ການຜະລິດສິນຄ້າກະສິກໍາ ເພື່ອສົ່ງອອກ ເປັນຂະແໜງໜຶ່ງທີ່ລັດຖະບານລາວ ໄດ້ຊຸກຍູ້ສົ່ງເສີມໃຫ້ເປັນບູລິມະສິດ ໂດຍອໍານວຍຄວາມສະດວກທາງດ້ານທຶນດອກເບ້ຍຕໍ່າ, ຍົກເວັ້ນພາສີອາກອນໄລຍະຍາວ ແລະ ສ້າງເງື່ອນໄຂສະດວກໃນການດໍາເນີນການຜະລິດ ເຊິ່ງໄດ້ຮັບຄວາມສົນໃຈຈາກນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃນການພັດທະນາຂົງເຂດກະສິກໍາ ໂດຍສະເພາະ ແມ່ນການລ້ງງສັດ (ງົວ ແລະ ຄວາຍ) ເຊິ່ງມີປະເທດເພື່ອນບ້ານເປັນຕະຫຼາດຮັບຮອງການນໍາເຂົ້າງົວຄວາຍຈາກລາວ. ປະຈຸບັນ ທົ່ວປະເທດລາວ ມີ 326 ຟາມລ້ຽງງົວ (45,537 ໂຕ), 9 ຟາມລ້ຽງຄວາຍ (1,107 ໂຕ), 370 ກຸ່ມລ້ຽງງົວ (16,002ໂຕ),​ 75 ກຸ່ມລ້ຽງຄວາຍ (2,232 ໂຕ), 217 ຄອບຄົວລ້ຽງງົວ (52,661 ໂຕ) ແລະ 105 ຄອບຄົວລ້ຽງຄວາຍ (35,928 ໂຕ) ລວມທັງງົວ ແລະ ຄວາຍມີຈໍານວນ 153,467 ໂຕ.

       ສະພາບການລ້ຽງງົວຢູ່ພາກເໜືອ:

  • ຟາມລ້ຽງງົວຢູ່ພາກເໜືອ ມີທັງໝົດ 121 ຟາມ, ງົວ 7,385 ໂຕ. ແຂວງອຸດົມໄຊ ມີ 44 ຟາມ, ງົວ 2,607 ໂຕ, ບໍ່ແກ້ວ ມີ 15 ຟາມ,​ ງົວ 1,120 ໂຕ, ຫຼວງພະບາງ ມີ 10 ຟາມ, 922 ໂຕ, ໄຊຍະບູລີ ມີ 49 ຟາມ, ງົວ 2,657 ໂຕ.
  • ກຸ່ມລ້ຽງງົວທັງໝົດ 116 ກຸ່ມ, ງົວ 7,518 ໂຕ. ແຂວງຫຼວງພະບາງ ມີ 80 ກຸ່ມ, 1,869 ໂຕ, ຫົວພັນ ມີ 16 ກຸ່ມ, ງົວ 683 ໂຕ, ຫຼວງນໍ້າທາ ມີ 10 ກຸ່ມ, ງົວ 4,296 ໂຕ, ໄຊຍະບູລີ ມີ 8 ກຸ່ມ ງົວ 664 ໂຕ.
  • ລ້ຽງແບບຄອບຄົວ 116 ຄອບຄົວ, ງົວ 7,518. ແຂວງ ຫຼວງພະບາງ ມີ 80 ຄອບຄົວ, ງົວ 1,869 ໂຕ, ຫຼວງນໍ້າທາ ມີ 10 ຄອບຄົວ, ງົວ 4,296 ໂຕ, ຫົວພັນ ມີ 16 ຄອບຄົວ,​ ງົວ 683 ໂຕ.

