ພາຍຫຼັງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກ ຄໍາສັ່ງເລກທີ 12/ນຍ ວ່າດ້ວຍການອໍານວຍຄວາມສະດວກ ໃຫ້ແກ່ການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ,​ ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ ເພື່ອປັບປຸງບັນຍາກາດດໍາເນີນທຸລະກິດຢູ່ ສປປ ລາວ ຫຼີກລ້ຽງການສ້າງອຸປະສັກທາງດ້ານການຄ້າ ແນ່ໃສ່ປະກອບສ່ວນເຂົ້າໃນການດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໃນຂະແໜງການຕ່າງໆ ໃຫ້ນັບມື້ນັບຫຼາຍຂື້ນ ເປັນການປະກອບສ່ວນສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ປະຊາຊົນລາວ.

ກອງປະຊຸມທີ່ແຂວງຫົວພັນ

 

     ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ໄດ້ຊ່ອງແສງ ແລະ ໃຫ້ຂໍ້ມູນທີ່ມີຄວາມເປັນຈິງ ກ່ຽວກັບການປະຕິບັດໜ້າທີ່ຂອງບັນດາຂະແໜງການຕ່າງໆ ແຕ່ສູນກາງຫາທ້ອງຖິ່ນ ໂດຍສະເພາະວຽກງານທີ່ຕິດພັນກັບການອອກອະນຸຍາດ, ອອກໃບຢັ້ງຢືນສໍາລັບການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ ແລະ ການຜ່ານແດນ ແມ່ນຍັງໃຊ້ເວລາ ແລະ ຄ່າໃຊ້ຈ່າຍຫຼາຍກວ່າ ຖ້າທຽບໃສ່ບັນດາປະເທດເພືອນບ້ານ ເຊັ່ນ: ໄທ,​ ຫວຽດນາມ,​ ກໍາປູເຈຍ,...ຕໍ່ກັບບັນຫານີ້ ພົບວ່າ ບັນຫາທີ່ເກີດຂຶ້ນມີສາມສາເຫດຄື: 1) ລະບຽບການທີ່ພາກລັດໄດ້ສ້າງຂື້ນມາ ມີຂັ້ນຕອນໃນການປະກອບເອກະສານທີ່ຊໍ້າຊ້ອນ ແລະ ການປະຕິບັດໜ້າທີ່ທັບຊ້ອນກັນຂະຫວ່າງບັນດາຂະແໜງການ ຄື: ຜ່ານຫຼາຍໜ່ວຍງານ ແລະ ຜ່ານຫຼາຍຂັ້ນ ເຮັດໃຫ້ໃຊ້ເວລາດົນ ແລະ ຄ່າໃຊ້ຈ່າຍສູງ, 2) ການກວດປ່ອຍສິນຄ້າຢູ່ດ່ານຍັງຊັກຊ້າ ແລະ 3) ການເຄື່ອນຍ້າຍສິນຄ້າພາຍໃນປະເທດ ຍັງມີການກວດກາທີ່ບໍ່ສອດຄ່ອງຕາມລະບຽບການ.

ກອງປະຊຸມທີ່ແຂວງຫົວພັນ

 

      ຕໍ່ກັບບັນຫາທີ່ໜຶ່ງ: ຂະແໜງການກ່ຽວຂ້ອງແຕ່ສູນກາງຮອດທ້ອງຖິ່ນ ຈະໄດ້ເອົາໃຈໃສ່ທົບທວນຄືນບັນດາລະບຽບການບໍ່ຊັດເຈນ, ຂັ້ນຕອນສັບຊ້ອນ, ຄ່າໃຊ້ຈ່າຍທີ່ສູງ, ໃຊ້ເວລາດົນ, ການອອກອະນຸຍາດຊັກຊ້າ, ການຢັ້ງຢືນບໍ່ສົມເຫດສົມຜົນ ແລະ ຊໍ້າຊ້ອນກັນ ແມ່ນຈະຖືກປັບປຸງ ແລະ ລົບລ້າງ ໃຫ້ກະທັດຮັດ ແລະ ວ່ອງໄວຂື້ນ ແນ່ໃສ່ຫຼຸດເວລາໃຫ້ໄດ້ຢ່າງໜ້ອຍ 50%, ຄ່າໃຊ້ຈ່າຍ ແລະ ເອກະສານ ໃຫ້ໄດ້ 30% ພາຍໃນປີ 2022.

      ການແກ້ໄຂບັນຫາສະເພາະໜ້າຢູ່ດ່ານສາກົນ: ໂຄງປະກອບການຈັດຕັ້ງ, ພາລະບົດບາດ,​ ສິດ ແລະ ໜ້າທີ ຂອງໜ່ວຍງານກ່ຽວຂ້ອງທີ່ປະຈໍາຢູ່ດ່ານ ແມ່ນໃຫ້ປະຕິບັດຕາມ ດໍາລັດ ວ່າດ້ວຍ ດ່ານຊາຍແດນ ແລະ ສະໜາມບິນສາກົນສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018.

