ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ            ເລກທີ 0462/ກງ
ນະຄອນຫຼວງວຽງຈັນ, ວັນທີ 14 ມີນາ 2003

ຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການເກັບຄ່າທຳນຽມເດັດຖານ
ສຳລັບບາງປະເພດສິນຄ້າເຄື່ອງຂອງນຳເຂົ້າເພື່ອສົ່ງອອກ

  • ອີງຕາມກົດໝາຍພາສີ ສະບັບເລກທີ 0494 ລົງວັນທີ 18/7/1994;
  • ອີງຕາມຂໍ້ກຳນົດຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 127/ນຍ ລົງວັນທີ 03/10/2000 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ການເງິນ;
  • ອີງຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 192.ນຍ ລົງວັນທີ 02/11/1999 ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍງົບປະມານແຫ່ງລັດ ເພື່ອຜັນຂະຫຍາຍດຳລັດ ເລກທີ 200/ນຍ ລົງວັນທີ 12/10/2002 ວ່າດ້ວຍການປະກາດໃຊ້ ແລະ ຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ ສົກປີ 2002-2003 ຮັບປະກັນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນການທີ່ສະພາຮັບຮອງເອົາ ເພື່ອສ້າງລາຍຮັບ ເພິ້ມເຕີມເຂົ້າງົບປະມານ ນອກຈາກລາຍຮັບຈາກພາສີຂາເຂົ້າ-ຂາອອກ

ລັດຖະມົນຕີຕົກລົງ

ມາດຕາ 01. ໃຫ້ກົມພາສີ ແລະ ດ່ານພາສີແຕ່ລະດ່ານທີ່ໄດ້ຮັບອະນຸຍາດເກັບຄ່າທໍານຽມເດັດຖານ ສໍາລັບບາງປະເພດສິນຄ້າເຄື່ອງຂອງ ສຳລັບນໍາເຂົ້າ ເພື່ອສົ່ງອອກຕໍ່ດັ່ງລາຍລະອຽດລຸ່ມນີ້:

ກ. ປະເພດຢາສູບ

  • ຢາສູບແຢັດ (Jet) ຂະໜາດບັນຈຸ  1 ຫີບ/50 ຕຸດ. 1 ຕຸດ/10 ຊອງ  ໃຫ້ເກັບຄ່າທຳນຽມ 17 $/1 ຫີບ
  • ຢາສູບ 555 ຢາສູບມາໂບໂຣ, ຢາສູບດັນຮິວ, ຢາສູບເບັນເຊີນ, ຢາສູບມາຍເຊເວັນ ຂະໜາດບັນຈຸ 1 ຫີບ/50 ຕຸດ, 1 ຕຸດ/10 ຊອງ ແລະ ຢາສູບອື່ນໆທີ່ມີ ຄຸນນະພາບໃກ້ຄຽງກັນໃຫ້ເກັບຄ່າທຳນຽມ 17 $/1 ຫີບ. ຂ້າງເທິງ

ຂ. ປະເພດເຫລົ້າ

  • ວິສະກີ້ຈອນນີແດງໃຫ້ເກັບ 0,66 $/1 ລິດ
  • ວິສະກີ້ຈອນນີດຳໃຫ້ເກັບ 1 $ /1 ລິດ
  • ເຫລົ້າແວງມາຈາກຕະເວັນຕົກໃຫ້ເກັບ 0,66 $ /1 ລິດ
  • ເຫລົ້າແວງຜະລິດໃນ ສສ ຫວຽດນາມ ແລະ ສປ ຈີນໃຫ້ເກັບ 0,44 $/1 ລິດ
  • ເຫລົ້າຍີ່ຫໍ້ອື່ນໆທີ່ມີລາຄາເທົ່າທຽມ ຫລື ຄຸນນະພາບໃກ້ຄຽງກັນກັບເຫລົ້າຊະນິດໃດໜຶ່ງຂ້າງເທິງນັ້ນ ໃຫ້ເກັບຕາມອັດຕາຂອງເຫລົ້າທີ່ມີລາຄາ ຫລື ຄຸນນະພາບ ໃກ້ຄຽງກັນ.

