ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ກະຊວງກະສິກຳ ແລະ ປ່າໄມ້

ກົມປູກຝັງ

ເລກທີ 2881/ກປຝ

ນະຄອນຫຼວງວຽງຈັນ, ວັນທີ 11 ທັນວາ 2019

 

ບົດແນະນຳ

ກ່ຽວກັບ ການນຳເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ

  • ອີງຕາມ ກົດໝາຍວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ, (ສະບັບປັບປຸງ) ເລກທີ 31/ສພຊ, ລົງວັນທີ 15 ພະຈິກ 2016;
  • ອີງຕາມຄຳສັ່ງ ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ ການນຳເຂົ້າ-ສົ່ງອອກ, ການນຳເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ ເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019;
  • ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍມາດຕະການສຸຂານາໄມພືດ ສຳລັບການນຳເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ສະບັບເລກທີ 2985/ກປ, ລົງວັນທີ 28 ມິຖຸນາ 2019.

ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ເນື້ອໃນຂ້າງເທິງນັ້ນ ຮັບປະກັນການຄຸ້ມຄອງ ການນຳເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸູມ ໃຫ້ສອດຄ່ອງຕາມກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ດ້ານການປ້ອງກັນພືດ ແລະ ກັກກັນພືດ ຂອງ ສປປ ລາວ, ພ້ອມທັງປະຕິບັດຕາມສັນຍາ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດ ສຳລັບການນຳເຂົ້າຂອງປະເທດຄູ່ຄ້າ.

ກົມປູກຝັງ, ຈຶ່ງອອກບົດແນະນຳ ດັ່ງນີ້:

  1. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດທີ່ກ່ຽວຂ້ອງ ມີຈຸດປະສົງຕ້ອງການນຳເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ນອນໃນບັນຊີຄວບຄຸມທີ່ຜ່ານການວິໄຈຄວາມສ່ຽງສັດຕູພືດ ສຳລັບການຄ້າ, ການຄົ້ນຄວ້າທົດລອງ ແລະ ຂະຫຍາຍພັນ ແມ່ນຕ້ອງຂໍອະນຸຍາດນຳເຂົ້າ ນຳກົມປູກຝັງ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ຕົກລົງ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ບັນຊີພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ຕ້ອງຂໍອະນຸຍາດກ່ອນການນຳເຂົ້າ ສປປ ລາວ ໂດຍຜ່ານການວິໄຈຄວາມສ່ຽງສັດຕູພືດ ສະບັບເລກທີ 2987/ກປ, ລົງວັນທີ 28/06/2019; (ເອກະສານຊ້ອນທ້າຍ 01). ສຳລັບ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ບໍ່ນອນໃນບັນຊີຄວບຄຸມ ແມ່ນຕ້ອງຂໍອະນຸຍາດນຳເຂົ້ານຳຂະແໜງປູກຝັງແຂວງ, ນະຄອນຫຼວງ ຕາມລະບຽບການ (ເອກະສານຊ້ອນທ້າຍ 02);
  2. ການອອກໃບອະນຸຍາດນຳເຂົ້າ ແລະ ສົ່ງຜ່ານ

ກົມປູກຝັງ ເປັນຜູ້ອອກໃບອະນຸຍາດນຳເຂົ້າໃຫ້ແກ່ຜູ້ນຳເຂົ້າ ແລະ ຜູ້ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ. ສຳລັບໃບອະນຸຍາດນຳເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ສຳລັບການຄ້າ ມີອາຍຸນຳໃຊ້ໄດ້ 01 ປີ (ເອກະສານຊ້ອນທ້າຍ 03), ຄົ້ນຄວ້າທົດລອງ ມີອາຍຸນຳໃຊ້ 03 ເດືອນ (ເອກະສານຊ້ອນທ້າຍ 04), ແລະ ປູກພືດຂະຫຍາຍພັນ ມີອາຍຸນຳໃຊ້ໄດ້ 03 ເດືອນ (ເອກະສານຊ້ອນທ້າຍ 05) ແລະ ສຳລັບ ໃບອະນຸຍາດສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ໄປປະເທດທີສາມ ມີອາຍຸນຳໃຊ້ໄດ້ 03 ເດືອນ (ເອກະສານຊ້ອນທ້າຍ 06);