       ສະພາບການລ້ຽງງົວຢູ່ພາກກາງ:

  • ຟາມລ້ຽງງົວຢູ່ພາກາງ ມີທັງໝົດ 129 ຟາມ, ງົວ 12,449 ໂຕ. ນະຄອນຫຼວງວຽງຈັນ ມີ 35 ຟາມ, ງົວ 3,586 ໂຕ, ບໍລິຄໍາໄຊ ມີ 34 ຟາມ,​ ງົວ 965 ໂຕ, ວຽງຈັນ ມີ 8 ຟາມ,​ ງົວ 2,754 ໂຕ, ຊຽງຂວາງ ມີ 10 ຟາມ, ງົວ 956 ໂຕ, ສະຫວັນນະເຂດ ມີ 19 ຟາມ, ງົວ 3,201 ໂຕ, ຄໍາມ່ວນ ມີ 19 ຟາມ, ງົວ 987 ໂຕ.
  • ກຸ່ມລ້ຽງງົວທັງໝົດ ມີ 254 ກຸ່ມ, ງົວ 8,484 ໂຕ. ແຂວງຊຽງຂວາງ ມີ 69 ກຸ່ມ, ງົວ 1,596 ກຸ່ມ, ບໍລິຄໍາໄຊ ມີ 173 ກຸ່ມ, ງົວ 6,310 ໂຕ, ນະຄອນຫຼວງວຽງຈັນ ມີ 12 ກຸ່ມ,​ ງົວ 578 ໂຕ.
ພາບປະກອບຈາກອີນເຕີເນັດ

 

       ສະພາບການລ້ຽງງົວຢູ່ພາກໃຕ້:

  • ຟາມລ້ຽງງົວຢູ່ພາກໃຕ້ທັງໝົດ 76 ຟາມ, ງົວ 25,703 ໂຕ. ແຂວງອັດຕະປື ມີ 26 ຟາມ, ງົວ 13,666 ໂຕ, ຈໍາປາສັກ ມີ 25 ຟາມ,​ ງົວ 7,032 ໂຕ, ສາລະວັນ ມີ 20 ຟາມ, ງົວ 770 ໂຕ, ເຊກອງ ມີ 5 ຟາມ, ງົວ 4,235 ໂຕ.
  • ຄອບຄົວລ້ຽງງົວ ມີ 30 ຄອບຄົວ, ງົວ 43,410 ໂຕ. ແຂວງສາລະວັນ ມີ 30 ຄອບຄົວ, ງົວ 43,410 ໂຕ.
ພາບປະກອບຈາກອີນເຕີເນັດ

       

       ຕະຫຼາດສົ່ງອອກ: ການສົ່ງອອກງົວຄວາຍຂອງ ສປປ ລາວ ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ ແຕ່ປີ 2015-2019 ມູນຄ່າການສົ່ງອອກ ແມ່ນ 23.52 ລ້ານໂດລາສະຫະລັດ, 45.54 ລ້ານໂດລາສະຫະລັດ, 36.66 ລ້ານໂດລາສະຫະລັດ, 90.30 ລ້ານໂດລາສະຫະລັດ ແລະ 226.86 ລ້ານໂດລາສະຫະລັດ ຕາມລໍາດັບ (ມູນຄ່າການສົ່ງອອກດັ່ງກ່າວລວມທັງມູນຄ່າຂອງສິນຄ້າຜ່ານແດນ). ສປປ ຈີນ ແລະ ສສ ຫວຽດນາມ ເປັນຕະຫຼາດງົວຄວາຍ ທີ່ໃຫຍ່ ທີ່ສຸດຂອງ ສປປ ລາວ ແຕ່ລະປີ ສປ ຈີນ ມີຄວາມຕ້ອງການນໍາເຂົ້າງົວຈາກລາວ 500,000 ໂຕ, ສສ ຫວຽດນາມ ມີຄວາມຕ້ອງການນໍາເຂົ້າງົວຈາກປະເທດຕ່າງໆ 300,000-400,000 ໂຕ ເຊິ່ງໃນນັ້ນ ລາວ ມີສິດທິພິເສດທາງດ້ານການຄ້າດ້ານການຫຼຸດຜ່ອນອັດຕາພາສີນໍາເຂົ້າລະຫວ່າງສອງຝ່າຍ (ຕົວເລກຄາດຄະເນ).

