ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ     ເລກທີ 66/ສພຊ
ນະຄອນຫຼວງວຽງຈັນ, ວັນທີ 17 ມິຖຸນາ 2019

ກົດໝາຍ

ວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ

(ສະບັບປັບປຸງ)

ພາກທີ I

ບົດບັນຍັດທົ່ວໄປ

ມາດຕາ 1  (ປັບປຸງ)  ຈຸດປະສົງ

ກົດໝາຍສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການ ຄຸ້ມຄອງສ່ວຍສາອາກອນ ໃຫ້ມີຄວາມເປັນເອກະພາບ, ລວມສູນ, ມີປະສິດທິພາບ ແລະ ປະສິດທິຜົນ, ຊຸກຍູ້ ສົ່ງເສີມ ໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ປະຕິບັດການເສຍອາກອນ ແລະ ການດໍາເນີນທຸລະກິດ ໃຫ້ມີການຂະຫຍາຍ ຕົວໄປຕາມທິດຍືນຍົງ ແນໃສ່ຮັບປະກັນຂຸດຄົ້ນທ່າແຮງລາຍຮັບດ້ວຍການເກັບອາກອນ ເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ ແລະ ຍຸຕິທໍາ, ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດໃຫ້ເຂັ້ມແຂງ.

ມາດຕາ 2  (ປັບປຸງ)   ການຄຸ້ມຄອງສ່ວຍສາອາກອນ

ສ່ວຍສາອາກອນ ແມ່ນ ພັນທະເປັນເງິນຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີລາຍໄດ້ ຫຼື ລາຍຮັບຈາກການດໍາເນີນທຸລະກິດ, ການຊົມໃຊ້ສິນຄ້າ ຫຼື ການບໍລິການ, ນໍາໃຊ້ທີ່ດິນ ແລະ ຊັບສິນ ແລະ ການ ເຄື່ອນໄຫວອື່ນຢູ່ ສປປ ລາວ ແລະ ຕ່າງປະເທດ ຊຶ່ງຕ້ອງເສຍຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ການຄຸ້ມຄອງສ່ວຍສາອາກອນ ແມ່ນ ການຈັດຕັ້ງປະຕິບັດ ຫຼັກການ, ລະບຽບການ ແລະ ມາດຕະ ການ ກ່ຽວກັບສ່ວຍສາອາກອນ ທີ່ເປັນເຄື່ອງມືຂອງລັດ ໃນການດັດສົມເສດຖະກິດແຫ່ງຊາດ ດ້ວຍການພັດທະນາລະ ບົບຄຸ້ມຄອງທີ່ທັນສະໄໝ, ສ້າງຖານຂໍ້ມູນຂອງຫົວໜ່ວຍທຸລະກິດ ແລະ ຖານລາຍຮັບ ໃຫ້ຖືກຕ້ອງ, ຄົບຖ້ວນ, ໃຫ້ ການບໍລິການ ແລະ ອໍານວຍຄວາມສະດວກ, ການເກັບລາຍຮັບ, ຕິດຕາມ, ກວດກາ ການມອບພັນທະສ່ວຍສາອາ ກອນ ຕາມກົດໝາຍ.

ມາດຕາ 3  (ປັບປຸງ)  ການອະທິບາຍຄໍາສັບ

ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ຜູ້ເສຍອາກອນ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດໍາເນີນທຸລະກິດ ຫຼື ທໍາມາຫາກິນຖາວອນ ຫຼື ຊົ່ວຄາວ ຢູ່ ສປປ ລາວ ກໍຄືຜູ້ມີພູມລໍາເນົາ ຫຼື ສະຖານທີ່ດໍາເນີນທຸລະກິດ ຢູ່ ສປປ ລາວ ໄປເຄື່ອນໄຫວທຸລະກິດ ຫຼື ປະກອບອາຊີບ ຢູ່ ຕ່າງປະເທດ ທີ່ມີລາຍຮັບ ຫຼື ລາຍໄດ້ ຊຶ່ງເກີດມີພັນທະສ່ວຍສາອາກອນໃຫ້ລັດ ຕາມກົດໝາຍ ແລະ ລະບຽບການ;
  2. ຜູ້ມອບອາກອນ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີພັນທະສ່ວຍສາອາກອນ ໂດຍໃຫ້ຄິດໄລ່, ເກັບ ແລະ ຫັກ ອາກອນ ແລ້ວມອບ ແລະ/ຫຼື ເສຍ ໃຫ້ລັດ ຕາມກົດໝາຍ;
  3. ຄົນຕ່າງດ້າວ ໝາຍເຖິງ ບຸກຄົນສັນຊາດອື່ນ ທີ່ເຂົ້າມາຕັ້ງຖິ່ນຖານ ຫຼື ອາໄສ ຢູ່ ສປປ ລາວ ຢ່າງຍາວນານ, ຖືບັດຕ່າງດ້າວ, ມີສໍາມະໂນຄົວຕ່າງດ້າວ ແລະ ລັດຖະບານຂອງຄົນຕ່າງດ້າວນັ້ນ ກໍຍັງຮັບຮູ້ຢ່າງເປັນທາງການຢູ່;
  4. ຄົນບໍ່ມີສັນຊາດ ໝາຍເຖິງ ບຸກຄົນ ທີ່ເຂົ້າມາຕັ້ງຖິ່ນຖານ ຫຼື ອາໄສ ຢູ່ ສປປ ລາວ ຊຶ່ງບໍ່ແມ່ນພົນລະເມືອງລາວ ແລະ ບໍ່ມີເອກະສານຢັ້ງຢືນວ່າແມ່ນຄົນສັນຊາດໃດ;
  5. ຄົນຕ່າງປະເທດ ໝາຍເຖິງ ບຸກຄົນສັນຊາດອື່ນ ທີ່ເຂົ້າມາ ສປປ ລາວ ຊົ່ວຄາວ ຫຼື ຍາວນານ ເພື່ອປະຕິບັດໜ້າທີ່ໃດໜຶ່ງ, ເມື່ອໝົດກໍານົດແລ້ວກັບຄືນ;
  6. ຜູ້ບໍ່ມີພູມລໍາເນົາ ໝາຍເຖິງ ຜູ້ທໍາມາຫາກິນ ຫຼື ດໍາເນີນທຸລະກິດ ຢູ່ ສປປ ລາວ ແຕ່ບໍ່ ດໍາລົງຊີວິດ ແລະ ບໍ່ມີທີ່ຢູ່ຖາວອນ;
  7. ອາຊີບອິດສະລະ ໝາຍເຖິງ ການໃຫ້ບໍລິການວິຊາຊີບ ຫຼື ກິດຈະການໃດໜຶ່ງ ທີ່ເປັນເອກະ ລາດທາງດ້ານແຮງງານ, ຮ່າງກາຍ ແລະ ມັນສະໝອງດ້ວຍຕົນເອງ ໂດຍບໍ່ຂຶ້ນກັບຜູ້ອື່ນ ຊຶ່ງນໍາໃຊ້ສະຕິປັນຍາຂອງຕົນ ເປັນຕົ້ນຕໍ ລວມທັງການເຄື່ອນໄຫວທາງດ້ານວິທະຍາສາດ, ວັດທະນະທໍາ, ສິລະປະກໍາ, ການສຶກສາ, ສາທາລະນະສຸກ ເຊັ່ນ ຄູສອນ, ນັກວິທະຍາສາດ, ທະນາຍຄວາມ, ວິສະວະກອນ, ແພດ, ພະຍາບານ, ທີ່ປຶກສາບັນຊີ ແລະ ນັກຊ່ຽວ ຊານບັນຊີ;
  8. ເຈົ້າໜ້າທີ່ສ່ວຍສາອາກອນ ໝາຍເຖິງ ພະນັກງານສ່ວຍສາອາກອນທີ່ຖືກແຕ່ງຕັ້ງໃຫ້ເຄື່ອນໄຫວ ແລະ ປະຕິບັດໜ້າທີ່ ຢູ່ສະຖານທີ່ສະເພາະ ຫຼື ວຽກງານສະເພາະກິດໃດໜຶ່ງ ແລະ ມີຖານະເປັນເຈົ້າໜ້າທີ່ສືບ ສວນ-ສອບສວນ;
  9. ນິຕິບຸກຄົນ ໝາຍເຖິງ ຫົວໜ່ວຍທຸລະກິດທີ່ໄດ້ຂຶ້ນທະບຽນວິສາຫະກິດ ຫຼື ການຈັດຕັ້ງທີ່ສ້າງຕັ້ງຂຶຶ້ນຢ່າງຖືກຕ້ອງ ຊຶ່ງມີ ຊື່, ສະຖານທີ່ຕັ້ງສໍານັກງານ, ມີຊັບສົມບັດເປັນຂອງຕົນເອງ, ມີສິດ ແລະ ພັນທະ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ;
  10. ວິສາຫະກິດ ໝາຍເຖິງ ການຈັດຕັ້ງທຸລະກິດຂອງ ບຸກຄົນ ຫຼື ນິຕິບຸກຄົນ ຊຶ່ງປະກອບດ້ວຍ ຊື່, ທຶນ, ການບໍລິຫານຈັດການ, ສໍານັກງານ ແລະ ໄດ້ຂຶ້ນທະບຽນ ຕາມກົດໝາຍ;
  11. ວິສາຫະກິດສ່ວນບຸກຄົນ ໝາຍເຖິງ ຮູບການວິສາຫະກິດໜຶ່ງ ຊຶ່ງບຸກຄົນຜູ້ດຽວເປັນເຈົ້າກໍາມະສິດ ແລະ ຮັບຜິດຊອບ ຕໍ່ໜີ້ສິນທັງໝົດຂອງວິສາຫະກິດໂດຍບໍ່ຈໍາກັດ ຊຶ່ງບໍ່ມີຖານະເປັນນິຕິບຸກຄົນ;
  12. ຈຸນລະວິສາຫະກິດ ໝາຍເຖິງ ວິສາຫະກິດຂະໜາດນ້ອຍສຸດຂອງຂະແໜງການຜະລິດສິນຄ້າ, ການຄ້າ ແລະ ການບໍລິການ ໂດຍມີແຮງງານ, ມູນຄ່າຊັບສິນ ແລະ ຍອດລາຍຮັບທຸລະກິດປະຈໍາປີ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການ ໃນແຕ່ລະໄລຍະ.

ມາດຕາ 4  (ປັບປຸງ)  ນະໂຍບາຍຂອງລັດ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ

ລັດ ຊຸກຍູ້, ສົ່ງເສີມ ວຽກງານຄຸ້ມຄອງສ່ວຍສາອາກອນ ດ້ວຍການກໍານົດກົນໄກ, ອອກລະບຽບການ, ສະໜອງງົບປະມານ, ປະກອບບຸກຄະລາກອນ, ພາຫະນະ ແລະ ວັດຖູປະກອນ ທີ່ຈໍາເປັນໃຫ້ແກ່ການເຄື່ອນໄຫວວຽກງານດັ່ງກ່າວ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອເກັບລາຍຮັບສ່ວຍສາອາກອນ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ, ດັດສົມລາຍໄດ້ຢ່າງຍຸຕິທໍາ, ປະກອບສ່ວນສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ຮັບປະ ກັນຄວາມສະເໝີພາບ, ໂປ່ງໃສ ແລະ ຍຸຕິທໍາ ລະຫວ່າງພາກສ່ວນເສດຖະກິດຕ່າງໆ.

ລັດ ອໍານວຍຄວາມສະດວກ ແລະ ມີນະໂຍບາຍຕໍ່ ຜູ້ລົງທຶນ ແລະ ຜູ້ປະຕິບັດພັນທະສ່ວຍສາອາ ກອນ ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ ຕາມກົດໝາຍ, ຊຸກຍູ້ການດໍາເນີນທຸລະກິດ ໃຫ້ຂະຫຍາຍຕົວ, ດຶງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ປູກຈິດສໍານຶກໃຫ້ພົນລະເມືອງ ເສຍອາກອນດ້ວຍຄວາມສະໝັກໃຈ, ພັດ ທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ.

ມາດຕາ 5  (ປັບປຸງ)  ການຍົກເວັ້ນ ຫຼື ຫຼຸດຜ່ອນພັນທະ ສ່ວຍສາອາກອນ

ພັນທະສ່ວຍສາອາກອນ ທີ່ໄດ້ຮັບອະນຸຍາດ ໃຫ້ຍົກເວັ້ນ ຫຼື ຫຼຸດຜ່ອນ ໃນກໍລະນີ ດັ່ງນີ້:

  1. ຕາມສົນທິສັນຍາ ເພື່ອຫຼີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫຼົບຫຼີກການເສຍອາກອນລາຍໄດ້ ແລະ ສົນທິສັນຍາອື່ນ ທີ່ ສປປ ລາວ ເປັນພາຄີ;
  2. ຕາມບົດບັນຍັດ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ;
  3. ຕາມມະຕິຂອງສະພາແຫ່ງຊາດ ສຳລັບໂຄງການທີ່ມີຄວາມຈໍາເປັນ ແລະ ສຳຄັນລະດັບຊາດ ບົນພື້ນຖານການສະເໜີຂອງລັດຖະບານ;
  4. ຕາມມະຕິຂອງຄະນະປະຈຳສະພາແຫ່ງຊາດ ສຳລັບໂຄງການທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ໃນກໍລະນີ ເຫດສຸດວິໄສ ຫຼື ໄພທໍາມະຊາດ ເຊັ່ນ ພາຍຸ, ພະຍາດລະບາດ, ນໍ້າຖ້ວມ, ໄພແຫ້ງແລ້ງ, ແຜ່ນດິນໄຫວ, ອັກ ຄີໄພ ແລະ ເຫດການອື່ນ ທີ່ກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍ, ບາງໂຄງການກໍ່ສ້າງໂຄງລ່າງພື້ນຖານລະດັບຊາດ ເພື່ອເຊື່ອມໂຍງ, ເຊື່ອມຈອດກັບ ພາກພື້ນ ແລະ ສາກົນ  ບົນພື້ນຖານການສະເໜີຂອງລັດຖະບານ.

ມາດຕາ 6  (ປັບປຸງ)  ນະໂຍບາຍການສົ່ງເສີມພິເສດ

ລັດ ມີນະໂຍບາຍສົ່ງເສີມພິເສດ ທາງດ້ານອາກອນ ຕໍ່ການລົງທຶນ ທີ່ເປັນບຸລິມະສິດຂອງລັດຖະ ບານ ເປັນຕົ້ນ ຂະແໜງການກະສິກໍາ, ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ; ໂຄງການການລົງທຶນ ເພື່ອຮັບໃຊ້ສາທາ ລະນະປະໂຫຍດ ແລະ ສາທາລະນຸປະໂພກ ໃນເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານ ເພື່ອພັດທະນາໂຄງລ່າງພື້ນ ຖານ ລວມທັງວຽກງານ ສຶກສາ, ສາທາລະນະສຸກ, ວັດທະນະທໍາ-ສັງຄົມ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມ ທຸກຍາກຂອງປະຊາຊົນ ຊຶ່ງບໍ່ພົວພັນກັບການຂຸດຄົ້ນແຫຼ່ງຊັບພະຍາກອນທຳມະຊາດ ແລະ ພະລັງງານໄຟຟ້າ; ເຂດເສດ ຖະກິດພິເສດ, ນິຄົມອຸດສາຫະກໍາ ແລະ ບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບ.

ມາດຕາ 7  (ປັບປຸງ)  ຫຼັກການກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ

ການເຄື່ອນໄຫວວຽກງານຄຸ້ມຄອງສ່ວຍສາອາກອນ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

  1. ສອດຄ່ອງກັບ ແນວທາງ, ນະໂຍບາຍ, ກົດໝາຍ, ແຜນງົບປະມານແຫ່ງລັດ ແລະ ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ;
  2. ເກັບລາຍຮັບສ່ວຍສາອາກອນ ຕາມທີ່ໄດ້ກໍານົົດໄວ້ໃນກົດໝາຍ ເຂົ້າງົບປະມານແຫ່ງລັດ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
  3. ອົງການຄຸ້ມຄອງວຽກງານສ່ວຍສາອາກອນ ແລະ ບັນດາອົງການຈັດຕັ້ງລັດ ທີ່ໄດ້ຮັບມອບສິດໃຫ້ເກັບລາຍຮັບເຂົ້າງົບປະມານ ຕ້ອງປະຕິບັດກົດໝາຍສະບັບນີ້ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງຢ່າງເຂັ້ມງວດ;
  4. ຮັບປະກັນການສົ່ງເສີມການຜະລິດ, ທຸລະກິດ, ການລົງທຶນ ແລະ ການເຕີບໂຕຂອງເສດ ຖະກິດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ;
  5. ສະເໝີພາບ, ໂປ່ງໃສ, ຍຸຕິທໍາ, ສາມາດກວດສອບໄດ້ ແລະ ຮັບປະກັນສິດຜົນປະໂຫຍດອັນຊອບທໍາ ຂອງຜູ້ເສຍອາກອນ ຕາມກົດໝາຍ;
  6. ທັນສະໄໝ, ສະດວກ, ວ່ອງໄວ, ມີປະສິດທິຜົນ, ຖືກຕ້ອງ, ຄົບຖ້ວນ ແລະ ທັນກໍານົດເວລາ;
  7. ຮັບປະກັນການຄຸ້ມຄອງຄວາມສ່ຽງ ແລະ ຮັກສາຂໍ້ມູນ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  8. ປະສານສົມທົບກັບ ກະຊວງ, ອົງການ, ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.

ມາດຕາ 8  (ໃໝ່)  ການຫັນວຽກງານຄຸ້ມຄອງສ່ວຍສາອາກອນ ເປັນທັນສະໄໝ

ການຫັນວຽກງານຄຸ້ມຄອງສ່ວຍສາອາກອນ ເປັນທັນສະໄໝ ໃຫ້ປະຕິບັດ ດັ່ງນີ້:

  1. ປັບປຸງ ແລະ ພັດທະນາ ວຽກງານຄຸ້ມຄອງສ່ວຍສາອາກອນ ໃຫ້ເປັນທັນສະໄໝ ເພື່ອສ້າງລະ ບົບ, ກົນໄກ, ວິທີການຄຸ້ມຄອງ, ຂັ້ນຕອນການບໍລິຫານ, ການບໍລິການ, ກົງຈັກການຈັດຕັ້ງ ແລະ ພະນັກງານ ລວມທັງການນຳໃຊ້ເຄື່ອງມື ເພື່ອເກັບກຳ ແລະ ຮັກສາຂໍ້ມູນ ກ່ຽວກັບອາກອນໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ສາ ມາດກວດສອບໄດ້;
  2. ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃນການລົງທຶນ ແລະ ເຂົ້າຮ່ວມສ້າງລະບົບການຄຸ້ມຄອງສ່ວຍສາອາກອນ ຜ່ານທາງເອເລັກໂຕຣນິກ ທີ່ສາມາດເຊື່ອມຕໍ່ກັບລະບົບຄຸ້ມຄອງຂໍ້ມູນລາຍຮັບສ່ວຍສາອາ ກອນ ພ້ອມທັງຊຸກຍູ້ການຊໍາລະອາກອນ ຜ່ານລະບົບທະນາຄານ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ ຕາມກົດໝາຍ.

ມາດຕາ 9  (ປັບປຸງ)  ຂອບເຂດການນໍາໃຊ້ກົດໝາຍ

ກົດໝາຍສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດໍາເນີນທຸລະກິດ, ການຜະ ລິດ, ປະກອບອາຊີບ ແລະ ເຄື່ອນໄຫວອື່ນ ຢູ່ ສປປ ລາວ ແລະ ຕ່າງປະເທດ ຊຶ່ງເກີດມີພັນທະສ່ວຍສາອາກອນ ແລະ ຜູ້ປະຕິບັດໜ້າທີ່ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ.

