ສາລະບານ

ໝວດທີ 1 - ພະແນກຈັດຕັ້ງ, ບໍລິຫານ ແລະ ສູນຝຶກ

ມາດຕາ 1. ທີ່ຕັ້ງ ແລະ ພາລະບົດບາດ
ມາດຕາ 2. ໂຄງປະກອບກົງຈັກຊ່ວຍວຽກ
ມາດຕາ 3. ໜ້າທີ່
ມາດຕາ 4. ຂອບເຂດສິດ

ໝວດທີ 2 - ພະແນກນິຕິກຳ

ມາດຕາ 5. ທີ່ຕັ້ງ ແລະ ພາລະບົດບາດ  
ມາດຕາ 6. ໂຄງປະກອບກົງຈັກຊ່ວຍວຽກ
ມາດຕາ 7. ຫນ້າທີ່
ມາດຕາ 8. ຂອບເຂດສິດ

ໝວດທີ 3 - ພະແນກຂໍ້ມູນຂ່າວສານ ແລະ ແຜນການ

ມາດຕາ 9. ທີ່ຕັ້ງ ແລະ ພາລະບົດບາດ
ມາດຕາ 10. ໂຄງປະກອບກົງຈັກຊ່ວຍວຽກ
ມາດຕາ 11. ຫນ້າທີ່
ມາດຕາ 12. ຂອບເຂດສິດ

ໝວດທີ 4 - ພະແນກຕ້ານ ແລະ ສະກັດກັ້ນການລັກລອບໜີພາສີ

ມາດຕາ 13. ທີ່ຕັ້ງ ແລະ ພາລະບົດບາດ
ມາດຕາ 14. ໂຄງປະກອບກົງຈັກຊ່ວຍວຽກ
ມາດຕາ 15. ຫນ້າທີ່
ມາດຕາ 16. ຂອບເຂດສິດ

ໝວດທີ 5 - ພະແນກກວດຄືນການແຈ້ງພາສີ

ມາດຕາ 17. ທີ່ຕັ້ງ ແລະ ພາລະບົດບາດ
ມາດຕາ 18. ໂຄງປະກອບກົງຈັກຊ່ວຍວຽກ
ມາດຕາ 19. ໜ້າທີ່
ມາດຕາ 20. ຂອບເຂດສິດ

ໝວດທີ 6 - ພະແນກຄຸ້ມຄອງການສົ່ງອອກ-ນຳເຂົ້າ

ມາດຕາ 21. ທີ່ຕັ້ງ ແລະ ພາລະບົດບາດ
ມາດຕາ 22. ໂຄງປະກອບກົງຈັກຊ່ວຍວຽກ
ມາດຕາ 23. ໜ້າທີ່
ມາດຕາ 24. ຂອບເຂດສິດ

ໝວດທີ 7 - ພະແນກຮ່ວມມືພາສີສາກົນ

ມາດຕາ 25. ທີ່ຕັ້ງ ແລະ ພາລະບົດບາດ
ມາດຕາ 26. ໂຄງປະກອບກົງຈັກຊ່ວຍວຽກ
ມາດຕາ 27. ໜ້າທີ່
ມາດຕາ 28. ຂອບເຂດສິດ

ໝວດທີ 8 - ພາສີປະຈຳເຂດ

ມາດຕາ 29. ທີ່ຕັ້ງ ແລະ ພາລະບົດບາດ
ມາດຕາ 30. ໂຄງປະກອບກົງຈັກຊ່ວຍວຽກ
ມາດຕາ 31. ຫນ້າທີ່ ແລະ ຂອບເຂດສິດຂອງພາສີປະຈໍາເຂດ

ໝວດທີ 9 - ດ່ານພາສີຊາຍແດນ

ມາດຕາ 32. ທີ່ຕັ້ງ ແລະ ພາລະບົດບາດ
ມາດຕາ 33. ໂຄງປະກອບກົງຈັກຊ່ວຍວຽກ
ມາດຕາ 34. ດ່ານພາສີຊາຍແດນ
ມາດຕາ 35. ຫນ້າທີ່ ແລະ ຂອບເຂດ