ສຳລັບການອະນຸຍາດນຳເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ບໍ່ນອນໃນບັນຊີຄວບຄຸມທີ່ຕ້ອງຂໍອະນຸຍາດນຳເຂົ້າ ໃຫ້ປະຕິບັດຕາມຄຳແນະນຳ ວ່າດ້ວຍການຄຸ້ມຄອງການນຳເຂົ້າສິນຄ້າ ແລະ ເຄື່ອງຂອງຜ່ານດ່ານທ້ອງຖິ່ນ ແລະ ປະເພນີ ເລກທີ 3708/ກງ, ລົງວັນທີ 16 ກັນຍາ 2019 (ເອກະສານຊ້ອນທ້າຍ 07).

  1. ກົມປູກຝັງ ເປັນຜູ້ກຳນົດເງື່ອນໄຂດ້ານສຸຂານາໄມພືດສຳລັບການນຳເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ໂດຍຜ່ານທາງເວັບໄຊທາງການຂອງກົມປູກຝັງ www.doa.maf.gov.la (ເອກະສານຊ້ອນທ້າຍ 08).
  2. ການແຈ້ງເອກະສານນຳເຂົ້າ ແລະ ສົ່ງຜ່ານ ຢູ່ດ່ານກັກັນພືດສາກົນ

ຜູ້ນຳເຂົ້າ ແລະ ຜູ້ສົ່ງຜ່ານ ໃຫ້ແຈ້ງໃບຢັ້ງຢືນສຸຂານໄມພືດຂອງປະເທດຕົ້ນທາງ ແລະ ໃບອະນຸຍາດນຳເຂົ້າ ແລະ ສົ່ງຜ່ານ ອອກໂດຍກົມປູກຝັງ ມາກັບຊຸດສິນຄ້າທຸກຄັ້ງ ເພື່ອແຈ້ງໃຫ້ແກ່ເຈົ້າໜ້າທີ່ກັກັນພືດດຳເນີນການກວດກາ (ເອກະສານຊ້ອນທ້າຍ 09).

  1. ການກວດກາຊຸດສິນຄ້າ

ເຈົ້າໜ້າທີ່ກັກກັນພືດ ຕ້ອງດຳເນີນການກວດກາຊຸດສິນຄ້າຕາມມາດຕະຖານດ້ານມາດຕະການສຸຂານາໄມພືດ ISPM 31 ໂດຍສະເພາະສິນຄ້າປະເພດພືດຜັກສົດ ແລະ ໝາກໄມ້ສົດ ທີ່ເນົ່າເປື່ອຍງ່າຍ ພ້ອມທັງບັນທຶກຜົນການກວດກາທຸກຄັ້ງ (ເອກະສານຊ້ອນທ້າຍ 10).

  1. ການນຳໃຊ້ມາດຕະການສຸຂານາໄມພືດ

ກໍລະນີກວດພົບການຕິດແປດສັດຕູພືດກັກກັນນຳຊຸດສິນຄ້າທີ່ນຳເຂົ້າ ແລະ ສົ່ງຜ່ານ ເຈົ້າໜ້າທີ່ກັກກັນພືດ ຕ້ອງນຳໃຊ້ມາດຕະການສຸຂານາໄມພືດ ຕາມມາດຕະຖານສາກົນດ້ານມາດຕະການສຸຂານາໄມພືດ ທີ່ເໝາະສົມ.

ໃນກໍລະນີຊຸດສິນຄ້າດັ່ງກ່າວບໍ່ສາມາດປະຕິບັດມາດຕະການສຸຂານາໄມພືດໄດ້ ຕ້ອງສົ່ງຊຸດສິນຄ້ານັ້ນກັບຄືນປະເທດສົ່ງອອກທັນທີ.

