ສາທາລະນະລັດ  ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ນາຍົກລັດຖະມົນຕີ       ເລກທີ 03/ນຍ
ນະຄອນຫຼວງວຽງຈັນ, ວັນທີ 21/01/2020

ຄຳສັ່ງ

ວ່າດ້ວຍການປັງປຸງວຽກງານການບໍລິການ ການອອກໃບອະນຸຍາດລົງທຶນ ແລະ  ການອອກໃບອະນຸຍາດດຳເນີນທຸລະກິດ

ເຖິງ: ບັນດາທ່ານ ລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ  ບັນດາທ່ານ ເຈົ້າແຂວງ ໃນຂອບເຂດທົ່ວປະເທດ.

  • ອີງຕາມ ກົດໝາຍ ວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 18 ພະຈິກ 2016;
  • ອີງຕາມ ກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016;
  • ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 05/ນຍ, ລົງວັນທີ 05 ມັງກອນ 2018;
  • ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຫ້ອງການບໍລິການ ການລົງທຶນປະຕູດຽວ ແລະ ໜ່ວຍງານປະສານງານບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ສະບັບເລກທີ 002/ຄລທ.ສ ລົງວັນທີ 20 ສິງຫາ 2018;
  • ອີງຕາມ ມະຕິຕົກລົງກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ພະຈິກ 2019, ສະບັບເລກທີ 12/ລບ, ລົງວັນທີ 16 ທັນວາ 2019;
  • ອີງຕາມ ການສະເໜີ ຂອງກະຊວງ ແຜນການ ແລະ ການລົງທຶນ ສະບັບເລກທີ 3143/ກຜທ.ລທ6, ລົງວັນທີ 31 ທັນວາ 2019.

 

           ເພື່ອຜັນຂະຫຍາຍເນື້ອໃນ ຂອງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍກ່ຽວຂ້ອງ ໃຫ້ຖືກຈັດຕັ້ງປະຕິບັດຢ່າງວ່ອງໄວ ແລະ ຈະແຈ້ງ ໂດຍສະເພາະການປັບປຸງລະບົບການບໍລິການ ການລົງທຶນປະຕູດຽວ ແລະ ການດຳເນີນທຸລະກິດ ຢູ ສປປ ລາວ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ເປັນເອກະພາບ ໃນການສົ່ງເສີມ, ຄຸ້ມຄອງການລົງທຶນ ແລະ ການອຳນວຍຄວາມສະດວກ ໃນການດຳເນີນທຸລະກິດທັງພາຍໃນ ແລະ ຕ່າງປະເທດໃນຂອບເຂດທົ່ວປະເທດ, ຍົກລະດັບຄວາມສັກສິດໃນການປະຕິບັດກົດໝາຍ, ເພີ່ມທະວີຄວາມອາດສາມາດໃນການແຂ່ງຂັນດຶງດູດການລົງທຶນ ແລະ ເພື່ອເຮັດໃຫ້ການລົງທຶນຂອງພາກເອກະຊົນສາມາດປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ນາຍົກລັດຖະມົນຕີ ອອກຄຳສັ່ງ:

          ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ທີ່ມີຄວາມຮັບຜິດຊອບ ກ່ຽວກັບວຽກງານສົ່ງເສີມການລົງທຶນ, ການບໍລິການ ການລົງທຶນປະຕູດຽວຢູ່ແຕ່ລະຂະແໜງການ ແລະ ໜ່ວຍງານທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ຮີບຮ້ອນແກ້ໄຂບັນດາຂອດຂັ້ນ, ກຳນົດເວລາ ແລະ ສິ່ງກີດຂວາງ ທີ່ເປັນອຸປະສັກ ແກ່ການອະນຸຍາດລົງທຶນ ແລະ ການດຳເນີນທຸລະກິດ ຢູ່ ສປປ ລາວ.