ໝວດທີ 10 - ໂຄງປະກອບບຸກຄະລາກອນ, ແບບແຜນວິທີເຮັດວຽກ ແລະ ກາປະທັບ

ມາດຕາ 36. ໂຄງປະກອບບຸກຄະລາກອນ            
ມາດຕາ 37. ລະບອບແບບແຜນວີທີເຮັກວຽກ
ມາດຕາ 38. ກາປະທັບ

ໝວດທີ 11 - ບົດບັນຍັດສຸດທ້າຍ

ມາດຕາ 39. ການຜັນຂະຫຍາຍ
ມາດຕາ 40. ການຈັດຕັ້ງປະຕິບັດ
ມາດຕາ 41. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ         ເລກທີ 0666/ກພສ
ກົມພາສີ        ລົງວັນທີ 29 ມັງກອນ 2006

ຂໍ້ກຳນົດ
ວ່າດ້ວຍທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ແບບແຜນວິທີເຮັດວຽກຂອງພະແນກ
ອ້ອມຂ້າງກົມພາສີ, ພາສີປະຈຳເຂດ ແລະ ພາສີຊາຍແດນ

  • ອີງຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 80/ນຍ ລົງວັນທີ 28 ກຸມພາ 2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ;
  • ອີງຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 2498/ກງ ລົງວັນທີ 15 ຕຸລາ 2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມພາສີ;
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກກທີ 0235/ກງ ລົງວັນທີ 28/12/2008 ວ່າດ້ວຍການມອບສິດຂອງກົມພາສີເຊັ່ນຂໍ້ກໍາ ນົດວ່າດ້ວຍທີ່ຕັ້ງ, ພາລະບົດບາດ, ໜ້າທີ່ຂອບເຂດສິດ ແລະ ແບບແຜນການເຮັດວຽກຂອງພະແນກການອ້ອມຂ້າງກົມພາສີ, ພາສີປະຈຳເຂດ ແລະ ດ່ານ ພາສີຊາຍແດນ.

ຫົວຫນ້າກົມພາສີອອກຂໍ້ກຳນົດ:

ໝວດທີ 1
ພະແນກຈັດຕັ້ງ, ບໍລິຫານ ແລະ ສູນຝຶກ

ມາດຕາ 1. ທີ່ຕັ້ງ ແລະ ພາລະບົດບາດ
   ພະແນກຈັດຕັ້ງ, ບໍລິຫານ ແລະ ສູນຝຶກ ແມ່ນພະແນກຫນຶ່ງທີ່ນອນຢູ່ໃນກົງຈັກຊ່ວຍວຽກຂອງກົມພາສີ ມີພາລະບົດບາດເປັນເສນາທິການໃຫ້ຫົວຫນ້າກົມພາສີ ໃນການສະຫຼຸບສັງລວມການເຄື່ອນໄຫວວຽກງານພາສີ ເປັນແຕ່ລະໄລຍະ, ຄຸມຈຳນວນພົນ, ການເງິນ, ພັດສະດຸ, ຫ້ອງສະໝຸດ, ອາຄານສະຖານທີ່, ພາຫະນະ ແລະ ອຸປະກອນຕ່າງໆ, ບຳລຸງກໍ່ສ້າງບຸກຄະລາກອນພາສີ ແລະ ຝຶກອົບຮົມວຽກງານວິຊາສະເພາະພາສີໃຫ້ບຸກຄົນ ແລະ ນິຕິບຸກຄົນ. ຂ້າງເທິງ

ມາດຕາ 2. ໂຄງປະກອບກົງຈັກຊ່ວຍວຽກ
   ພະແນກຈັດຕັ້ງ, ບໍລິຫານສູນຝຶກປະກອບມີ 5 ໜ່ວຍງານຄື:

  • ໜ່ວຍງານພະນັກງານ ແລະ ຄົ້ນຄວ້າສັງລວມ;
  • ໜ່ວຍງານຂາອອກ-ຂາເຂົ້າ ແລະ ພິທີການ;
  • ໜ່ວຍງານສູນຝຶກ, ຫ້ອງສະໝຸດ;
  • ໜ່ວຍງານພັດສະດຸ. ຂ້າງເທິງ