ມາດຕາ 10  (ປັບປຸງ)  ການຮ່ວມມືສາກົນ

ລັດ ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ ດ້ວຍການແລກປ່ຽນບົດຮຽນ ທາງດ້ານເຕັກນິກ, ວິຊາການ, ຂໍ້ມູນ ຂ່າວສານ, ພັດທະນາຊັບ ພະຍາກອນມະນຸດ ແລະ ດ້ານອື່ນ ເພື່ອພັດທະນາວຽກງານດັ່ງກ່າວ, ປະຕິບັດຕາມການ ເຈລະຈາ ແລະ ຕົກລົງຂອງ ສອງຝ່າຍ ຫຼື ຫຼາຍຝ່າຍ ກັບອົງການອາກອນປະເທດຕ່າງໆ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ພາກທີ II

ປະເພດສ່ວຍສາອາກອນ

ມາດຕາ 11  ປະເພດສ່ວຍສາອາກອນ

ສ່ວຍສາອາກອນ ມີ ສອງ ປະເພດ ດັ່ງນີ້:

  1. ສ່ວຍສາອາກອນທາງອ້ອມ;
  2. ສ່ວຍສາອາກອນທາງກົງ.

ໝວດທີ 1

ສ່ວຍສາອາກອນທາງອ້ອມ

ມາດຕາ 12  ສ່ວຍສາອາກອນທາງອ້ອມ

ສ່ວຍສາອາກອນທາງອ້ອມ ແມ່ນ ອາກອນທີ່ເກັບຈາກຜູ້ຊົມໃຊ້ສິນຄ້າ ແລະ ການບໍລິການ ຜ່ານຜູ້ດໍາເນີນທຸລະກິດ ຢູ່ດິນແດນຂອງ ສປປ ລາວ.

ສ່ວຍສາອາກອນທາງອ້ອມ ປະກອບດ້ວຍ:

  1. ອາກອນມູນຄ່າເພີ່ມ;
  2. ອາກອນຊົມໃຊ້.

ມາດຕາ 13  (ປັບປຸງ)  ອາກອນມູນຄ່າເພີ່ມ

ອາກອນມູນຄ່າເພີ່ມ ແມ່ນ ອາກອນທີ່ເກັບຕາມມູນຄ່າ ສິນຄ້າ ແລະ ການບໍລິການ ທີ່ເພີ່ມຂຶ້ນຈາກການນໍາເຂົ້າສິນຄ້າ, ການສະໜອງ ສິນຄ້າ ແລະ ການບໍລິການ ຢູ່ພາຍໃນປະເທດ ຊຶ່ງຜູ້ຊົມໃຊ້ສຸດທ້າຍເປັນຜູ້ເສຍ.

ອາກອນມູນຄ່າເພີ່ມ ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ.

ມາດຕາ 14  (ປັບປຸງ)  ອາກອນຊົມໃຊ້

ອາກອນຊົມໃຊ້ ແມ່ນ ພັນທະເປັນເງິນ ທີ່ເກັບຈາກ ການຊົມໃຊ້ບາງປະເພດ ສິນຄ້າ ທີ່ນໍາເຂົ້າ ຫຼື ຜະລິດພາຍໃນ ແລະ  ການບໍລິການ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢູ່ພາຍໃນປະເທດ.

ອາກອນຊົມໃຊ້ ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍອາກອນຊົມໃຊ້.

ໝວດທີ 2

ສ່ວຍສາອາກອນທາງກົງ

ມາດຕາ 15  (ປັບປຸງ)  ສ່ວຍສາອາກອນທາງກົງ

ສ່ວຍສາອາກອນທາງກົງ ແມ່ນ ອາກອນທີ່ເກັບຈາກ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຊຶ່ງມີລາຍໄດ້ ຫຼື ມີກໍາໄລ ຈາກການດໍາເນີນທຸລະກິດ ຢູ່ພາຍໃນ ແລະ ຕ່າງປະເທດ.

ສ່ວຍສາອາກອນທາງກົງ ປະກອບດ້ວຍ:

  1. ອາກອນລາຍໄດ້;
  2. ອາກອນທີ່ດິນ ແລະ ຊັບສິນ;
  3. ອາກອນສິ່ງແວດລ້ອມ;
  4. ຄ່າທໍານຽມ ແລະ ຄ່າບໍລິການ.

ມາດຕາ 16  (ປັບປຸງ)  ອາກອນລາຍໄດ້

ອາກອນລາຍໄດ້ ແມ່ນ ພັນທະເປັນເງິນທີ່ເກັບຈາກ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີລາຍໄດ້.

ອາກອນລາຍໄດ້ ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍອາກອນລາຍໄດ້.

ມາດຕາ 17  (ໃໝ່)  ອາກອນ ທີ່ດິນ ແລະ ຊັບສິນ

ອາກອນ ທີ່ດິນ ແລະ ຊັບສິນ ແມ່ນ ພັນທະເປັນເງິນທີ່ເກັບຈາກ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນຜູ້ນໍາໃຊ້ ທີ່ດິນ ແລະ ຊັບສິນ.

ອາກອນ ທີ່ດິນ ແລະ ຊັບສິນ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 18  (ປັບປຸງ)  ອາກອນສິ່ງແວດລ້ອມ

ອາກອນສິ່ງແວດລ້ອມ ແມ່ນ ພັນທະເປັນເງິນທີ່ເກັບຈາກ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນທຸລະກິດ, ໃຫ້ນໍາເຂົ້າ ຫຼື ນໍາໃຊ້ສິນຄ້າ, ຊັບພະຍາກອນທໍາມະຊາດ ຢູ່ ສປປ ລາວ ຊຶ່ງກໍ່ ໃຫ້ເກີດມົນລະພິດຕໍ່ສິ່ງແວດລ້ອມ, ມີຄວາມສ່ຽງ, ສ້າງຄວາມເສຍຫາຍຕໍ່ ສຸຂະພາບ, ຊີວິດຂອງຄົນ, ສັດ, ພືດ ແລະ ຄວາມດຸ່ນດ່ຽງຂອງລະບົບນິເວດ.

ອາກອນສິ່ງແວດລ້ອມ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 19  (ປັບປຸງ)  ຄ່າທໍານຽມ ແລະ ຄ່າບໍລິການ

ຄ່າທໍານຽມ ແມ່ນ ພັນທະທາງກົງ ທີ່ເປັນຄ່າສິດຄຸ້ມຄອງບໍລິຫານລັດທີ່ເກັບຈາກ ບຸກຄົນ, ນິຕິ ບຸກຄົນ ຫຼື ການຈັດຕັ້ງ ທີ່ເຄື່ອນໄຫວທາງດ້ານເສດຖະກິດ ແລະ ສັງຄົມ ໂດຍຜ່ານຂະແໜງການຂອງລັດ ດ້ວຍການຢັ້ງຢືນ ແລະ ອະນຸຍາດ.

ຄ່າບໍລິການ ແມ່ນ ພັນທະທາງກົງ ທີ່ເປັນຄ່າບໍລິການທາງດ້ານບໍລິຫານວິຊາການຈາກຂະແໜງ ການຂອງລັດ ໃນການເຄື່ອນໄຫວຮັບໃຊ້ສັງຄົມ ໂດຍບໍ່ຫວັງຜົນກໍາໄລ ແລະ ເພື່ອເປັນການຊ່ວຍໜູນການໃຊ້ຈ່າຍງົບ ປະມານແຫ່ງລັດ.

ຄ່າທໍານຽມ ແລະ ຄ່າບໍລິການ ໄດ້ກຳນົດໄວ້ໃນລັດຖະບັນຍັດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ.

ພາກທີ III

ລະບົບສ່ວຍສາອາກອນ

ມາດຕາ 20  (ໃໝ່)  ລະບົບສ່ວຍສາອາກອນ 

ລະບົບສ່ວຍສາອາກອນ ມີ ດັ່ງນີ້:

  1. ເລກປະຈໍາຕົວຜູ້ເສຍອາກອນ;
  2. ການແຈ້ງເສຍອາກອນ;
  3. ການມອບອາກອນ;
  4. ການກວດກາຫຼັງການແຈ້ງເສຍອາກອນ;
  5. ການໄລ່ລຽງອາກອນປະຈໍາປີ;
  6. ການສົ່ງຄືນອາກອນ ແລະ ການລົບລ້າງໜີ້;
  7. ແຜນມອບອາກອນ, ການຖືບັນຊີ, ການນໍາໃຊ້ ແລະ ຄຸ້ມຄອງໃບເກັບເງິນ.

ໝວດທີ 1

ເລກປະຈໍາຕົວຜູ້ເສຍອາກອນ

ມາດຕາ 21  (ໃໝ່)  ເລກປະຈໍາຕົວຜູ້ເສຍອາກອນ

ເລກປະຈໍາຕົວຜູ້ເສຍອາກອນ ແມ່ນ ເລກລະຫັດຂອງຜູ້ມີພັນທະເສຍອາກອນ ຢູ່ ສປປ ລາວ ເພື່ອຄຸ້ມຄອງ ແລະ ຕິດຕາມກວດກາ ໃນລະບົບຂໍ້ມູນການເສຍ ແລະ ການມອບ ອາກອນ.

ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ ດໍາເນີນທຸລະກິດ ຫຼື ເຄື່ອນໄຫວອື່ນ ທີ່ມີລາຍໄດ້ ຢູ່ໃນ ຫຼື ນອກ ສປປ ລາວ ຊຶ່ງເກີດມີພັນທະສ່ວຍສາອາກອນ ຕາມກົດໝາຍ ແລະ ລະບຽບການ ຕ້ອງມີເລກປະຈໍາຕົວຜູ້ເສຍອາກອນ.

ມາດຕາ 22  (ໃໝ່)  ການອອກເລກປະຈໍາຕົວຜູ້ເສຍອາກອນ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ແຈ້ງຂຶ້ນທະບຽນວິສາຫະກິດ ຈະໄດ້ຮັບເລກປະຈໍາຕົວຜູ້ເສຍອາກອນ ພ້ອມດຽວກັນກັບໃບທະບຽນວິສາຫະກິດ ຜ່ານລະບົບການອອກທະບຽນວິສາຫະກິດ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ບໍ່ດໍາເນີນທຸລະກິດ ຊຶ່ງມີລາຍໄດ້ ໃຫ້ສະເໜີຂະແໜງສ່ວຍສາອາກອນ ເພື່ອອອກເລກປະຈໍາຕົວຜູ້ເສຍອາກອນ.

ຂັ້ນຕອນ ແລະ ວິທີການອອກເລກປະຈໍາຕົວຜູ້ເສຍອາກອນ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 23  (ໃໝ່)  ການນໍາໃຊ້ເລກປະຈໍາຕົວຜູ້ເສຍອາກອນ

ຜູ້ເສຍອາກອນ ຕ້ອງນຳໃຊ້ເລກປະຈໍາຕົວຜູ້ເສຍອາກອນ ເຂົ້າໃນໃບແຈ້ງເສຍອາກອນ, ໃບເກັບເງິນ, ເອກະສານຊໍາລະອາກອນ, ເອກະສານແຈ້ງພາສີ, ເອກະສານການບັນຊີ, ເອກະສານການເຄື່ອນຍ້າຍສິນຄ້າເຄື່ອງຂອງ ຫຼື ຜະລິດຕະພັນ ແລະ ເອກະສານອື່ນທາງລັດຖະການ ແລະ ການເຄື່ອນໄຫວທີ່ພົວພັນກັບລະບົບສ່ວຍສາອາກອນ ໃນເວ ລາເປີດບັນຊີເງິນຝາກ ຢູ່ທະນາຄານທຸລະກິດ ແລະ/ຫຼື ສະຖາບັນການເງິນອື່ນ.

ຂະແໜງສ່ວຍສາອາກອນ, ຄັງເງິນແຫ່ງຊາດ, ທະນາຄານ, ສະຖາບັນການເງິນ ແລະ ຂະແໜງການອື່ນ ຕ້ອງນໍາໃຊ້ເລກປະຈໍາຕົວຜູ້ເສຍອາກອນ ເພື່ອຄຸ້ມຄອງ ແລະ ຈັດເກັບລາຍຮັບສ່ວຍສາອາກອນ ມອບເຂົ້າງົບປະ ມານແຫ່ງລັດ.

ມາດຕາ 24  (ໃໝ່)  ການສິ້ນສຸດເລກປະຈໍາຕົວຜູ້ເສຍອາກອນ

ເລກປະຈໍາຕົວຜູ້ເສຍອາກອນຈະສິ້ນສຸດ ໃນກໍລະນີ ຢຸດເຊົາກິດຈະການຖາວອນ, ລົ້ມລະລາຍ, ຖືກສັ່ງໃຫ້ຢຸດເຊົາຖາວອນ, ຂາດຄວາມສາມາດທາງດ້ານການປະພຶດ ຫຼື ເສຍຊີວິດ. 

ໝວດທີ 2

ການແຈ້ງເສຍອາກອນ

ມາດຕາ 25  (ໃໝ່)  ການແຈ້ງເສຍອາກອນ

ການແຈ້ງເສຍອາກອນ ແມ່ນ ການລາຍງານຈໍານວນເງິນອາກອນ ທີ່ຄິດໄລ່ ແລະ ຕາມແຜນການມອບ ແລະ ຂໍ້ມູນການເຄື່ອນໄຫວ ຂອງຜູ້ເສຍອາກອນທີ່ຕິດພັນກັບອາກອນແຕ່ລະປະເພດ ເພື່ອແຈ້ງເສຍອາກອນດ້ວຍຕົນເອງ ຕາມທີ່ໄດ້ກໍານົດໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ສາຂາວິສາຫະກິດ ທີ່ມີການແຍກບັນຊີສະເພາະອອກຈາກບັນຊີຂອງບໍລິສັດແມ່ ໃຫ້ແຈ້ງເສຍອາ ກອນທຸກປະເພດ ຢູ່ສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ ບ່ອນສາຂາຕັ້ງຢູ່. ສໍາລັບສາຂາວິສາຫະກິດ ທີ່ບໍ່ມີການແຍກບັນຊີສະເພາະອອກຈາກບັນຊີຂອງບໍລິສັດແມ່ ໃຫ້ແຈ້ງເສຍອາກອນລາຍໄດ້ຈາກເງິນເດືອນ ຢູ່ສ່ວຍສາອາ ກອນປະຈໍາ ແຂວງ, ນະຄອນຫຼວງ ບ່ອນສາຂາຕັ້ງຢູ່, ສ່ວນອາກອນມູນຄ່າເພີ່ມ, ອາກອນຊົມໃຊ້, ອາກອນກໍາໄລ ແລະ ອາກອນລາຍໄດ້ອື່ນ ໃຫ້ແຈ້ງເສຍຢູ່ຂະແໜງສ່ວຍສາອາກອນບ່ອນບໍລິສັດແມ່ຂຶ້ນກັບ ພາຍຫຼັງໄລ່ລຽງແລ້ວ ຈຶ່ງອວ່າຍລາຍຮັບອາກອນທີ່ເກີດຂຶ້ນໃນແຕ່ລະສາຂາ ຄືນໃຫ້ສ່ວຍສາອາກອນ ບ່ອນສາຂາຕັ້ງຢູ່.

ມາດຕາ 26  (ໃໝ່)  ກໍານົດເວລາແຈ້ງເສຍອາກອນ

ກໍານົດເວລາແຈ້ງເສຍອາກອນ ໃຫ້ປະຕິບັດ ດັ່ງນີ້:

  1. ແຈ້ງເສຍເປັນປີ ມີ ອາກອນລາຍໄດ້ ປະເພດອາກອນກໍາໄລ ແລະ ລາຍໄດ້ຈາກເງິນປັນຜົນກຳໄລ, ອາກອນ ທີ່ດິນ ແລະ ຊັບສິນ;
  2. ແຈ້ງເສຍເປັນເດືອນ ມີ ອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້ ຈາກການຜະລິດ, ການສະໜອງ ແລະ ການບໍລິການ ສິນຄ້າພາຍໃນ, ອາກອນລາຍໄດ້ຈາກເງິນເດືອນ ຫຼື ຄ່າແຮງງານ;
  3. ແຈ້ງເສຍເປັນຄັ້ງ ມີ ອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້ ໃນເວລາມີການນໍາເຂົ້າສິນ ຄ້າ ແລະ ອາກອນລາຍໄດ້ປະເພດອື່ນຂອງບຸກຄົນ;
  4. ແຈ້ງເສຍຕາມສັນຍາ ມີ ອາກອນລາຍໄດ້ຂອງຈຸນລະວິສາຫະກິດ.

ສໍາລັບກໍານົດເວລາແຈ້ງເສຍອາກອນແຕ່ລະປະເພດລະອຽດນັ້ນ ໄດ້ກໍານົດໄວ້ໃນກົດໝາຍທີ່ກ່ຽວ ຂ້ອງ.

ມາດຕາ 27  (ໃໝ່)  ເອກະສານການແຈ້ງເສຍອາກອນ

ເອກະສານການແຈ້ງເສຍອາກອນ ປະກອບດ້ວຍ:

  1. ແບບພິມການແຈ້ງເສຍ ອາກອນມູນຄ່າເພີ່ມ, ອາກອນລາຍໄດ້, ອາກອນຊົມໃຊ້, ອາກອນກໍາໄລ, ຄ່າທໍານຽມ, ຄ່າບໍລິການວິຊາການ ແລະ ອາກອນປະເພດອື່ນ;
  2. ເອກະສານປະກອບການແຈ້ງເສຍອາກອນ ຊຶ່ງມີ ໃບເກັບເງິນ, ເອກະສານຢັ້ງຢືນການນໍາເຂົ້າສິນຄ້າ, ເອກະສານຢັ້ງຢືນການມີລາຍໄດ້ປະເພດຕ່າງໆ ເຊັ່ນ ສັນຍາເຊົ່າ, ສັນຍາສໍາປະທານ, ສັນຍາຊື້ຂາຍ, ສັນ ຍາກູ້ຢືມ.

ຂັ້ນຕອນ ແລະ ການດໍາເນີນການແຈ້ງເສຍອາກອນ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 28  (ໃໝ່)  ວິທີການແຈ້ງເສຍອາກອນ

ການແຈ້ງເສຍອາກອນ ມີ ສອງ ວິທີ ດັ່ງນີ້:

  1. ແຈ້ງຜ່ານລະບົບເອເລັກໂຕຣນິກ ດ້ວຍການສະໜອງຂໍ້ມູນການແຈ້ງເສຍອາກອນ ແຕ່ລະປະ ເພດອາກອນ ໃນລະບົບຂໍ້ມູນທາງດ້ານອາກອນ ດ້ວຍການລົງທະບຽນນໍາໃຊ້ການແຈ້ງເສຍອາກອນ ຜ່ານລະບົບຄຸ້ມຄອງຂໍ້ມູນລາຍຮັບສ່ວຍສາອາກອນ (TaxRIS) ຫຼື ການປ້ອນຂໍ້ມູນອາກອນແບບອອນລາຍ ທີ່ສາມາດພິມການແຈ້ງແຕ່ລະປະເພດອາກອນດ້ວຍຕົນເອງໄດ້, ຫຼັງຈາກນັ້ນ ຈຶ່ງສາມາດເລືອກຊ່ອງທາງການຊໍາລະອາກອນໄດ້ ຕາມ ສາມ ຊ່ອງທາງ ຄື ຊໍາລະຜ່ານ ລະບົບ Easy-Tax ຂອງທະນາຄານ, ປ່ອງຮັບເງິນຂອງທະນາຄານ ແລະ ປ່ອງຮັບເງິນຂອງຄັງເງິນແຫ່ງຊາດ;
  2. ແຈ້ງຜ່ານປ່ອງບໍລິການຂອງຂະແໜງສ່ວຍສາອາກອນ ດ້ວຍການສະໜອງເອກະສານການແຈ້ງເສຍອາກອນແຕ່ລະປະເພດ.