  1. ການຕິດສະຫຼາກສຳລັບຊຸດສິນຄ້າ

ພາຍຫຼັງກວດກາຊຸດສິນຄ້າແລ້ວ ຖ້າບໍ່ພົບມີການຕິດແປດສັດຕູພືດກັກກັນ ເຈົ້າໜ້າທີ່ກັກກັນພືດຕ້ອງຕິດສະຫຼາກ ໃສ່ຊຸດສິນຄ້າທີ່ໄດ້ສຸ່ມກວດແລ້ວນັ້ນ ກ່ອນການປ່ອຍຊຸດສິນຄ້າດັ່ງກ່າວ (ເອກະສານຊ້ອນທ້າຍ 11).

  1. ການປ່ອຍ ແລະ ການຈ້ຳກາຜ່ານ ຊຸດສິນຄ້າ

ການປ່ອຍຊຸດສິນຄ້າທຸກຄັ້ງ ເຈົ້າໜ້າທີ່ກັກກັນພືດ ຕ້ອງຈ້ຳກດາຜ່ານ ໃສ່ພາຊະນະບັນຈຸ ແລະ ໃບກວດຜ່ານຊຸດສິນຄ້າ (ເອກະສານຊ້ນທ້າຍ 12).

  1. ການກດວກາຫຼັງການນຳເຂົ້າ

ການກວດກາພາຍຫຼັງການນຳເຂົ້າ ແມ່ນບໍ່ໃຫ້ເກີນສາມວັນ (03) ລັດຖະການ ນັບແຕ່ມື້ປ່ອຍຊຸດສິນຄ້າ.

  1. ຂັ້ນຕອນ ແລະ ວິທີການປະຕິບັດ ສຳລັບຊຸດສິນຄ້າທີ່ນຳເຂົ້າ ແລະ ສົ່ງຜ່ານ ທີ່ບໍ່ຖືກຕ້ອງ
  • ກໍລະນີກວດພົບສັດຕູພືດ ທີ່ຕິດແປດມາກັບສິນຄ້າຕ້ອງປະຕິບັດມາດຕະຖານສາກົນດ້ານມາດຕະການສຸຂານາໄມພືດ ຕາມທີ່ໄດ້ກຳນົດໄວ້ໃນບົດແນະນຳຂອງກົມປູກຝັງ;
  • ກໍລະນີຜູ້ນຳເຂົ້າບໍ່ປະຕິບັດຕາມເງື່ອນໄຂດ້ານສຸຂານາໄມພືດສຳລັບການນຳເຂົ້າ ແລະ ສົ່ງຜ່ານນັ້ນ ຄັ້ງທຳອິດຈະເຮັດບົດບັນທຶກເຊັນເຈົ້າຂອງສິນຄ້າ ແລະ ເຈົ້າໜ້າທີ່ກັກກັນພືດປະຈຳດ່ານນຳເຂົ້ານັ້ນ, ຄັ້ງທີສອງ ແມ່ນຈະຖືກຍຶດໃບອະນຸຍາດນຳເຂົ້າ ຈົນກວ່າຈະໄດ້ຮັບການແກ້ໄຂ;
  • ຖ້າກໍລະນີຜູ້ນຳເຂົ້າ ແລະ ເຈົ້າໜ້າທີ່ກັກກັນພືດ ລະເມີດແມ່ນໃຫ້ປະຕິບັດຕາມລະບຽບກົດໝາຍ.
  1. ງົບປະມານ

ງົບປະມານທີ່ຮັບໃຊ້ໃນການລົງກວດກາສິນຄ້າ ສຳລັບປະເມີນຄວາມສ່ຽງສັດຕູພືດ ສຳລັບການນຳເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ສປປ ລາວ ແມ່ນຄວາມຮັບຜິດຊອບຂອງຜູ້ນຳເຂົ້າ ແລະ ສົ່ງຜ່ານ ຕາມລັດຖະບັນຍັດ 003 ຂອງປະທານປະເທດ ວາງອອກໃນແຕ່ລະໄລຍະ.