ມາດຕາ 3. ໜ້າທີ່

  • ຄົ້ນຄວ້າ, ປັບປຸງ, ສ້າງແຜນຍຸດທະສາດ, ນະໂຍບາຍ ແລະ ແຜນການຄຸ້ມຄອງບໍລິຫານ, ພັດທະນາຊັບພະຍາກອນມະນຸດ ແລະ ການຫັນວຽກງານພາສີໃຫ້ ທັນສະໄໝ ເພື່ອນຳສະເໜີໃຫ້ຫົວໜ້າກົມພາສີພິຈະລະນາ.
  • ຄຸ້ມຄອງ, ກວດກາພະນັກງານ, ເກັບກຳປະຫວັດການເຄື່ອນໄຫວວຽກງານຂອງລັດຖະກອນພາສີ, ສະພາບທີ່ຕັ້ງຂອງບັນດາດ່ານພາສີຊາຍແດນ ແລະ ພາສີ ປະຈຳເຂດໃນຂອບເຂດທົ່ວປະເທດ.
  • ຄົ້ນຄ້ວາ, ແຜນຊັບຊ້ອນໝູນວຽນ ແລະ ບຳລຸງພະນັກງານພາສີໃຫ້ຫົວຫນ້າກົມພາສີພິຈາລະນາ.
  • ສັງລວມສະພາບການເຄື່ອນໄຫວວຽກງານພາຍໃນພະແນກ ແລະ ວຽກງານກົມພາສີປະຈຳອາທິດ, ເດືອນ, ງວດ ແລະ ສົກປີ.
  • ຂື້ນແຜນການ, ຄຸ້ມຄອງຊູກຍູ້, ຕິດຕາມ, ກວດກາການລາຍງານງົບປະມານປົກກະຕິໃນຂົງເຂດທົ່ວປະເທດເຊັ່ນ: ເງິນເດືອນ, ເງິນບໍລິຫານ, ເງິນອຸດໜູນຕ່າງໆ ເຄື່ອງໃຊ້ຫ້ອງການ, ເຄື່ອງແບບ, ກາໝາຍພາຫະນະຮັບໃຊ້, ວັດຖຸອຸປະກອນຕ່າງໆ, ການກໍ່ສ້າງ-ສ້ອມແປງ-ເງິນຄັງວິຊາການ.
  • ຈັດພິມ, ແຈກຢາຍ ແລະ ຄຸ້ມຄອງນຳໃຊ້ແບບພິມ, ສະແຕັມ, ສະຕິກເກີ, ເພື່ອຮັບໃຊ້ໃຫ້ແກ່ການບໍລິການເກັບລາຍຮັບໃນຂອບເຂດທົ່ວປະເທດ.
  • ຄຸ້ມຄອງ, ແຈກຢາຍ, ສັງລວມບັນດາເອກະສານທາງລັດຖະການ ທີ່ພົວພັນພາຍໃນ ແລະ ພາຍນອກໃນຂົງເຂດວຽກງານພາສີ.
  • ກະກຽມ, ຕິດຕາມ, ຄຸ້ມຄອງການຈັດກອງປະຊຸມ, ຮັບແຂກ, ປະຊາສຳພັນ ແລະ ພິທີການອື່ນໆ ແລະ ຫຼັກສູດການສິດສອນຂື້ນແຜນຜັນຂະຫຍາຍການ ສຳມະນາ, ຝຶກອົບຮົມກ່ຽວກັບລະບຽບກົດໝາຍພາສີ, ມະຕິຄຳສັ່ງ ແລະ ລະບຽບການທີ່ກ່ຽວຂ້ອງໃຫ້ລັດຖະກອນພາສີ, ບຸກຄົນ, ນິຕິບຸກຄົນ.
  • ສ້າງ, ປັບປຸງຄຸ້ມຄອງຫ້ອງສະໝຸດພາສີໃຫ້ຄົບຖ້ວນສົມບູນເປັນແຕ່ລະໄລຍະ.
  • ໂຄສະນາເຜີຍແຜ່ການເຄື່ອນໄຫວ ແລະ ຜົນງານອັນພົ້ນເດັ່ນຂອງພາສີໃຫ້ສັງຄົມຮັບຊາບປົກກະຕິ.
  • ປະສານສົມທົບກັບພະແນກການຕ່າງໆອ້ອມຂ້າງກົມພາສີ, ບັນດາພາສີປະຈຳເຂດ, ພາສີຊາຍແດນ ແລະ ໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີຜົນ ສຳເລັດ.
  • ຄຸ້ມຄອງ, ຕິດຕາມ, ກວດກາ, ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ຫັນເປັນທັນສະໄໝໃນການບໍລິຫານວຽກງານພະແນກ.
  • ເຂົ້າຮ່ວມປະຊຸມ, ສໍາມະນາຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບວຽກງານການຈັດຕັ້ງບໍລິຫານ ແລະ ການພັດທະນາຊັບພະຍາກອນມະນຸດຂອງພາສີ.
  • ຄົ້ນຄວ້າສັງລວມການສະເໜີຍົກຍ້ອງປະຕິບັດນະໂຍບາຍອື່ນໆ ແລະ ປະຕິບັດວິໄນຕໍ່ລັດຖະກອນພາສີໃນຂອບເຂດທົ່ວປະເທດ.
  • ຄົ້ນຄວ້າສັງລວມການສະເໜີຍ້ອງຍໍຊົມເຊີຍບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ມີຜົນງານໃນການຈັດຕັ້ງປະຕິບັດລະບຽບກົດໝາຍວ່າດ້ວຍພາສີ.
  • ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວກົມພາສີ. ຂ້າງເທິງ