ມາດຕາ 29 (ໃໝ່)  ການເລື່ອນການແຈ້ງເສຍອາກອນ

ການເລື່ອນການແຈ້ງເສຍອາກອນ ແມ່ນ ການອະນຸຍາດຂອງອົງການຄຸ້ມຄອງວຽກງານສ່ວຍສາອາ ກອນ ເພື່ອໃຫ້ຜູ້ເສຍອາກອນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ເລື່ອນການແຈ້ງເສຍອາກອນ ຕາມຈໍານວນ ແລະ ກໍານົດເວລາ ຕາມການຕົກລົງຂອງ ລັດຖະມົນຕີກະຊວງການເງິນ ຫຼື ລັດຖະບານ ຕາມແຕ່ລະກໍລະນີ.

ມາດຕາ 30 (ໃໝ່)  ການແຈ້ງຢຸດເຊົາການເຄື່ອນໄຫວກິດຈະການ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຢຸດເຊົາການເຄື່ອນໄຫວກິດຈະການ ຕ້ອງດໍາເນີນຂັ້ນຕອນ ຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ ຫຼັງຈາກໄດ້ຮັບອະນຸຍາດແລ້ວ ກໍຕ້ອງແຈ້ງໃຫ້ຂະແໜງ ສ່ວຍສາອາກອນ ບໍ່ໃຫ້ເກີນ ສິບຫ້າ ວັນລັດຖະການ ເພື່ອໄລ່ລຽງພັນທະສ່ວຍສາອາກອນ ຕາມກົດໝາຍ.

ໝວດທີ 3

ການມອບອາກອນ

ມາດຕາ 31  (ປັບປຸງ)  ການມອບອາກອນ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕ້ອງມອບ ອາກອນ, ຄ່າທໍານຽມ ແລະ ຄ່າບໍລິການ ລວມທັງຄ່າປັບໃໝ ຜ່ານລະບົບທະນາຄານ ຫຼື ຄັງເງິນແຫ່ງຊາດ ເປັນສະກຸນເງິນກີບ ດ້ວຍ ເງິນສົດ, ແຊັກ, ເງິນໂອນ ຫຼື ຮູບການອື່ນ. ກໍລະນີ ທີ່ມອບເປັນເງິນຕາຕ່າງປະເທດ ສາມາດປະຕິບັດໄດ້ຕາມສັນຍາ ແຕ່ຕ້ອງບັນທຶກເປັນລາຍຮັບງົບ ປະມານເປັນສະກຸນເງິນກີບ ຕາມການແຈ້ງເສຍອາກອນແຕ່ລະປະເພດ ບົນພື້ນຖານອັດຕາແລກປ່ຽນຂອງທະນາຄານ ທີ່ປະກາດໃຊ້ໃນແຕ່ລະໄລຍະ.

ມາດຕາ 32  (ປັບປຸງ)  ກໍານົດເວລາການມອບອາກອນ

ກໍານົດເວລາການມອບອາກອນ ໃຫ້ປະຕິບັດ ດັ່ງນີ້:

  1. ການນໍາເຂົ້າສິນຄ້າ ໃຫ້ມອບອາກອນ ໃນເວລາແຈ້ງເສຍພາສີຂາເຂົ້າຢູ່ດ່ານບ່ອນນໍາເຂົ້າສິນຄ້າ, ຢູ່ທະນາຄານທີ່ມີບັນຊີຂອງຄັງເງິນແຫ່ງຊາດ ຫຼື ຢູ່ຄັງເງິນແຫ່ງຊາດ ຕາມການຄິດໄລ່ຂອງເຈົ້າໜ້າທີ່ພາສີ;
  2. ອາກອນມູນຄ່າເພີ່ມ, ອາກອນຊົມໃຊ້ ສໍາລັບການຜະລິດ, ການສະໜອງສິນຄ້າ ແລະ ບໍລິ ການ ຢູ່ພາຍໃນປະເທດ, ອາກອນລາຍໄດ້ຈາກເງິນເດືອນ ຫຼື ຄ່າແຮງງານ ໃຫ້ມອບເປັນເດືອນ ບໍ່ໃຫ້ກາຍວັນທີ 20 ຂອງເດືອນຖັດໄປ;
  3. ອາກອນລາຍໄດ້ຈາກເງິນປັນຜົນກໍາໄລ ໃຫ້ປະຕິບັດຕາມແຕ່ລະກໍລະນີ ດັ່ງນີ້:
  • ກໍລະນີ ມີການຕົກລົງແບ່ງປັນຜົນກໍາໄລ ໃຫ້ມອບ ພາຍຫຼັງມີບົດບັນທຶກກອງປະຊຸມຜູ້ຖືີຮຸ້ນ ພາຍໃນເວລາ ສິບຫ້າວັນລັດຖະການ;
  • ກໍລະນີ ມີການຕົກລົງບໍ່ແບ່ງປັນຜົນກຳໄລ ຕ້ອງໄດ້ແຈ້ງຕໍ່ເຈົ້າໜ້າທີ່ສ່ວຍສາອາກອນ ພາຍໃນເວລາ ສິບຫ້າວັນລັດຖະການ ນັບແຕ່ວັນມີບົດບັນທຶກກອງປະຊຸມ;
  • ກໍລະນີ ບໍ່ໄດ້ແຈ້ງຕໍ່ເຈົ້າໜ້າທີ່ສ່ວຍສາອາກອນ ກ່ຽວກັບການບໍ່ເປີດກອງປະຊຸມຜູ້ຖືຮຸ້ນ ຫຼື ຂາຮຸ້ນ ຫຼື ບໍ່ແຈ້ງການແບ່ງປັນຜົນກໍາໄລ ກ່ອນວັນທີ 30 ມິຖຸນາ ຂອງປີຖັດໄປ ເຈົ້າໜ້າທີ່ສ່ວຍສາອາກອນ ສາມາດຄິດໄລ່ ໃຫ້ເສຍອາກອນລາຍໄດ້ຈາກເງິນປັນຜົນກໍາໄລ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍອາກອນລາຍໄດ້.
  1. ອາກອນກໍາໄລ ໃຫ້ມອບເປັນ ສອງຄັ້ງຕໍ່ປີ ຊຶ່ງການມອບອາກອນກໍາໄລ ຄັ້ງທີ 1 ແມ່ນບໍ່ໃຫ້ກາຍ ວັນທີ 20 ກໍລະກົດ ຂອງປີ ແລະ ຄັ້ງທີ 2 ບໍ່ໃຫ້ກາຍວັນທີ 20 ມັງກອນ ຂອງປີຖັດໄປ.

ອາກອນກໍາໄລທີ່ຕ້ອງມອບໃນແຕ່ລະຄັ້ງນັ້ນ ໃຫ້ມອບບົນພື້ນຖານກໍາໄລຕົວຈິງ ຕາມການສະ ຫຼຸບບັນຊີຂອງແຕ່ລະ ຫົກເດືອນ ຫຼື ການຄາດຄະເນໄວ້ໃນແຜນການມອບຂອງປີການບັນຊີ ຫຼື ອາກອນກໍາໄລທີ່ມອບຕົວຈິງຂອງປີຜ່ານມາ. ພາຍຫຼັງສະຫຼຸບບັນຊີປະຈໍາປີແລ້ວ ຕ້ອງໄດ້ເສຍອາກອນກໍາໄລປະຈໍາປີ ຕາມເອກະສານລາຍງານການເງິນ ເພື່ອໄລ່ລຽງເງິນອາກອນກໍາໄລຕົວຈິງທີ່ຕ້ອງມອບ; ຖ້າເຫັນວ່າອາກອນກຳໄລຕົວຈິງ ຫາກຫຼາຍກວ່າ ອາກອນກຳໄລທີ່ມອບແລ້ວ ກໍຕ້ອງໄດ້ມອບຕື່ມ ຫຼື ຫາກໜ້ອຍກວ່າ ກໍຕ້ອງໄດ້ສົ່ງຄືນ ຫຼື ຍົກໄປຫັກຕໍ່ໃນຄັ້ງຖັດໄປ ຕາມການເຫັນດີຂອງຜູ້ມອບອາກອນ;

  1. ອາກອນລາຍໄດ້ຂອງຈຸນລະວິສາຫະກິດ ໃຫ້ມອບຕາມທີ່ໄດ້ກຳນົດໄວ້ໃນສັນຍາ ລະຫວ່າງ ຈຸນລະວິສາຫະກິດ ແລະ ຂະແໜງສ່ວຍສາອາກອນ ເປັນເດືອນ, ເປັນງວດ ຫຼື ເປັນປີ;
  2. ການມອບອາກອນມູນຄ່າເພີ່ມຂອງບຸກຄົນ ທີ່ໄດ້ຮັບການສະໜອງຈາກຜູ້ບໍ່ມີພູມລໍາເນົາ ແລະ ບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ແລະ ອາກອນລາຍໄດ້ປະເພດອື່ນ ໃຫ້ມອບພາຍໃນ ສິບຫ້າວັນ ລັດ ຖະການ ນັບແຕ່ວັນໄດ້ຈ່າຍລາຍໄດ້ດັ່ງກ່າວເປັນຕົ້ນໄປ.

ສໍາລັບກໍານົດເວລາການມອບ ອາກອນ ທີ່ດິນ ແລະ ຊັບສິນ, ອາກອນສິ່ງແວດລ້ອມ, ຄ່າທໍານຽມ ແລະ ຄ່າບໍລິການ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 33  (ໃໝ່)  ວິທີມອບອາກອນ

ການມອບອາກອນ ມີ ສອງ ວິທີ ດັ່ງນີ້:

  1. ມອບຜ່ານທະນາຄານທຸລະກິດ ທີ່ມີບັນຊີຂອງຄັງເງິນແຫ່ງຊາດ;
  2. ມອບຜ່ານຄັງເງິນແຫ່ງຊາດ ແລະ ຄັງເງິນແຫ່ງຊາດປະຈໍາ ແຂວງ, ນະຄອນຫຼວງ, ເມືອງ, ເທດ ສະບານ, ນະຄອນ.

ສໍາລັບຮູບແບບພິມການມອບອາກອນແຕ່ລະປະເພດນັ້ນ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 34  (ໃໝ່)  ເອກະສານຢັ້ງຢືນການມອບອາກອນ

ເອກະສານຢັ້ງຢືນການມອບອາກອນແຕ່ລະປະເພດ ມີ  ດັ່ງນີ້:

  1. ໃບແຈ້ງມີຂອງທະນາຄານ ໃນຮູບແບບພິມ ຫຼື ເອເລັກໂຕຣນິກ;
  2. ໃບຮັບເງິນຂອງຄັງເງິນແຫ່ງຊາດ ໃນຮູບແບບພິມ ຫຼື ເອເລັກໂຕຣນິກ.

ມາດຕາ (ໃໝ່)  ການເລື່ອນການມອບອາກອນ

ການເລື່ອນການມອບອາກອນ ແມ່ນ ການອະນຸຍາດຂອງອົງການຄຸ້ມຄອງວຽກງານສ່ວຍສາອາ ກອນ ເພື່ອໃຫ້ຜູ້ເສຍອາກອນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ເລື່ອນການມອບອາກອນ ຕາມຈໍານວນ ແລະ ກໍານົດເວລາ ທີ່ລັດຖະມົນຕີກະຊວງການເງິນ ຫຼື ລັດຖະບານ ຕົກລົງ ຕາມແຕ່ລະກໍລະນີ.

ໝວດທີ 4

ການກວດກາຫລັງການແຈ້ງເສຍອາກອນ

ມາດຕາ 36  (ໃໝ່)  ການກວດກາຫຼັງການແຈ້ງເສຍອາກອນ

ການກວດກາຫຼັງການແຈ້ງເສຍອາກອນ ແມ່ນ ການກວດກາຄືນບັນດາຂໍ້ມູນ ຕາມການແຈ້ງເສຍອາ ກອນ, ການມອບອາກອນແຕ່ລະປະເພດຂອງຜູ້ເສຍອາກອນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ ແລະ ກົດ   ໝາຍທີ່ກ່ຽວຂ້ອງ.

ມາດຕາ 37  (ໃໝ່)  ຂັ້ນຕອນການກວດກາຫຼັງການແຈ້ງເສຍອາກອນ

ຂັ້ນຕອນການກວດກາຫຼັງການແຈ້ງເສຍອາກອນ ມີ ດັ່ງນີ້:

  1. ເກັບກໍາ ແລະ ວິໄຈຂໍ້ມູນ ເອກະສານແຈ້ງເສຍອາກອນ, ບົດລາຍງານການເງິນ ແລະ ເອກະ ສານອື່ນ ຕາມກະຊວງການເງິນກໍານົດ;
  2. ຄັດເລືອກເປົ້າໝາຍກວດກາ;
  3. ສ້າງແຜນ ແລະ ມອບໝາຍການກວດກາ;
  4. ດໍາເນີນການກວດກາຕົວຈິງ;
  5. ລາຍງານຜົນຂອງການກວດກາ;
  6. ສະຫຼຸບ, ສ້າງບົດບັນທຶກຜົນຂອງການກວດກາ.

ມາດຕາ 38  (ໃໝ່)  ວິທີການກວດກາຫຼັງການແຈ້ງເສຍອາກອນ

ວິທີການກວດກາຫຼັງການແຈ້ງເສຍອາກອນ ມີ ດັ່ງນີ້:

  1. ວິເຄາະ, ວິໄຈ ຂໍ້ມູນ ແລະ ເອກະສານ ທີ່ຕິດພັນກັບຜູ້ເສຍອາກອນ;
  2. ກວດກາຄືນການປະຕິບັດກົດໝາຍ ຂອງຜູ້ເສຍອາກອນ ແລະ ຜູ້ມອບອາກອນ;
  3. ກວດກາອາກອນທີ່ຕ້ອງມອບ ຫຼື ກວດກາບັນດາເງື່ອນໄຂທີ່ກ່ຽວຂ້ອງກັບຈໍານວນອາກອນທີ່ຕ້ອງມອບ;
  4. ກວດກາຄືນຜູ້ເສຍອາກອນທີ່ແຈ້ງດ້ວຍຕົນເອງ ທີ່ມີເງື່ອນໄຂບໍ່ຄົບຖ້ວນຕາມກົດໝາຍ ເຊັ່ນ ບໍ່ມີເລກປະຈໍາຕົວຜູ້ເສຍອາກອນ, ບໍ່ແຈ້ງເສຍອາກອນ, ບໍ່ຖືບັນຊີ ແລະ ບໍ່ນໍາໃຊ້ໃບເກັບເງິນ.

ມາດຕາ 39  (ໃໝ່)  ຜູ້ມີສິດອອກຂໍ້ຕົກລົງກວດກາແຕ່ລະຂັ້ນ

ຫົວໜ້າກົມສ່ວຍສາອາກອນ, ຫົວໜ້າສ່ວຍສາອາກອນ ປະຈຳ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ເປັນຜູ້ອອກຂໍ້ຕົກລົງແຕ່ງຕັ້ງເຈົ້າໜ້າທີ່ສ່ວຍສາອາກອນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອດຳເນີນການກວດກາຕົວຈິງ ຢູ່ສຳນັກງານ ແລະ ສະຖານທີ່ອື່ນທີ່ກ່ຽວຂ້ອງ ຂອງຜູ້ເສຍອາກອນ ຕາມແຜນການກວດກາທີ່ໄດ້ຖືກຮັບຮອງ.

ໃນກໍລະນີ ການກວດກາຫາກມີພາກສ່ວນອື່ນເຂົ້າຮ່ວມນຳ ລັດຖະມົນຕີກະຊວງການເງິນ, ເຈົ້າ ແຂວງ, ເຈົ້າຄອງນະຄອນຫຼວງ, ເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນ ເປັນຜູ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະກວດກາ.

ການກວດກາຫຼັງການແຈ້ງເສຍອາກອນ ແຕ່ລະຄັ້ງບໍ່ໃຫ້ເກີນ ສາມສິບວັນ ນັບແຕ່ວັນອອກຂໍ້ຕົກ ລົງ ຫຼື ແຈ້ງການ ເປັນຕົ້ນໄປ, ໃນກໍລະນີຈໍາເປັນ ກໍສາມາດຕໍ່ໄດ້ ແຕ່ບໍ່ໃຫ້ເກີນ ສາມສິບວັນ.

ມາດຕາ 40 (ໃໝ່)  ຄວາມຮັບຜິດຊອບຂອງຜູ້ເສຍອາກອນໃນການກວດກາຫຼັງການແຈ້ງເສຍອາກອນ

ຄວາມຮັບຜິດຊອບຂອງຜູ້ເສຍອາກອນໃນການກວດກາຫຼັງການແຈ້ງເສຍອາກອນ ມີ ດັ່ງນີ້:

  1. ສະໜອງຂໍ້ມູນ, ຊີ້ແຈງ ແລະ ອະທິບາຍ ກ່ຽວກັບເອກະສານການ ແຈ້ງເສຍ ແລະ ມອບ ອາ ກອນ ຢ່າງຄົບຖ້ວນ;
  2. ສະໜອງຂໍ້ມູນ ການຄິດໄລ່, ການເກັບ, ການມອບ ຈໍານວນເງິນອາກອນທີ່ໄດ້ຈ່າຍໃນເວ ລານໍາເຂົ້າ, ຊື້ ສິນຄ້າ ແລະ/ຫຼື ການບໍລິການ ຢູ່ພາຍໃນ;
  3. ສະໜອງເອກະສານບັນຊີ, ໃບເກັບເງິນ, ໃບຢັ້ງຢືນຖານະການເງິນ ແລະ ເອກະສານອື່ນ ຕາມກະຊວງການເງິນກໍານົດ  ທີ່ພົວພັນກັບການຄິດໄລ່ ແລະ ການກວດກາບັນຊີ ໃຫ້ແກ່ຂະແໜງສ່ວຍສາອາກອນ ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ.

ມາດຕາ 41 (ໃໝ່)  ຄວາມຮັບຜິດຊອບຂອງຄະນະກວດກາກ່ຽວກັບການກວດກາຫຼັງການແຈ້ງເສຍອາກອນ

ຄວາມຮັບຜິດຊອບຂອງຄະນະກວດກາກ່ຽວກັບການກວດກາຫຼັງການແຈ້ງເສຍອາກອນມີ ດັ່ງນີ້:

  1. ແຈ້ງໃຫ້ເປົ້າໝາຍກວດກາຮັບຊາບລ່ວງໜ້າ ກ່ອນ ເຈັດວັນ;
  2. ວິເຄາະ, ວິໄຈ ຂໍ້ມູນການແຈ້ງເສຍອາກອນ, ການມອບອາກອນ ຂອງເປົ້າໝາຍການກວດ ກາ ແລະ ຂໍ້ມູນອື່ນທີ່ພົວພັນກັບເປົ້າໝາຍ;
  3. ວາງແຜນການກວດກາຕາມຫຼັກວິຊາການ;
  4. ດໍາເນີນການກວດກາ;
  5. ລາຍງານຜົນຂອງການກວດກາ ຖືກຕ້ອງຕາມກົດໝາຍ, ຮັບປະກັນຄວາມເປັນຈິງ ແລະ ຫຼັກວິຊາການ;
  6. ສະຫຼຸບ, ສ້າງບົດບັນທຶກ ຜົນຂອງການກວດກາ;
  7. ແຈ້ງໃຫ້ຜູ້ເສຍອາກອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ປະຕິບັດຕາມຜົນການກວດກາຫຼັງການແຈ້ງເສຍອາກອນ.

ໝວດທີ 5

ການໄລ່ລຽງອາກອນປະຈໍາປີ

ມາດຕາ 42  (ໃໝ່)  ການໄລ່ລຽງອາກອນປະຈໍາປີ

ການໄລ່ລຽງອາກອນປະຈໍາປີ ແມ່ນ ການກວດກາບັນດາຫົວໜ່ວຍຖືບັນຊີວິສາຫະກິດ, ຫົວໜ່ວຍທີ່ຖືບັນຊີແຫ່ງລັດ, ບັນຊີໂຄງການ, ບັນຊີທະນາຄານ ແລະ ອື່ນໆ ບົນພື້ນຖານຂໍ້ມູນຜ່ານລະບົບບັນຊີວິສາຫະກິດ, ກວດກາຜ່ານຂໍ້ມູນ ຂ່າວສານຈາກພາຍນອກ, ກວດກາການແຈ້ງເສຍອາກອນ ແລະ ກວດກາການຊໍາລະອາກອນປະ ເພດຕ່າງໆປະຈໍາປີ ເພື່ອຮັບປະກັນການປະຕິບັດກົດໝາຍ ກ່ຽວກັບການຄຸ້ມຄອງວຽກງານສ່ວຍສາອາກອນ.

