ບົດປະເມີນ ສະພາບເສດຖະກິດມະຫາພາກຂອງ ສປປ ລາວ 2019 ແມ່ນໄດ້ສັງເຂບໃຫ້ເຫັນວ່າ ປັດໃຈຫລັກເພື່ອການສົ່ງເສີມເສດຖະກິດມະຫາພາກໂດຍລວມ ເຊິ່ງໄດ້ສ້າງຜົນປະໂຫຍດໂດຍກົງໃຫ້ແກ່ ພາກວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ. ໃນນັ້ນກວມເອົາ ຂະແໜງການທ່ອງທ່ຽວທີ່ຂະຫຍາຍຕົວ 14% ຫລື 4.79 ລ້ານເທື່ອຄົນ, ການລົງທຶນເອກະຊົນພາຍໃນ (ປ່ອຍສິນເຊື່ອ) ຍັງມີການປັບຕົວສູງຂື້ນເຖິງ 7.1% ຈາກ 5.8% ແລະ ຂະແໜງການສົ່ງອອກສິນຄ້າໄປຕ່າງປະເທດ ກໍ່ມີທ່າອ່ຽງຂະຫຍາຍຕົວດີ ປະມານ 11.08% ເຊັ່ນ: ການສົ່ງອອກນໍ້າຕານ, ເຈ້ຍ ແລະ ກະສິກໍາ.
ເຖິງຢ່າງໃດກໍ່ດີ ຍັງມີປັດໃຈຖ່ວງດຶງການພັດທະນາເສດຖະກິດ ທີ່ໄດ້ແບ່ງບັນຫາອອກເປັນຫລາຍອົງປະກອບ ຄື:
- ບັນຫາທີ່ຫລີກລ່ຽງບໍ່ໄດ້ ກໍ່ຄືໄພທໍາມະຊາດທີ່ນັບມື້ນັບຮຸນແຮງ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ຂະແໜງການກະສິກໍາ, ຄວາມເສຍຫາຍໃຫ້ແກ່ຊີວິດ, ຜົນກະທົບຕໍ່ເສດຖະກິດ ແລະ ລະບົບນິເວດ ເຊັ່ນ: ໄພແຫ້ງແລ້ງ, ໄພນໍ້າຖ້ວມ ແລະ ໂລກລະບາດອື່ນໆ;
- ບັນຫາການຄຸ້ມຄອງໂຄງການຍັງບໍ່ເຂັ້ມງວດເທົ່າທີ່ຄວນ ເຊັ່ນ: ການຜະລິດໄຟຟ້າຈາກເຂື່ອນທີ່ມີ ທີ່ບໍ່ເປັນໄປຕາມແຜນທີ່ວ່າງອອກ;
- ບັນຫາທີ່ກະທົບໃສ່ ການຜະລິດຂອງອຸດສາຫະກໍາບໍ່ແຮ່ (ທອງແດງ) ແມ່ນຍັງສືບຕໍ່ຫລຸດລົງ, ຂະແໜງກໍ່ສ້າງ ມີທ່າອ່ຽງຊ້າລົງ ແລະ ການຊົມໃຊ້ ແລະ ການລົງທຶນຕ່າງປະເທດ (FDI) ກໍ່ຊ້າລົງເຊັ່ນກັນ. ເຊິ່ງບັນຫາຫລັກທີ່ກະທົບໃສ່ແມ່ນຍ້ອນ ການຂະຫຍາຍຕົວຂອງເສດຖະກິດໂລກມີການສະຫລັກລົງໂດຍລວມ ແລະ ການຈໍາກັດໃນການລົງທຶນຂອງພາກລັດ ແລະ ການປະຕິບັດຕາມກົດໝາຍບາງຂໍ້ຍັງບໍ່ເຂັ້ມງວດເທົ່າທີ່ຄວນ;
- ນອກຈາກນັ້ນ, ການຄຸ້ມຄອງການໃຊ້ຈ່າຍ ແລະ ການລົງທຶນຂອງລັດ ແມ່ນຍັງບໍ່ມີປະສິດທິຜົນເທົ່າທີ່ຄວນ ເຊິ່ງໄດ້ສະແດງອອກໃຫ້ເຫັນເຖິງລະດັບໜີ້ສີນທີ່ເພີ່ມທະວີໄປກັບການຂະຫຍາຍຕົວຂອງເສດຖະກິດ ແລະ ການຂາດດຸນງົບປະມານທີ່ເປັນບັນຫາຊໍ້າເຮື້ອທີ່ແກ້ໄຂໄດ້ຍາກ.
