ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ
ກົມການນຳເຂົ້າ ແລະ ສົ່ງອອກ          ເລກທີ 0984/ກຂອ.ບຂອ
ນະຄອນຫລວງວຽງຈັນ, ວັນທີ 28 ກຸມພາ 2020

ແຈ້ງການ

 

ເຖິງ:  ບັນດາກະຊວງ, ອົງການ, ສະຖານທູດ, ໂຄງການ ແລະ ບັນດາບໍລິສັດນໍາເຂົ້າ ແລະ ສົ່ງອອກຍານພາຫະ ນະ.

ເລື່ອງ:  ການນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້າພາຫະນະ ຢູ່ ດ່ານພາສີສາກົນຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ).

  • ອີງຕາມແຈ້ງການ ຂອງ ກົມພາສີ ເລກທີ 00609/ກພສ, ລົງວັນທີ 03 ກຸມພາ 2020 ກ່໋ຽວກັບການນໍາໃຊ້ລະ ບົບແຈ້ງພາສີປະຕູດຽວ (Lao National Single Window) ເຂົ້າໃນການຄຸ້ມຄອງການນໍາເຂົ້າສິນຄ້າປະປະເພດພາຫະນະ ຢູ່ ດ່ານພາສີສາກົນຂົວມິດຕະພາບ 1.

    ກົມການນຳເຂົ້າ ແລະ ສົ່ງອອກ (ກົມ ຂອ) ຂໍຖືເປັນກຽດແຈ້ງມາຍັງ ທ່ານ ຊາບວ່າ: ໂດຍອີງຕາມແຈ້ງການຂອງ ກົມພາສີ ເລກທີ 00609/ກພສ, ກົມ ຂອ ຈະພິຈາລະນາອອກໃບອະນຸຍາດນໍາເຂົ້າສິນຄ້າປະເພດຍານພາຫະນະ ທີ່ນຳຜ່ານຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ) ໂດຍອະນຸຍາດຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ເທົ່ານັ້ນ, ຊຶ່ງໄດ້ເລີ້ມຈັດຕັ້ງປະຕິບັດກັບການນໍາເຂົ້າເພື່ອມາຈໍາໜ່າຍ ແຕ່ວັນທີ 17 ກຸມພາ 2020. ສຳລັບການນໍາເຂົ້າຮູບການອື່ນເຊັ່ນ: ການນຳເຂົ້າຂອງບັນດາກະຊວງ, ໂຄງການ, ສະຖານທູດ, ອົງການຈັດຕັ້ງພາຍໃນ ແລະ ສາກົນ ພາຍໃຕ້ລະບອບຍົກເວັ້ນພາສີ ແລະ/ຫຼື ອາກອນ ແມ່ນຈະເລີ້ມຈັດຕັ້ງປະຕິບັດແຕ່ວັນທີ 01​ ມີນາ 2020 ເປັນຕົ້ນໄປ. ພາກສ່ວນໃດທີ່ຍັງບໍ່ທັນໄດ້ລົງທະ ບຽນນໍາໃຊ້ລະບົບ LNSW ແມ່ນໃຫ້ຮີບຮ້ອນລົງທະບຽນນໍາໃຊ້ໂດຍໄວ, ໂດຍພົວພັນ ບໍລິສັດ ຮ່ວມພັດພັດທະ ນາລະບົບແຈ້ງພາສີປະຕູດຽວ ຈໍາກັດ ເພື່ອຂໍຮັບການຝຶກອົບຮົມ ແລະ ລົງທະບຽນຂໍລະຫັດຜູ້ນໍາໃຊ້ລະບົບດັ່ງກ່າວໂດຍດາວໂຫຼດເອົາແບບຟອມໄດ້ໃນເວັບໄຊ www.prod.laonsw.net ຫຼື ເວັບໄຊ www.laotradeportal.gov.la.

    ສຳລັບການນຳເຂົ້າຜ່ານດ່ານພາສີສາກົນອື່ນແມ່ນສາມາດສືບຕໍ່ນໍາໃຊ້ລະບົບເຈັ້ຍແບບເກົ່າຈົນກວ່າຈະມີແຈ້ງການເພີ່ມເຕີມ.

     ດັ່ງ​ນັ້ນ, ຈຶ່ງແຈ້ງມາຍັງ​ ທ່ານ ​ເພື່ອ​ຊາບ ແລະ ຈັດຕັ້ງປະຕິບັດຕາມນີ້ດ້ວຍ.

ຫົວໜ້າ​ກົມ​

ສຸລິຍົນ ພິລາວົງ

 

# ຫົວຂໍ້ ດາວໂຫຼດ
1 Notification on the use of the Lao National Single Window (LNSW) in managing import vehicles at the International Friendship Bridge 1 (Vientiane Capital) No 0984/ DIMEX.IMEXDiv, dated 28 February 2020. PDF
2 ແຈ້ງການກ່ຽວກັບ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້າພາຫະນະ ຢູ່ ດ່ານພາສີ ສາກົນຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ) ເລກທີ 0984/ກຂອ.ບຂອ, ລົງວັນທີ 28 ກຸມພາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.