ຜູ້ເສຍອາກອນ ຕ້ອງຍື່ນເອກະສານລາຍງານການເງິນປະຈໍາປີ ບໍ່ໃຫ້ກາຍວັນທີ 31 ມີນາ ຂອງປີ ຖັດໄປ. ສໍາລັບຜູ້ເສຍອາກອນທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ຮອບວຽນການລາຍງານການເງິນປະຈໍາປີ ເປັນອັນສະເພາະທີ່ບໍ່ໄປຕາມຮອບວຽນປີປະຕິທິນນັ້ນ ໃຫ້ຍື່ນເອກະສານລາຍງານການເງິນປະຈໍາປີ ພາຍໃນເວລາ ສາມເດືອນ ນັບແຕ່ວັນປິດບັນຊີເປັນຕົ້ນໄປ.

ພາຍຫຼັງທີ່ໄດ້ຮັບເອກະສານລາຍງານການເງິນ ແລະ ເອກະສານອື່ນຕາມກະຊວງການເງິນກໍານົົດ ຖືກຕ້ອງ, ຄົບຖ້ວນ ແລະ ບໍ່ມີໜີ້ອາກອນຄ້າງມອບແລ້ວ ຂະແໜງສ່ວຍສາອາກອນ ຕ້ອງອອກໃບຢັ້ງຢືນການມອບພັນທະອາກອນປະຈຳປີ ໃຫ້ແກ່ຜູ້ເສຍອາກອນ ພາຍໃນເວລາ ຫ້າວັນ ລັດຖະການ.

ມາດຕາ 43  (ໃໝ່)  ຄວາມຮັບຜິດຊອບຂອງຜູ້ເສຍອາກອນໃນການໄລ່ລຽງອາກອນປະຈໍາປີ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດໍາເນີນທຸລະກິດ ຕ້ອງຍື່ນເອກະສານລາຍງານການເງິນ ກ່ອນການໄລ່ລຽງອາກອນປະຈໍາປີ. ສໍາລັບທຸລະກິດ ທີ່ຕ້ອງໄດ້ຜ່ານການກວດສອບຈາກບໍລິສັດກວດສອບເອກະລາດ ໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ.

ສໍາລັບບຸກຄົນທີ່ມີລາຍໄດ້ ຕ້ອງຍື່ນເອກະສານຢັ້ງຢືນ ການມີລາຍໄດ້ ແລະ ການເສຍອາກອນລາຍໄດ້ ເພື່ອໄລ່ລຽງອາກອນປະຈໍາປີ.

ໃນກໍລະນີ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບການ ຍົກເວັ້ນ ຫຼື ຫຼຸດຜ່ອນ ອັດຕາ ຫຼື ປະ ເພດ ອາກອນ ກໍຕ້ອງໄດ້ຍື່ນເອກະສານຢັ້ງຢືນ ການໄດ້ຮັບການ ຍົກເວັ້ນ ຫຼື ຫຼຸດຜ່ອນ ອັດຕາ ຫຼື ປະເພດ ອາກອນ ນໍາຂະແໜງສ່ວຍສາອາກອນ ບ່ອນທີ່ຕົນຂຶ້ນກັບ ເພື່ອໄລ່ລຽງອາກອນປະຈໍາປີ.

ມາດຕາ 44  (ໃໝ່)  ການປະຕິບັດການໄລ່ລຽງອາກອນປະຈໍາປີ

ການໄລ່ລຽງອາກອນປະຈໍາປີ ໃຫ້ປະຕິບັດ ສາມ ວິທີ ດັ່ງນີ້:

  1. ການກວດກາບັນຊີຕາມເອກະສານຂອງຜູ້ເສຍອາກອນ ຢູ່ຫ້ອງການສ່ວຍສາອາກອນ;
  2. ການກວດກາບັນຊີ ຫຼື ກວດກາຂໍ້ມູນຕົວຈິງຢູ່ສໍານັກງານວິສາຫະກິດ (ກວດກາກັບທີ່);
  3. ການກວດກາບັນຊີແບບກະທັນຫັນ.

ການກວດກາໄລ່ລຽງຂອງເຈົ້າໜ້າທີ່ສ່ວຍສາອາກອນ ຕ້ອງໃຫ້ສໍາເລັດພາຍໃນເວລາ ຫົກເດືອນ ນັບແຕ່ວັນຍື່ນເອກະສານລາຍງານການເງິນຂອງເປົ້າໝາຍທີ່ມີຄວາມສ່ຽງຖືກກວດກາ, ສ່ວນຂັ້ນຕອນໃນການດໍາເນີນການກວດກາ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ໝວດທີ 6

ການສົ່ງຄືນອາກອນ ແລະ ການລົບລ້າງໜີ້້

ມາດຕາ 45  (ປັບປຸງ)  ການສົ່ງຄືນອາກອນ

ການສົ່ງຄືນອາກອນ ແມ່ນ ການສົ່ງເງິນອາກອນໃຫ້ຜູ້ເສຍອາກອນ ທີ່ໄດ້ມອບເກີນຈໍານວນທີ່ກົດໝາຍກໍານົດ ຫຼື ຕາມທີ່ກົດໝາຍກໍານົດໄວ້.

ການສົ່ງຄືນອາກອນ ເກີດຂຶ້ນ ໃນກໍລະນີທີ່ມີການຄິດໄລ່ອາກອນທຸກປະເພດຜິດພາດ ຍ້ອນການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງຂອງຜູ້ເສຍອາກອນ ຫຼື ຂອງເຈົ້າໜ້າທີ່ສ່ວຍສາອາກອນ ເຊັ່ນ ການເສຍອາກອນຊໍ້າຊ້ອນ, ການເສຍບໍ່ຖືກຕ້ອງຕາມອັດຕາທີ່ໄດ້ກຳນົດໄວ້, ການເສຍເກີນຈຳນວນທີ່ຕ້ອງເສຍ ຊຶ່ງຂະແໜງສ່ວຍສາອາກອນ ຕ້ອງຄົ້ນ ຄວ້າແກ້ໄຂດ້ວຍຄວາມຮັບຜິດຊອບ ແລະ ສົ່ງຄືນແກ່ຜູ້ເສຍອາກອນ ໃຫ້ຖືກຕ້ອງ ຕາມກົດໝາຍ.

ໃນກໍລະນີຜູ້ເສຍອາກອນ ຫາກໄດ້ມອບອາກອນເກີນ ອົງການຄຸ້ມຄອງວຽກງານສ່ວຍສາອາກອນ ຂັ້ນສູນກາງ ແລະ ຂັ້ນແຂວງ ຕ້ອງອອກຂໍ້ຕົກລົງ ສົ່ງຄືນອາກອນ ພາຍໃນເວລາ ສິບວັນ ລັດຖະການ.

ສໍາລັບການສົ່ງຄືນອາກອນມູນຄ່າເພີ່ມນັ້ນ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ.

ມາດຕາ 46  (ໃໝ່)  ຜູ້ມີສິດຂໍອາກອນຄືນ

ຜູ້ມີສິດຂໍອາກອນຄືນ ມີ ດັ່ງນີ້:

  1. ບຸກຄົນທີ່ໄດ້ເສຍອາກອນລາຍໄດ້ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍອາກອນລາຍໄດ້;
  2. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີທະບຽນວິສາຫະກິດ ແລະ ຖືບັນຊີຖືກຕ້ອງ ຕາມກົດໝາຍ ທີ່ໄດ້ມອບອາກອນເກີນຈໍານວນທີ່ຕ້ອງເສຍ;
  3. ຜູ້ດໍາເນີນທຸລະກິດ ຫຼື ຜູ້ເສຍອາກອນ ຖືກລົ້ມລະລາຍ, ຢຸດເຊົາທຸລະກິດຢ່າງຖາວອນ, ມີການໂຮມ ຫຼື ແຍກກິດຈະການ ທີ່ໄດ້ມອບອາກອນເກີນຈໍານວນທີ່ຕ້ອງເສຍ;
  4. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຢູ່ໃນລະບົບອາກອນມູນຄ່າເພີ່ມ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ;
  5. ອົງການຈັດຕັ້ງສາກົນ, ສະຖານເອກອັກຄະລັດຖະທູດ, ສະຖານກົງສຸນ ແລະ ນັກການທູດ ປະຈໍາ ຢູ່ ສປປ ລາວ ຕາມການຢັ້ງຢືນເຫັນດີຂອງກະຊວງການຕ່າງປະເທດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍອາ ກອນມູນຄ່າເພີ່ມ;
  6. ຜູ້ໂດຍສານ ແລະ ນັກທ່ອງທ່ຽວຕ່າງປະເທດ ຂາອອກ ທີ່ຊື້ສິນຄ້າຢູ່ ສປປ ລາວ ໂດຍຜ່ານດ່ານສະໜາມບິນສາກົນ ແລະ ດ່ານສາກົນທີ່ໄດ້ຮັບອະນຸຍາດ ຂອງ ສປປ ລາວ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ.

ມາດຕາ 47  (ປັບປຸງ)  ການຍື່ນຄໍາສະເໜີຂໍອາກອນຄືນ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 46 ຂໍ້ທີ 1 ຫາ ຂໍ້ທີ 4 ຂອງກົດໝາຍສະບັບນີ້ ມີສິດຍື່ນໜັງສືສະເໜີຂໍຄືນອາກອນ ຕໍ່ຂະແໜງສ່ວຍສາອາກອນ ບ່ອນຕົນຂຶ້ນກັບ ຊ້າສຸດບໍ່ໃຫ້ກາຍ ສາມເດືອນ ນັບແຕ່ວັນທີ່ໄດ້ມອບເງິນອາກອນເປັນຕົ້ນໄປ.

ສໍາລັບການສະເໜີຂໍອາກອນມູນຄ່າເພີ່ມຄືນ ຂອງອົງການຈັດຕັ້ງສາກົນ, ສະຖານເອກອັກຄະລັດ ຖະທູດ, ສະຖານກົງສຸນ ແລະ ນັກການທູດ ປະຈໍາ ຢູ່ ສປປ ລາວ ນັ້ນ ໃຫ້ສະເໜີຕໍ່ກົມສ່ວຍສາອາກອນ ເປັນແຕ່ລະງວດ ຊຶ່ງແຕ່ລະງວດບໍ່ໃຫ້ກາຍເດືອນທໍາອິດຂອງງວດຖັດໄປ  ໂດຍມີການຢັ້ງຢືນເຫັນດີຂອງກະຊວງການຕ່າງປະເທດ ຕາມລະບຽບການຂອງກະຊວງການເງິນ.

ສໍາລັບການຂໍອາກອນມູນຄ່າເພີ່ມຄືນ ຂອງຜູ້ໂດຍສານ ແລະ ນັກທ່ອງທ່ຽວຕ່າງປະເທດ ຂາອອກ ທີ່ຊື້ສິນຄ້ານໍາຮ້ານຄ້າທີ່ມີການກໍານົດສົ່ງຄືນອາກອນມູນຄ່າເພີ່ມ ຢູ່ ສປປ ລາວ ຕາມປະເພດສິນຄ້າ ແລະ ມູນຄ່າສິນ ຄ້າ ທີ່ລັດຖະບານກໍານົດ ຕ້ອງແຈ້ງ ເອກະສານຢັ້ງຢືນສິນຄ້າ, ສະແດງສິນຄ້າຕົວຈິງ ແລະ ໜັງສືຜ່ານແດນ ໂດຍຜ່ານການກວດກາຢັ້ງຢືນຂອງເຈົ້າໜ້າທີ່ພາສີ ຢ່າງຖືກຕ້ອງ ແລະ ຄົບຖ້ວນ ຢູ່ສະໜາມບິນສາກົນ ແລະ ດ່ານສາກົນທີ່ໄດ້ຮັບອະນຸຍາດ ຂອງ ສປປ ລາວ. ໃນກໍລະນີ ຫາກບໍ່ທັນໄດ້ຮັບອາກອນຄືນ ສໍາລັບສິນຄ້າທີ່ໄດ້ຜ່ານການກວດກາຢັ້ງ ຢືນຂອງເຈົ້າໜ້າທີ່ພາສີໃນເວລາທີ່ແຈ້ງອອກແລ້ວນັ້ນ ແມ່ນສາມາດຮັບອາກອນມູນຄ່າເພີ່ມຄືນ ໄດ້ພາຍໃນເວລາ ສາມສິບວັນ ນັບແຕ່ວັນທີ່ແຈ້ງອອກ ສປປ ລາວ ເປັນຕົ້ນໄປ.

ສໍາລັບປະເພດສິນຄ້າທີ່ບໍ່ສາມາດຂໍຄືນອາກອນມູນຄ່າເພີ່ມ ແລະ ມູນຄ່າສິນຄ້າທີ່ສາມາດຂໍຄືນອາກອນມູນຄ່າເພີ່ມ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 48  (ປັບປຸງ)  ການພິຈາລະນາຄໍາສະເໜີຂໍອາກອນຄືນ

ຂະແໜງສ່ວຍສາອາກອນ ຕ້ອງກວດກາ ແລະ ພິຈາລະນາການສະເໜີຂໍອາກອນຄືນ ພາຍໃນເວລາ ຫ້າວັນ ລັດຖະການ ນັບແຕ່ວັນໄດ້ຮັບໜັງສືສະເໜີ ແລະ ເອກະສານ ຢ່າງຖືກຕ້ອງ ແລະ ຄົບຖ້ວນ ແລ້ວແຈ້ງຜົນການແກ້ໄຂໃຫ້ຜູ້ສະເໜີ ຢ່າງເປັນລາຍລັກອັກສອນ. ໃນກໍລະນີຕ້ອງການຂໍ້ມູນເພີ່ມເຕີມ ຂະແໜງສ່ວຍສາອາກອນ ຕ້ອງແຈ້ງເປັນລາຍລັກອັກສອນ ໃຫ້ຜູ້ສະເໜີສະໜອງຂໍ້ມູນເພີ່ມເຕີມ ຕາມການແຈ້ງ ແລ້ວພິຈາລະນາການສົ່ງເງິນອາກອນຄືນໃຫ້ສໍາເລັດ ພາຍໃນເວລາ ສິບວັນ ລັດຖະການ ນັບແຕ່ວັນໄດ້ຮັບຂໍ້ມູນເພີ່ມເຕີມທີ່ ຖືກຕ້ອງ ແລະ ຄົບຖ້ວນ ເປັນຕົ້ນໄປ.

ໃນກໍລະນີຄໍາສະເໜີ ຫາກບໍ່ໄດ້ຮັບການແກ້ໄຂ ຫຼື ໄດ້ຮັບ ແຕ່ເຫັນວ່າຍັງບໍ່ຖືກຕ້ອງຕາມກົດ   ໝາຍ ຜູ້ສະເໜີ ກໍມີສິດສະເໜີຕໍ່ຂະແໜງສ່ວຍສາອາກອນ ຂັ້ນເທິງຖັດໄປ ແລະ ຖ້າຍັງເຫັນວ່າບໍ່ຖືກຕ້ອງ ກໍສາມາດຮ້ອງຟ້ອງຕໍ່ສານປະຊາຊົນ.

ສໍາລັບການພິຈາລະນາສົ່ງຄືນອາກອນມູນຄ່າເພີ່ມ ໃຫ້ອົງການຈັດຕັ້ງສາກົນ, ສະຖານເອກອັກຄະລັດຖະທູດ, ສະຖານກົງສຸນ ແລະ ນັກການທູດ ປະຈໍາ ຢູ່ ສປປ ລາວ ຂະແໜງສ່ວຍສາອາກອນ ຕ້ອງສົ່ງເງິນອາກອນຄືນ ພາຍໃນເວລາ ສິບວັນ ລັດຖະການ ນັບແຕ່ວັນໄດ້ຮັບໜັງສືສະເໜີ ແລະ ຂໍ້ມູນທີ່ກ່ຽວຂ້ອງ ຢ່າງຖືກຕ້ອງ ແລະ ຄົບຖ້ວນ.

ສໍາລັບການພິຈາລະນາສົ່ງຄືນອາກອນມູນຄ່າເພີ່ມ ໃຫ້ຜູ້ໂດຍສານ ແລະ ນັກທ່ອງທ່ຽວຕ່າງປະ ເທດຂາອອກ ຂະແໜງສ່ວຍສາອາກອນ ຕ້ອງສົ່ງເງິນອາກອນຄືນໃນເວລາທີ່ຜູ້ໂດຍສານ ແລະ ນັກທ່ອງທ່ຽວຕ່າງ ປະເທດດັ່ງກ່າວ ແຈ້ງອອກ ຢູ່ ສະໜາມບິນສາກົນ ແລະ ດ່ານສາກົນທີ່ໄດ້ຮັບອະນຸຍາດ ຂອງ ສປປ ລາວ ພາຍຫຼັງການກວດກາຢັ້ງຢືນຢ່າງຖືກຕ້ອງ ແລະ ຄົບຖ້ວນ ຂອງເຈົ້າໜ້າທີ່ພາສີ ຕາມລະບຽບການຂອງກະຊວງການເງິນ.

ມາດຕາ 49  (ໃໝ່)  ບັນຊີສໍາຮອງສົ່ງຄືນເງິນອາກອນ

ກະຊວງການເງິນ ສ້າງບັນຊີສໍາຮອງສົ່ງຄືນເງິນອາກອນ ໃນລະບົບງົບປະມານແຫ່ງລັດ ຕາມທີ່ກໍານົດໄວ້ໃນມາດຕາ 48 ຂອງກົດໝາຍສະບັບນີ້.

ບັນຊີສໍາຮອງສົ່ງຄືນເງິນອາກອນ ສ້າງຂຶ້ນເພື່ອບໍລິຫານການສົ່ງຄືນເງິນອາກອນໃຫ້ແກ່ຜູ້ເສຍອາ ກອນ ໃຫ້ວ່ອງໄວ ແລະ ທັນຕາມກໍານົດເວລາ ເປັນຕົ້ນ ການສົ່ງຄືນອາກອນມູນຄ່າເພີ່ມ, ການເສຍອາກອນຊໍ້າຊ້ອນ, ການເສຍບໍ່ຖືກຕ້ອງຕາມອັດຕາທີ່ໄດ້ກຳນົດໄວ້, ການເສຍເກີນຈຳນວນທີ່ຕ້ອງເສຍ ແລະ ການສົ່ງຄືນເງິນອາກອນອື່ນຕາມກົດໝາຍ. ແຫຼ່ງທຶນຂອງບັນຊີສໍາຮອງສົ່ງຄືນເງິນອາກອນດັ່ງກ່າວ ໄດ້ມາຈາກເງິນສະເພາະສົ່ງຄືນອາກອນມູນຄ່າເພີ່ມ ແລະ ແຫຼ່ງລາຍຮັບງົບປະມານ ຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດ.

ສໍາລັບການຄຸ້ມຄອງບັນຊີສໍາຮອງສົ່ງຄືນເງິນອາກອນ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 50  (ປັບປຸງ)  ການລົບລ້າງໜີ້ອາກອນ

ຜູ້ເສຍອາກອນ ຈະຖືກລົບລ້າງໜີ້ອາກອນ ໃນກໍລະນີ ດັ່ງນີ້:

  1. ຖືກປະກາດວ່າເປັນຜູ້ລົ້ມລະລາຍຕາມການຕັດສີນຂອງສານ ໂດຍບໍ່ມີຊັບສິນເຫຼືອ ເພື່ອມອບອາກອນ ພາຍຫຼັງທີ່ມີການຊໍາລະສະສາງແລ້ວ;
  2. ຂາດຄວາມສາມາດທາງດ້ານການປະພຶດ, ເສຍຊີວິດ ຫຼື ຫາຍສາບສູນ ໂດຍບໍ່ມີຊັບສິນໃດໆ;
  3. ມີໜີ້ສິນທີ່ທວງຍາກ ຊຶ່ງຂະແໜງສ່ວຍສາອາກອນໄດ້ນໍາໃຊ້ທຸກມາດຕະການເລັ່ງທວງຕາມກົດໝາຍ ແຕ່ຍັງບໍ່ສາມາດເກັບໄດ້ໃນໄລຍະ ສິບປີ.