ມອບໃຫ້ຂະແໜງປູກຝັງແຂວງ, ນະຄອນຫຼວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເປັນເຈົ້າການ ໃນການໂຄສະນາ ເຜີຍແຜ່ ແລະ ຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ ໃຫ້ບຸກຄົນ, ນິຕິບຸກຄົນ, ອົງການປົກຄອງທ້ອງຖິ່ນ, ພະນັກງານ ພາກລັດ ແລະ ຜູ້ປະກອບການຈົນຮອດປະຊາຊົນໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ແລະ ຈົ່ງພ້ອມກັນ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນສູງ.

ດັ່ງນັ້ນ, ຈຶ່ງອອກບົດແນະນຳສະບັບນີ້ໄວ້ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

ຮອງຫົວໜ້າ ກົມປູກຝັງ

ປອ. ສຸລາພອນ ອິນທະວົງ

# ຫົວຂໍ້ ດາວໂຫຼດ
1 Guidelines on the import and export plants, plant products and controlled substances, No. 2881 / MAF, dated 11 December 2019. PDF
2 ບົດແນະນໍາ ກ່ຽວກັບ ການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ, ເລກທີ 2881/ກປຝ, ລົງວັນທີ 11 ທັນວາ 2019. PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງໄດ້ຮັບອະນຸຍາດນຳເຂົ້າ - ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມຢູ່ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມຢູ່ ຕ້ອງໄດ້ຮັບອະນຸຍາດນຳເຂົ້າຈາກກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້
  1. ກົດໝາຍ ວ່າດ້ວຍ ການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016
  2. ຂໍ້ຕົກລົງ ວ່າດ້ວຍ ມາດຕະການສຸຂານາໄມພືດ ສຳລັບການນຳເຂົ້າ ແລະ ສົ່ງຜ່ານພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ເລກທີ 2985/ກປ, ລົງວັນທີ 28 ມິຖຸນາ 2019
  3. ບົດແນະນໍາ ກ່ຽວກັບ ການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ, ເລກທີ 2881/ກປຝ, ລົງວັນທີ 11 ທັນວາ 2019.
9999-12-31 ALL
2 ຮຽກຮ້ອງໃຫ້ມີການກວດກາ - ໝາກໄມ້ນໍາເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ໝາກໄມ້ສົດນໍາເຂົ້າ ຕ້ອງໄດ້ຮັບການກວດກາ ໂດຍສອດຄ່ອງຕາມມາດຕະຖານຄວາມປອດໄພຂອງອາຫານ
  1. ຂໍ້ຕົກລົງ ວ່າດ້ວຍ ມາດຕະການສຸຂານາໄມພືດ ສຳລັບການນຳເຂົ້າ ແລະ ສົ່ງຜ່ານພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ເລກທີ 2985/ກປ, ລົງວັນທີ 28 ມິຖຸນາ 2019
  2. ບົດແນະນໍາ ກ່ຽວກັບ ການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ, ເລກທີ 2881/ກປຝ, ລົງວັນທີ 11 ທັນວາ 2019.
9999-12-31 ALL
3 ຮຽກຮ້ອງໃຫ້ມີການກວດກາ - ຜັກນໍາເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ພືດຜັກນໍາເຂົ້າ ຕ້ອງໄດ້ຮັບການກວດກາ ໂດຍສອດຄ່ອງຕາມມາດຕະຖານຄວາມປອດໄພຂອງອາຫານ
  1. ຂໍ້ຕົກລົງ ວ່າດ້ວຍ ມາດຕະການສຸຂານາໄມພືດ ສຳລັບການນຳເຂົ້າ ແລະ ສົ່ງຜ່ານພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ເລກທີ 2985/ກປ, ລົງວັນທີ 28 ມິຖຸນາ 2019
  2. ບົດແນະນໍາ ກ່ຽວກັບ ການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ, ເລກທີ 2881/ກປຝ, ລົງວັນທີ 11 ທັນວາ 2019.
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.