ຄ. ປະເພດນ້ຳມັນເຊື້ອໄຟ

  • ນໍ້າມັນເຊື້ອໄຟ ແລະ ນ້ຳມັນລໍ່ລື້ນທຸກຊະນິດໃຫ້ເກັບ 0,025 $/1 ລິດ

ງ. ປະເພດລົດ

  • ລົດປະເພດ 4 ລໍ້ ຂື້ນໄປເປັນຄັນໃຫ້ເກັບ 300 $/1 ຄັນ
  • ປະເພດລົດ 4 ລໍ້ຂື້ນໄປ ເປັນສິ້ນສ່ວນໃຫ້ເກັບ 200 $/1 ຄັນ
  • ປະເພດລົົດຈັກເປັນຄັນໃຫ້ເກັບ 12 $/1 ຄັນ
  • ປະເພດລົດຈັກເປັນສິ້ນສ່ວນໃຫ້ເກັບ 1,5% ຂອງມູນຄ່ານໍາເຂົ້າຮອດຊາຍແດນລາວຕໍ່ 1 ຊຸດຄັນ

ຈ. ປະເພດ ງົວ, ຄວາຍໃຫ້ເກັບ 6 $/1 ໂຕ
ສ. ປະເພດໝູ 1 ກິໂລ ຫາ 5 ກິໂລ ໃຫ້ເກັບ 2 $/1 ໂຕ

ຊ. ປະເພດໝູ 5 ກິໂລຂຶ້ນໄປ ໃຫ້ເກັບ 4 $/1 ໂຕ

ມາດຕາ 02. ປະເພດສິນຄ້າທົ່ວໄປ

ກ. ປະເພດສິນຄ້າທີ່ມີອັດຕາພາສີປົກກະຕິແຕ່ 5% ຫາ 10% ໃຫ້ເກັບຄ່າທຳນຽມ 2% ຂອງມູນຄ່າແຈ້ງພາສີຮອດຊາຍແດນລາວບ່ອນນຳເຂົ້າສິນຄ້າ, ເຄື່ອງຂອງ
ຂ. ປະເພດສິນຄ້າທີ່ມີອັດຕາພາສີປົກກະຕິສູງກ່ວາ 10% ຫາ 20% ໃຫ້ເກັບ 4% ຂອງມູນຄ່າແຈ້ງພາສີຮອດຊາຍແດນລາວບ່ອນນຳເຂົ້າສິນຄ້າ, ເຄື່ອງຂອງ
ຄ. ປະເພດສິນຄ້າເຄື່ອງຂອງທີ່ມີອັດຕາພາສີປົກກະຕິ ສູງກ່ວາ 20% ຫາ 40% ໃຫ້ເກັບຄ່າທຳນຽມ 6$ ຂອງມູນຄ່າແຈ້ງພາສີຮອດຊາຍແດນລາວບ່ອນນຳເຂົ້າ ສິນຄ້າເຄື່ອງຂອງ. ຂ້າງເທິງ

ມາດຕາ 3. ສິນຄ້ານຳເຂົ້າເພື່ອສົ່ງອອກຕໍ່ຈະເກັບອາກອນຕົວເລກທຸລະກິດ ແລະ ອາກອນຊົມໃຊ້ ແຕ່ຕ້ອງເສຍອາກອນກຳໄລຕາມລະບຽບກົດໝາຍຂອງສ່ວຍສາ ອາກອນ. ການນຳເຂົ້າແຕ່ລະຄັ້ງຕ້ອງໄດ້ສັນຍາກັບກົມພາສີ ຫລື ຫ້ອງການພາສີປະຈຳກຳແພງນະຄອນ ຫລື ແຂວງທີ່ໄດ້ຮັບອະນຸຍາດ ບົນພື້ນຖານການເກັບເປັນ ເອກະພາບໃນທົ່ວປະເທດ ແລະ ຕ້ອງວາງເງິນມັດຈຳຕາມມູນຄ່າໃນສັນຍາ.

