ອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຮົ່ມ ແມ່ນຂະແໜງການໜຶ່ງ ທີ່ ສປປ ລາວ ສົ່ງອອກໄປຫລາຍປະເທດທົ່ວໂລກ ແລະ ຖືໄດ້ວ່າເປັນຂະແໜງການທີ່ສ້າງວຽກເຮັດງານທໍາໄດ້ຫລາຍແສນຄົນ ເຊິ່ງກວມເອົາ ກໍາມະກອນ (ຜູ້ຜະລິດ) 118,585 ຄົນ ຊຶ່ງມີແຮງງານເພດຊາຍ ກວມອັດຕາສ່ວນ 61.29% ແລະ ເພດຍິງ 38.71% ຂອງການຈ້າງງານລວມ. ໃນນັ້ນ, ອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຫົົ່ມ ແມ່ນມີການຈ້າງງານຫລາຍກ່ວາໝູ່ 26,054 ຄົນ ຫລື ກວມເອົາ 21,97% ຂອງອຸດສາຫະກໍາລວມ.

ພາບປະກອບຈາກອີນເຕີເນັດ

 

       ອີງຕາມສະຖິຕິການສົ່ງອອກ ເຄື່ອງນຸ່ງຮົ່ມ ໃນປີ 2019 ສປປ ລາວ ໄດ້ສົ່ງອອກໄປ 55 ປະເທດທົ່ວໂລກ ທີ່ມີມູນຄ່າສົ່ງອອກປະມານ 212 ລ້ານໂດລາສະຫະລັດ ໃນທົ່ວເກືອບທຸກຂົງເຂດໃນໂລກ ເຊັ່ນ: ອາຊີ, ເອີລົບ, ອາເມລິກາລາຕີນ ແລະ ຕາເວັນອອກກາງ.

ພາບປະກອບຈາກອີນເຕີເນັດ
 
   

       ໃນນັ້ນ, ບັນດາປະເທດທີ່ນໍາເຂົ້າເຄື່ອງນຸ່ງຮົ່ມຫລາຍສຸດຈາກ ສປປ ລາວ ແມ່ນ: ປະເທດເຢຍລະມັນ ມີມູນຄ່າປະມານ 68 ລ້ານໂດລາສະຫະລັດ, ຍີ່ປຸ່ນ ມີມູນຄ່າເກືອບເຖິງ 21 ລ້ານໂດລາສະຫະລັດ, ສະວີເດັນ ມີມູນຄ່າປະມານ 20 ລ້ານໂດລາສະຫະລັດ, ອັງກິດ ມີມູນຄ່າປະມານ 14 ລ້ານໂດລາສະຫະລັດ, ເດນມາກ ມີມູນຄ່າປະມານ 12 ລ້ານໂດລາສະຫະລັດ, ອີຕາລີ ມີມູນຄ່າປະມານ 11 ລ້ານໂດລາສະຫະລັດ, ປ໋ອກຕຸຍການ ມີມູນຄ່າເກືອບເຖິງ 11 ລ້ານໂດລາສະຫະລັດ ແລະ ອາເມລິກາມີມູນຄ່າປະມານ 8 ລ້ານໂດລາສະຫະລັດ.

ພາບປະກອບຈາກອີນເຕີເນັດ

 

       ເຖິງຢ່າງໄດກໍ່ຕາມ ສປປ ລາວ ກໍ່ໄດ້ນໍາເຂົ້າເຄື່ອງນຸ່ງຮົ່ມຈາກປະເທດອື່ນໆເຊັ່ນກັນ ໂດຍມີມູນຄ່າລວມທັງໝົດໃນປີ 2019 ແມ່ນປະມານ 23 ລ້ານໂດລາສະຫະລັດ. ໃນນັ້ນ ມູນຄ່ານໍາເຂົ້າຈາກ ສປ ຈີນ, ສສ ຫວຽດນາມ, ລຊ ໄທ, ຝຣັ່ງ ແລະ ອີນເດຍ ຊຶ່ງມີມູນຄ່າປະມານ 9 ລ້ານໂດລາສະຫະລັດ, 6 ລ້ານໂດລາສະຫະລັດ, 5 ລ້ານໂດລາສະຫະລັດ, ຫລາຍກ່ວາ 1 ລ້ານໂດລາສະຫະລັດ ແລະ 1 ລ້ານໂດລາສະຫະລັດ ຕາມລໍາດັບ.

 

ແຫລ່ງຂໍ້ມູນ:

  • ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງ ອຸດສາຫະກໍາ ແລະ ການຄ້າ
  • ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.