ໃນພິທີເປີດງານວາງສະແດງສິນຄ້ານຳເຂົ້າສາກົນ ຄັ້ງທີ 2 ທີ່ໄດ້ຈັດຂື້ນຢູ່ ສປ ຈີນ, ທ່ານປະທານປະເທດ ສີຈິ້ນຜິງ ໄດ້ປະກາດໃນເດືອນພະຈິກທີ່ຜ່ານມານີ້ວ່າ ປະເທດຈີນ ຈະຫຼຸດພາສີ ແລະ ຄ່າໃຊ້ຈ່າຍທີ່ຕິດພັນກັບການນຳເຂົ້າ ເພື່ອສົ່ງເສີມການນໍາເຂົ້າຜະລິດຕະພັນ ແລະ ການບໍລິການທີ່ມີຄຸນນະພາບສູງຈາກຕ່າງປະເທດ. ການຫຼຸດຜ່ອນພາສີແມ່ນມາດຕະການທີ່ສຳຄັນ ສຳລັບ ສປ ຈີນ ທີ່ຈະສືບຕໍ່ປະຕິບັດຕາມຄຳໝັ້ນສັນຍາຂອງຕົນໃນການຂະຫຍາຍການເປີດກວ້າງ ແລະ ແບ່ງປັນເງິນປັນຜົນກັບປະເທດຕ່າງໆທົ່ວໂລກ.

ພາບປະກອບຈາກອີນເຕີເນັດ

     

 ເມື່ອບໍ່ດົນມານີ້, ຄະນະກຳມະການພາສີ ຂອງ ສະພາລັດຖະບານ ສປ ຈີນ ໄດ້ອອກແຈ້ງການຫຼຸດຜ່ອນພາສີນຳເຂົ້າ ແລະ ຈະມີຜົນບັງຄັບໃຊ້ໃນການປັບຫລຸດອັດຕາພາສີ ໂດຍອີງໃສ່ສິນຄ້າບາງປະເພດ ທີ່ແຕກຕ່າງກັນໄປ ເຊັ່ນ:

       ເລີ່ມແຕ່ວັນທີ 1 ມັງກອນປີ 2020, ສິນຄ້າບໍລິໂພກຈຳນວນໜຶ່ງ ເຊັ່ນ ໝາກອາໂວກາໂດແຊ່ແຂງ, ນໍ້າໝາກກ້ຽງທີ່ບໍ່ແຊ່ແຂງ ແລະ ອັດຕາພາສີນຳເຂົ້າ ຊີ້ນໝູແຊ່ແຂງ ໄດ້ຫຼຸດລົງຈາກ 12% ມາເປັນ 8% ດ້ວຍສາເຫດຫລັກແມ່ນ ການລະບາດຮຸນແຮງຈາກພະຍາດອະຫິວາອາຟິກາ ທີ່ເຮັດໃຫ້ຕະຫລາດບໍລິໂພກຢູ່ ຈີນ ຂາດຊີ້ນໝູ ແລະ ລາຄາກໍ່ກະໂດດຂື້ນສູງ ຈຶ່ງເຮັດໃຫ້ ສປ ຈີນ ຊອກແນວທາງແກ້ໄຂໃນການຕອບສະໜອງຜູ້ບໍລິໂພກພາຍໃນ ໃຫ້ພຽງພໍ ແລະ ປອດໄພ. ນອກຈາກນັ້ນ, ຍັງມີການຫລຸດອັດຕາພາສີນຳເຂົ້າ ອຸປະກອນນໍາໃຊ້ຕ່າງໆ, ຊິ້ນສ່ວນ ແລະ ວັດຖຸດິບເຊັ່ນ: ຜະລິດຕະພັນໄມ້ ແລະ ເຈ້ຍຫລາຍກວ່າ 150 ຊະນິດ;

ພາບປະກອບຈາກອີນເຕີເນັດ

     