ມາດຕາ 4. ຂອບເຂດສິດ

  • ສະເໜີປັບປຸງກົດໝາຍວ່າດ້ວຍພາສີ ແລະ ລະບຽບການອື່ນໆ ທີ່ເຫັນວ່າບໍ່ສອດຄ່ອງກັບສະພາບການຈັດຕັ້ງປະຕິບັດວຽກງານ ໃນແຕ່ລະໄລຍະຕໍ່ຫົວຫນ້າ ກົມພາສີເພື່ອພິຈາລະນາ.
  • ປະກອບຄໍາເຫັນຕົກລົງບັນຫາຕ່າງໆ ແລະ ເຊັນຢັ້ງຢືນຄວາມຖືກຕ້ອງຂອງບັນດາເອກະສານ ຕາມການມອບໝາຍໂດຍສອດຄ່ອງກັບລະບຽບກົດໝາຍ.
  • ເຂົ້າຮ່ວມການສິດສອນກ່ຽວກັບວຽກງານພາສີຢູ່ບັນດາສະຖາບັນຕ່າງໆ ຕາມການມອບໝາຍຂອງຫົວຫນ້າກົມພາສີ.
  • ສະເໜີອອກໃບຢັ້ງຢືນການອົບຮົມໃຫ້ແກ່ລັດຖະກອນພາສີ, ບຸກຄົນ, ນິຕິບຸກຄົົນ.
  • ຄຸ້ມຄອງນຳໃຊ້ງົບປະມານປະຈຳປີ, ຄັງວິຊາການຂອງພາສີຕາມການອະນຸມັດນໍາໃຊ້ເພື່ອບໍາລຸງຮັກສາ, ພາຫະນະ, ອຸປະກອນ ແລະ ເຄື່ອງມືເຂົ້າໃນວຽກງານ ພະແນກ.
  • ສະເໜີແຜນບໍາລຸງກໍ່ສ້າງ, ຈັດວາງ, ແຕ່ງຕັ້ງ, ຍົກຍ້າຍ, ຊັບຊ້ອນ, ໝູນວຽນເລື່ອນຊັ້ນ, ເລື່ອນຂັ້ນພະນັກງານພາຍໃນພະແນກໃຫ້ຫົວຫນ້າກົມພາສີພິຈາລະນາ.
  • ປະຕິບັດສິດອື່ນໆ ຕາມການມອບໝາຍຈາກຫົວໜ້າກົມພາສີ. ຂ້າງເທິງ