ຂະແໜງສ່ວຍສາອາກອນ ສັງລວມເອກະສານໜີ້ອາກອນແຕ່ລະປະເພດ ທີ່ຮຽກເກັບບໍ່ໄດ້ໃນໄລຍະຜ່ານມາ ໂດຍໄດ້ຮັບການຢັ້ງຢືນ ຈາກອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ຫຼື ການຕັດສີນຂອງສານ ຕາມແຕ່ລະກໍລະນີ ທີ່ໄດ້ກໍານົດໄວ້ໃນຂໍ້ທີ 1, 2 ແລະ 3 ເທິງນີ້ ແລ້ວສະເໜີຕໍ່ລັດຖະມົນຕີກະຊວງການເງິນ ພິຈາລະນາລົບລ້າງ.

ໝວດທີ 7

ແຜນມອບອາກອນ, ການຖືບັນຊີ, ການນໍາໃຊ້ ແລະ ຄຸ້ມຄອງໃບເກັບເງິນ

ມາດຕາ 51  (ປັບປຸງ)  ແຜນມອບອາກອນ

ຜູ້ດຳເນີນທຸລະກິດ ຕ້ອງຮັບຜິດຊອບຄິດໄລ່ ແລະ ແຈ້ງແຜນມອບອາກອນ ແຕ່ລະປະເພດທີ່ສາ ມາດປະຕິບັດການມອບໄດ້ຂອງປີຖັດໄປ ບໍ່ໃຫ້ກາຍ ເດືອນກຸມພາ ຂອງປີ ໃຫ້ຂະແໜງສ່ວຍສາອາກອນບ່ອນຕົນຂຶ້ນກັບ.

 ຫຼັງຈາກໄດ້ຮັບແຜນມອບອາກອນດັ່ງກ່າວແລ້ວ ຂະແໜງສ່ວຍສາອາກອນ ຕ້ອງສົມທຽບ ແລະ ວິ ໄຈຂໍ້ມູນຄືນ ພາຍໃນເວລາ ສິບຫ້າວັນ ລັດຖະການ, ຖ້າເຫັນວ່າແຜນມອບອາກອນນັ້ນ ບໍ່ສອດຄ່ອງກັບສະພາບຄວາມເປັນຈິງ ຕ້ອງແຈ້ງໃຫ້ຜູ້ດຳເນີນທຸລະກິດດັ່ງກ່າວຄິດໄລ່ຄືນໃໝ່ ແລ້ວສົ່ງໃຫ້ຂະແໜງສ່ວຍສາອາກອນ ບໍ່ໃຫ້ກາຍ ເດືອນມີນາ ຂອງປີ.

ມາດຕາ 52  (ປັບປຸງ)  ການຖືບັນຊີ

ວິສາຫະກິດ ລວມທັງຜູ້ປະກອບອາຊີບອິດສະລະທີ່ດໍາເນີນທຸລະກິດ ຕ້ອງຖືບັນຊີໃຫ້ຖືກຕ້ອງຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການບັນຊີ.

ການຖືບັນຊີ ດ້ວຍລະບົບໂປຣແກຣມຄອມພິວເຕີ ຕ້ອງຂຶ້ນທະບຽນຕາມລະບຽບການ ແລະ ໄດ້ມາດຕະຖານການບັນຊີທີ່ໄດ້ກຳນົດໄວ້ ຊຶ່ງສາມາດເຊື່ອມຕໍ່ ຫຼື ສະໜອງຂໍ້ມູນເຄື່ອນໄຫວບັນຊີ ໃຫ້ຂະແໜງສ່ວຍສາອາກອນບ່ອນຕົນຂຶ້ນກັບ ຢ່າງເປັນປົກກະຕິ.

ເອກະສານ ແລະ ຂໍ້ມູນການບັນຊີ  ຕ້ອງເກັບຮັກສາໄວ້ພາຍໃນເວລາ ສິບປີ ເພື່ອເປັນຂໍ້ມູນສະ     ໜອງຕໍ່ເຈົ້າໜ້າທີ່ສ່ວຍສາອາກອນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເມື່ອມີການກວດກາ.

ຈຸນລະວິສາຫະກິດ ຕ້ອງປະຕິບັດການຖືບັນຊີ ຕາມລະບຽບການບັນຊີຈຸນລະວິສາຫະກິດ.

ມາດຕາ 53  (ປັບປຸງ)  ການນໍາໃຊ້ໃບເກັບເງິນ

ໃບເກັບເງິນ ແມ່ນ ເອກະສານຢັ້ງຢືນການ ຊື້ຂາຍ ສິນຄ້າ ແລະ/ຫຼື ການບໍລິການ ທີ່ສະແດງໃຫ້ເຫັນເນື້ອໃນ, ລາຍການ, ຈໍານວນ, ມູນຄ່າສິນຄ້າ ຫຼື ການບໍລິການ, ຈໍານວນເງິນອາກອນ. ໃບເກັບເງິນນໍາໃຊ້ໃນການລົງບັນຊີ, ການແຈ້ງເສຍ, ການຫັກ ແລະ ການຂໍຄືນ ອາກອນ, ການເຄື່ອນຍ້າຍສິນຄ້າ ຂອງຜູ້ດໍາເນີນທຸລະກິດ.

ທຸກຫົວໜ່ວຍທຸລະກິດ ລວມທັງ ຈຸນລະວິສາຫະກິດ ຫຼື ບັນດາຫ້າງຮ້ານ ທີ່ຂາຍສິນຄ້າ ແລະ/ຫຼື ການບໍລິການ ຕ້ອງອອກໃບເກັບເງິນທຸກຄັ້ງຕາມຮູບແບບທີ່ກະຊວງການເງິນກໍານົດ.

ໃບເກັບເງິນ ມີ ສອງ ປະເພດ ຄື ໃບເກັບເງິນເປັນເຈ້ຍ ແລະ ໃບເກັບເງິນເອເລັກໂຕຣນິກ.

ມາດຕາ 54  (ໃໝ່)  ການຄຸ້ມຄອງໃບເກັບເງິນ

ການຄຸ້ມຄອງໃບເກັບເງິນ ມີ ດັ່ງນີ້:

  1. ກະຊວງການເງິນ:
    • ສ້າງລະບົບການຄຸ້ມຄອງ ເພື່ອຕິດຕາມການພິມ, ການຈໍາໜ່າຍໃບເກັບເງິນ ທີ່ກະຊວງການເງິນ ເປັນຜູ້ພິມຈໍາໜ່າຍ ແລະ ອະນຸຍາດ ໃຫ້ຜູ້ດໍາເນີນທຸລະກິດພິມເອງ ພ້ອມທັງສະຫຼຸບການພິມ ແລະ ການ ຈໍາໜ່າຍ ໃບເກັບເງິນເປັນແຕ່ລະ ເດືອນ, ງວດ ແລະ ປີ;
    • ຕິດຕາມ ແລະ ກວດກາ ການນໍາໃຊ້ໃບເກັບເງິນ ຂອງຜູ້ດໍາເນີນທຸລະກິດ ຢ່າງເປັນປະຈໍາ, ສົມທຽບໃບເກັບເງິນ ເພື່ອຢັ້ງຢືນຄວາມຊັດເຈນ, ກວດກາຈໍານວນເງິນອາກອນທີ່ຂໍຫັກ, ຈໍານວນອາກອນທີ່ຕ້ອງມອບ ແລະ ລາຍຈ່າຍຕ່າງໆ;
    • ໂຄສະນາ ເຜີຍແຜ່ ແລະ ແນະນໍາ ກ່ຽວກັບການນໍາໃຊ້ໃບເກັບເງິນ ໃຫ້ຂະແໜງການການເງິນ, ຫົວໜ່ວຍທຸລະກິດ ລວມທັງ ຈຸນລະວິສາຫະກິດ ຫຼື ບັນດາຫ້າງຮ້ານ ແລະ ມວນຊົນ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ, ທົ່ວເຖິງ ແລະ ຈັດຕັ້ງປະຕິບັດເປັນເອກະພາບໃນຂອບເຂດທົ່ວປະເທດ.
  2. ຜູ້ດໍາເນີນທຸລະກິດ:
    • ສ້າງປຶ້ມບັນຊີຕິດຕາມການນໍາໃຊ້ໃບເກັບເງິນ ທີ່ຊື້ນໍາກະຊວງການເງິນ ຫຼື ໃບເກັບເງິນທີ່ອະນຸຍາດໃຫ້ພິມເພື່ອນໍາໃຊ້ເອງ;
    • ສະຫຼຸບລາຍງານການນໍາໃຊ້ໃບເກັບເງິນສະເພາະ ຫຼື ໃບເກັບເງິນ ທີ່ຊື້ນໍາກະຊວງການເງິນ ໃຫ້ຂະແໜງສ່ວຍສາອາກອນ ເປັນ ເດືອນ, ງວດ ແລະ ປີ;
    • ໃນກໍລະນີ ທີ່ໃບເກັບເງິນ ຖືກຕົກເຮ່ຍເສຍຫາຍ ຕ້ອງລາຍງານເປັນລາຍລັກອັກສອນ ໃຫ້ຂະແໜງສ່ວຍສາອາກອນບ່ອນຕົນຊື້ ຫຼື ຂຶ້ນທະບຽນການນໍາໃຊ້ໃບເກັບເງິນ ຢ່າງຮີບດ່ວນ;
    • ຮັກສາໃບເກັບເງິນ ທີ່ຍັງບໍ່ທັນໄດ້ນໍາໃຊ້ ແລະ ໄດ້ນໍາໃຊ້ແລ້ວ ເພື່ອນໍາສະເໜີຕໍ່ເຈົ້າໜ້າທີ່ສ່ວຍສາອາກອນ ໃນເມື່ອມີການກວດກາ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.

ພາກທີ IV

ລະບົບຂໍ້ມູນ ແລະ ຖານຂໍ້ມູນສ່ວຍສາອາກອນ

ມາດຕາ 55  (ໃໝ່)  ລະບົບຂໍ້ມູນສ່ວຍສາອາກອນ

ລະບົບຂໍ້ມູນສ່ວຍສາອາກອນ ແມ່ນ ລະບົບຄຸ້ມຄອງຂໍ້ມູນ ແລະ ຕິດຕາມລາຍຮັບຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ປະຕິບັດພັນທະສ່ວຍສາອາກອນເຂົ້າງົບປະມານແຫ່ງລັດ.

ມາດຕາ 56  (ໃໝ່)  ຖານຂໍ້ມູນສ່ວຍສາອາກອນ

ຖານຂໍ້ມູນສ່ວຍສາອາກອນ ແມ່ນ ບ່ອນຈັດເກັບຂໍ້ມູນລາຍຮັບສ່ວຍສາອາກອນ ແລະ ຂໍ້ມູນຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີພັນທະສ່ວຍສາອາກອນ ເພື່ອເປັນຂໍ້ມູນ ວິເຄາະ, ວິໄຈ, ປະເມີນຄວາມສ່ຽງ ແລະ ຄາດຄະເນແຜນການເກັບລາຍຮັບສ່ວຍສາອາກອນ.

ມາດຕາ 57  (ໃໝ່)  ການສ້າງລະບົບ ແລະ ຖານຂໍ້ມູນສ່ວຍສາອາກອນ

ຂະແໜງສ່ວຍສາອາກອນ ເປັນຜູ້ຮັບຜິດຊອບ ສ້າງ, ຄຸ້ມຄອງ ແລະ ພັດທະນາລະບົບ ແລະ ຖານຂໍ້ມູນສ່ວຍສາອາກອນ ໂດຍມີການເກັບກໍາ, ບັນທຶກ, ວິເຄາະ, ວິໄຈ ແລະ ແກ້ໄຂຂໍ້ມູນ.

ຂະແໜງສ່ວຍສາອາກອນ ປະສານສົມທົບກັບ ກະຊວງ, ອົງການ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອແລກປ່ຽນ ແລະ ເຊື່ອມຕໍ່ລະບົບຄຸ້ມຄອງຂໍ້ມູນລາຍຮັບສ່ວຍສາອາກອນ ລວມທັງການແລກປ່ຽນຂໍ້ມູນກັບຕ່າງປະເທດ  ທີ່ພົວພັນກັບວຽກງານສ່ວຍສາອາກອນ.

ມາດຕາ 58  (ໃໝ່)  ການນໍາໃຊ້ ແລະ ການເຊື່ອມຕໍ່ ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີໃບທະບຽນວິສາຫະກິດ ແລະ ເລກປະຈໍາຕົວຜູ້ເສຍອາ ກອນ ຕ້ອງລົງທຶນ  ແລະ ນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ເພື່ອແນໃສ່ຊຸກຍູ້, ສົ່ງເສີມການ ນໍາໃຊ້ເຄື່ອງມືທັນສະໄໝ ເຂົ້າໃນການຄຸ້ມຄອງການດໍາເນີນທຸລະກິດໃຫ້ຫຼາຍຂຶ້ນ, ພ້ອມທັງຮັບປະກັນການບັນທຶກຂໍ້ມູນການເຄື່ອນໄຫວໄດ້ຢ່າງຄົບຖ້ວນ ແລະ ຕ້ອງເຊື່ອມຕໍ່ເຂົ້າກັບລະບົບຄຸ້ມຄອງຂໍ້ມູນລາຍຮັບສ່ວຍສາອາກອນ ໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ມີຄວາມຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ ແລະ ທັນຕາມກໍານົດເວລາ.

ມາດຕາ 59  (ໃໝ່)  ການສັງລວມ ແລະ ການລາຍງານ ຂໍ້ມູນສ່ວຍສາອາກອນ

ຂະແໜງສ່ວຍສາອາກອນ ເປັນເຈົ້າການປະສານສົມທົບກັບ ຂະແໜງການອຸດສາຫະກໍາ ແລະ ການຄ້າ, ຂະແໜງການແຜນການ ແລະ ການລົງທຶນ, ທະນາຄານ ແຫ່ງ ສປປ ລາວ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ  ເພື່ອສັງລວມຖານຂໍ້ມູນສ່ວຍສາອາກອນ.

ຂະແໜງສ່ວຍສາອາກອນ ສະຫຼຸບ ແລະ ລາຍງານຂໍ້ມູນສ່ວຍສາອາກອນ ຕໍ່ຂະແໜງການ ສາຍຕັ້ງ ແລະ ສາຍຂວາງ ຂອງຕົນ.

 

ມາດຕາ 60 (ໃໝ່)  ການເຂົ້າເຖິງຂໍ້ມູນສ່ວຍສາອາກອນ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຈະສາມາດເຂົ້າເຖິງ ແລະ ນໍາໃຊ້ຂໍ້ມູນສ່ວຍສາອາກອນໄດ້ ກໍຕໍ່ເມື່ອໄດ້ຮັບອະນຸຍາດຈາກຂະແໜງສ່ວຍສາອາກອນເສຍກ່ອນ.

ອົງການອື່ນທີ່ກ່ຽວຂ້ອງຂອງລັດ ຊຶ່ງຕ້ອງການຂໍ້ມູນສ່ວຍສາອາກອນນັ້ນ ຕ້ອງສະເໜີຕໍ່ຂະແໜງ ສ່ວຍສາອາກອນ ຕາມລະບຽບການ.

ພາກທີ V

ສິດ, ພັນທະຂອງ ຜູ້ເສຍອາກອນ, ຜູ້ມອບອາກອນ,

ບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ

ມາດຕາ 61  (ປັບປຸງ)  ສິດຂອງຜູ້ເສຍ ແລະ ຜູ້ມອບ ອາກອນ

ຜູ້ເສຍ ແລະ ຜູ້ມອບ ອາກອນ ມີ ສິດ ດັ່ງນີ້:

  1. ໄດ້ຮັບຂໍ້ມູນ ຂ່າວສານ, ຊີ້ແຈງ, ອະທິບາຍ ແລະ ມີຄຳເຫັນ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  2. ໄດ້ຮັບການຮັກສາຄວາມລັບ ກ່ຽວກັບຂໍ້ມູນສ່ວຍສາອາກອນຂອງຕົນ;
  3. ໄດ້ຮັບນະໂຍບາຍ ຍົກເວັ້ນ ຫຼື ຫຼຸດຜ່ອນ ອັດຕາ ຫຼື ປະເພດ ອາກອນ ຕາມກົດໝາຍ;
  4. ໄດ້ຮັບເງິນອາກອນທີ່ໄດ້ມອບເກີນ ຕາມກົດໝາຍ;
  5. ໄດ້ຮັບຄືນເງິນອາກອນມູນຄ່າເພີ່ມ ຈາກການສົ່ງອອກ ແລະ ນໍາເຂົ້າ ສິນຄ້າ ຕາມກົດໝາຍ;
  6. ສະເໜີ, ຮ້ອງຟ້ອງ ຫຼື ຮ້ອງຂໍຄວາມເປັນທໍາ ຕໍ່ການກະທໍາ ຂອງ ພະນັກງານ, ເຈົ້າໜ້າທີ່ສ່ວຍສາອາກອນ ຫຼື ການຈັດຕັ້ງທີ່ກ່ຽວຂ້ອງ ທີ່ບໍ່ຖືກຕ້ອງຕາມກົດໝາຍ;
  7. ປະຕິເສດ ການສະໜອງຂໍ້ມູນ ທີ່ບໍ່ກ່ຽວຂ້ອງກັບວຽກງານສ່ວຍສາອາກອນ;
  8. ຮັບຮູ້ເນື້ອໃນບົດບັນທຶກ ຈາກຜົນຂອງການກວດກາ;
  9. ອະທິບາຍ, ຊີ້ແຈງ ແລະ ສະເໜີ ຕໍ່ຜົນຂອງການກວດກາ;
  10. ປະຕິເສດ ຜົນຂອງການກວດກາທີ່ບໍ່ຖືກຕ້ອງຕາມກົດໝາຍ;
  11. ນໍາໃຊ້ສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.                                                                            

ມາດຕາ 62  (ໃໝ່)  ພັນທະຂອງ ຜູ້ເສຍ ແລະ ຜູ້ມອບ ອາກອນ

ຜູ້ເສຍ ແລະ ຜູ້ມອບ ອາກອນ ມີ ພັນທະ ດັ່ງນີ້:

