກເຊີນ ໄດ້ຮັບຊາບ ແລະ ຮັບຟັງທິດຊີ້ນໍາເພີ່ມເຕີບໃນການປັບປຸງແກ້ໄຂບັນຫາທີ່ໄດ້ສະເໜີ.

       ສັງລວມບັນຫາຫລັກໆໄດ້ດັ່ງນີ້:

1. ເຖິງວ່າຈະມີ ແບບຟອມ ແລະ ນິຕິກໍາ ເພື່ອອໍານວຍຄວາມສະດວກທາງການຄ້າ ແຕ່ກົນໄກການປະສານງານ ແລະ ລະບຽບການຂອງພາກສ່ວນທີ່ກ່ຽວຂ້ອງຍັງແຕກຕ່າງ ບໍ່ເປັນເອກະພາບ ເຊິ່ງເຮັດໃຫ້ມີຄວາມຊັກຊ້າ ໃນການອະນຸຍາດສິນຄ້າຜ່ານແດນ ແລະ ປະສິດທິພາບໃນການເຮັດວຽກຂອງເຈົ້າໜ້າທີ່ກໍ່ຍັງບໍ່ສູງບໍ່ໄດ້ຕາມຄາດໝາຍ.

2. ຜູ້ປະກອບການ ແລະ ຫົວໜ່ວຍພາກທຸລະກິດ ບາງຈໍານວນ ບໍ່ໃຫ້ການຮ່ວມມືເທົ່າທີຄວນ ໃນການສະໜອງຂໍ້ມູນ ແລະ ການເຂົ້າຮ່ວມຮັບຟັງການເຜີຍແຜ່ລະບຽບການຕ່າງໆ.

3. ບາງແຂວງແມ່ນມີເຂດຊາຍແດນຕິດກັບຊ່ອງແຄບ ເຊິ່ງເຮັດໃຫ້ການຄຸ້ມຄອງສິນຄ້າ ບໍ່ໄດ້ປະສິດທິພາບເທົ່າທີ່ຄວນ ໃນການຄຸ້ມຄອງ ແລະ ຫລຸດຜ່ອນ ການລັກລອບນໍາເຂົ້າ ແລະ ສົ່ງອອກຫລາຍສິນຄ້າ ແບບຜິດກົດໝາຍ.

4. ບາງແຂວງແມ່ນມີພຽງດ່ານທ້ອງຖີ່ນ ຫລື ປະເພນີ ທີ່ຕິດກັບດ່ານສາກົນຂອງປະເທດເພື່ອນບ້ານ ເຊິ່ງເຮັດໃຫ້ການອອກໃບອະນຸຍາດທາງຝ່າຍລາວພົບຄວາມຫຍຸ້ງຍາກ ເນື່ອງຈາກວ່າດ່ານສາກົນຂອງອີກຝ່າຍ ບໍ່ຮັບເອກະສານຈາກດ່ານທ້ອງຖີ່ນຈາກຝັ່ງປະເທດລາວ.

 

 

 

5. ເອກະສານບາງປະເພດບໍ່ສາມາດອະນຸຍາດຢູ່ກັບດ່ານໄດ້ ແຕ່ຕ້ອງໄປຂໍອະນຸຍາດຈາກພະແນກທີ່ກ່ຽວຂ້ອງ ເຊິ່ງເຮັດໃຫ້ສີ້ນເປືອງເວລາໃນການພົວພັນແລ່ນເອກະສານ ແລະ ເພີ່ມຂັ້ນຕອນໃຫ້ຫລາຍຂື້ນກ່ວາເກົ່າ.

6. ບາງສິນຄ້າຄວນຍົກເວັ້ນໃບຢັ້ງຢືນຄຸນະພາບສິນຄ້າ ເຊິ່ງເປັນອີກຂອດສ້າງຄວາມຊັກຊ້າ ແລະ ເພີ່ມຂັ້ນຕອນ.

7. ການເຄື່ອນຍ້າຍສິນຄ້າພາຍໃນປະເທດ ແຕ່ແຂວງຫາແຂວງ ແມ່ນຍັງບໍ່ເປັນເອກະພາບກັນ ໃນດ້ານການຂໍໃບອະນຸຍາດ ແລະ ເອກະສານຢັ້ງຢືນອື່ນໆ.

 

8. ການຄຸ້ມຄອງການເຄື່ອນຍ້າຍ ແລະ ລົດຂົນສົ່ງແມ່ນຍັງມີ ຊ່ອງຫວ່າງຫລາຍ ໂດຍສະເພາະລົດຂົນສົ່ງຕ່າງປະເທດແມ່ນສາມາດເຂົ້າມາປະເທດລາວໄດ້ ແຕ່ໃນທາງກົງກັນຂ້າມລົດຂົນສົ່ງຈາກປະເທດລາວ ແມ່ນຖືກຈໍາກັດບໍ່ອະນຸຍາດເຂົ້າປະເທດອື່ນໄດ້. ນອກຈາກນັ້່ນ, ການນໍາເຂົ້າ ແລະ ສົ່ງອອກສິນຄ້າ ໄປ ສປ ຈີນ ແມ່ນຍັງມີຂໍ້ຈໍາກັດໃນການຂໍໂຄຕ້າຈາກ ບໍລິສັດຜູ້ຕາງໜ້າຂອງ ສປ ຈີນ ໄດ້ພຽງບໍລິສັດດຽວ ເຊິ່ງຝ່າຍລາວຈະຖືກເປັນຝ່າຍເສຍປຽບທາງດ້ານການເຈລະຈາ ລາຄາສິນຄ້າ ແລະ ການຂົນສົ່ງ.

9. ຍັງມີດ່ານກວດກາ ແລະ ເກັບຄ່າທໍານຽມ ຈາກຂະແໜງການອື່ນ ເຊັ່ນ ປກສ ແຂວງ.

10. ການປະມູນໄມ້ຍັງມີຫລາຍຂັ້ນຕອນ ແລະ ເສຍເວລາໃນການເຈລະຈາລາຄາກັບໄປກັບມາ ລະຫວ່າງພາກສ່ວນທີ່ກ່ຽວຂ້ອງຂອງລັດ ແລະ ເອກະຊົນທີ່ເຂົ້າຮ່ວມປະມູນນັ້ນ.

       ໃນພາກບ່າຍ ແມ່ນໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ. ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ. ເຊິ່ງໄດ້ມີການສືບຕໍ່ປະກອບຄໍາເຫັນຈາກພາກເຊົ້າ ໂດຍບັນດາກະຊວງທີ່ກ່ຽວຂ້ອງ ແລະ ບັນດາທ່ານຮອງເຈົ້າແຂວງ. ໃນຕອນທ້າຍຂອງພິທີປິດກອງປະຊຸມ ທ່ານຮອງນາຍົກ ກໍ່ໄດ້ຮັບຟັງເຖິງ ຂໍ້ສະດວກ ແລະ ຫຍຸ້ງຍາກຕ່າງໆ ໃນການອໍານວຍຄວາມສະດວກທາງການຄ້າ ແລະ ມີທິດຊີ້ນໍາໃນການປັບປຸງ ແລະ ແກ້ໄຂ ບັນຫາຕ່າງໆທີ່ໄດ້ສະເໜີມານັ້ນ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.