 

  1. ມອບໃຫ້ຂະແໜງແຜນການ ແລະ ການລົງທຶນ ປະຕິບັດດັ່ງນີ້:
    1. 1 ປັບປຸງການບໍລິການ ການລົງທຶນປະຕູດຽວ ເປັນກົນໄກອຳນວຍຄວາມສະດວກໃຫ້ນັກລົງທຶນ ໂດຍການສະໜອງການບໍລິການຕ້ອນຮັບ, ສະໜອງຂໍ້ມູນການລົງທຶນ, ການບໍລິການອອກໃບອະນຸຍາດລົງທຶນຂອງກິດຈະການສຳປະທານ ແລະ ກິດຈະການຄວບຄຸມ, ໃບສົ່ງເສີມການລົງທຶນ ແລະ ບໍລິການ ຫຼັງການອະນຸຍາດລົງທຶນ ເປັນຕົ້ນ: ການບໍລິການ VISA, ບັດພັກເຊົາ, ບັດແຮງງານໃຫ້ຜູ້ລົງທຶນ. ພ້ອມດຽວກັນ ກໍ່ໃຫ້ບໍລິການປະສານງານຕິດຕາມເອົາຄຳເຫັນຂອງຄະແໜງການ ໃນບັນຊີກິດຈະການສຳປະທານ ແລະ ກິດຈະການຄວບຄຸມ ແລະ ປະສານງານ ເພື່ອໃຫ້ໄດ້ໃບທະບຽນວິສາຫະກິດ, ໃບທະບຽນອາກອນ ແລະ ໃບອະນຸຍາດດຳເນີນທຸລະກິດຂອງຂະແໜງການ ເພື່ອມອບໃຫ້ນັກລົງທຶນ ແລະ ການບໍລິການອື່ນໆ ຢູ່ຈຸດດຽວ;
    2. 2 ພາຍຫຼັງໄດ້ຮັບເອກະສານຄຳຮ້ອງຂໍລົງທຶນແລ້ວ ຫ້ອງການບໍລິການ ການລົງທຶນປະຕູດຽວ ຕ້ອງສົ່ງເອກະສານໄປຂໍຄຳເຫັນນຳຂະແໜງການກ່ຽວຂ້ອງ ພາຍໃນກຳນົດ 2 ວັນລັດຖະການ, ເມື່ອໄດ້ຮັບຄຳເຫັນຕອບຄືນຄົບຖ້ວນແລ້ວຕ້ອງນຳສະເໜີບັນຫາດັ່ງກ່າວ ຕໍ່ຄະນະກຳມະການສົ່ງເສີມ ແລະ ຄູ້ມຄອງການລົງທຶນ ເພື່ອພິຈາລະນາອະນຸມັດ ຫຼື ປະຕິເສດ;
    3. 3 ການຍື່ນຄຳຮ້ອງຂໍລົງທຶນໃນກິດຈະການສຳປະທານ ແລະ ກິດຈະການຄວບຄຸມ ແມ່ນໃຫ້ຍື່ນເອກະສານສະເໜີຂໍລົງທຶນ ຜ່ານຫ້ອງການບໍລິການ ການລົງທຶນປະຕູດຽວ ຂັ້ນສູງກາງ ຕັ້ງຢູ່ກົມສົ່ງເສີມການລົງທຶນ ແລະ ຂັ້ນແຂວງ, ນະຄອນຫຼວງວຽງຈັນ ຕັ້ງຢູ່ພະແນກແຜນການ ແລະ ການລົງທຶນ ຕາມການແບ່ງຂັ້ນຄຸ້ມຄອງ, ໂດຍບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງຂັ້ນທ້ອງຖິ່ນຕ້ອງແນະນຳໃຫ້ຜູ້ລົງທຶນດຳເນີນການຍື່ນຄຳຮ້ອງໃຫ້ຖືກຕາມຂັ້ນຕອນ ເພື່ອເຮັດໃຫ້ການຄົ້ນຄ້ວາຢ່າງເປັນລະບົບ ແລະ ສອດຄ່ອງກັບກົດໝາຍ;
    4. 4 ສ້າງລະບົບເອເລັກໂຕຮນິກ ເພື່ອເຊື່ອມຕໍ່ຂໍ້ມູນ ກ່ຽວກັບທະບຽນວິສາຫະກິດ, ໃບອະນຸຍາດລົງທຶນ,ໃບທະບຽນອາກອນ ແລະ ອະນຸຍາດດຳເນີນທຸລະກິດ ລະຫວ່າງ ຂະແໜງແຜນການ ແລະ ການລົງທຶນ, ຂະແໜງອຸດສາຫະກໍາ ແລະ ການຄ້າ, ຂະແໜງການເງິນ ແລະ ຂະແໜງການກ່ຽວຂ້ອງໃຫ້ເປັນຖານຂໍ້ມູນດຽວ;
