ໃນວັນທີ 06 ມີນາ 2020 ທີ່ ຫ້ອງປະຊຸມໃຫຍ່ ຂອງ ກະຊວງ ອຸດສາຫະກໍາ ແລະ ການຄ້າ. ກຄອຄ ໄດ້ຈັດກອງປະຊຸມ ປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ກ່ຽວກັບ ການຈັດຕັ້ງປະຕິບັດ ວຽກອໍານວຍຄວາມສະດວກທາງດ້ານການຄ້າ ໃຫ້ກຽດເປັນປະທານ ໂດຍ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ກຄອຄ ແລະ ມີຕົວແທນຈາກພາກທຸລະກິດ ເຂົ້າຮ່ວມລວມທັງໝົດ 50 ທ່ານ.
ໃນກອງປະຊຸມ, ພາກທຸລະກິດໄດ້ນໍາສະເໜີຫຼາຍບັນຫາທີ່ພົບພໍ້ຈາກການດໍາເນີນທຸລະກິດຕົວຈິງ ໃນໄລຍະຜ່ານມາ ແລະ ຕິລາຄາວ່າ ບາງຂອດການບໍລິຫານຂອງພາກລັດ ແຕ່ສູນກາງຫາທ້ອງຖິ່ນ ແລະ ບາງນິຕິກໍາ ຫຼື ຂໍ້ກໍານົດຕ່າງໆ ມີຜົນກະທົບທາງກົງ ແລະ ທາງອ້ອມ ສົ່ງຜົນເຮັດໃຫ້ການດໍາເນີນທຸລະກິດມີຄວາມຫຍຸ້ງຍາກສົມຄວນ ເຊິ່ງສາມາດສັງລວມບາງບັນຫາ ແລະ ທິດທາງແກ້ໄຂເບື້ອງຕົ້ນຂອງ ກຄອຄ ລາຍລະອຽດ ດັ່ງນີ້:
1. ບັນຫາການສົ່ງອອກຜະລິດຕະພັນໄມ້ໄປຕ່າງປະເທດ ທີ່ມີຂັ້ນຕອນ ແລະ ເອກະສານ ຊັກຊ້າ, ຊໍ້າຊ້ອນ ແລະ ບໍ່ເປັນເອກະພາບກັນ ທົ່ວປະເທດ ເຊັ່ນ: ຂັ້ນຕອນ ແລະ ເອກະສານ ຢູ່ຂັ້ນເມືອງ ແລະ ແຂວງ, ການແຕ່ງຕັ້ງຄະນະລົງກວດກາ ທີ່ຕາງໜ້າຂະແໜງການທີ່ກ່ຽວຂ້ອງ ທີ່ມີຈໍານວນຫຼາຍກວ່າ 01 ທ່ານ ແລະ ຫຼາຍກວ່າ 03 ພາກສ່ວນ (ການຄ້າ, ປ່າໄມ້ ແລະ ການເງິນ). ຂະແໜງການຮັບຜິດຊອບແມ່ນ ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກົມການນໍາເຂົ້າ ແລະ ສົ່ງອອກ, ກົມປ່າໄມ້, ກົມຄຸ້ມຄອງຊັບສິນຂອງລັດ. ເຊິ່ງບັນຫາເລົ່ານີ້ແມ່ນຢູ່ໃນຂັ້ນຕອນກໍາລັງດໍາເນີນງານ. ເຊິ່ງມີແນວທາງແກ້ໄຂແມ່ນ ສ້າງຄໍາແນະນໍາຜັນຂະຫຍາຍ ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາລາຍ ການຜະລິດຕະພັນໄມ້ເພື່ອການສົ່ງອອກ (ສະບັບປັບປຸງ) 0939/ອຄ.ກອຫ, ລົງວັນທີ 01 ສິງຫາ 2019 ເພື່ອກໍານົດເງື່ອນໄຂ, ຂັ້ນຕອນ, ເວລາ ແລະ ເອກະສານປະກອບ ສໍາລັບການສົ່ງອອກຜະລິດຕະພັນໄມ້ ໃຫ້ມີຄວາມຊັດເຈນ ແລະ ເປັນເອກະພາບ ໂດຍແຍກກັນລະຫວ່າງການສົ່ງອອກໄມ້ທໍາມະຊາດ ແລະ ໄມ້ປູກ (ປະຈຸບັນ, ກົມ ຂອ ກໍາລັງຮ່າງນິຕິກໍາ ກ່ຽວກັບການສົ່ງອອກໄມ້ປູກ ເຊິ່ງຄາດວ່າຈະຖືກຮັບຮອງໃນໄວໆນີ້).