ໝວດທີ 2
ພະແນກນິຕິກຳ

ມາດຕາ 5. ທີ່ຕັ້ງ ແລະ ພາລະບົດບາດ    
   ແມ່ນພະແນກໜຶ່ງທີ່ນອນຢູ່ໃນກົງຈັກການຊ່ວຍວຽກຂອງກົມພາສີ, ມີພາລະບົດບາດເປັນເສນາທິການໃຫ້ຫົວຫນ້າກົມພາສີໃນການຄົ້ນຄ້ວາ, ຮ່າງລະບຽບກົດໝາຍ, ຂໍ້ກຳນົດ, ບົດແນະນຳ, ລະບຽບການຕ່າງໆນຳສະເໜີຕໍ່ຫົວຫນ້າກົມພາສີ ເພື່ອພິຈາລະນາ, ກວດການປະຕິບັດລະບຽບກົດໝາຍໃນຂົງເຂດວຽກງານພາສີ, ກວດກາ ຄືນການສະສາງຄະດີທາງພາສີ, ຄົ້ນຄ້ວາ ແລະ ພິຈາລະນາແກ້ໄຂການສະເໜີຄືນກ່ຽວກັບການແຈ້ງພາສີ, ໄລ່ລຽງການສົ່ງຄືນເງິນຄ່າພາສີ ແລະ ພັນທະອື່ນໆ, ໂຄສະນາເຜີຍແຜ່ບັນດາລະບຽບການພາສີ ໃຫ້ສັງຄົມຮັບຊາບຢ່າງທົ່ວເຖິງ. ຂ້າງເທິງ

ມາດຕາ 6. ໂຄງປະກອບກົງຈັກຊ່ວຍວຽກ
   ພະແນກນິຕິກໍາປະກອບມີ 4 ໜ່ວຍງານຄື:

  • ໜ່ວຍງານຄົ້ນຄວ້າສັງລວມ, ໂຄສະນາ, ນິຕິກຳທາງພາສີ;
  • ໜ່ວຍງານຄຸ້ມຄອງການປະຕິບັດຄະດີທາງພາສີ;
  • ໜ່ວຍງານຄຸ້ມຄອງການຄິດໄລ່ສົ່ງຄືນຄ່າພາສີ ແລະ ພັນທະອື່ນໆ;
  • ໜ່ວຍງານກວດກາ-ກວດການ ການປະຕິບັດລະບຽບກົດໝາຍ. ຂ້າງເທິງ

ມາດຕາ 7. ຫນ້າທີ່

  • ຄົ້ນຄວ້າ, ສ້າງ, ປັບປຸງແຜນຍຸດທະສາດ, ນະໂຍບາຍ, ລະບຽບກົດໝາຍກ່ຽວກັບພາສີ ແລະ ແຜນການພັດທະນາວຽກງານພາສີ ເພື່ອນຳສະເໜີຫົວຫນ້າ ກົມພາສີພິຈາລະນາ.
  • ຈັດຕັ້ງຜັນຂະຫຍາຍ, ໂຄສະນາເຜີຍແຜ່ກົດໝາຍ, ມະຕິຄຳສັ່ງ ແລະ ນະໂຍບາຍຕ່າງໆກ່ຽວກັບພາສີ.
  • ຄຸ້ມຄອງ, ກວດກາ, ຕິດຕາມ, ສະຫຼຸບສັງລວມການສະສາງຄະດີພາສີໃນຂອບເຂດທົ່ວປະເທດ.
  • ປະກອບສຳນວນຄະດີທາງພາສີເພື່ອຍື່ນໃຫ້ໄອຍະການ ຫລື ສານ.
  • ເຂົ້າຮ່ວມໃນການດຳເນີນຄະດີທີ່ມີສ່ວນພົວພັນກ່ຽວຂ້ອງກັບວຽກງານພາສີຢູ່ໃນສານຂັ້ນຕ່າງໆ ຕາມການເຊີນຂອງພາກສ່ວນກ່ຽວຂ້ອງ.
  • ຄົ້ນຄວ້າພິຈາລະນາໄລ່ລຽງການສົ່ງຄືນເງິນຄ່າພາສີ ແລະ ພັນທະອື່ນໆ ຕາມທີ່ກຳນົດໄວ້ໃນ ມາດຕາ 11, 12, 13 ຂອງດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 362/ນຍ ວັນທີ19/10/2007.
  • ຕິດຕາມ, ກວດກາ-ກວດການບັນດາພະແນກອ້ອມຂ້າງກົມພາສີ, ບັນດາພາສີປະຈຳເຂດ, ດ່ານພາສີຊາຍແດນ, ໜ່ວຍກວດກາພາສີເຄື່ອນທີ່ ແລະ ພາສີ ກ່ຽວກັບການຈັດຕັ້ງປະຕິບັດລະບຽບ ກົດໝາຍພາສີ.
  • ປະສານສົມທົບກັບພະແນກການຕ່າງໆອ້ອມຂ້າງກົມພາສີ ໃນການປະຕິບັດຫນ້າທີ່ຂອງຕົນໃຫ້ປະສົບຜົນສຳເລັດ.
  • ຄຸ້ມຄອງກວດກາ, ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ຫັນເປັນທັນສະໄໝໃນການບໍລິຫານວຽກງານຂອງພະແນກ.
  • ເຂົ້າຮ່ວມ, ປະຊຸມ, ສຳມະນາພາຍໃນ ແລະ ຕ່າງປະເທດກ່ຽວກັບການສ້າງ, ປັບປຸງລະບຽບນິຕິກຳພາສີການແກ້ໄຂສະສາງຄະດີ ແລະ ແກ້ໄຂຄຳສະເໜີ ຄືນຂອງຜູ້ແຈ້ງພາສີ.
  • ສະຫຼຸບ, ລາຍງານວຽກງານການເຄື່ອນໄຫວຂອງພະແນກ, ປະຈຳອາທິດ, ເດືອນ, ງວດ ແລະ ສົກປີ.
  • ສະເໜີຍ້ອງຍໍຊົມເຊີຍ, ປະຕິບັດວິໃນ, ຄຸ້ມຄອງກວດກາ-ກວດການໃນການປະຕິບັດຫນ້າທີ່ວຽກງານຂອງພະນັກງານພາຍໃນພະແນກ.
  • ປະຕິບັດຫນ້າທີ່ວຽກງານອື່ນໆ ຕາມການມອບໝາຍຈາກຫົວຫນ້າກົມພາສີ. ຂ້າງເທິງ