  1. ຂໍ ແລະ ນໍາໃຊ້ ເລກປະຈໍາຕົວຜູ້ເສຍອາກອນ;
  2. ຄິດໄລ່ເກັບ, ແຈ້ງເສຍ ແລະ ມອບ ອາກອນ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ;
  3. ຮັບຜິດຊອບຕໍ່ການຄິດໄລ່ເກັບ, ການແຈ້ງ, ການຫັກ, ການຂໍຄືນ, ການຂໍຍົກເວັ້ນ ຫຼື ຫຼຸດ ຜ່ອນ ອັດຕາ ຫຼື ປະເພດ ອາກອນ ໂດຍບໍ່ຖືກຕ້ອງ;
  4. ນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ໂດຍມີການຈົດທະບຽນນໍາຂະແໜງ ສ່ວຍສາອາກອນ ແລະ ໃຫ້ສາມາດເຊື່ອມຕໍ່ກັບລະບົບຄຸ້ມຄອງຂໍ້ມູນລາຍຮັບສ່ວຍສາອາກອນ;
  5. ສະຫຼຸບການມອບພັນທະໃນປີ ແລະ ສ້າງແຜນມອບອາກອນ ໃນປີຖັດໄປ;
  6. ລາຍງານບັນຊີເງິນຝາກຢູ່ ຄັງເງິນແຫ່ງຊາດ, ທະນາຄານ  ຫຼື ສະຖາບັນການເງິນອື່ນ ໃຫ້ຂະ ແໜງສ່ວຍສາອາກອນ;
  7. ຖືບັນຊີ ແລະ ນໍາໃຊ້ໃບເກັບເງິນ ຕາມກົດໝາຍ;
  8. ສະໜອງເອກະສານບັນຊີ, ໃບເກັບເງິນ, ໃບຢັ້ງຢືນຖານະການເງິນ ແລະ ເອກະສານອື່ນ ທີ່ພົວພັນກັບວຽກງານສ່ວຍສາອາກອນ ຕາມກົດໝາຍ;
  9. ລາຍງານອາກອນ ທີ່ໄດ້ຮັບການ ຍົກເວັ້ນ ຫຼື ຫຼຸດຜ່ອນ ອັດຕາ ຫຼື ປະເພດ ອາກອນ ໃຫ້ຂະ ແໜງສ່ວຍສາອາກອນ;
  10. ໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນ ກ່ຽວກັບວຽກງານກວດກາຫຼັງການແຈ້ງເສຍອາກອນ;
  11. ມອບອາກອນທີ່ຄ້າງມອບ  ຕາມການສັ່ງມອບຂອງຂະແໜງສ່ວຍສາອາກອນ;
  12. ຮັກສາ ແລະ ເກັບມ້ຽນເອກະສານການບັນຊີ ຕາມກົດໝາຍ;
  13. ແຈ້ງຕໍ່ຂະແໜງສ່ວຍສາອາກອນ ບ່ອນຕົນຂຶ້ນກັບ ໃນກໍລະນີ ຢຸດເຊົາ, ຄວບ, ແຍກ, ຂາຍ, ມອບ ແລະ ໂອນກິດຈະການ ສ່ວນໃດສ່ວນໜຶ່ງ ຫຼື ທັງໝົດ ເພື່ອຊໍາລະສະສາງອາກອນ;
  14. ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 63  (ປັບປຸງ)  ສິດ ແລະ ພັນທະຂອງ ບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ

ບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ມີ ສິດ ແລະ ພັນທະ ດັ່ງນີ້:

  1. ສະໜອງຂໍ້ມູນ ຂ່າວສານ ຂອງຜູ້ເສຍອາກອນ, ຜູ້ມອບອາກອນ ແລະ ໃຫ້ການຮ່ວມມືແກ່ຂະແໜງສ່ວຍສາອາກອນ ຕາມພາລະບົດບາດຂອງຕົນ;
  2. ແຈ້ງ ແລະ ລາຍງານການລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບສ່ວຍສາອາກອນ ຕໍ່ຂະແໜງສ່ວຍສາອາກອນ ໂດຍໄດ້ຮັບການປົກປ້ອງ ແລະ ຮັກສາຄວາມລັບ ຕາມກົດໝາຍ;
  3. ນໍາໃຊ້ສິດ ແລະ ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ພາກທີ VI

ການຈັດຕັ້ງສ່ວຍສາອາກອນ

ໝວດທີ 1

ຂະແໜງສ່ວຍສາອາກອນ

ມາດຕາ 64  (ປັບປຸງ)  ທີ່ຕັ້ງ ແລະ ພາລະບົດບາດ

ຂະແໜງສ່ວຍສາອາກອນ ແມ່ນ ການຈັດຕັ້ງໜຶ່ງທີ່ຂຶ້ນກັບກະຊວງການເງິນ, ມີພາລະບົດບາດຄຸ້ມຄອງວຽກງານສ່ວຍສາອາກອນຕາມສາຍຕັ້ງ, ສ້າງແຜນການເກັບລາຍຮັບ, ກວດກາ ກວດການ, ຈັດຕັ້ງປະຕິບັດການຄິດໄລ່, ຕິດຕາມ ແລະ ຊຸກຍູ້ ການມອບລາຍຮັບສ່ວຍສາອາກອນ ເຂົ້າງົບປະມານແຫ່ງລັດ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ.

ສໍາລັບ ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຂະແໜງສ່ວຍສາອາກອນ ໄດ້ກໍານົດໄວ້ໃນ ມາດຕາ 83, ມາດຕາ 84 ແລະ ມາດຕາ 85 ຂອງກົດໝາຍສະບັບນີ້.

ມາດຕາ 65  (ປັບປຸງ)  ໂຄງປະກອບການຈັດຕັ້ງ

ຂະແໜງສ່ວຍສາອາກອນ ມີລະບົບການຈັດຕັ້ງຕາມສາຍຕັ້ງ ຊຶ່ງມີໂຄງປະກອບການຈັດຕັ້ງ ດັ່ງນີ້:

  1. ກົມສ່ວຍສາອາກອນ ແມ່ນ ໂຄງປະກອບການຈັດຕັ້ງໜຶ່ງທີ່ຂຶ້ນກັບກະຊວງການເງິນ, ເປັນເສນາທິການໃຫ້ກະຊວງການເງິນ ໃນການຄຸ້ມຄອງມະຫາພາກ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ ໃນຂອບເຂດທົ່ວປະເທດ;
  2. ສ່ວຍສາອາກອນປະຈຳ ແຂວງ, ນະຄອນຫຼວງ ແມ່ນ ການຈັດຕັ້ງສາຍຕັ້ງທີ່ຂຶ້ນກັບກົມສ່ວຍສາອາກອນ, ເປັນເສນາທິການໃຫ້ກົມສ່ວຍສາອາກອນ ແລະ ອົງການປົກຄອງຂັ້ນແຂວງ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  3. ສ່ວຍສາອາກອນປະຈຳ ເມືອງ, ເທດສະບານ, ນະຄອນ ແມ່ນ ການຈັດຕັ້ງສາຍຕັ້ງທີ່ຂຶ້ນກັບສ່ວຍສາອາກອນປະຈຳ ແຂວງ, ນະຄອນຫຼວງ, ເປັນເສນາທິການໃຫ້ສ່ວຍສາອາກອນປະຈຳ ແຂວງ, ນະຄອນຫຼວງ ແລະ ອົງການປົກຄອງຂັ້ນເມືອງ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ.

ມາດຕາ 66  (ປັບປຸງ)  ໂຄງປະກອບບຸກຄະລາກອນ

ຂະແໜງສ່ວຍສາອາກອນ ມີ ໂຄງປະກອບບຸກຄະລາກອນ ດັ່ງນີ້:

  1. ກົມສ່ວຍສາອາກອນ ປະກອບດ້ວຍ:
  • ຫົວໜ້າກົມ, ຮອງຫົວໜ້າກົມ;
  • ຫົວໜ້າພະແນກ, ຮອງຫົວໜ້າພະແນກ;
  • ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ;
  • ລັດຖະກອນວິຊາການ.
  1. ສ່ວຍສາອາກອນປະຈໍາ ແຂວງ, ນະຄອນຫຼວງ ປະກອບດ້ວຍ:
  • ຫົວໜ້າ, ຮອງຫົວໜ້າສ່ວຍສາອາກອນ;
  • ຫົວໜ້າ, ຮອງຫົວໜ້າຂະແໜງ;
  • ລັດຖະກອນວິຊາການ.
  1. ສ່ວຍສາອາກອນປະຈໍາ ເມືອງ, ເທດສະບານ, ນະຄອນ ປະກອບດ້ວຍ:
  • ຫົວໜ້າ, ຮອງຫົວໜ້າສ່ວຍສາອາກອນ;
  • ຫົວໜ້າ, ຮອງຫົວໜ້າໜ່ວຍງານ;
  • ລັດຖະກອນວິຊາການ.

ສໍາລັບການກໍານົດຕໍາແໜ່ງບໍລິຫານ, ການແຕ່ງຕັ້ງ, ການຍົກຍ້າຍ, ການປົດຕຳແໜ່ງ, ການປະ ຕິບັດການຍ້ອງຍໍ ແລະ ມາດຕະການ ຕໍ່ບຸກຄະລາກອນສ່ວຍສາອາກອນ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 67  (ປັບປຸງ)  ເງື່ອນໄຂ ແລະ ມາດຕະຖານ ຂອງພະນັກງານ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ

ພະນັກງານ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ ມີ ເງື່ອນໄຂ ແລະ ມາດຕະຖານ ດັ່ງນີ້:

  1. ເປັນພົນລະເມືອງລາວ;
  2. ມີອາຍຸ ແຕ່ ຊາວປີ ຂຶ້ນໄປ;
  3. ມີລະດັບວິຊາສະເພາະ ທາງດ້ານການເງິນ, ການບັນຊີ, ກົດໝາຍ ຫຼື ວິຊາສະເພາະອື່ນທີ່ກ່ຽວຂ້ອງ ແຕ່ຊັ້ນສູງຂຶ້ນໄປ;
  4. ຮູ້ພາສາຕ່າງປະເທດໃດໜຶ່ງ;
  5. ມີ ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ທີ່ໜັກແໜ້ນ, ຈັນຍາບັນ, ຈັນຍາທໍາ ແລະ ມີຄວາມສັດຊື່ບໍລິສຸດ;
  6. ບໍ່ເຄີຍຖືກລົງວິໄນ ຫຼື ຖືກສານຕັດສີນລົງໂທດ ໃນສະຖານການກະທໍາຜິດໂດຍເຈດຕະ ນາ;
  7. ມີສຸຂະພາບດີ.

ມາດຕາ 68  (ປັບປຸງ)  ການຮັກສາຄວາມລັບ

ພະນັກງານ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ ຕ້ອງຮັກສາຄວາມລັບຂອງລັດ, ຄວາມລັບທາງລັດ ຖະການ ແລະ ຂໍ້ມູນສ່ວນຕົວຂອງຜູ້ເສຍອາກອນຢ່າງເຂັ້ມງວດ, ເວັ້ນເສຍແຕ່ກົດໝາຍໄດ້ກໍານົດໄວ້ເປັນຢ່າງອື່ນ.

ໝວດທີ 2

 ສິດ ແລະ ໜ້າທີ່ຂອງພະນັກງານ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ

ມາດຕາ 69  (ປັບປຸງ)  ສິດຂອງພະນັກງານ ແລະ ເຈົ້າໜ້າທີ່ ສ່ວຍສາອາກອນ

ພະນັກງານ ແລະ ເຈົ້າໜ້າທີ່ ສ່ວຍສາອາກອນ ມີ ສິດ ດັ່ງນີ້:

  1. ໄດ້ຮັບຄວາມຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນຈາກ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ  ເມື່ອມີຄວາມຈໍາເປັນ ຫຼື ມີການຮ້ອງຂໍຈາກຂະແໜງສ່ວຍສາອາກອນ;
  2. ພົວພັນກັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນທີ່ກ່ຽວຂ້ອງ ມີສ່ວນຮ່ວມເກັບກໍາຂໍ້ມູນ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  3. ທວງໃຫ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນທີ່ກ່ຽວຂ້ອງ ເພື່ອແຈ້ງເອກະສານການບັນຊີ, ຂໍ້ມູນ ຂ່າວສານຕ່າງໆ;
  4. ທວງໃຫ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີໜີ້ອາກອນຄ້າງມອບ ມາຊໍາລະໃຫ້ຄົບຖ້ວນ;
  5. ກວດກາບັນຊີຕາມເອກະສານ ຂອງຜູ້ເສຍອາກອນຢູ່ສໍານັກງານສ່ວຍສາອາກອນ, ກວດ ກາກັບທີ່ ແລະ ກະທັນຫັນ ຢູ່ສໍານັກງານຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ກ່ຽວຂ້ອງ;
  6. ນໍາໃຊ້ມາດຕະການຕໍ່ຜູ້ບໍ່ປະຕິບັດພັນທະສ່ວຍສາອາກອນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ;
  7. ເຂັ້ມງວດກວດກາການນໍາໃຊ້ ໃບເກັບເງິນ ແລະ ເອກະສານອື່ນ ທີ່ພົວພັນກັບການເຄື່ອນຍ້າຍສິນຄ້າໃນສາງ, ຮ້ານຄ້າ, ຕະຫຼາດ ແລະ ອື່ນໆ;
  8. ນໍາໃຊ້ສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 70 (ປັບປຸງ)  ໜ້າທີ່ຂອງ ພະນັກງານ ແລະ ເຈົ້າໜ້າທີ່ ສ່ວຍສາອາກອນ

ພະນັກງານ ແລະ ເຈົ້າໜ້າທີ່ ສ່ວຍສາອາກອນ ມີ ໜ້າທີ່ ດັ່ງນີ້:

  1. ໂຄສະນາ ເຜີຍແຜ່ ກົດໝາຍ ແລະ ລະບຽບການ ກ່ຽວກັບສ່ວຍສາອາກອນ ໃຫ້ແກ່ບຸກ ຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ;
  2. ປະຕິບັດຕາມກົດໝາຍ, ລະບຽບການ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ;
  3. ສະໜອງຂໍ້ມູນ ຂ່າວສານ, ແນະນໍາ, ອະທິບາຍ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  4. ກວດກາ ການຄິດໄລ່, ການແຈ້ງ, ການຫັກ, ການຂໍຄືນ, ການຍົກເວັ້ນ ຫຼື ການຫຼຸດຜ່ອນ ອັດຕາ ຫຼື ປະເພດ ອາກອນ ແລະ ການມອບອາກອນ;
  5. ທວງໜີ້ອາກອນຄ້າງມອບ;
  6. ຮັກສາຂໍ້ມູນທີ່ເປັນຄວາມລັບ ຂອງຜູ້ເສຍອາກອນ;
  7. ຊຸກຍູ້, ຕິດຕາມ ການແຈ້ງເສຍອາກອນ ແລະ ການຊຳລະອາກອນຜ່ານທະນາຄານ ເພື່ອມອບເຂົ້າງົບປະມານແຫ່ງລັດ;
  8. ປະສານສົມທົບກັບຂະແໜງການ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  9. ຮັບ ແລະ ພິຈາລະນາ ແກ້ໄຂຄໍາສະເໜີຂອງຜູ້ເສຍອາກອນ ຕາມຂອບເຂດສິດຂອງຕົນ;
  10. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ພາກທີ VII

ຄວາມຮັບຜິດຊອບຂອງອົງການລັດ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ

ມາດຕາ 71  (ໃໝ່)  ຄວາມຮັບຜິດຊອບຂອງສະພາແຫ່ງຊາດ

ສະພາແຫ່ງຊາດ ມີຄວາມຮັບຜິດຊອບວຽກງານຄຸ້ມຄອງສ່ວຍສາອາກອນ ດັ່ງນີ້:

  1. ພິຈາລະນາ ຮັບຮອງເອົາ ການກໍານົດ, ການປ່ຽນແປງ, ການຍົກເລີກ, ການລົບລ້າງ, ການຍົກເວັ້ນ ຫຼື ການຫຼຸດຜ່ອນ ອັດຕາ ຫຼື ປະເພດ ອາກອນ ຕາມການສະເໜີຂອງລັດຖະບານ;
  2. ພິຈາລະນາ ຮັບຮອງເອົາ ແຜນລາຍຮັບງົບປະມານ ຫ້າປີ ແລະ ປະຈໍາປີ ຂອງລັດຖະບານ;
  3. ຕິດຕາມ ກວດກາ ການຈັດຕັ້ງປະຕິບັດກົດໝາຍ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາ ກອນ;
  4. ມີຄວາມຮັບຜິດຊອບອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 72  (ໃໝ່)  ຄວາມຮັບຜິດຊອບຂອງສະພາປະຊາຊົນຂັ້ນແຂວງ

ສະພາປະຊາຊົນຂັ້ນແຂວງ ມີຄວາມຮັບຜິດຊອບວຽກງານຄຸ້ມຄອງສ່ວຍສາອາກອນ ດັ່ງນີ້:

  1. ຕິດຕາມ ກວດກາ ການຈັດຕັ້ງປະຕິບັດກົດໝາຍ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາ ກອນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
  2. ພິຈາລະນາ ຮັບຮອງເອົາ ແຜນລາຍຮັບງົບປະມານ ຫ້າປີ ແລະ ປະຈໍາປີ ຂອງແຂວງ, ນະ ຄອນຫຼວງ;
  3. ຊຸກຍູ້ ບັນດາຂະແໜງການທີ່ກ່ຽວຂ້ອງຢູ່ທ້ອງຖິ່ນ ຈັດຕັ້ງປະຕິບັດການເກັບລາຍຮັບເຂົ້າງົບ ປະມານແຫ່ງລັດ ຂອງແຂວງ, ນະຄອນຫຼວງ;
  4. ມີຄວາມຮັບຜິດຊອບອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 73  (ໃໝ່)  ຄວາມຮັບຜິດຊອບຂອງລັດຖະບານ

ລັດຖະບານ ມີຄວາມຮັບຜິດຊອບວຽກງານຄຸ້ມຄອງສ່ວຍສາອາກອນ ດັ່ງນີ້:

  1. ຄົ້ນຄວ້າ ນໍາສະເໜີຕໍ່ສະພາແຫ່ງຊາດ ກ່ຽວກັບການກໍານົດ, ການປ່ຽນແປງ, ການຍົກເລີກ, ການລົບລ້າງ, ການຍົກເວັ້ນ ຫຼື ການຫຼຸດຜ່ອນ ອັດຕາ ຫຼື ປະເພດ ອາກອນ;
  2. ຄົ້ນຄວ້າ ນໍາສະເໜີຕໍ່ສະພາແຫ່ງຊາດ ກ່ຽວກັບແຜນເກັບລາຍຮັບງົບປະມານ ຫ້າປີ ແລະ ປະຈໍາປີ;
  3. ຕິດຕາມ ກວດກາ ການຈັດຕັ້ງປະຕິບັດກົດໝາຍ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາ ກອນ;
  4. ພິຈາລະນາຕົກລົງ ກ່ຽວກັບການເລື່ອນການແຈ້ງເສຍ ແລະ ການມອບອາກອນ ຕາມການສະ  ເໜີຂອງກະຊວງການເງິນ;
  5. ມອບສິດໃຫ້ ກະຊວງການເງິນ ອອກລະບຽບການ ແລະ ມາດຕະການຄຸ້ມຄອງການເກັບລາຍຮັບ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ;
  6. ມີຄວາມຮັບຜິດຊອບອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ  74  (ໃໝ່)  ຄວາມຮັບຜິດຊອບຂອງກະຊວງການເງິນ

ກະຊວງການເງິນ ມີຄວາມຮັບຜິດຊອບວຽກງານຄຸ້ມຄອງສ່ວຍສາອາກອນ ດັ່ງນີ້:

  1. ຄົ້ນຄວ້າ ນໍາສະເໜີຕໍ່ລັດຖະບານ ກ່ຽວກັບ ການກໍານົດ, ການປ່ຽນແປງ, ການຍົກເລີກ, ການລົບລ້າງ, ການຍົກເວັ້ນ ຫຼື ການຫຼຸດຜ່ອນ ອັດຕາ ຫຼື ປະເພດ ອາກອນ;
  2. ຄົ້ນຄວ້າ ນໍາສະເໜີຕໍ່ລັດຖະບານ ກ່ຽວກັບແຜນເກັບລາຍຮັບງົບປະມານ ຫ້າປີ ແລະ ປະຈໍາປີ;
  3. ຕິດຕາມ ກວດກາ ການຈັດຕັ້ງປະຕິບັດກົດໝາຍ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາ ກອນ;
  4. ພິຈາລະນາຕົກລົງ ກ່ຽວກັບການເລື່ອນການແຈ້ງເສຍ ແລະ ການມອບອາກອນ ຕາມການສະເໜີຂອງກົມສ່ວຍສາອາກອນ;
  5. ຄຸ້ມຄອງບັນຊີສໍາຮອງສົ່ງຄືນເງິນອາກອນ;
  6. ຮັບຮອງ ແຜນຍຸດທະສາດ ການພັດທະນາ ແລະ ການເກັບລາຍຮັບຂອງຂະແໜງສ່ວຍສາອາກອນ;
  7. ສະເໜີພາກສ່ວນທີ່ກ່ຽວຂ້ອງ ໂຈະ, ປ່ຽນແປງ ຫຼື ຍົກເລີກ ໂຄງການ ຫຼື ກິດຈະການການລົງທຶນ ທີ່ບໍ່ປະຕິບັດ ຫຼື ປະຕິບັດບໍ່ຖືກຕ້ອງ ຕາມເປົ້າໝາຍການລົງທຶນ ຫຼື ດໍາເນີນທຸລະກິດບໍ່ຖືກຕ້ອງ, ບໍ່ເສຍພັນທະສ່ວຍສາອາກອນ ຫຼື ເສຍບໍ່ຖືກຕ້ອງ ແລະ ພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ;
  8. ຈັດຕັ້ງ, ຄຸ້ມຄອງການເກັບລາຍຮັບ ໃຫ້ໄດ້ຕາມແຜນການ ຫຼື ເກີນແຜນການ, ປະຕິບັດລາຍຮັບງົບປະມານປະຈໍາປີທີ່ລັດຖະບານມອບໃຫ້;
  9. ຊີ້ນໍາ, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດລາຍຮັບງົບປະມານ ຕາມຕົວເລກທີ່ສະພາແຫ່ງຊາດ ພິຈາລະນາຮັບຮອງເອົາ ແລະ ຕາມການມອບໝາຍຂອງລັດຖະບານ;
  10. ຊຸກຍູ້ ບັນດາຫົວໜ່ວຍວິສາຫະກິດ ທັງພາກລັດ ແລະ ເອກະຊົນ ໃນການປະຕິບັດພັນທະເຂົ້າງົບປະມານແຫ່ງລັດ;
  11. ຊຸກຍູ້, ສົ່ງເສີມ, ອໍານວຍຄວາມສະດວກ ໃນການຈັດຕັ້ງປະຕິບັດໂຄງການ, ກິດຈະການ ການລົງທຶນ ພ້ອມທັງຕິດຕາມ ແລະ ຄຸ້ມຄອງ ນະໂຍບາຍດ້ານອາກອນ ຕາມກົດໝາຍ;
  12. ຊຸກຍູ້, ແນະນໍາ, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດກົດໝາຍ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  13. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  14. ຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມການລົງທຶນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ;
  15. ມີຄວາມຮັບຜິດຊອບອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ  75  (ໃໝ່)  ຄວາມຮັບຜິດຊອບຂອງທະນາຄານ ແຫ່ງ ສປປ ລາວ

ທະນາຄານ ແຫ່ງ ສປປ ລາວ ມີຄວາມຮັບຜິດຊອບວຽກງານຄຸ້ມຄອງສ່ວຍສາອາກອນ ດັ່ງນີ້:

  1. ຊີ້ນໍາ ແລະ ຊຸກຍູ້ ການບໍລິການບັນຊີເງິນຝາກງົບປະມານແຫ່ງລັດ ຢູ່ ທະນາຄານທຸລະກິດ;
  2. ຄຸ້ມຄອງການບໍລິການ ການປະຕິບັດພັນທະສ່ວຍສາອາກອນ ຜ່ານລະບົບທະນາຄານ ແລະ ມອບເຂົ້າບັນຊີເງິນຝາກຂອງລັດຖະບານ ພາຍໃນວັນ;
  3. ຊຸກຍູ້ ທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນ ສະໜອງຂໍ້ມູນທຸລະກໍາດ້ານການເງິນ ຂອງຜູ້ເສຍ, ຜູ້ມອບອາກອນ ຕາມການສະເໜີຂອງຂະແໜງສ່ວຍສາອາກອນ;
  4. ມີຄວາມຮັບຜິດຊອບອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 76  (ໃໝ່)  ຄວາມຮັບຜິດຊອບຂອງ ກະຊວງ, ອົງການ ແລະ ພາກສ່ວນອື່ນຂັ້ນສູນກາງ

ກະຊວງ, ອົງການ ແລະ ພາກສ່ວນອື່ນຂັ້ນສູນກາງ ມີຄວາມຮັບຜິດຊອບວຽກງານຄຸ້ມຄອງສ່ວຍສາອາກອນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

  1. ຊີ້ນໍາ ຫົວໜ່ວຍງົບປະມານ ສ້າງແຜນລາຍຮັບຈາກຄ່າທໍານຽມ ແລະ ຄ່າບໍລິການ;
  2. ຊີ້ນໍາ, ຄຸ້ມຄອງ ແລະ ກວດກາ ການເກັບລາຍຮັບຈາກຄ່າທໍານຽມ ແລະ ຄ່າບໍລິການ ໃຫ້ໄດ້ຕາມແຜນການ ແລະ ເກີນແຜນການ ແລະ ຮັບປະກັນການປະຕິບັດລາຍຮັບ ຕາມແຜນງົບປະມານປະຈໍາປີ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ;
  3. ສະໜອງຂໍ້ມູນກ່ຽວກັບຫົວໜ່ວຍທຸລະກິດ, ຊັບສິນ, ທີ່ດິນ ແລະ ຖານລາຍຮັບງົບປະມານອື່ນ ໃຫ້ຂະແໜງການການເງິນ ຢ່າງຄົບຖ້ວນ ແລະ ທັນເວລາ ເພື່ອເກັບລາຍຮັບເຂົ້າງົບປະມານໃຫ້ຖືກຕ້ອງ;
  4. ຊຸກຍູ້, ແນະນໍາ, ຄົ້ນຄວ້າ ປະກອບຄໍາເຫັນ, ເຜີຍແຜ່, ຕິດຕາມ ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  5. ແກ້ໄຂຂໍ້ສະເໜີທີ່ຕິດພັນກັບ ລາຍຮັບຈາກຄ່າທໍານຽມ ແລະ ຄ່າລິການ ແລະ ບັນຫາທີ່ຕິດພັນກັບວຽກງານຄຸ້ມຄອງສ່ວຍສາອາກອນ ທີ່ເກີດຂຶ້ນໃນຂົງເຂດຕົນ;
  6. ແຈ້ງການລະເມີດກົດໝາຍ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ ຕໍ່ຂະແໜງການການເງິນ;
  7. ມີຄວາມຮັບຜິດຊອບອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 77  (ໃໝ່)  ຄວາມຮັບຜິດຊອບຂອງ ອົງການປົກຄອງທ້ອງຖິ່ນ

ອົງການປົກຄອງທ້ອງຖິ່ນ ມີຄວາມຮັບຜິດຊອບວຽກງານຄຸ້ມຄອງສ່ວຍສາອາກອນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

  1. ຊີ້ນໍາ ຂະແໜງການເງິນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ສ້າງແຜນລາຍຮັບສ່ວຍສາອາກອນ ໃຫ້ຄົບຖ້ວນ ເພື່ອສະເໜີຕໍ່ສະພາປະຊາຊົນຂັ້ນແຂວງ ພິຈາລະນາຮັບຮອງ;
  2. ຊີ້ນໍາ, ຄຸ້ມຄອງ ແລະ ກວດກາ ການເກັບລາຍຮັບສ່ວຍສາອາກອນ ໃຫ້ໄດ້ຕາມແຜນການ ແລະ ເກີນແຜນການ ແລະ ຮັບປະກັນການປະຕິບັດລາຍຮັບ ຕາມແຜນງົບປະມານປະຈໍາປີ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ;
  3. ຊີ້ນໍາ ບັນດາຂະແໜງການ ເກັບກໍາຂໍ້ມູນກ່ຽວກັບຫົວໜ່ວຍທຸລະກິດ, ຊັບສິນ, ທີ່ດິນ ແລະ ຖານລາຍຮັບງົບປະມານອື່ນ ໃຫ້ຂະແໜງການເງິນ ຢ່າງຄົບຖ້ວນ ແລະ ທັນເວລາ ເພື່ອເກັບລາຍຮັບເຂົ້າງົບປະມານໃຫ້ຖືກຕ້ອງ;
  4. ຊຸກຍູ້, ແນະນໍາ, ຄົ້ນຄວ້າ ປະກອບຄໍາເຫັນ, ເຜີຍແຜ່, ຕິດຕາມ ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  5. ແກ້ໄຂຂໍ້ສະເໜີທີ່ຕິດພັນກັບວຽກງານສ່ວຍສາອາກອນ ທີ່ເກີດຂຶ້ນໃນທ້ອງຖິ່ນຕົນ;
  6. ມີຄວາມຮັບຜິດຊອບອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ພາກທີ VIII

ຂໍ້ຫ້າມ

ມາດຕາ  78  (ໃໝ່)  ຂໍ້ຫ້າມທົ່ວໄປ

ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີ ພຶດຕິກໍາ ດັ່ງນີ້:

  1. ປະຕິເສດການສະໜອງຂໍ້ມູນ ຂ່າວສານ ດ້ານສ່ວຍສາອາກອນ;
  2. ຮ່ວມມືກະທໍາຜິດ, ປົກປິດ ແລະ ຊຸກເຊື່ອງ ຫຼື ປົກປ້ອງ ຜູ້ກະທໍາຜິດ, ກົດໜ່ວງ ຖ່ວງດຶງ ຫຼື ຂັດຂວາງການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ;
  3. ໝິ່ນປະໝາດ, ບັງຄັບ ນາບຂູ່, ທໍາຮ້າຍຮ່າງກາຍ ພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ ຫຼື ຜູ້ເສຍອາກອນ;
  4. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ./

ມາດຕາ 79  (ປັບປຸງ)  ຂໍ້ຫ້າມສໍາລັບພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ ສ່ວຍສາອາກອນ

ຫ້າມ ພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ ສ່ວຍສາອາກອນ ມີ ພຶດຕິກໍາ ດັ່ງນີ້:

  1. ເປີດເຜີຍຄວາມລັບຂອງລັດ, ຄວາມລັບທາງລັດຖະການ ແລະ ຂໍ້ມູນສ່ວນຕົວຂອງຜູ້ເສຍອາກອນ, ກົດໜ່ວງ ຖ່ວງດຶງ, ປອມແປງເອກະສານ, ເລີ່ນເລີ້ໃນການປະຕິບັດໜ້າທີ່, ປະລະໜ້າທີ່ ຫຼື ຂາດຄວາມຮັບຜິດຊອບຕໍ່ວຽກງານທີ່ໄດ້ຮັບມອບໝາຍ;
  2. ສວຍໃຊ້ໜ້າທີ່ຕຳແໜ່ງ, ຂໍເອົາ, ຮັບເອົາ ຫຼື ທວງເອົາ ສິນບົນ, ບັງຄັບ ນາບຂູ່ ຜູ້ເສຍ ຫຼື ຜູ້ມອບອາກອນ ຊຶ່ງພາໃຫ້ເສຍຜົນປະໂຫຍດຂອງລັດ;
  3. ເກັບລາຍຮັບສ່ວຍສາອາກອນ ໂດຍບໍ່ຖືກຕ້ອງ;
  4. ນໍາເອົາເງິນອາກອນທີ່ເກັບໄດ້ໄປນໍາໃຊ້ ໂດຍບໍ່ມອບເຂົ້າງົບປະມານແຫ່ງລັດ;
  5. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ.

ມາດຕາ  80 (ປັບປຸງ)  ຂໍ້ຫ້າມສໍາລັບ ຜູ້ເສຍ ແລະ ຜູ້ມອບ ອາກອນ

ຫ້າມ ຜູ້ເສຍ ແລະ ຜູ້ມອບ ອາກອນ ມີ ພຶດຕິກໍາ ດັ່ງນີ້:

  1. ທໍາລາຍຂໍ້ມູນຫຼັກຖານ, ເຊື່ອງອຳ ປິດບັງລາຍຮັບ ຫຼື ການລະເມີດກົດໝາຍ ທີ່ຕິດພັນກັບການເສຍ ຫຼື ການມອບອາກອນຂອງຕົນ;
  2. ໃຫ້ສິນບົນ ຫຼື ຄ່າຈ້າງລາງວັນ, ສົມຮູ້ຮ່ວມຄິດ ກັບພະນັກງານ-ລັດຖະກອນ ຫຼື ເຈົ້າໜ້າທີ່ ສ່ວຍສາອາກອນ ເອົາເງິນຂອງລັດ;
  3. ປອມແປງ ໃບເກັບເງິນ, ໃບຮັບເງິນ ຫຼື ເອກະສານອື່ນ ກ່ຽວກັບອາກອນ;
  4. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ.

ພາກທີ IX

ການຄຸ້ມຄອງ ແລະ ການກວດກາ ວຽກງານຄຸ້ມຄອງສ່ວຍສາອາກອນ

ໝວດທີ 1

ການຄຸ້ມຄອງວຽກງານສ່ວຍສາອາກອນ

ມາດຕາ  81 (ປັບປຸງ)  ອົງການຄຸ້ມຄອງວຽກງານສ່ວຍສາອາກອນ

ລັດຖະບານ ເປັນຜູ້ຄຸ້ມຄອງວຽກງານສ່ວຍສາອາກອນ ຢ່າງລວມສູນເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງການເງິນ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບບັນດາກະຊວງ, ອົງການ  ແລະ  ອົງການປົກຄອງທ້ອງຖິ່ນ.

ອົງການຄຸ້ມຄອງວຽກງານສ່ວຍສາອາກອນ ປະກອບດ້ວຍ:

  1. ກະຊວງການເງິນ;
  2. ກົມສ່ວຍສາອາກອນ;
  3. ສ່ວຍສາອາກອນປະຈໍາ ແຂວງ, ນະຄອນຫຼວງ;
  4. ສ່ວຍສາອາກອນປະຈໍາ ເມືອງ, ເທດສະບານ, ນະຄອນ.

ມາດຕາ  82  (ປັບປຸງ)  ສິດ ແລະ ໜ້າທີ່ ຂອງກະຊວງການເງິນ

ໃນການຄຸ້ມຄອງວຽກງານສ່ວຍສາອາກອນ ກະຊວງການເງິນ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າ ສ້າງ, ປັບປຸງ ນະໂຍບາຍ, ຍຸດທະສາດ, ກົດໝາຍ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ ເພື່ອສະເໜີລັດຖະບານ ພິຈາລະນາ;
  2. ຜັນຂະຫຍາຍ ນະໂຍບາຍ, ຍຸດທະສາດ ແລະ ກົດໝາຍ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ ໃຫ້ກາຍເປັນ ແຜນການ, ແຜນງານ ແລະ/ຫຼື ໂຄງການ ແລະ ຈັດຕັ້ງປະຕິບັດ;
  3. ໂຄສະນາ ເຜີຍແຜ່ ແລະ ສຶກສາອົບຮົມ ນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິກໍາອື່ນ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  4. ຊີ້ນໍາ, ຄຸ້ມຄອງ, ຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ກົດ  ໝາຍ ແລະ ນິຕິກໍາອື່ນ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  5. ຕິດຕາມ ແລະ ກວດກາ ການຄິດໄລ່, ການໄລ່ລຽງອາກອນຂອງເຈົ້າໜ້າທີ່ສ່ວຍສາອາ ກອນ ແລະ ຜູ້ເສຍອາກອນ ໃຫ້ຖືກຕ້ອງຕາມກົດໝາຍ;
  6. ຕົກລົງການສົ່ງຄືນເງິນອາກອນ ໃຫ້ຜູ້ເສຍອາກອນ ຢ່າງຖືກຕ້ອງ ແລະ ຄົບຖ້ວນ;
  7. ສ້າງ, ບໍາລຸງ, ຍົກລະດັບ, ຄຸ້ມຄອງ ແລະ ນໍາໃຊ້ ພະນັກງານ-ລັດຖະກອນ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  8. ແກ້ໄຂຄໍາສະເໜີ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  9. ປະສານສົມທົບກັບກະຊວງ, ອົງການ, ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  10. ພິຈາລະນາ ແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ, ສັບຊ້ອນ, ຍ້ອງຍໍ, ລົງວິໄນ ພະນັກງານ ແລະ ເຈົ້າໜ້າທີ່ສ່ວຍສາອາກອນ ຕາມການສະເໜີຂອງກົມສ່ວຍສາອາກອນ;
  11. ພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  12. ສະຫຼຸບ, ລາຍງານ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສ່ວຍສາອາກອນ ໃຫ້ລັດຖະ ບານ ຢ່າງເປັນປົກກະຕິ;
  13. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ  83  (ປັບປຸງ)  ສິດ ແລະ ໜ້າທີ່ ຂອງກົມສ່ວຍສາອາກອນ

ໃນການຄຸ້ມຄອງວຽກງານສ່ວຍສາອາກອນ ກົມສ່ວຍສາອາກອນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

  1. ຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ, ກົດໝາຍ, ແຜນການ, ແຜນງານ ຫຼື ໂຄງການ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  2. ໂຄສະນາ ເຜີຍແຜ່  ແລະ ສຶກສາອົບຮົມ ນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິກໍາອື່ນ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  3. ຕິດຕາມ ແລະ ກວດກາ ວຽກງານຄຸ້ມຄອງສ່ວຍສາອາກອນ;
  4. ອອກ ຂໍ້ຕົກລົງ, ຄໍາແນະນໍາ, ແຈ້ງການ, ໃບສັ່ງມອບ, ໃບເລັ່ງທວງ, ໃບຄິດໄລ່ ທີ່ຕິດພັນກັບວຽກງານຄຸ້ມຄອງສ່ວຍສາອາກອນ ລວມທັງລົບລ້າງເອກະສານດັ່ງກ່າວທີ່ບໍ່ຖືກຕ້ອງ;
  5. ຕົກລົງການສົ່ງຄືນເງິນອາກອນ ໃຫ້ຜູ້ເສຍອາກອນ ຢ່າງຖືກຕ້ອງ ແລະ ຄົບຖ້ວນ;
  6. ແຕ່ງຕັ້ງ ເຈົ້າໜ້າທີ່ສ່ວຍສາອາກອນ, ສັບຊ້ອນ ພະນັກງານ-ລັດຖະກອນ ຕາມວຽກງານຕົວຈິງ;
  7. ສະເໜີລັດຖະມົນຕີກະຊວງການເງິນ ກ່ຽວກັບການແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແໜ່ງ ພະນັກ ງານ-ລັດຖະກອນ ຫຼື ລົງວິໄນ ຜູ້ລະເມີດກົດໝາຍ;
  8. ບໍາລຸງ, ຍົກລະດັບ, ຄຸ້ມຄອງ, ນໍາໃຊ້ ພະນັກງານ-ລັດຖະກອນ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  9. ນໍາໃຊ້ ລະບົບຂໍ້ມູນ ຂ່າວສານ, ເຕັກໂນໂລຊີ ເຂົ້າໃນວຽກງານຄຸ້ມຄອງສ່ວຍສາອາກອນ;
  10. ແກ້ໄຂຄໍາສະເໜີ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  11. ປະສານສົມທົບກັບພາກສ່ວນອື່ນ ທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  12. ພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ ຕາມການມອບໝາຍ;
  13. ສະຫຼຸບ, ລາຍງານ ວຽກງານຄຸ້ມຄອງສ່ວຍສາອາກອນ ໃຫ້ກະຊວງການເງິນຢ່າງເປັນ  ປົກກະຕິ;
  14. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 84  (ປັບປຸງ)  ສິດ ແລະ ໜ້າທີ່ ຂອງສ່ວຍສາອາກອນປະຈໍາ ແຂວງ, ນະຄອນຫຼວງ

ໃນການຄຸ້ມຄອງວຽກງານສ່ວຍສາອາກອນ ສ່ວຍສາອາກອນປະຈໍາ ແຂວງ, ນະຄອນຫຼວງ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