2. ຄວາມລ້າຊ້າຂອງການລົງກວດກາແຮ່ທາດ ເພື່ອສົ່ງອອກຕົວຈິງ ຢູ່ບາງເມືອງ ແລະ ແຂວງ ຍັງມີຄວາມຊໍ້າຊ້ອນກັນ ຄື: 03 ຂະແໜງການທີ່ກ່ຽວຂ້ອງ (ບໍ່ແຮ່, ການເງິນ ແລະ ອຸດສາຫະກຳ ແລະ ການຄ້າ) ແຕ່ງຕັ້ງຄະນະລົງກວດກາ ແລະ ເຊັນບົດບັນທຶກການລົງກວດກາ ໃຜລາວ (ລົງກວດກາ 03 ເທື່ອ) ຊຶ່ງສ້າງຄວາມຫຍຸ້ງຍາກໃຫ້ແກ່ພາກທຸລະກິດ. ຂະແໜງການຮັບຜິດຊອບແມ່ນ ກົມຄຸ້ມຄອງບໍ່ແຮ່, ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ພະແນກການເງິນ ແຂວງ ແລະ ພະແນກ ອຄ ແຂວງ. ເຊິ່ງມີແນວທາງແກ້ໄຂແມ່ນ ສ້າງນິຕິກໍາ ກ່ຽວກັບການແຕ່ງຕັ້ງຄະນະກໍາມະການລົງກວດກາ ແລະ ເຊັນບົດບັນທຶກການລົງກວດກາ ພ້ອມກັນເທື່ອດຽວ ໂດຍກໍານົດສິດ ແລະ ໜ້າ ທີ່ຂອງແຕ່ລະຂະແໜງການ ຢ່າງຊັດເຈນ.
3. ຄວາມລ້າຊ້າໃນການອອກອະນຸຍາດສົ່ງອອກຊັບພະຍາກອນທຳມະຊາດທີ່ເປັນຢາ ແມ່ນມີຄວາມຊັກຊ້າ (ໃຊ້ເວລາ 1-3 ເດືອນ). ຂະແໜງການຮັບຜິດຊອບແມ່ນ ກົມອາຫານ ແລະ ຢາ. ເຊິ່ງມີແນວທາງແກ້ໄຂແມ່ນ ທົບທວນຄືນຂັ້ນຕອນ ແລະ ລະບຽບການ ໃນການອອກອະນຸຍາດສົ່ງອອກຊັບພະຍາກອນທໍາມະຊາດທີ່ເປັນຢາເນື່ອງຈາກດໍາລັດ ເລກທີ 155/ນຍ ແລະ ຄໍາສັ່ງແນະນໍາ ເລກທີ 252/ກຊສ ໄດ້ກໍານົດໃຫ້ກະຊວງສາທາລະນະສຸກ ເປັນຜູ້ອອກອະນຸຍາດ. ແຕ່ອີງຕາມແຈ້ງການ ຂອງຫ້ອງວ່າການສຸນກາງພັກ ເລກທີ 251/ຫສພ ກໍານົດໃຫ້ລັດຖະບານ ເປັນຜູ້ພິຈາລະນາ. ຂັ້ນຂອດດັ່ງກ່າວ ສ້າງຄວາມຫຍຸ້ງຍາກ ແລະ ໃຊ້ເວລາດົນ ໃຫ້ແກ່ພາກທຸລະກິດ. ສະນັ້ນ, ຄວນກໍານົດແຈ້ງລາຍການຊັບພະຍາກອນທໍາມະຊາດທີ່ເປັນຢາ ອັນໃດທີ່ຫ້າມສົ່ງອອກ ແມ່ນໃຫ້ລັດຖະບານພິຈາລະນາອະນຸມັດ, ອັນໃດທີ່ຕ້ອງຂໍອະນຸຍາດ ແມ່ນໃຫ້ຂະແໜງສາທາລະນະສຸກ ຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມການແບ່ງຂັ້ນຄຸ້ມຄອງອະນຸຍາດ.