 ເລີ່ມແຕ່ວັນທີ 1 ກໍລະກົດປີ 2020, ສປ ຈີນ ຈະຫຼຸດພາສີສຳລັບຜະລິດຕະພັນເຕັກໂນໂລຢີ ທີ່ກ່ຽວຂ້ອງກັບຂໍ້ມູນຂ່າວສານ ໃນການຕອບສະໜອງ ຄວາມຕ້ອງການຂອງຊີວິດການເປັນຢູ່ ແລະ ໃນທ້ອງຕະຫຼາດ ຂອງປະຊາຊົນຈີນ ໃນການສົ່ງເສີມການພັດທະນາອຸດສາຫະກຳເຕັກໂນໂລຢີໃຫ້ສູງຂື້ນ ແລະ ເພີ່ມປະສິດທິພາບຂອງໂຄງປະກອບອຸດສາຫະກຳ.

ພາບປະກອບຈາກອີນເຕີເນັດ

     

 ນອກຈາກນັ້ນ, ການສົ່ງເສີມດ້ານສຸຂະພາບຍັງແມ່ນ ໜຶ່ງໃນບັນຫາທີ່ສຳຄັນທີ່ສຸດຕໍ່ຊີວິດການເປັນຢູ່ ຂອງປະຊາຊົນຈີນ. ດັ່ງນັ້ນ, ສ່ວນປະກອບຂອງຢາບາງຊະນິດ ທີ່ໃຊ້ໃນການຮັກສາໂລກຫອບຫືດ ແລະ ວັດຖຸດິບໃນການຜະລິດການປິ່ນປົວພະຍາດເບົາຫວານ ເຊັ້ນ alkaloids ຈະບໍ່ໄດ້ເສຍພາສີ. ເຊິ່ງວ່າທັງສອງພະຍາດນີ້ ເປັນພະຍາດຊໍາເຮື້ອທີ່ພົບເລື້ອຍ ແລະ ມີຈໍານວນຄົນເຈັບຫລາຍ ທີ່ມີຄວາມຕ້ອງການຢາໃນປະລິມານສູງ. ດັ່ງນັ້ນ, ສປ ຈີນ ຈຶ່ງຈະຫຼຸດອັດຕາພາສີຂອງຢາທີ່ນຳເຂົ້າ ແລະ ວັດຖຸດິບທີ່ກ່ຽວຂ້ອງຈາກ 5% ແລະ 6,5% ມາເປັນ 0%, ເຊິ່ງຈະຊ່ວຍຫຼຸດລາຄາຢາໄດ້ຫລາຍ.    

ພາບປະກອບຈາກອີນເຕີເນັດ

 

       ໃນການຫລຸດພາສີຄັ້ງນີ້ ແມ່ນມີທ່າອ່ຽງວ່າຈະສ້າງຜົນປະໂຫຍດໃຫ້ແກ່ຜູ້ປະກອບການຂອງລາວ ໂດຍສະເພາະແຫລ່ງຕະຫລາດທີ່ໃຫຍ່ຂື້ນ ແລະ ຈໍານວນຜູ້ບໍລິໂພກຫລາຍຂື້ນ ເຖິງຢ່າງໄດກໍ່ດີ ເງື່ອນໄຂໃນການນໍາເຂົ້າ ແລະ ການເຈລະຈາທາງການຄ້າ ອາດຈະສ້າງຫລາຍຂັ້ນຕອນ ແລະ ຄວາມຫຍຸ້ງຍາກໃນການຕອບສະໜອງໃຫ້ໄດ້ຕາມລະບຽບການອື່ນໆທີ່ວ່າງອອກໂດຍ ສປ ຈີນ ເຊັ່ນ: ລະບຽບດ້ານຄຸນນະພາບສິນຄ້ານໍາເຂົ້າ, ຂໍ້ຈໍາກັດໃນການຂົນສົ່ງສິນຄ້າ ແລະ ໂຄຕ້າການນໍາເຂົ້າທີ່ຂໍໄດ້ນໍາແຕ່ບໍລິສັດທີ່ເປັນຕົວແທນຂອງ ສປ ຈີນ ເທົ່ານັ້ນ.

 

ແຫລ່ງຂໍ້ມູນ: http://news.cri.cn/20191223/91d1f0a6-6cc9-3d8e-7b7a-162430f67740.html?spm=C73544894212.P59511941341.0.0

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.