ມາດຕາ 8. ຂອບເຂດສິດ

  • ສະເໜີ, ປັບປຸງກົດໝາຍວ່າດ້ວຍພາສີ ແລະ ລະບຽບການອື່ນໆ ທີ່ເຫັນບໍ່ສອດຄ່ອງກັບສະພາບການຈັດຕັ້ງປະຕິບັດວຽກງານ, ໃນແຕ່ລະໄລຍະຕໍ່ຫົວຫນ້າກົມ ພາສີເພື່ອພິຈາລະນາ.
  • ປະກອບຄຳເຫັນ, ຕົກລົງບັນຫາຕ່າງໆ ແລະ ເຊັນຢັ້ງຢືນຄວາມຖືກຕ້ອງຂອງບັນດາເອກະສານຕາມການມອບໝາຍ ໂດຍສອດຄ່ອງກັບລະບຽບກົດໝາຍ.
  • ຄຸ້ມຄອງ ແລະ ບຳລຸງຮັກສາ, ພາຫະນະ, ວັດຖຸອຸປະກອນ ແລະ ເຄື່ອງມືເຂົ້າໃນວຽກງານຂອງພະແນກ.
  • ສະເໜີແຜນບຳລຸງ, ກໍ່ສ້າງ, ຈັດວາງ, ແຕ່ງຕັ້ງ, ຍົກຍ້າຍ, ຊັບຊ້ອນໝູນວຽນພະນັກງານພາຍໃນພະແນກ.
  • ປະຕິບັດສິດອື່ນໆ ຕາມການມອບໝາຍຈາກຫົວໜ້າກົມພາສີ. ຂ້າງເທິງ