    5. 5 ເປັນເຈົ້າການສັງລວມບັນຊີຜະລິດຕະພັນສຳເລັດຮູບ ແລະ ເຄິ່ງສຳເລັດຮູບ ຈາກຂະແໜງການກ່ຽວຂ້ອງທີ່ສາມາດຜະລິດ ແລະ ສະໜອງໄດ້ພຽງພໍທາງດ້ານປະລິມານ ແລະ ຄຸນນະພາບ ເພື່ອເປັນບ່ອນອີງໃນການຄົ້ນຄ້ວາພິຈາລະນາການໃຫ້ນະໂຍບາຍດ້ານພາສີ ແລະ ອາກອນໃນການຂໍນະໂຍບາຍນຳເຂົ້າຂອງບັນດາໂຄງການລົງທຶນພາກເອກະຊົນໃຫ້ວ່ອງໄວ.
  2. ມອບໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ປະຕິບັດດັ່ງນີ້:
    1. 1 ອອກໃບທະບຽນວິສາຫະກິດ ຕາມທີ່ໄດ້ກໍານົດໃນຂໍ້ 1.3 ຂອງຄໍາສັ່ງສະບັບນີ້ ສໍາລັບກິດຈະການຄວບຄຸມ. ສຳລັບກິດຈະການທີ່ບໍ່ນອນໃນບັນຊີຄວບຄຸມ ແມ່ນໃຫ້ປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0023/ອຄ. ກຄທວ, ລົງວັນທີ 9 ມັງກອນ 2019;
    2. 2 ເປັນເຈົ້າການປະສານສົມທົບກັບຂະແໜງການກ່ຽວຂ້ອງ ໃນການປັບປຸງການອອກໃບອະນຸຍາດດຳເນີນທຸລະກິດ ພາຍຫຼັງທີ່ໄດ້ຮັບໃບອະນຸຍາດລົງທຶນ ແລະ ໃບທະບຽນວິສາຫະກິດໃຫ້ມີຄວາມວ່ອງໄວ;
    3. 3  ປັບປຸງການອອກໃບທະບຽນວິສາຫະກິດໃຫ້ວ່ອງໄວ ໂດຍໃຊ້ລະບົບເອເລັກໂຕຣຕິກເຊື່ອມຕໍ່ຂໍ້ມູນກັບຂະແໜງແຜນການ ແລະ ການລົງທຶນ ແລະ ຂະແໜງການເງິນ.
  3. ມອບໃຫ້ຂະແໜງການເງິນ ປະຕິບັດດັ່ງນີ້:
    1. 1 ໃຫ້ແກ້ໄຂ ການນໍາເອົາແຜນນຳເຂົ້າປະຈຳປີ (Master List) ເຂົ້າລະບົບການແຈ້ງພາສີປະຕູດຽວແຫ່ງຊາດ National Single Window (NSW)  ໂດຍໄວພາຍຫຼັງຂໍ້ຕົກລົງຈາກຂະແໜງແຜນການ ແລະ ການລົງທຶນ ຮັບຮອງແລ້ວ;
    2. 2 ປັບປຸງການອອກໃບທະບຽນອາກອນໃຫ້ວ່ອງໄວ ໂດຍໃຊ້ລະບົບເອເລັກໂຕຣນິກເຊື່ອມຕໍ່ຂໍ້ມູນກັບຂະແໜງແຜນການ ແລະ ການລົງທຶນ ແລະ ຂະແໜງອຸດສາຫະກຳ ແລະ ການຄ້າ;
    3. 3 ຈັດສັນງົບປະມານ ສະໜອງແກ່ການສ້າງລະບົບເອເລັກໂຕຣນິກ ເພື່ອເຊື່ອມາຕໍ່ຂໍ້ມູນ ກ່ຽວກັບທະບຽນວິສາຫະກິດ, ອະນຸຍາດລົງທຶນ ແລະ ອະນຸຍາດດຳເນີນທຸລະກິດ ລະຫວ່າງ ຂະແໜງແຜນການ ແລະ ການລົງທຶນ ແລະ ຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງການກ່ຽວຂ້ອງໃຫ້ເປັນຖານຂໍ້ມູນດຽວ.
