ລັດຖະບານ ໄດ້ກໍານົດເອົາວຽກງານອໍານວຍຄວາມສະດວກທາງດ້ານການຄ້າເປັນໜ້າວຽກບູລິມະສິດ ໃນການສ້າງສະພາບແວດລ້ອມເອື້ອອໍານວຍເພື່ອດຶງດູດການລົງທຶນຈາກຕ່າງປະເທດ ແລະ ເພີ່ມທະວີການເຊື່ອມໂຍງກັບບັນດາປະເທດອ້ອມຂ້າງ ແລະ ອາຊຽນ.

      ການສົ່ງອອກຂອງ ສປປ ລາວ ມີການຂະຫຍາຍຕົວນັບແຕ່ປີ 2009 ເປັນຕົ້ນມາ, ສິນຄ້າຕົ້ນຕໍແມ່ນແຮ່ທາດ ແລະ ພະລັງງານໄຟຟ້າ. ໂດຍໄດ້ຮັບການສະໜັບສະໜູບຈາກບັນດາຄູ່ຮ່ວມພັດທະນາ, ລັດຖະບານ ມີຄວາມພະຍາຍາມໃນການ ສ້າງຜະລິດຕະພັນໃຫ້ມີຄວາມຫຼາກຫຼາຍສໍາລັບການສົ່ງອອກ ໄປຄຽງຄູ່ກັບການອໍານວຍຄວາມສະດວກໃນການນໍາເຂົ້າ ເພື່ອກະຕຸ້ນການຜະລິດສິນຄ້າພາຍໃນ. ການປັບປຸງຂົງເຂດດັ່ງກ່າວ ຈະປະກອບສ່ວນສໍາຄັນຕໍ່ການຂະຫຍາຍຕົວຢ່າງໝັ້ນທ່ຽງ ຂອງເສດຖະກິດ ສປປ ລາວ.

      ການປັບປຸງຂັ້ນຕອນການແຈ້ງພາສີຢ່າງຕໍ່ເນື່ອງ ມີຄວາມຈໍາເປັນສໍາລັບການເຊື່ອມໂຍງດ້ານເສດຖະກິດ ແລະ ການເຄື່ອນຍ້າຍສິນຄ້າຢ່າງເສລີໃນອາຊຽນ. ການຍົກລະດັບປະສິດທິພາບຂອງການຄຸ້ມຄອງວຽກງານພາສີ ເປັນການປະກອບ ສ່ວນເຂົ້າໃນການຍົກສູງຂີດຄວາມສາມາດຂອງພາກທຸລະກິດໃນການແຂ່ງຂັນໃນຕະຫຼາດເສລີໃນພາກພື້ນ.

      ການສຶກສາເວລາກວດປ່ອຍສິນຄ້າຄັ້ງນີ້ ໄດ້ວິເຄາະຄ່າສະເລ່ຍ ແລະ ຄ່າຜັນປ່ຽນມາດຕະຖານ ຂອງແຕ່ລະຂັ້ນຕອນຢູ່ ດ່ານພາສີຊາຍແດນ ເພື່ອໃຫ້ເຂົ້າໃຈຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ການຄວບຄຸມ ແລະ ການກວດປ່ອຍສິນຄ້າ. ພ້ອມທັງ ໃຫ້ຄໍາແນະນໍາໃນການປັບປຸງຂັ້ນຕອນການກວດປ່ອຍສິນຄ້າໃຫ້ດີຂຶ້ນ.

      ກົມພາສີ ໄດ້ວາງຄາດໝາຍຫຼຸດເວລາທີ່ໃຊ້ໃນການກວດປ່ອຍສິນຄ້າໃຫ້ໄດ້ 10% ໃນລະຫວ່າງປີ 2017 – 2020 ຈຶ່ງໄດ້ມີການສຶກສາເວລາກວດປ່ອຍສິນຄ້າເປັນແຕ່ລະໄລຍະ ເພື່ອວັດແທກການປ່ຽນແປງກ່ຽວກັບເວລາກວດປ່ອຍສິນຄ້າຢູ່ດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ.