ມາດຕາ 4. ຫ້າມເດັດຂາດບໍ່ໃຫ້ນໍາເອົາສິນຄ້ານໍາເຂົ້າເພື່ອສົ່ງອອກໄປປະເທດທີສາມ ມາຂາຍຢູ່ໃນປະເທດ. ໃນກໍລະນີມີການຫລົບຫລີກ, ເຊື່ອງອໍາ, ຫລື ບໍ່ປະຕິບັດຕາມຂໍ້ຜູກຜັນສັນຍາຂອງການນຳເຂົ້າສິນຄ້າ ເພື່ອການສົ່ງອອກໄປປະເທດທີສາມ ຈະໄດ້ມີການດຳເນີນຄະດີຕາມລະບຽບກົດໝາຍພາສີຢ່າງເຂັ້ມງວດ ຫລື ຮ້າຍແຮງໄປກ່ວານັ້ນ ຈະໄດ້ຍົກເລີກຂໍ້ຜູກຜັນສັນຍາທັນທີ ສ່ວນເງິນມັດຈຳບໍ່ໄດ້ສົ່ງຄືນ.

ມາດຕາ 5. ຄ່າທໍານຽມນໍາເຂົ້າສິນຄ້າເພື່ອສົ່ງອອກຕໍ່ຈະເກັບຢູ່ກົມພາສີ ຫລື ຢູ່ດ່ານພາສີບ່ອນນໍາເຂົ້າສິນຄ້າເຄື່ອງຂອງກໍ່ໄດ້, ໂດຍອີງຕາມສັນຍາທີ່ໄດ້ເຊັນກັບ ກົມພາສີ ຫລື ຫ້ອງພາສີ, ຄ່າທຳນຽມຕ້ອງຈ່າຍເປັນເງິນຕາຕ່າງປະເທດ (ສະກຸນເງິນໂດລາສະຫະລັດ ) ແລະ ມອບເຂົ້າເປັນລາຍຮັບຂອງງົບປະມານສູນກາງ ຕາມດຳລັດ ເລກທີ 192/ນຍ ລົງວັນທີ 02/11/1999.

ມາດຕາ 06. ສິນຄ້າດັ່ງທີ່ໄດ້ກໍານົດໃນຂໍ້ຕົກລົງສະບັບນີ້, ຫ້າມບໍ່ໃຫ້ນໍາເຂົ້າຮ້ານຄ້າປອດພາສີ ແລະ ສາງອື່ນໆ ນອກຈາກສາງເກັບສິນຄ້າແນໃສ່ຜ່ານໄປ ປະເທດທີສາມເທົ່ານັ້ນ.

ມາດຕາ 7. ມອບໃຫ້ກະຊວງການເງິນ ແລະ ກົມພາສີນໍາເອົາຂໍ້ຕົກລົງສະບັບນີ້ໄປເຜີຍແຜ່ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ໃຫ້ທຸກພາກສ່ວນ ທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ນຳຂໍ້ຕົກລົງສະບັບນີ້ໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ມາດຕາ 8. ຂໍ້ຕົກລົງສະບັບນີ້ໃຫ້ເລີ່ມປະຕິບັດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີ ກະຊວງການເງິນ
(ເຊັນ ແລະ ປະທັບກາ)

ຈັນສີ ໂພສີຄຳ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Ministerial Decision on Collection of Fixed Fee for Importation of Some Goods for Exportation No. 0462/MOF PDF
2 ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ການເກັບ ຄ່າທຳນຽມເດັດຖານ ສຳລັບ ບາງປະເພດສິນຄ້າ, ເຄື່ອງຂອງ ນຳເຂົ້າເພື່ອສົ່ງອອກ ເລກທີ 0462/ກງ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.