  4. ມອບໃຫ້ກະຊວງ, ອົງການລັດທຽບເທົ່າກະຊວງ, ແຂວງ, ນະຄອນຫຼວງວຽງຈັນ ປະຕິບັດດັ່ງນີ້:
  5. 1 ໃຫ້ຮີບຮ້ອນສ້າງຕັ້ງໜ່ວຍງານປະສານງານບໍລິການ ການລົງທຶນປະຕູດຽວ ປະຈຳຂະແໜງການຂອງຕົນຂຶ້ນພາຍໃຕ້ການຊີ້ນຳ ຂອງລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ, ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍ ກົມວິຊາການ, ພະແນກການ ເພື່ອເຮັດໜ້າທີ່ປະສານງານພາຍໃນຂະແໜງການຂອງຕົນໃນການຄົ້ນຄ້ວາເອກະສານລົງທຶນໃຫ້ວ່ອງໄວ ແລະ ສົ່ງຄຳເຫັນຄືນໃນດ້ານຫຼັກການໃຫ້ຫ້ອງການບໍລິການ ການລົງທຶນປະຕູດຽວ ຕໍ່ການສະເໜີສຳຫຼວດ, ສຶກສາຄວາມເປັນໄປໄດ້ຂອງກິດຈະການສຳປະທານ ພາຍໃນກຳນົດເວລາ 30 ວັນລັດຖະການ ແລະ ສຳລັບກິດຈະການໃນບັນຊີຄວບຄຸມ ແມ່ນໃຫ້ມີຄຳເຫັນຕອບຄືນດ້ານຫຼັກການໃນການສະເໜີສ້າງຕັ້ງບໍລິສັດ ພາຍໃນກຳນົດ 8 ວັນລັດຖະການ, ສ່ວນການອອກອະນຸຍາດດຳເນີນທຸລະກິດແມ່ນໃຫ້ປະຕິບັດຕາມກົດໝາຍຂອງຂະແໜງການກ່ຽວຂ້ອງພາຍຫຼັງໄດ້ຮັບໃບອະນຸຍາດລົງທຶນແລ້ວ. ການປະກອບຄຳເຫັນຕອບຄືນດັ່ງກ່າວຖ້າຫາກກາຍກຳນົດເວລາ ແມ່ນໃຫ້ເປັນຄວາມຮັບຜິດຊອບຂອງຂະແໜງການ;
  6. 2 ໃຫ້ມີການກຳນົດລະບຽບ ແລະ ເວລາໃນການຄົ້ນຄ້ວາ ເພື່ອປະກອບຄຳເຫັນພາຍຫຼັງໄດ້ຮັບເອກະສານຄຳຮ້ອງຂໍລົງທຶນຈາກຫ້ອງການບໍລິການ ການລົງທຶນປະຕູດຽວແລ້ວ, ແຕ່ລະຂະແໜງການຕ້ອງນຳສົ່ງເອກະສານໃຫ້ກົມວິຊາການ ຫຼື ພະແນກການ ເພື່ອຄົ້ນຄວ້າພິຈາລະນາ ແລະ ມີຄຳເຫັນຕອບຄືນໃຫ້ໜ່ວຍງານປະສານງານບໍລິການ ປະຕູດຽວພາຍໃນກຳນົດເວລາ 20 ວັນລັດຖະການ ສຳລັບກິດຈະການສຳປະທານ ແລະ 5 ວັນ ລັດຖະການ ສຳລັບກິດຈະການຄວບຄຸມ. ການປະກອບຄຳເຫັນຄືນດັ່ງກ່າວ ຕ້ອງຖືກສັງລວມຜ່ານໜ່ວຍງານປະສານງານບໍລິການ ການລົງທຶນປະຕູດຽວ ແລ້ວມີຄຳເຫັນຕອບເປັນລາຍລັກອັກສອນໃຫ້ຫ້ອງການບໍລິການ ການລົງທຶນປະຕູດຽວ ໂດຍຜ່ານຫ້ອງການກະຊວງ, ຫ້ອງການອົງການລັດທຽບເທົ່າກະຊວງ ຫຼື ຫ້ອງວ່າການກະຊວງກ່ຽວຂ້ອງຢູ່ຂັ້ນສູນກາງ, ສ່ວນຂັ້ນທ້ອງຖິ່ນ ແມ່ນໃຫ້ຜ່ານຫົວໜ້າພະແນກການ ແລະ ເຈົ້າເມືອງທີ່ຖືກສະເໜີຂໍຄຳເຫັນ.

