ໃນວັນ​ທີ 27 ກຸມພາ 2020 ທີ່ ໂຮງແຮມ ເສດຖາປາລາດ, ນະຄອນຫຼວງວຽງຈັນ ໄດ້ຈັດ }ກອງປະຊຸມປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດບັນດາມາດຕະການທີ່ນອນໃນ ໝວດ B ຂອງສັນຍາອຳນວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ ແລະ ການກະກຽມແຜນງານ ກ່ຽວກັບ ການກວດປ່ອຍສິນຄ້າ ແລະ ສຳຫຼວດຄວາມຮັບຮູ້ຂອງພາກທຸລະກິດ ຕໍ່ກັບຄວາມມີປະສິດທິຜົນໃນການປະຕິບັດງານຂອງຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ~. ໂດຍໃຫ້ກຽດເປັນປະທານ ແມ່ນ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ. ພ້ອມນັ້ນ, ມີບັນດາຫົວໜ້າພະແນກ,​ ຮອງພະແນກ ຂອງຂະແໜງການກ່ຽວຂ້ອງ, ມີຕົວແທນຈາກພາກທຸລະກິດ ແລະ ອົງການຈັດຕັ້ງສາກົນ ລວມທັງໝົດ 30 ທ່ານ.

       ສັນຍາ ວ່າດ້ວຍ ການອໍານວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ ໄດ້ຖືກຮັບຮອງໃນກອງປະຊຸມລະດັບລັດຖະມົນຕີ ທີ່ ບາລີ ໃນທ້າຍປີ 2013. ເຊິ່ງວ່າ, ໃນທ້າຍເດືອນ ກັນຍາ 2015 ສປປ ລາວ ໄດ້ແຈ້ງໃຫ້ສັດຕະຍາບັນ ສັນຍາອຳນວຍຄວາມສະດວກທາງດ້ານການຄ້າ (ສັນຍາ ອຄ) ແກ່ອົງການການຄ້າໂລກ  ແລະ ໄດ້ແຈ້ງບັນດາມາດຕະການທີ່ສາມາດຈັດຕັ້ງປະຕິບັດໄດ້ ກໍ່ຄືໝວດ A, B ແລະ C. ເຊິ່ງໝວດ B ແມ່ນບັນດາມາດຕະການທີ່ຍັງຕ້ອງການເວລາຂ້າມຜ່ານໃນການປັບປຸງບັນດານິຕິກຳ ແລະ ຄວາມພ້ອມໃນການຈັດຕັ້ງປະຕິບັດສັນຍາດັ່ງກ່າວ.

       ໃນນັ້ນ, ວຽກງານການສຶກສາເວລາໃນການກວດປ່ອຍສິນຄ້າ ນຳເຂົ້າ ແລະ ສົ່ງອອກ ຫຼື Time Release Study (TRS) ຖືກຈັດໃນວຽກງານສໍາຄັນຂອງໝວດ B ເນື່ອງຈາກວ່າບັນຫານີ້ ມັນຕິດພັນກັບຫລາຍຂະແໜງການ ໃນການໃຊ້ເວລາ ເພື່ອຂໍອະນຸຍາດຈາກແຕ່ລະຂະແໜງການ ເຊັ່ນ: ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ໂຍທາທິການ ແລະ ຂົນສົ່ງ, ສາທາລະນະສຸກ, ແລະ ວິທະຍາສາດ ແລະ ເຕັກໂນໂລຊີ. 

        ຜ່ານການປຶກສາຫາລື ໃນກອງປະຊຸມຈຶ່ງສະຫລຸບ ແລະ ເຫັນດີເປັນເອກະພາບ ດັ່ງນີ້:

  • ກຳນົດເອົາເວລາທີ່ແນ່ນອນ ໃນການຈັດຕັ້ງປະຕິບັດບັນດາມາດຕະການທີ່ນອນໃນ ໝວດ B ຂອງສັນຍາ ອຄ ໃນຂອບອົງການການຄ້າໂລກ ຂອງ ສປປ ລາວ.
  • ສ້າງຕັ້ງ ຄະນະກຳມະການ ເພື່ອສຶກສາເວລາໃນການກວດປ່ອຍສິນຄ້າ ນຳເຂົ້າ ແລະ ສົ່ງອອກ TRS ເຊິ່ງປະກອບມີຫຼາຍຂະແໜງການທີ່ກ່ຽວຂ້ອງ ໂດຍນຳໃຊ້ງົບປະມານການສະໜັບສະໜູນຈາກ ທະນາຄານໂລກ ໃນການສ້າງຕັ້ງທີມງານເພື່ອລົງເກັບກຳຂໍ້ມູນໃນປີ 2020 ແນ່ໃສ່ສ້າງບົດສຶກສາທີ່ມີເນື້ອໃນ ສົມບູຸນຄົບຖ້ວນ ສາມາດເປັນບ່ອນອີງໃຫ້ແກ່ການປັບປຸງສະພາບແວດລ້ອມທີ່ເອຶ້ອອຳນວຍໃຫ້ແກ່ພາກທຸລະກິດຂອງ ສປປ ລາວ ໄດ້ມີການແຂ່ງຂັນໃນລະດັບສາກົນຂຶ້ນເທື່ອລະກ້າວ.
  • ທີມງານ ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ຈະປຶກສາຫາລືກັບຊ່ຽວຊານຕ່າງປະເທດ ທີ່ມາເຮັດວຽກປະຈຳຢູ່ ກົມການນຳເຂົ້າ ແລະ ສົ່ງອອກ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເພື່ອກຳນົດ TOR ແລະ ສ້າງແບບສອບຖາມ ກ່ຽວກັບ ການສຳຫຼວດຄວາມມີປະສິດທິພາບຂອງ ກອງເລຂາ ຄອຄ ໃນໄລຍະຜ່ານມາ ແນໃສ່ຈັດຈ້າງບໍລິສັດທີ່ມີເງື່ອນໄຂຄົບຖ້ວນມາເຮັດບົດສຳຫຼວດໃຫ້ມີປະສິດທິພາບ ແລະ ຜົນສໍາເລັດອັນສູງສຸດ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.