ໃນການຜະລິດ ເຫຍື້ອໃມ້ ແລະ ເສດເຈ້ຍ ແມ່ນມາຈາກສອງແຫລ່ງວັດຖຸດິບຫລັກ ກໍ່ຄື: ສໍາລັບເຫຍື້ອໃມ້ ແມ່ນມີແຫລ່ງວັດຖຸດິບຫລັກໆມາຈາກຕົ້ນວິກ ສ່ວນເສດເຈ້ຍແມ່ນມາຈາກເຈ້ຍທີ່ນໍາໃຊ້ແລ້ວ ແລະ ຍັງສາມາດນໍາມາຜະລິດຄືນໃໝ່ (Recycle) ທີ່ໄດ້ມາຈາກທັງພາຍໃນ ແລະ ຕ່າງປະເທດ.  

ຕົ້ນວິກ - ພາບປະກອບຈາກອີນເຕີເນັດ

     

       ອີງຕາມສະຖິຕິສົ່ງອອກເຫຍື້ອໃມ້ ແລະ ເສດເຈ້ຍ ໃນປີ 2019 ເຫັນວ່າມີມູນຄ່າສູງພໍສົມຄວນ ປະມານ 251 ລ້ານໂດລາສະຫະລັດ ໃນນັ້ນ ສປປ ລາວ ສົ່ງສິນຄ້າດັ່ງກ່າວໄປຍັງ ສປ ຈີນ 250 ລ້ານໂດລາສະຫະລັດ, ໄທ 0.8 ລ້ານໂດລາສະຫະລັດ ແລະ ຫວຽດນາມ 0.2 ລ້ານໂດລາສະຫະລັດ.

ເຫຍື້ອໃມ້ຈາກຕົ້ນວິກ - ພາບປະກອບຈາກອີນເຕີເນັດ

     

       ເຖິ່ງແມ່ນວ່າ ສປປ ລາວ ຈະມີມູນຄ່າການສົ່ງອອກເຫຍື້ອໄມ້ ແລະ ເສດໄມ້ ຫຼາຍກໍ່ຕາມ ແຕ່ຍັງມີຈໍານວນໜຶ່ງແມ່ນນໍາເຂົ້າເຫຍື້ອໃມ້ ແລະ ເສດເຈ້ຍ ຈາກຕ່າງປະເທດລວມມູນຄ່າ 24 ລ້ານໂດລາສະຫະລັດ ເຊັ່ນ: ສປ ຈີນ, ສ ອາເມລິກາ, ສ ເກົາຫຼີ, ຮົງກົງ ແລະ ໄທ. ເຊິ່ງມູນຄ່ານໍາເຂົ້າສູງສຸດແມ່ນ ສປ ຈີນ ມີປະມານ 14 ລ້ານໂດລາສະຫະລັດ, ສ ອາເມລິກາ ມີມູນຄ່າປະມານ 9 ລ້ານໂດລາສະຫະລັດ, ສ ເກົາຫຼີ ມີມູນຄ່າປະມານ 77 ພັນໂດລາສະຫະລັດ, ຮົງກົງ ມີມູນຄ່າປະມານ 72 ພັນໂດລາສະຫະລັດ ແລະ ໄທ ມີມູນຄ່າປະມານ 62 ພັນໂດລາສະຫະລັດ.

ເສດເຈ້ຍ - ພາບປະກອບຈາກອີນເຕີເນັດ

     

       ປະຈຸບັນ ສປປ ລາວ ມີໂຮງງານທີ່ຜະລິດເຫຍື້ອໃມ້ ແລະ ເສດເຈ້ຍ ຢູ່ແຂວງສະຫວັນນະເຂດ ທີ່ໃຫຍ່ທີ່ທຽບເທົ່າກັບ ໂຮງງານໃຫຍ່ທີ່ມີຊື່ສຽງຢູ່ ອາເມລິດາໃຕ້ ກໍ່ຄືປະເທດ ບລາຊີນ ມີກໍາລັງການຜະລິດຜະລິດຕະພັນເຈ້ຍຕ່າງໆ 1,2 ລ້ານໂຕນ ຕໍ່ປີ.

ຕົວຢ່າງເຟີນີເຈີທີ່ດ້ວຍເຫຍື້ອໃມ້ - ພາບປະກອບຈາກອີນເຕີເນັດ

 

ແຫລ່ງຂໍ້ມູນ:

  • ສູນຂໍ້ມູນຂ່າວສານ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ
  • ບໍລິສັດ ຊັນເປເປີ (Sun Paper Group): https://www.sunpapergroup.com/en/list-11-1.html
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.