           ສໍາລັບກິດຈະການທະນາຄານທຸລະກິດ ຫຼື ກິດຈະການໃດທີ່ມີກຳນົດເວລາການຄົ້ນຄ້ວາ ແລະ ຕອບຄືນຄຳເຫັນໃຫ້ຫ້ອງການບໍລິການ ການລົງທຶນປະຕູດຽວ ເປັນກຳນົດເວລາສະເພາະ ແມ່ນໃຫ້ປະຕິບັດຕາມກົດໝາຍຂອງຂະແໜງການດັ່ງກ່າວ;

  1. 3 ໃຫ້ສ້າງບັນຊີຮຽກການລົງທຶນ ທີ່ປະກອບດ້ວຍຂໍ້ມູນພື້ນຖານສຳຄັນເຊັ່ນ: ຊື່ໂຄງການ, ຈຸດປະສົງໂຄງການ,ທີ່ຕັ້ງ, ມູນຄ່າການລົງທຶນ, ການປະເມີນຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ເບື້ອງຕົ້ນ, ນະໂຍບາຍດ້ານພາສີ-ອາກອນ ແລະ ຕະຫຼາດຈຳໜ່າຍ ເພື່ອດຶງດູດການລົງທຶນ ແລະ ອຳນວຍຄວາມສະດວກໃຫ້ແກ້ນັກລົງທຶນໃນການສຶກສາເບື້ອງຕົ້ນ. ຊຶ່ງບັນຊີຮຽກການລົງທຶນ ດັ່ງກ່າວ ຕ້ອງສັງລວມເປັນໄລຍະ 6 ເດືອນ ແລະ 1 ປີ ແລ້ວສົ່ງມາລວມສູນຢູ່ຫ້ອງການບໍລິການ ການລົງທຶນປະຕູດຽວຂັ້ນສູນກາງ ແລະ ທ້ອງຖິ່ນ  ລວມທັງສະໜອງໃຫ້ບັນດາສະຖານທູດ ແລະ ສະຖານກົງສູນຂອງ ສປປ ລາວ ທີ່ຢູ່ຕ່າງປະເທດ ເພື່ອນຳໃຊ້ເປັນຂໍ້ມູນໂຄສະນາດຶງດູດການລົງທຶນ;
  2. 4 ໃຫ້ສ້າງລາຍການເອກະສານທີ່ຕ້ອງການໃຫ້ນັກລົງທຶນປະກອບໃນເວລາຍື່ນຄຳຮ້ອງຂໍ້ລົງທຶນໃນກິດຈະການຄວບຄຸມ ແລະ ກິດຈະການສຳປະທານ ແລ້ວສະໜອງໃຫ້ຫ້ອງການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ແລະ ທ້ອງຖິ່ນ ຫຼື ກຳນົດລາຍການເອກະສານດັ່ງກ່າວໄວ້ໃນເວບໄຊຂອງຂະແໜງການກ່ຽວຂ້ອງ ກັບເວບໄຊ ຂອງຫ້ອງການບໍລິການ ການລົງທຶນປະຕູດຽວ ເພື່ອເປັນຂໍ້ມູນແນະນຳນັກລົງທຶນໃນເວລາປະກອບຄຳຮ້ອງຂໍລົງທຶນ;
  3. 5 ໃຫ້ມີການປັບປຸງ ແລະ ທົບທວນບັນຊີກິດຈະການຄວບຄຸມຄືນໃໝ່ ຕາມດຳລັດຂອງ ທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 03/ນຍ, ລົງວັນທີ 10 ມັງກອນ 2019 ວ່າດ້ວຍການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສຳປະທານ ຂອງ ສປປ ລາວ ໂດຍໃຫ້ຄັດເລືອກເອົາກິດຈະການທີ່ມີຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ, ຄວາມເປັນລລະບຽບຮຽບຮ້ອຍຂອງສັງຄົມ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ສິ່ງແວດລອມ, ສັງຄົມ ແລະ ທຳມະຊາດ ເຂົ້າໃນບັນຊີຄວບຄຸມ ແລະ ໃຫ້ໃສ່ລະຫັດ LSIC ໃນແຕ່ລະກິດຈະການໃຫ້ຖືກຕ້ອງຊັດເຈນ. ໃຫ້ທຸກກະຊວງ, ອົງການລັດທຽບເທົ່າ ກະຊວງ ປັບປຸງໃຫ້ສຳເລັດແລ້ວສົ່ງໃຫ້ກະຊວງແຜນການ ແລະ ການລົງທຶນ ພາຍໃນ 90 ວັນ ເພື່ອລວບລວມສະເໜີຕໍ່ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ພິຈາລະນາຮັບຮອງ;
  4. 6 ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ກຳນົດແບ່ງຄວາມຮັບຜິດຊອບໃນການອະນຸຍາດດຳເນີນທຸລະກິດ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ລະອຽດຊັດເຈນ;
  5. 7 ໃຫ້ສັງລວມລາຍການກິດຈະການທີ່ຕ້ອງການ ອອກໃບອະນຸຍາດດຳເນີນທຸລະກິດທັງກິດຈະການໃນບັນຊີຄວບຄຸມ ແລະ ກິດຈະການນອກບັນຊີຄວບຄຸມໂດຍລະຫັດ LSIC  ໃນແຕ່ລະກິດຈະການໃຫ້ຖືກຕ້ອງຊັດເຈນ. ພ້ອມນີ້ ກໍ່ໃຫ້ສັງລວມເອກະສານທີ່ຕິດພັນກັບການອອກອະນຸຍາດດຳເນີນທຸລະກິດຂອງຂະແໜງການກ່ຽວຂ້ອງສົ່ງໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ພາຍໃນ 90 ວັນ;
  6. 8 ໃຫ້ແຕ່ລະກະຊວງ, ອົງການລັດທຽບເທົ່າກະຊວງ ສ້າງນິຕິກຳສະເພາະ ກ່ຽວກັບການອອກໃບອະນູຍາດດຳເນີນທຸລະກິດໃນຂະແໜງການຂອງຕົນ ໂດຍກຳນົດລາຍລະອຽດກ່ຽວກັບເງື່ອນໄຂ ແລະ ຂັ້ນຕອນ ການພິຈາລະນາ ເພື່ອໃຫ້ມີຄວາມວ່ອງໄວ ແລະ ຫຼຸດຜ່ອນການປະກອບເອກະສານຂອງນັກລົງທຶນ;
  7. ການຈັດຕັ້ງເຄື່ອນໄຫວ ຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ, ແຂວງ ແລະ ນະຄອນຫຼວງວຽງຈັນ ປະຕິບັດ ດັ່ງນີ້:

       5.1 ໃຫ້ດຳເນີນການຈັດກອງປະຊຸມ ຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ແລະ ທ້ອງຖິ່ນຂອງຕົນຂຶ້ນຢ່າງເປັນປົກກະຕິ ຢ່າງໜ້ອຍ 2 ຄັ້ງ ຕໍ່ເດືອນ ເພື່ອຄົ້ນຄວ້າພິຈາລະນາບັນດາບັນຫາທີ່ກ່ຽວຂ້ອງ ໂດຍມອບໃຫ້ຫ້ອງການບໍລິການ ການລົງທຶນປະຕູດຽວ ຂັ້ນສູນກາງ ແລະ ຂັ້ນແຂວງ,ນະຄອນຫຼວງວຽງຈັນ ເປັນຜູ້ສ້າງວາລະກອງປະຊຸມ ໂດຍກຳນົດມື້ປະຊຸມໃຫ້ຊັດເຈນ ຖ້າຮອດກຳນົດແລ້ວບໍ່ສາມາດເປີດກອງປະຊຸມໄດ້ໃຫ້ມີມາດຕະການອື່ນ ເປັນຕົ້ນ ເຮັດຈົດໝາຍວຽນເຖິງບັນດາທ່ານໃນຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຫຼື ວິທີການອຶ່ນໆ ເພື່ອບໍ່ໃຫ້ແກ່ຍາວເວລາ. ນອກນີ້ ໃນກໍລະນີຈຳເປັນຮີບດ່ວນ ກໍ່ສາມາດຈັດກອງປະຊຸມວິສາມັນໄດ້;