ພາບປະກອບຈາກອີນເຕີເນັດ

       ຄວາມພ້ອມໃນການສົ່ງອອກຂອງບາງບໍລິສັດ:

       ອີງຕາມແຫຼ່ງຂ່າວຂອງເວັບໄຊເສດຖະກິດການຄ້າໃຫ້ຮູ້ວ່າ:

  • ບໍລິສັດ ພັດທະນາກະສິກຳ ລາວ – ຍີ່ປຸ່ນ ຊຽງຂວາງ ຈໍາກັດ ຫຼື Lao-Jagro Development XiengkhoangCo.LTD ( Lao-Jagro ) ເປັນບໍລິສັດຫຸ້ນສ່ວນລະຫວ່າງນັກລົງທຶນຂອງລາວ ແລະ ຍີ່ປຸ່ນ ເພື່ອພັດທະນາຟາມລ້ຽງງົວນົມ, ງົວຊີ້ນ ແລະ ປູກຝັງບັນດາຜະລິດຕະພັນອິນຊີ ທີ່ມີແຫຼ່ງກຳເນີດຈາກປະເທດຍີ່ປຸ່ນ ເພື່ອການບໍລິໂພກທັງພາຍໃນ ແລະ ຕ່າງປະເທດ. ເຊິ່ງບໍລິສັດດັ່ງກ່າວໄດ້ກໍ່ຕັ້ງ ນັບແຕ່ປີ 2015 ໂດຍສ້າງຟາມລ້ຽງງົວຢູ່ເທິງພູພຽງຊຽງຂວາງ. ບໍລິສັດມີການຄາດຄະເນ່ຈະສົ່ງອອກງົວຊີ້ນຍີ່ປຸ່ນ ງວດທໍາອິດ ໃນທ້າຍເດືອນກຸມພານີ້ ແລະ ເປັນຜະລິດຕະພັນຈາກ ປະເທດລາວ ອອກໄປຫາຄູ່ຄ້າຕ່າງປະເທດ ເຊັ່ນ: ສ.ຫວຽດນາມ ແລະ ອິນໂດເນເຊຍ.
  • ບໍລິສັດ ພັດທະນາກະສິກຳ ລາວ – ຍີ່ປຸ່ນ ຊຽງຂວາງ ທີ່ມີເນື້ອທີ່ 5.000 ເຮັກຕາ ຕັ້ງເປົ້າລ້ຽງງົວ 24.000 ໂຕ ມູນຄ່າ 120 ລ້ານໂດລາສະຫະລັດ ແລະ ໄລຍະທີ່ 2 ຈະເພີ່ມຈຳນວນງົວໃຫ້ໄດ້ 100.000 ໂຕ ລວມເນື້ອທີ່ 20.000 ເຮັກຕາ. ເຊິ່ງຈະມີມູນຄ່າການລົງທຶນທັງ 2 ໄລຍະ ປະມານ 500 ລ້ານໂດລາສະຫະລັດ. ປະຈຸບັນນີ້, ບໍລິສັດ ພັດທະນາກະສິກຳ ລາວ – ຍີ່ປຸ່ນ ຊຽງຂວາງ ຈໍາກັດ ມີງົວທັງໝົດ 1.800 ກວ່າໂຕ. ໃນນັ້ນ, ງົວພັນຊີ້ນ 1.600 ໂຕ ໂດຍມີແຜນສົ່ງອອກທ້າຍເດືອນກຸມພາ ເປັນງວດທຳອິດ ປະມານ 25 – 50 ໂຕ ເຊິ່ງຕະຫຼາດຫຼັກແມ່ນ ສ.ຫວຽດນາມ ແລະ ອິນໂດເນເຊຍ ແລະ ອີກຫລາຍປະເທດທີ່ໄດ້ມີການຕິດຕໍ່ພົວພັນຊື້ຂາຍແຕ່ຍັງບໍ່ທັນສາມາດຕອບສະໜອງໄດ້ ເນື່ອງຈາກວ່າງົວທີ່ເໝາະສົມຍັງບໍ່ມີພຽງພໍ.

 

       ແຫລ່ງຂໍ້ມູນ:

  • ໜັງສືພີມ ເສດຖະກິດການຄ້າ https://laoedaily.com.la/2020/02/20/72493/
  • ກົມລ້ຽງສັດ ແລະ ການປະມົງ, ກະຊວງ ກະສິກໍາ ແລະ ປ່າໄມ້
  • ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.