ກອງປະຊຸມທີ່ແຂວງອັດຕະປື

       

      ການແກ້ໄຂບັນຫາການເຄື່ອນຍ້າຍສິນຄ້າພາຍໃນປະເທດ: ບັນຫາທີ່ເກີດຂຶ້ນ ແມ່ນການຕັ້ງດ່ານກວດກາຕາມເສັ້ນທາງຫຼວງ ຂອງບາງຂະແໜງການທີ່ສົ່ງຜົນກະທົບຕໍ່ການຂົນສົ່ງສິນຄ້າພາຍໃນ. ຕໍ່ກັບບັນຫານີ້ ໄດ້ມອບໃຫ້ ຂະແໜງປ້ອງກັນຄວາມສະຫງົບ: ໃຫ້ມີພຽງປ້ອມຈະລາຈອນ ແລະ ຕໍາຫຼວດທາງຫຼວງ ມີໜ້າທີ່ກວດກາສະເພາະເອກະສານທີ່ພົວພັນກັບລົດ ແລະ ຜູຸ້ຂັບ, ຂະແໜງໂຍທາທິການ ແລະ ຂົນສົ່ງ ໃຫ້ມີພຽງແຕ່ສະຖານີຕິດຊັ່ງນໍ້າໜັກເທົ່ານັ້ນ ໃຫ້ກວດກາສະເພາະນໍ້າໜັກ ແລະ ຂະໜາດຂອງລົດບັນທຸກ, ແລະ ໃຫ້ຂະແໜງການເງິນ ມີພຽງແຕ່ຈຸດປະສານງານຂອງຂະແໜງພາສີ ເພື່ອເຄື່ອນໄຫວວຽກງານປາບປາມການລັກລອບໜີພາສີ, ຊື່ງສາມາດຕັ້ງດ່ານກວດກາສິນຄ້າ ສະເພາະກໍລະນີມີຄວາມສົງໃສ ຫຼື ມີແຫຼ່ງຂ່າວທີ່ໜ້າເຊື່ອຖື.

ກອງປະຊຸມທີ່ແຂວງອັດຕະປື

 

      ຜ່ານການເຜີຍແຜ່ຄໍາສັ່ງ 12/ນຍ ຢູ່ແຂວງຫົວພັນ ໃນວັນທີ 28 ມັງກອນ 2020 ແລະ ຢູ່ແຂວງອັດຕະປືໃນວັນທີ 12 ກຸມພາ 2020 ເຫັນວ່າ ຫຼາຍຂະແໜງການຢູ່ຂັ້ນທ້ອງຖິ່ນໃນຂອບເຂດທົ່ວປະເທດ ມີຄວາມເຂົ້າໃຈ ແລະ ເຊື່ອມຊືມຢ່າງເລີກເຊິ່ງຕໍ່ກັບ ພາລະບົດບາດ ແລະ ໜ້າທີ່ຂອງຕົນ ເຖິງຄວາມໝາຍຄວາມສໍາຄັນ ໃນການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ເພາະເປັນພາລະກິດໜຶ່ງ ສາມາດປະກອບສ່ວນເຂົ້າໃນວຽກງານສ້າງສາປະເທດຊາດ ຢ່າງແທ້ຈິງ ໂດຍສ້າງເງືອນໄຂ ຫຼື ສະພາບແວດລ້ອມ ທີ່ສະດວກຕໍ່ການດໍາເນີນທຸລະກິດ ເຊິ່ງເປັນປັດໃຈພື້ນຖານໃນການດຶງດູດນັກລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ສົນໃຈມາລົງທຶນໃນ ສປປ ລາວ.

ກອງປະຊຸມທີ່ແຂວງອັດຕະປື

 

      ນອກຈາກການເຜີຍແຜ່ໃຫ້ບັນດາຂະແໜງການກ່ຽວຂ້ອງແລ້ວ ພວກເຮົາຍັງຄວນເຜີຍແຜ່ຜ່ານສື່ຕ່າງໆ ໃຫ້ປະຊາຊົນລາວ ທຸກຊັ້ນຄົນ (ທະຫານ, ຕໍາລວດ, ນັກສຶກສາ, ນັກປັນຍາຊົນ, ພໍຄ້າຊາວຂາຍ,​ ນັກທຸລະກິດ....ອື່ນໆ) ໄດ້ຮັບຮູ້, ເຂົ້າໃຈ, ກໍາໄດ້ ແລະ ພ້ອມກັນຈັດຕັ້ງປະຕິບັດ ເປັນຕົ້ນແມ່ນ: ໂທລະພາບ, ວິທະຍຸກະຈາຍສຽງ, ໂບຊົວ, ເວັບໄຊ, ຢູທຸູບ... ແລະ ອື່ນໆ ເພື່ອໃຫ້ທຸກຊັ້ນຄົນໄດ້ເຂົ້າເຖິງຂໍ້ມູນຂ່າວສານຢ່າງກວ້າງຂວາງ ແລະ ງ່າຍດາຍ ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 12/ນຍ ຕາມສິດ ແລະ ໜ້າທີ່ຂອງພົນລະເມືອງ ສປປ ລາວ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.