      ຈຸດປະສົງຕົ້ນຕໍຂອງການສຶກສາເວລາກວດປ່ອຍສິນຄ້າ ຄັ້ງນີ້ມີຄື:

  • ເພື່ອປະເມີນສະພາບລວມໃນການປະຕິບັດຂັ້ນຕອນການແຈ້ງພາສີ ແລະ ຂັ້ນຕອນຂອງຂະແໜງການອື່ນຢູ່ດ່ານພາສີຊາຍແດນ;
  • ສຶກສາບັນດາຂໍ້ຫຍຸ້ງຍາກທີ່ສົ່ງຜົນກະທົບຕໍ່ການຄ້າຂ້າມແດນ ແລະ ການກວດປ່ອຍສິນຄ້າ;
  • ຄົ້ນຄວ້າວິທີການປັບປຸງເພື່ອເພີ່ມທະວີການອໍານວຍຄວາມສະດວກດ້ານການຄ້າ;
  • ເຜີຍແຜ່ເວລາສະເລ່ຍໃນການກວດປ່ອຍສິນຄ້າໃຫ້ສັງຄົມຮັບຊາບ ໃຫ້ສອດຄ່ອງກັບສັນຍາວ່າດ້ວຍການອໍານວຍຄວາມສະດວກທາງດ້ານການຄ້າຂອງອົງການການຄ້າໂລກ;
  • ເພື່ອສະໜອງຂໍ້ມູນເວລາກວດປ່ອຍສິນຄ້າ ໃຫ້ສະຖາບັນວິໄຈເສດຖະກິດອາຊຽນ ເພື່ອດໍາເນີນການວິໄຈຕົ້ນທຶນຄ່າໃຊ້ຈ່າຍໃນການດໍາເນີນການຄ້າຢູ່ບັນດາປະເທດອາຊຽນ.

      ການສຶກສາເວລາກວດປ່ອຍສິນຄ້າ (TRS) ໃນຄັ້ງນີ້ ເປັນການປະເມີນຜົນການປັບປຸງຂັ້ນຕອນການແຈ້ງພາສີ ເພື່ອຍົກສູງການອໍານວຍຄວາມສະດວກທາງດ້ານການຄ້າ ຊຶ່ງຈະໄດ້ມີການສົມທຽບກັບຜົນການສຶກສາ TRS ໃນປີຄັ້ງຜ່ານມາ ໂດຍສະເພາະແມ່ນການສຶກສາ TRS ປີ 2017.

      ກົມພາສີ ໄດ້ອີງໃສ່ຄູ່ມືແນະນໍາຂອງອົງການພາສີໂລກ ກ່ຽວກັບການສຶກສາເວລກວດປ່ອຍສິນຄ້າ ສະບັບປັບປຸງ ປີ 2018. ຄະນະຮັບຜິດຊອບ TRS ໄດ້ຮັບການແຕ່ງຕັ້ງໂດຍລັດຖະມົນຕີກະຊວງການເງິນ ເພື່ອດໍາເນີນວຽກງານດັ່ງກ່າວ. ຄະນະຮັບຜິດຊອບ TRS ກໍານົດຂອບເຂດການສຶກສາ ແລະ ສ້າງແຜນດໍາເນີນການສຶກສາ. ຈາກນັ້ນ, ໄດ້ມີການເກັບກໍາ ຂໍ້ມູນຕົວຈິງຢູ່ບັນດາດ່ານເປົ້າໝາຍໃນຂອບເຂດທົ່ວປະເທດ. ການວິໄຈຂໍ້ມູນແມ່ນໄດ້ນໍາໃຊ້ໂປຣແກຣມ TRS ຂອງອົງ ການພາສີໂລກ ແລະ ສ້າງບົດລາຍງານຜົນການສຶກສາ ໂດຍສະແດງຂໍ້ສັງເກດ ແລະ ຄໍາແນະນໍາສະລັບການປັບປຸງຂັ້ນຕອນ ການແຈ້ງພາສີໃຫ້ດີຂຶ້ນກວ່າເກົ່າ.

# ຫົວຂໍ້ ດາວໂຫຼດ
1 Time Release Study 2019 Lao PDR PDF
2 ບົດລາຍງານການສຶກສາເວລາກວດປ່ອຍສິນຄ້າ ຢູ່ ສປປ ລາວ ປີ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.