  1. ຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ, ກົດໝາຍ, ແຜນການພັດທະນາ ແລະ ກົນໄກການຄຸ້ມຄອງວຽກງານຄຸ້ມຄອງສ່ວຍສາອາກອນ;
  2. ໂຄສະນາ ເຜີຍແຜ່ ກົດໝາຍ, ຄໍາສັ່ງ ແລະ ນິຕິກໍາອື່ນ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  3. ຊີ້ນໍາ ນໍາພາ, ຕິດຕາມ ການຈັດຕັ້ງປະຕິບັດກົດໝາຍ ທີ່ກ່ຽວຂ້ອງຢ່າງເປັນປົກກະຕິ ເພື່ອຄຸ້ມຄອງລາຍຮັບສ່ວຍສາອາກອນ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ;
  4. ອອກ ຂໍ້ຕົກລົງ, ຄໍາແນະນໍາ, ແຈ້ງການ, ໃບສັ່ງມອບ, ໃບເລັ່ງທວງ, ໃບຄິດໄລ່ ທີ່ຕິດພັນກັບວຽກງານຄຸ້ມຄອງສ່ວຍສາອາກອນ ລວມທັງລົບລ້າງເອກະສານດັ່ງກ່າວທີ່ບໍ່ຖືກຕ້ອງ;
  5. ຈັດຕັ້ງປະຕິບັດລະບອບບັນຊີແຫ່ງລັດ ໃນການບັນທຶກທຸກຮ່ວງລາຍຮັບສ່ວຍສາອາກອນຕາມສາລະບານງົບປະມານ, ສົມທົບກັບຄັງເງິນແຫ່ງຊາດປະຈໍາ ແຂວງ, ນະຄອນຫຼວງ ເພື່ອສ້າງບົດສະຫຼຸບ ແລະ ວິໄຈຕົວເລກລາຍຮັບ;
  6. ຄຸ້ມຄອງ ຕິດຕາມການຄິດໄລ່, ການໄລ່ລຽງອາກອນຂອງ ເຈົ້າໜ້າທີ່ສ່ວຍສາອາກອນ ແລະ ຜູ້ເສຍ  ແລະ ຜູ້ມອບ ອາກອນ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ;
  7. ຕົກລົງການສົ່ງຄືນເງິນອາກອນ ໃຫ້ຜູ້ເສຍອາກອນ ຢ່າງຖືກຕ້ອງ ແລະ ຄົບຖ້ວນ;
  8. ບໍາລຸງ, ຍົກລະດັບ, ຄຸ້ມຄອງ ແລະ ນໍາໃຊ້ ພະນັກງານ-ລັດຖະກອນ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  9. ແຕ່ງຕັ້ງເຈົ້າໜ້າທີ່ສ່ວຍສາອາກອນ, ສັບຊ້ອນ ພະນັກງານ-ລັດຖະກອນ ຕາມວຽກງານຕົວຈິງ;
  10. ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ, ອົງການປົກຄອງຂອງແຂວງ, ນະຄອນ ຫຼວງ ໃນການສ້າງແຜນບຳລຸງສ້າງ, ຄຸ້ມຄອງ ແລະ ຈັດວາງບຸກຄະລາກອນ;
  11. ສະເໜີຫົວໜ້າກົມສ່ວຍສາອາກອນ ນໍາສະເໜີຕໍ່ລັດຖະມົນຕີກະຊວງການເງິນ ກ່ຽວກັບການແຕ່ງຕັ້ງ, ຍົກຍ້າຍ, ຍ້ອງຍໍ, ປົດຕໍາແໜ່ງ ພະນັກງານ-ລັດຖະກອນ ຫຼື ລົງວິໄນ ຜູ້ລະເມີດກົດໝາຍ ບົນພື້ນ ຖານການປະສານສົມທົບກັບອົງການປົກຄອງທ້ອງຖິ່ນ;
  12. ຄຸ້ມຄອງ, ນໍາໃຊ້ເຕັກໂນໂລຊີ, ຂໍ້ມູນ ຂ່າວສານ ແລະ ຫັນການເຄື່ອນໄຫວວຽກງານຄຸ້ມຄອງສ່ວຍສາອາກອນ ໃຫ້ເປັນທັນສະໄໝ;
  13. ຄຸ້ມຄອງ, ນໍາໃຊ້ງົບປະມານ ແລະ ເງິນບຳເນັດ, ພາຫະນະ, ວັດຖູປະກອນ ຮັບໃຊ້ວຽກງານຄຸ້ມຄອງສ່ວຍສາອາກອນ;
  14. ປະສານສົມທົບກັບ ອົງການປົກຄອງຂອງແຂວງ, ນະຄອນຫຼວງ, ພະແນກການເງິນ ແລະ ພະແນກການອື່ນ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  15. ຕິດຕາມ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສ່ວຍສາອາກອນ;
  16. ພົວພັນ ຮ່ວມມືກັບຕ່າງປະເທດ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ ຕາມການມອບໝາຍ;
  17. ສະຫຼຸບ, ລາຍງານ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສ່ວຍສາອາກອນ ໃຫ້ກົມສ່ວຍສາອາກອນ ແລະ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ຢ່າງເປັນປົກກະຕິ;
  18. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ຕາມການມອບໝາຍ.

ມາດຕາ 85  (ປັບປຸງ)  ສິດ ແລະ ໜ້າທີ່ ຂອງສ່ວຍສາອາກອນປະຈໍາ ເມືອງ, ເທດສະບານ, ນະຄອນ

ໃນການຄຸ້ມຄອງວຽກງານສ່ວຍສາອາກອນ ສ່ວຍສາອາກອນປະຈໍາ ເມືອງ, ເທດສະບານ, ນະ ຄອນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

  1. ຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ, ກົດໝາຍ, ແຜນພັດທະນາ ແລະ ກົນໄກຄຸ້ມຄອງວຽກງານຄຸ້ມຄອງສ່ວຍສາອາກອນ;
  2. ເຜີຍແຜ່ ກົດໝາຍ, ຄໍາສັ່ງ ແລະ ນິຕິກໍາອື່ນ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  3. ຕິດຕາມ ການຈັດຕັ້ງປະຕິບັດກົດໝາຍ, ນິຕິກໍາອື່ນທີ່ກ່ຽວຂ້ອງ ຢ່າງເປັນປົກກະຕິ ແລະ ເປັນເອກະພາບ ເພື່ອຄຸ້ມຄອງລາຍຮັບສ່ວຍສາອາກອນ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ;
  4. ອອກ ຂໍ້ຕົກລົງ, ຄໍາແນະນໍາ, ແຈ້ງການ, ໃບສັ່ງມອບ, ໃບເລັ່ງທວງ, ໃບຄິດໄລ່ ທີ່ຕິດພັນກັບວຽກງານຄຸ້ມຄອງສ່ວຍສາອາກອນ ລວມທັງລົບລ້າງເອກະສານດັ່ງກ່າວທີ່ບໍ່ຖືກຕ້ອງ;
  5. ແຕ່ງຕັ້ງເຈົ້າໜ້າທີ່ສ່ວຍສາອາກອນ, ສັບຊ້ອນ ພະນັກງານ-ລັດຖະກອນ ຕາມວຽກງານຕົວຈິງ;
  6. ຈັດຕັ້ງປະຕິບັດລະບົບບັນຊີແຫ່ງລັດ ໃນການບັນທຶກທຸກຮ່ວງລາຍຮັບສ່ວຍສາອາກອນ ຕາມສາລະບານງົບປະມານ, ສົມທົບກັບຄັງເງິນແຫ່ງຊາດປະຈໍາ ເມືອງ, ເທດສະບານ, ນະຄອນ ເພື່ອສະຫຼຸບ ແລະ ວິ ໄຈຕົວເລກລາຍຮັບ;
  7. ຄຸ້ມຄອງ ຕິດຕາມ ການຄິດໄລ່, ການໄລ່ລຽງອາກອນ ຂອງເຈົ້າໜ້າທີ່ສ່ວຍສາອາກອນ  ແລະ  ຜູ້ເສຍອາກອນ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ;
  8. ຄຸ້ມຄອງ, ນໍາໃຊ້ ຂໍ້ມູນ ຂ່າວສານ, ເຕັກໂນໂລຊີ ແລະ ຫັນການເຄື່ອນໄຫວວຽກງານຄຸ້ມຄອງສ່ວຍສາອາກອນ ໃຫ້ເປັນທັນສະໄໝ;
  9. ຄຸ້ມຄອງ, ນໍາໃຊ້ງົບປະມານ, ເງິນບໍາເນັດ, ພາຫະນະ ແລະ ວັດຖູປະກອນຮັບໃຊ້ວຽກງານຄຸ້ມຄອງສ່ວຍສາອາກອນ;
  10. ປະສານສົມທົບກັບ ອົງການປົກຄອງເມືອງ, ເທດສະບານ, ນະຄອນ, ຫ້ອງການການເງິນ ແລະ ຫ້ອງການອື່ນ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  11. ຕິດຕາມ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສ່ວຍສາອາກອນ;
  12. ສະຫຼຸບ, ລາຍງານ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສ່ວຍສາອາກອນ ໃຫ້ສ່ວຍສາອາກອນປະຈໍາ ແຂວງ, ນະຄອນຫຼວງ ແລະ ເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນ ຢ່າງເປັນປົກກະຕິ;
  13. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ຕາມການມອບໝາຍ.

ໝວດທີ 2

ການກວດກາວຽກງານຄຸ້ມຄອງສ່ວຍສາອາກອນ

ມາດຕາ 86  (ປັບປຸງ)  ອົງການກວດກາວຽກງານຄຸ້ມຄອງສ່ວຍສາອາກອນ

ອົງການກວດກາວຽກງານຄຸ້ມຄອງສ່ວຍສາອາກອນ ປະກອບດ້ວຍ:

  1. ອົງການກວດກາພາຍໃນ ຊຶ່ງແມ່ນອົງການດຽວກັນກັບ ອົງການຄຸ້ມຄອງວຽກງານສ່ວຍສາອາກອນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 81 ຂອງກົດໝາຍສະບັບນີ້;
  2. ອົງການກວດກາພາຍນອກ ຊຶ່ງແມ່ນສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ອົງການກວດກາລັດແຕ່ລະຂັ້ນ, ອົງການກວດສອບແຫ່ງລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດ ຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ສື່ມວນຊົນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ.

ມາດຕາ 87  (ໃໝ່)  ເນື້ອໃນການກວດກາ

ການກວດກາວຽກງານຄຸ້ມຄອງສ່ວຍສາອາກອນ ມີ ເນື້ອໃນຕົ້ນຕໍ ດັ່ງນີ້:

  1. ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາອື່ນ ກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ;
  2. ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການຄຸ້ມຄອງວຽກງານສ່ວຍສາອາກອນ;
  3. ການນໍາໃຊ້ສິດ, ການປະຕິບັດໜ້າທີ່ ແລະ ການນໍາໃຊ້ມາດຕະການຕໍ່ຜູ້ລະເມີດ.

ມາດຕາ 88  (ໃໝ່)  ການກວດກາທາງດ້ານວິຊາການ

ການກວດກາທາງດ້ານວິຊາການສ່ວຍສາອາກອນ ມີ ດັ່ງນີ້:

  1. ແຜນມອບອາກອນຂອງຜູ້ເສຍອາກອນ;
  2. ການແຈ້ງເສຍອາກອນຂອງຜູ້ເສຍອາກອນ;
  3. ການກວດກາຫຼັງການແຈ້ງເສຍອາກອນ;
  4. ການຂໍຫັກ ແລະ ສົ່ງຄືນ ອາກອນ;
  5. ສະຖານທີ່, ວັດຖູປະກອນ ແລະ ເອກະສານ ກ່ຽວກັບການຄິດໄລ່ອາກອນ;
  6. ການໂອນລາຄາ;
  7. ບົດສະຫຼຸບລາຍງານການເງິນ;
  8. ກົນໄກຄຸ້ມຄອງຄວາມສ່ຽງຂອງ ຜູ້ເສຍ ແລະ ຜູ້ມອບ ອາກອນ;
  9. ເນື້ອໃນອື່ນ ທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງສ່ວຍສາອາກອນ.

ມາດຕາ 89  (ປັບປຸງ)  ຮູບການການກວດກາ

ການກວດກາວຽກງານຄຸ້ມຄອງສ່ວຍສາອາກອນ ມີ ສາມ ຮູບການ ດັ່ງນີ້:

  1. ການກວດກາປົກກະຕິ;
  2. ການກວດກາ ໂດຍມີການເເຈ້ງໃຫ້ຮູ້ລ່ວງໜ້າ;
  3. ການກວດການແບບກະທັນຫັນ.

ການກວດກາປົກກະຕິ ແມ່ນ ການກວດກາທີ່ດໍາເນີນຕາມແຜນການ ຢ່າງເປັນປະຈໍາ ແລະ ມີກໍານົດເວລາແນ່ນອນ.

ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດກາແບບນອກແຜນ ເມື່ອເຫັນວ່າມີຄວາມຈໍາເປັນ ຊຶ່ງຕ້ອງໄດ້ແຈ້ງໃຫ້ຜູ້ຖືກກວດກາ ຮູ້ກ່ອນລ່ວງໜ້າ.

ການກວດກາແບບກະທັນຫັນ ແມ່ນ ການກວດກາໂດຍຮີບດ່ວນ ແລະ ນອກແຜນການ  ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ.

ການກວດກາຕໍ່ເປົ້າໝາຍໃດໜຶ່ງ ໃຫ້ດໍາເນີນຢູ່ ຫ້ອງການຂະແໜງສ່ວຍສາອາກອນ ຫຼື ສໍານັກງານ ຫຼື ສະຖານທີ່ດໍາເນີນທຸລະກິດ ຂອງຫົວໜ່ວຍວິສາຫະກິດ.

ພາກທີ X

ງົບປະມານ, ເຄື່ອງແບບ, ກາໝາຍ ແລະ ຕາປະທັບ

ມາດຕາ  90  (ປັບປຸງ)  ງົບປະມານ

ຂະແໜງສ່ວຍສາອາກອນ ມີງົບປະມານ ຂຶ້ນກັບກະຊວງການເງິນ ໂດຍລັດຖະບານ ໃຫ້ບຸລິມະສິດ ໃນການຈັດສັນງົບປະມານເຂົ້າໃນການພັດທະນາ ແລະ ຄຸ້ມຄອງລະບົບການຫັນເປັນທັນສະໄໝ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍງົບປະມານແຫ່ງລັດ ແລະ ລະບຽບການກ່ຽວກັບການສ້າງ ແລະ ການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດປະຈໍາປີ.

ມາດຕາ  91 (ປັບປຸງ)  ເຄື່ອງແບບ, ກາໝາຍ ແລະ ຕາປະທັບ

ຂະແໜງສ່ວຍສາອາກອນ ມີ ເຄື່ອງແບບ ແລະ ກາໝາຍສະເພາະ ທີ່ໄດ້ຮັບການອະນຸຍາດຈາກລັດ ຖະບານ.

ເຈົ້າໜ້າທີ່ສ່ວຍສາອາກອນ ຕ້ອງ ນຸ່ງເຄື່ອງແບບ, ຖືບັດປະຈໍາໜ້າທີ່ ແລະ ຕິດກາໝາຍສະເພາະ ໃນເວລາປະຕິບັດໜ້າທີ່ທາງລັດຖະການ.

ຂະແໜງສ່ວຍສາອາກອນແຕ່ລະຂັ້ນ ມີຕາປະທັບຂອງຕົນ  ເພື່ອນໍາໃຊ້ເຂົ້າໃນວຽກງານທາງລັດຖະການ.

ພາກທີ XI

ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 92  (ປັບປຸງ)  ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົົນງານດີເດັ່ນໃນການເປັນແບບຢ່າງ ມອບພັນທະສ່ວຍສາອາກອນ, ການປະກອບສ່ວນຢ່າງຕັ້ງໜ້າ ເປັນເວລາ ສອງປີ ຕິດຕໍ່ກັນ ເຊັ່ນ ມີແຜນມອບອາກອນ ແລະ ແຜນນໍາເຂົ້າສົ່ງອອກ ປະຈໍາປີຊັດເຈນ, ການແຈ້ງເສຍ ແລະ ການມອບ ອາກອນ ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ, ຖືບັນຊີຖືກຕ້ອງຕາມກົດໝາຍ, ນໍາໃຊ້ເອກະສານຢັ້ງຢືນທາງດ້ານການບັນຊີຖືກຕ້ອງ, ແຈ້ງເສຍຜ່ານລະບົບຂໍ້ມູນສ່ວຍສາອາ ກອນ ແລະ ລະບົບການແຈ້ງພາສີ ແລະ ມອບອາກອນຜ່ານລະບົບທະນາຄານ ຫຼື ຄັງເງິນແຫ່ງຊາດ ຈະໄດ້ຮັບການຍ້ອງ ຍໍ, ອໍານວຍຄວາມສະດວກ ຫຼື ນະໂຍບາຍອື່ນ ດັ່ງນີ້:

  1. ສໍາລັບການເຄື່ອນໄຫວພາຍໃນ:
  • ໄດ້ຮັບການຍ້ອງຍໍ ເປັນທຸລະກິດແບບຢ່າງ, ດີເດັ່ນ;
  • ໄດ້ຮັບຄວາມສະດວກໃນການສົ່ງຄືນເງິນອາກອນກ່ອນການກວດກາ;
  • ບໍ່ຖືກດໍາເນີນການກວດກາບັນຊີປະຈໍາປີໃນປີຖັດໄປ;
  • ໃຫ້ຄວາມສະດວກໃນການອອກໃບຢັ້ງຢືນການມອບອາກອນ;
  • ໄດ້ຮັບການຊ່ວຍເຫຼືອທາງດ້ານວິຊາການ ຫຼື ໃຫ້ຄໍາປຶກສາ.
  1. ສໍາລັບການສົ່ງອອກ-ນໍາເຂົ້າ:
  • ໄດ້ຮັບສິດທິພິເສດ ໃນການແຈ້ງພາສີເປັນລາຍລະອຽດ ຢູ່ດ່ານພາສີຊາຍແດນ ບ່ອນສົ່ງອອກ-ນໍາເຂົ້າ;
  • ໄດ້ຮັບການກໍານົດການບໍລິຫານຄ່າຄວາມສ່ຽງໃນລະດັບຕໍ່າ ໃນການກວດກາສິນຄ້າຕົວຈິງ;
  • ໄດ້ຮັບອະນຸຍາດໃຫ້ນໍາເອົາສິນຄ້າໄປລົງສາງ ແລະ ດໍາເນີນການກວດກາສິນຄ້າຕົວຈິງ ຢູ່ສາງຂອງບໍລິສັດ.

ມາດຕາ 93  (ປັບປຸງ)  ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ຈະຖືກ ສຶກສາອົບຮົມ, ລົງວິ ໄນ, ປັບໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ຖືກລົງໂທດທາງອາຍາ ຕາມແຕ່ກໍລະນີ.

ພາກທີ XII

ບົດບັນຍັດສຸດທ້າຍ

ມາດຕາ  94  (ປັບປຸງ)  ການປ່ຽນແປງອັດຕາອາກອນ

ໃນກໍລະນີຈຳເປັນ ແລະ ຮີບດ່ວນ ທີ່ຕ້ອງໄດ້ປ່ຽນແປງອັດຕາອາກອນ ເພື່ອໃຫ້ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນແຕ່ລະໄລຍະນັ້ນ ລັດຖະບານ ມີ ສິດ ແລະ ໜ້າທີ່ ຄົ້ນຄວ້າ ແລ້ວສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນານຳສະເໜີຕໍ່ປະທານປະເທດ ອອກລັດຖະບັນຍັດປະກາດໃຊ້ເປັນການຊົ່ວຄາວ, ຫຼັງຈາກນັ້ນ ຄະນະປະຈໍາສະພາແຫ່ງຊາດ ຕ້ອງລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ເທື່ອຖັດໄປ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນ ບໍ່ມີສິດປ່ຽນແປງອັດຕາອາກອນ.

ມາດຕາ 95  ການຈັດຕັ້ງປະຕິບັດ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 96  (ປັບປຸງ)  ຜົນສັກສິດ

ກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫຼັງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດປະກາດໃຊ້ ໃນວັນທີ 1 ມັງກອນ 2020 ແລະ ໄດ້ລົງຈົດໝາຍເຫດທາງລັດຖະການ ສິບຫ້າວັນ.

ກົດໝາຍສະບັບນີ້ ປ່ຽນແທນ ກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບເລກທີ 70 /ສພຊ, ລົງວັນທີ 15 ທັນວາ 2015.

ຂໍ້ກໍານົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ. 

ປະທານສະພາແຫ່ງຊາດ

ປານີ ຢາທໍ່ຕູ້

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.