ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 11 ບັນລຸໄດ້ຫລາຍກ່ວາ 1,000 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 372 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 635 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 263 ລ້ານໂດລາສະຫາລັດ.

       ໝວດສິນຄ້າສົ່ງອອກຫຼັກ

ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 372 ລ້ານໂດລາສະຫະລັດ ເຊັ່ນ: ແຮ່ທອງປະມານ 39 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງປະມານ 34 ລ້ານໂດລາສະຫະລັດ, ໝາກກ້ວຍປະມານ 21 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 19 ລ້ານໂດລາສະຫະລັດ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ ປະມານ 19 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດື່ມຊູຸກໍາລັງ) ປະມານ 21 ລ້ານໂດລາສະຫະລັດ, ຄຳປະສົມ, ຄຳແທ່ງ ປະມານ 18 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ປະມານ 17 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ປະມານ 15 ລ້ານໂດລາສະຫະລັດ, ຢາງພາລາ ປະມານ 28 ລ້ານໂດລາສະຫະລັດ ແລະ ງົວ, ຄວາຍ ປະມານ 30 ລ້ານໂດລາສະຫະລັດ.

ພາບປະກອບຈາກອີນເຕີເນັດ

       ໝວດສິນຄ້ານໍາເຂົ້າຫຼັກ

ສິນຄ້ານໍາເຂົ້າຫຼັກຮ່ວມສະເລ່ຍທັງໝົດແມ່ນເປັນເງິນປະມານ 635 ລ້ານໂດລາສະຫະລັດ ເຊັ່ນ: ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ ປະມານ 36 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ປະມານ 80 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ປະມານ 43 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ  (ນອກຈາກເຄື່ອງກົນຈັກພາຫະນະ) ປະມານ 34 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ປະມານ 65 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ) ປະມານ 22 ລ້ານໂດລາສະຫະລັດ, ຊິ້ິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...)ປະມານ 16 ລ້ານໂດລາສະຫະລັດ, ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ປະມານ 28 ລ້ານໂດລາສະຫະລັດ, ນໍ້າຕານ ປະມານ 13 ລ້ານໂດລາສະຫະລັດ ແລະ ສັດທີ່ມີຊີວິດ 25 ລ້ານໂດລາສະຫະລັດ.

ພາບປະກອບຈາກອີນເຕີເນັດ

       5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກປະກອບມີ ສປ ຈີນ 133 ປະມານ ລ້ານໂດລາສະຫະລັດ, ຣຊ ໄທ 81 ປະມານ ລ້ານໂດລາສະຫະລັດ,​ ສສ ຫວຽນນາມ 98 ປະມານ ລ້ານໂດລາສະຫະລັດ, ອີນເດຍ ປະມານ 14 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 7 ລ້ານໂດລາສະຫະລັດ.

ພາບປະກອບຈາກອີນເຕີເນັດ

       5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກປະກອບມີ ຮຊ ໄທ ປະມານ 292 ລ້ານໂດລາສະຫະລັດ, ສປ ຈີນ ປະມານ234 ລ້ານໂດລາສະຫະລັດ, ສສ ຫວຽດນາມ ປະມານ 64 ລ້ານໂດລາສະຫະລັດ, ຍີ່ປຸ່ນ ປະມານ 10 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ ປະມານ 4 ລ້ານໂດລາສະຫະລັດ.

ພາບປະກອບຈາກອີນເຕີເນັດ

       ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 11 ປີ 2019 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.