4. ຄວາມລ້າຊ້າ ໃນການກວດສອບຄຸນນະພາບນໍ້າມັນເຊື້ອໄຟທີ່ນໍາເຂົ້າຢູ່ດ່ານ ແມ່ນມີຄວາມຊັກຊ້າຫຼາຍ ຊຶ່ງເພີ່ມຄ່າໃຊ້ຈ່າຍ ແລະ ເວລາ ໃຫ້ແກ່ພາກທຸລະກິດ ຄື: ເມື່ອລົດບັນທຸກນໍ້າມັນມາຮອດດ່ານ ຕ້ອງໄດ້ລໍຖ້າໃຫ້ນໍ້າມັນທີ່ຢູ່ໃນລົດບັນທຸກໃຫ້ຄົງທີ່ ຫຼື ເໜັງຕີງໜ້ອຍທີ່ສຸດ ແລະ ຕ້ອງລໍຖ້າລົດບັນທຸກມາພ້ອມກັນ (ໃຊ້ເວລາ 05-10 ນາທີ). ຫຼັງຈາກນັ້ນ, ເຈົ້າໜ້າທີ່ກວດສອບຄຸນນະພາບ ຈຶ່ງເກັບເອົາຕົວຢ່າງນໍ້າມັນຢູ່ທຸກຫ້ອງຂອງລົດບັນທຸກນໍ້າມັນແຕ່ລະຄັນ ຊຶ່ງໃຊ້ເວລາໃນການເກັບຕົວຢ່າງ, ທົດສອບ ແລະ ຢັ້ງຢືນຄຸນນະພາບ ທັງໝົດປະມານ 05-10 ນາທີ/ຄັນ. ຂະແໜງການຮັບຜິດຊອບແມ່ນ ກົມມາດຕະຖານ ແລະ ວັດແທກ. ເຊິ່ງມີແນວທາງແກ້ໄຂແມ່ນ ສະເໜີໃຫ້ປະຕິບັດຕາມໂຄງປະກອບການຈັດຕັ້ງຂອງດ່ານຂອງ ດໍາລັດ ວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ເລກທີ558/ລບ, 31 ທັນວາ 2018. ສໍາລັບວີທີການກວດສອບຄຸນນະພາບສິນຄ້ານໍາເຂົ້າ ສະເໜີພິຈາລະນາດັ່ງນີ້:
- ນໍາເອົາຕົວຢ່າງທີ່ຈະນໍາເຂົ້າ ແລະ/ຫຼື ຄັດຕິດໃບຢັ້ງຢືນຄຸນນະພາບ ຈາກປະເທດສົ່ງອອກ ມາພ້ອມ ເພື່ອໃຫ້ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ຂັ້ນສູນກາງ ຫຼື ທ້ອງຖິ່ນ (ຕາມການແບ່ງຂັ້ນຄວາມຮັບຜິດຊອບ) ກວດສອບ ແລະ ອອກໃບຢັ້ງຢືນຄຸນນະພາບໃຫ້ ຕາມຍີ່ຫໍ້ ແລະ ລຸ້ນຂອງສິນຄ້ານັ້ນ. ອາຍຸໃບຢັ້ງຢືນຄຸນນະພາບດັ່ງກ່າວ ຄວນກໍານົດ ເປັນ 1 ຫຼື 2 ປີ ຕໍ່ຄັ້ງ, ແຕ່ບໍ່ຄວນອອກເປັນແຕ່ລະຄັ້ງທີ່ນໍາເຂົ້າ.