ໃນນັ້ນທ່າແຮງຂອງການສົ່ງອອກ ແມ່ນ ດ້ານກະສິກໍາ, ການເຊື່ອມໂຍງ-ເຊື່ອມຈອດ ກັບຫລາຍພາກພື້ນ ແລະ ການໄດ້ຮັບສິດທິພິເສດທາງການຄ້າຈາກຫລາຍປະເທດ ເຊັ່ນ: ການສົ່ງອອກ ງົວ ຈໍານວນ 500,000 ໂຕ, ເຂົ້າ 50,000 ໂຕນ, ມັນດ້າງ, ໝາກໂມ ແລະ ອື່ນໆ ໄປ ສປ ຈີນ. ເຖິງຢ່າງໃດກໍ່ຕາມ, ໃນທ່າແຮງເຫຼົ່ານີ້ ກໍ່ຍັງມີບັນຫາທີ່ຕ້ອງໄດ້ແກ້ໄຂປັບປຸງ ຄື: ການນໍາໃຊ້ສິດທິພິເສດທີ່ຍັງເຮັດບໍ່ໄດ້ເຕັມສ່ວນ, ການຜະລິດຍັງຂາດປະສິດທິພາບ ແລະ ບໍ່ໄດ້ມາດຕະຖານຂອງປະເທດທີ່ນໍາເຂົ້າ. ດັ່ງເຊັ່ນມູນຄ່າການສົ່ງອອກ ແລະ ນໍາເຂົ້າໃນປີ 2019 ທີ່ຍັງມີດຸນການຄ້າບໍ່ໂດດເດັ່ນເທົ່າທີ່ຄວນມີປະມານ 144.27 ລ້ານໂດລາສະຫະລັດ ເຊິ່ງມີມູນຄ່າການສົ່ງອອກ 5,716.66 ລ້ານໂດລາສະຫະລັດ ແລະ ມູນຄ່າການນໍາເຂົ້າ 5,572.39 ລ້ານໂດລາສະຫະລັດ.
ອັນສໍາຄັນເພີ່ມເຕີບກໍ່ຄືຕົວຂັບເຄື່ອນທີ່ສໍາຄັນ ທີ່ຈະໃຫ້ໄດ້ຜົນຜະລິດ ແລະ ໝາກຜົນອັນສູງສຸດ ກໍ່ຄື ຄຸນນະພາບ ແລະ ປະສິດທິພາບ ຂອງບຸກຄະລາກອນທີ່ຖືກຈ້າງງານ ທີ່ເປັນປັດໃຈອັນສໍາຄັນໃຫ້ແກ່ພາກທຸລະກິດ ແລະ ເອກະຊົນ ເຂົ້າໃນການຜະລິດເພື່ອສົ່ງອອກສິນຄ້າຈາກ ປະເທດລາວ ໃຫ້ໄດ້ຕາມຄາດໝາຍທັງປະລິມານ ແລະ ຄຸນນະພາບ.
ສປປ ລາວ ແມ່ນມີປະຊາກອນທີ່ເປັນໄວໜຸ່ມ (ອາຍຸບໍ່ເກີນ 25 ປີ) ທີ່ກວມເອົາ 60% ຂອງປະຊາກອນທັງໝົດຂອງປະເທດ ແລະ ມີທ່າອ່ຽງສູງຂື້ນຈົນເຖິງປີ 2050. ເຊິ່ງວ່າ ສ່ວນຫລາຍຍັງມີລະດັບສີມື ແລະ ຄວາມຮູ້ຄວາມສາມາດ ທີ່ບໍ່ໄດ້ຕາມມາດຕະຖານສາກົນ ເຊິ່ງສົ່ງຜົນໃຫ້ ການຜະລິດມີມູນຄ່າຕໍ່າ ແລະ ຄຸນນະພາບບໍ່ດີເທົ່າທີຄວນ ແລະ ຍັງເປັນຊ່ອງວ່າງໃຫ້ແຮງງານລາວບາງຈໍານວນອອກໄປຊອກວຽກເຮັດງານທໍາຢູ່ຕ່າງປະເທດ ທີ່ຕ້ອງການໃຊ້ແຮງງານຢ່າງດຽວ. ໃນທາງກົງກັນຂ້າມ, ຄວາມຕ້ອງການແຮງງານທີ່ມີທັກສະ ແຕ່ການສະໜອງພາຍໃນພັດບໍ່ພຽງພໍ ອາດເນື່ອງຈາກແຮງງານພາຍໃນທີ່ຍັງຂາດທັກສະ ແລະ ໂອກາດໃນການພັດທະນາຕົນເອງ.
ລາຍລະອຽດ ບົດປະເມີນ ສະພາບເສດຖະກິດມະຫາພາກຂອງ ສປປ ລາວ 2019
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.