ພາບປະກອບຈາກອີນເຕີເນັດ

     

ກະຊວງກະສິກໍາ ແລະ ປ່າໄມ້ ອອກແຈ້ງການ ກ່ຽວກັບ ການນໍາໃຊ້ແບບພິມ ສໍາລັບການຂໍນໍາເຂົ້າ - ສົ່ງອອກ - ຂົນສົ່ງຜ່ານ ແລະ ການກວດກາຫຼັງການນໍາເຂົ້າ ສັດ, ສັດນໍ້າ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ເລກທີ 1944/ກລປ ວັນທີ 27 ມິຖຸນາ 2018 ໂດຍໄດ້ອະນຸມັດໃຫ້ນໍາໃຊ້ແບບພິມ 10 ແບບ ເຊິ່ງຜູ້ປະກອບການ/ນັກທຸລະກິດ ຕ້ອງໃຊ້ ແບບພິມແຕ່ລະແບບດັ່ງນີ້:

      ແບບພິມ ຂອຜ 1 ແລະ ຂອຜ 5 ຍືນເຖິງ ກົມລ້ຽງສັດ ແລະ ການປະມົງ;

      ແບບພິມ ຂອຜ 2 ຍືນເຖິງ ໜ່ວຍງານ ລ້ຽງສັດ ແລະ ການປະມົງ ເມືອງ (ໜລປ ເມືອງ);

      ແບບພິມ ຂອຜ 3 ແລະ ຂອຜ 10 ຍືນເຖິງ ຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງ (ຫ້ອງການ ກປ ເມືອງ);

      ແບບພິມ ຂອຜ 4 ຍືນເຖິງ ຂະແໜງ ລ້ຽງສັດ ແລະ ການປະມົງ ນະຄອນຫລວງວຽງຈັນ/ແຂວງ (ຂະແໜງ ລປ ນວ/ແຂວງ);

      ແບບພິມ ຂອຜ 6 ແລະ ຂອຜ 7  ຍືນເຖິງ ດ່ານກວດກາສັດຕະວະແພດສາກົນ ນະຄອນຫລວງວຽງຈັນ/ແຂວງ;

      ແບບພິມ ຂອຜ 8 ຍືນເຖິງ ດ່ານກວດກາສັດຕະວະແພດສາກົນ ນະຄອນຫລວງວຽງຈັນ/ແຂວງ ຫລື ໜ່ວຍງານລ້ຽງສັດ-ການປະມົງເມືອງ;

      ແບບພິມ ຂອຜ 9 ຍືນເຖິງ ໜ່ວຍງານລ້ຽງສັດ-ການປະມົງ ເມືອງ.

ພາບປະກອບຈາກອີນເຕີເນັດ

   

      ສໍາລັບ ຄ່າທໍານຽມ ແລະ ຄ່າບໍລິການວິຊາການ ທີ່ຕິດພັນກັບການຈັດຕັ້ງປະຕິບັດແຈ້ງການນີ້ ແມ່ນໃຫ້ປະຕິບັດຕາມລັດຖະບັນຍັດ ຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 003/ປປທ ວັນທີ 26 ທັນວາ 2012 ພາກທີ II ໝວດທີ VIII ມາດຕາທີ 42 ຄ່າບໍລິການຂອງຂະແໜງການກະສິກໍາ ແລະ ປ່າໄມ້.

 

      ລາຍລະອຽດຂອງ ແຈ້ງການ ກ່ຽວກັບ ການນໍາໃຊ້ແບບພິມ ສໍາລັບການຂໍນໍາເຂົ້າ - ສົ່ງອອກ - ຂົນສົ່ງຜ່ານ ແລະ ການກວດກາຫຼັງການນໍາເຂົ້າ ສັດ, ສັດນໍ້າ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ເລກທີ 1944/ກລປ ວັນທີ 27 ມິຖຸນາ 2018.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.