- ໃນເວລານໍາເຂົ້າຕົວຈິງ ແມ່ນໃຫ້ເຈົ້າໜ້າທີ່ພາສີ ດໍາເນີນກວດປ່ອຍສິນຄ້າຕາມລະບຽບການ ບົນພື້ນຖານຫຼັກການບໍລິຫານຄວາມສ່ຽງ ຊຶ່ງຮຽກຮ້ອງໃຫ້ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງສະໜອງຂໍ້ມູນຄວາມສ່ຽງຂອງສິນຄ້າທີ່ມີຄວາມສ່ຽງຕໍ່ຄວາມປອດໄພຂອງຜູ້ຊົມໃຊ້ ໃຫ້ເຈົ້າໜ້າທີ່ພາສີ ເປັນແຕ່ລະໄລຍະ ເພື່ອປັບປຸງຢູ່ໃນລະບົບແຈ້ງພາສີແບບອັດຕະໂນມັດ (ASYCUDA).
- ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ຄວນສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ພາສີ, ກວດກາການຄ້າ ແລະ ອື່ນໆ ເພື່ອດໍາເນີນການກວດກາ, ຕິດຕາມ ແລະ ສອບຄຸນນະພາບສິນຄ້າຂອງສິນຄ້າ ຢູ່ສາງຂອງບໍລິສັດ ຫຼື ສາຂາຕົວແທນ ພາຍຫຼັງການຜະລິດ ຫຼື ນໍາເຂົ້າ ເພື່ອຈໍາໜ່າຍສິນຄ້າພາຍໃນ.
5. ບັນຫາ ການຢັ້ງຢືນໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ (CO) ໃນກອບຕ່າງໆ ສໍາລັບສິນຄ້ານໍາເຂົ້າທີ່ຕ້ອງການໄດ້ຮັບສິດທິພິເສດທາງດ້ານການຄ້າ ແມ່ນອອກໂດຍກົມພາສີ ບ່ອນດຽວເທົ່ານັ້ນ. ຂະແໜງການຮັບຜິດຊອບແມ່ນ ກົມພາສີ. ເຊິ່ງມີແນວທາງແກ້ໄຂແມ່ນ ສໍາເລັດການສ້າງນິຕິກໍາ ແລະ ພັດທະນາລະບົບ ເພື່ອຮັບຮອງການນໍາໃຊ້ ການຢັ້ງຢືນຄວາມຖືກຕ້ອງຂອງໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ສິດທິພິເສດທາງການຄ້າ ແບບເອເລັກໂຕຣນິກ ໃນຂອບອາຊຽນ (ຟອມ D) ໂດຍສາມາດເຊື່ອມຕໍ່ຂໍ້ມູນກັນລະຫວ່າງກົມພາສີ ແລະ ດ່ານ.
6. ຄວາມລ້າຊ້າ ໃນການບັນທຶກສິນຄ້ານໍາເຂົ້າລົງສາງສິນຄ້າ ເພື່ອລໍຖ້າການກວດປ່ອຍສິນຄ້າ ເພີ່ມຄ່າໃຊ້ຈ່າຍຝາກສາງ ໃຫ້ແກ່ບໍລິສັດນໍາເຂົ້າ. ຂະແໜງການຮັບຜິດຊອບແມ່ນ ກົມພາສີ. ເຊິ່ງມີແນວທາງແກ້ໄຂແມ່ນ ປັບປຸງຫຼັກການບໍລິຫານຄວາມສ່ຽງແບບໃໝ່ ໃນການກວດປ່ອຍສິນຄ້າຢູ່ດ່ານ ໃຫ້ກະທັດຮັດຂຶ້ນ ແນໃສ່ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເວລາຂອງພາກທຸລະກິດ. ຄັດເລືອກ ແລະ ຊຸກຍູ້ພາກທຸລະກິດ ໃຫ້ສາມາດປະຕິບັດຕາມເງື່ອນໄຂຂອງຜູ້ປະກອບການມາດຕະຖານ ເອອີໂອ ໃຫ້ຫຼາຍຂຶ້ນ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.