       5.2 ການປະຕິບັດບົດບັນທຶກ ຂອງຄະນະກໍາມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນ (ຄລທ) ພາຍຫຼັງມີບົດບັນທຶກກອງປະຊຸມ ຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ຫຼື ກອງປະຊຸມຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນແຂວງ, ນະຄອນຫຼວງວຽງຈັນແລ້ວ ໃຫ້ຫ້ອງການບໍລິການການລົງທຶນປະຕູດຽວ ຂັ້ນສູນກາງ ແລະ ທ້ອງຖິ່ນ ຕ້ອງຮີບຮ້ອນລາຍງານຜົນການປຶກສາຫາລືໃນກອງປະຊຸມດັ່ງກ່າວ ຕໍ່ນາຍົກລັດຖະມົນຕີ ຫຼື ຕໍ່ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນເພື່ອຊາບ ຫຼື ມີການຊີ້ນຳເລີຍ ໂດຍບໍ່ໃຫ້ມີການຄົ້ນຄ້ວາຄືນຜ່ານກົມກ່ຽວຂ້ອງ ໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຫຼື ຂະແໜງກ່ຽວຂ້ອງ ໃນຫ້ອງວ່າການປົກຄອງແຂວງ, ນະຄອນຫຼວງວຽງຈັນຕື່ມອີກ.

  1. ມາດຕະການຈັດຕັ້ງປະຕິບັດ.

       6.1 ຈັດຕັ້ງການໂຄສະນາເຜີຍແຜ່ໃຫ້ຂະແໜງການ, ທ້ອງຖິ່ນ ແລະ ນັກລົງທຶນ, ນັກທຸລະກິດ, ຜູ້ປະກອບການໃຫ້ມີຄວາມເຂົ້າໃຈ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ;

       6.2 ມອບໃຫ້ຂະແໜງແຜນການ ແລະ ການລົງທຶນ ເປັນເຈົ້າການຕິດຕາມ, ປະເມີນຄວາມຄືບຫນ້າໃນການຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ ແລະ ສະຫຼຸບລາຍງານລັດຖະບານ ຢ່າງເປັນປະຈໍາ;

  1. 3 ມອບໃຫ້ຂະແໜງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການຕິດຕາມ, ປະເມີນຄວາມຄືບຫນ້າຂອງການປັບປຸງຂອດຂັ້ນ, ກໍານົດເວລາໃນການອອກໃບອະນຸຍາດດໍາເນີນທຸລະກິດຂອງຂະແໜງການ ແລະ ສະຫຼຸບລາຍງານໃຫ້ລັດຖະບານ ຢ່າງເປັນປະຈໍາ; 
  2. 4 ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້, ໃຫ້ການຮ່ວມມື ແລະ ຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ ຢ່າງເຂັ້ມງວດ ແລະ ໄດ້ຮັບຜົນດີ. 
  1.  ຄໍາສັ່ງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນ ແລະ ໄດ້ພິມລົງຈົດໝາຍເຫດທາງລັດຖະການ 15 ວັນລັດຖະການ ເປັນຕົ້ນໄປ.

ນາຍົກລັດຖະມົນຕີ

ທອງລຸນ ສີສຸລິດ

 

# ຫົວຂໍ້ ດາວໂຫຼດ
1 ຄໍາສັ່ງ ວ່າດ້ວຍການປັບປຸງວຽກງານການບໍລິການ ການອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດໍາເນີນທຸລະກິດ ເລກທີ 03/ນຍ ວັນທີ 21/01/2020 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.