ກະຊວງການເງິນໄດ້ປັບປຸງການກໍານົດປະເພດສິນຄ້າ, ເຄື່ອງຂອງ ແລະ ອັດຕາຄ່າທໍານຽມ ໂດຍແບ່ງອອກເປັນສອງແບບດັ່ງນີ້:

ພາບປະກອບຈາກອີນເຕີເນັດ

 

  1. ການກໍານົດປະເພດສິນຄ້າ, ເຄື່ອງຂອງ ແລະ ອັດຕາຄ່າທໍານຽມ ແບບເດັດຖານ ເຊິ່ງມີລາຍລະອຽດ ດັ່ງນີ້:
  • ປະເພດຢາສູບທຸກຊະນິດ ທຸກຍີ່ຫໍ້ ເຊັ່ນ: ຢາສູບເປັນຊອງ, 20ກອກX10ຊອງX50ຕຸດ/ແກັດ ແມ່ນໄລ່ອັດຕາຄ່າທໍານຽມ 17 ໂດລາອາເມລິກາ/ແກັດ ແລະ ຢາເສັ້ນ ແມ່ນໄລ່ອັດຕາຄ່າທໍານຽມ 0.5 ໂດລາອາເມລິກາ/ກລ;
  • ປະເພດເຄື່ອງດື່ມທີ່ມີທາດເຫຼົ້າ ເຊັ່ນ: ເຫຼົ້າວິສະກີ, ເຫຼົ້າໂກຍັກ, ເຫຼົ້າແວງ, ເຫຼົ້າໂວດກາ, ເຫຼົ້າຫມາວໄຖ (Maotai), ເຫຼົ້າໂຊຈຸ, ເຫຼົ້າສາເກ ແລະ ເຫຼົ້າອື່ນໆ ເກີນ 0.5% ໂດຍປະມານ ແມ່ນໄລ່ອັດຕາຄ່າທໍານຽມ 1 ໂດລາອາເມລິກາ/ລິດ ແລະ ປະເພດເບຍທີ່ມີທາດເຫຼົ້າບໍ່ເກີນ 5.00% ໂດຍປະລິມານ ແມ່ນໄລ່ອັດຕາຄ່າທໍານຽມ 0.3 ໂດລາອາເມລິກາ/ລິດ;
  •  ປະເພດນໍ້າມັນເຊື້ອໄຟ ແລະ ນໍ້າມັນຫຼໍ່ລື່ນທຸກຊະນິດ ເຊັ່ນ: ນໍ້າມັນເຄື່ອງ, ນໍ້າມັນໄຮໂດຣລິກ, ນໍ້າມັນເບຣກ, ນໍ້າມັນໜຽວ (ກໍລະນີໄດ້ຮັບອະນຸຍາດ) ໃຫ້ເກັບໃນອັດຕາ 0.25 ໂດລາອາເມລິກາ/ລິດ/ກລ;
  •  ປະເພດພາຫະນະ ທຸກຊະນິດ ທຸກຍີ່ຫໍ້ (ກໍລະນີໄດ້ຮັບອະນຸຍາດ) ເຊັ່ນ: ລົດ 04 ລໍ້ ທີ່ມີຄວາມແຮງບໍ່ເກີນ 3000 ຊີຊີ ແມ່ນໄລ່ອັດຕາຄ່າທໍານຽມ 800 ໂດລາອາເມລິກາ/ຄັນ ແລະ ລົດຈັກ ເປັນສີ້ນສ່ວນຄົບຊຸດສົມບູນ (CKD) ແມ່ນໄລ່ອັດຕາຄ່າທໍານຽມ 2 ໂດລາອາເມລິກາ/ຄັນ;
  • ປະເພດສັດມີຊີວິດ ເຊັ່ນ: ຄວາຍ ແມ່ນໄລ່ອັດຕາຄ່າທໍານຽມ 23 ໂດລາອາເມລິກາ/ໂຕ ແລະ ໝູ ນໍ້າໜັກບໍ່ເກີນ 5 ກິໂລກຣາມ ແມ່ນໄລ່ອັດຕາຄ່າທໍານຽມ 7 ໂດລາອາເມລິກາ/ໂຕ.
ພາບປະກອບຈາກອີນເຕີເນັດ

 

2. ການກໍານົດປະເພດສິນຄ້າ, ເຄື່ອງຂອງ ແລະ ອັດຕາຄ່າທໍານຽມ ແບບທຽບຖານ

ປະເພດສິນຄ້າ, ເຄື່ອງຂອງ ແບບທຽບຖານນີ້ ແມ່ນຈະບໍ່ນອນໃນ ປະເພດສິນຄ້າ, ເຄຶ່ອງຂອງ ແບບດັດຖານ ເຊັ່ນ:

  • ປະເພດສິນຄ້າ, ເຄື່ອງຂອງທີ່ມີອັດຕາພາສີປົກກະຕິ ແຕ່ 5% ຫາ 10% ໃຫ້ເກັບໃນອັດຕາ 2%;
  • ປະເພດສິນຄ້າ, ເຄື່ອງຂອງທີ່ມີອັດຕາພາສີປົກກະຕິ ແຕ່ 11% ຫາ 20% ໃຫ້ເກັບໃນອັດຕາ 4%.
ພາບປະກອບຈາກອີນເຕີເນັດ

 

ນອກຈາກນັ້ນ, ສິນຄ້າ, ເຄື່ອງຂອງນໍາເຂົ້າເພື່ອສົ່ງອອກຕໍ່ ຈະຕ້ອງຖືກເກັບມ້ຽນໃນສາງສິນຄ້າສະເພາະ ເພື່ອລໍຖ້າສົ່ງອອກຕໍ່ໄປຕ່າງປະເທດເທົ່ານັ້ນ. ຫ້າມບໍ່ໃຫ້ນໍາສິນຄ້າດັ່ງກ່າວເຂົ້າ ຮ້ານຄ້າປອດພາສີ ຫຼື ສາງອື່ນໆຢ່າງເດັດຂາດ.

ພາບປະກອບຈາກອີນເຕີເນັດ

 

ລາຍລະອຽດ ຂໍ້ຕົກລົງ ວ່າດ້ວຍ ການເກັບຄ່າທໍານຽມ ສໍາລັບສິນຄ້າ, ເຄື່ອງຂອງ ນໍາເຂົ້າເພື່ອສົ່ງອອກຕໍ່ ເລກທີ 0415/ກງ, ລົງວັນທີ 10 ກຸມພາ 2020.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.