ໝວດທີ 3
ພະແນກຂໍ້ມູນຂ່າວສານ ແລະ ແຜນການ

ມາດຕາ 9. ທີ່ຕັ້ງ ແລະ ພາລະບົດບາດ
   ພະແນກຂໍ້ມູນຂ່າວສານ ແລະ ແຜນການແມ່ນພະແນກໜຶ່ງທີ່ນອນຢູ່ໃນກົງຈັກຊ່ວຍວຽກຂອງກົມພາສີ ມີພາລະບົດບາດເປັນເສນາທິການໃຫ້ຫົວຫນ້າກົມພາສີ ໃນການຄົ້ນຄວ້າສ້າງແຜນລາຍຮັບພາສີ ຂອງແຕ່ລະສົກປີງົບປະມານ, ສັງລວມສະພາບການເກັບລາຍຮັບພາສີ, ຄຸ້ມຄອງລະບົບບັນຊີພາສີ, ເກັບກຳຕົວເລກສະຖິຕິ ກ່ຽວກັບການສົ່ງອອກ-ນຳເຂົ້າສິນຄ້າ, ເຄື່ອງຂອງໃນທົ່ວປະເທດ ສະຫນອງຂໍ້ມູນໃຫ້ແກ່ການຄົ້ນຄວ້າວິໄຈ ໃນການພັດທະນາເສດຖະກິດ, ຄຸ້ມຄອງ ແລະ ພັດທະນາ ລະບົບເຄືອຂ່າຍຂໍ້ມູນຂ່າວສານຂອງພາສີໃນຂອບເຂດທົ່ວປະເທດ. ຂ້າງເທິງ

ມາດຕາ 10. ໂຄງປະກອບກົງຈັກຊ່ວຍວຽກ
   ພະແນກຂໍ້ມູນຂ່າວສານ ແລະ ແຜນການປະກອບມີ 3 ໜ່ວຍງານຄື:

  • ໜ່ວຍງານຄົ້ນຄວ້າ, ສັງລວມສະຖິຕິ.
  • ໜ່ວຍງານແຜນການລາຍຮັບ.
  • ໜ່ວຍງານຄຸ້ມຄອງລະບົບເຄືອຂ່າຍຂໍ້ມູນຂ່າວສານ. ຂ້າງເທິງ

ມາດຕາ 11. ຫນ້າທີ່

  • ຄົ້ນຄວ້າ, ສ້າງ, ປັບປຸງແຜນການເກັບລາຍຮັບພາສີ ແລະ ພັນທະອື່ນໆປະຈຳເດືອນ, ງວດ, 6 ເດືອນ ແລະ ສົກປີຂອງບັນດາດ່ານພາສີ ໃນຂອບເຂດທົ່ວ ປະເທດ ແລະ ມາດຕະການຕ່າງໆກ່ຽວກັບການຈັດຕັ້ງປະຕິບັດແຜນການເກັບລາຍຮັບພາສີ ແລະ ພັນທະອື່ນໆ ທີ່ຂັ້ນເທິງມອບໝາຍໃຫ້ເຂົ້າງົບປະມານ ສູນກາງຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ.
  • ຄົ້ນຄ້ວາ, ກຳນົດໃບແຈ້ງພາສີ, ປື້ມບັນຊີຕ່າງໆ, ແບບພິມໃບແຈ້ງພາສີ ໃຫ້ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບລະບົບເຄືອຂ່າຍຂໍ້ມູນຂ່າວສານ ເພື່ອສະເໜີຮັບຮອງເອົາເປັນລະບຽບການ.
  • ສັງລວມຂໍ້ມູນສະຖິຕິກ່ຽວກັບການນຳເຂົ້າ-ສົ່ງອອກ, ການຜ່ານຊາຍແດນ ແລະ ຂໍ້ມູນອື່ນໆ ເພື່ອສະໜອງໃຫ້ແກ່ການຄົ້ນຄວ້າວິໄຈຜົນຂອງການຈັດຕັ້ງປະຕິບັດ ແຜນການລາຍຮັບພາສີ ແລະ ພັນທະປະຈຳອາທິດ, ເດືອນ, ງວດ, 6 ເດືອນ ແລະ ສົກປີທົ່ວປະເທດ.
  • ຄຸ້ມຄອງ, ຕິດຕາມ, ຊຸກຍູ້, ເລັ່ງທວງການຄ້າປະກອບການແຈ້ງພາສີ ເປັນລາຍລະອຽດໃນຂອບເຂດທົ່ວປະເທດ.
  • ຄຸ້ມຄອງ, ພັດທະນານຳໃຊ້ ແລະ ບຳລຸງຮັກສາລະບົບເຄືອຂ່າຍຂໍ້ມູນຂ່າວສານ ໃນທົ່ວປະເທດ.
  • ຕິດຕາມ, ກວດກາ-ກວດການກ່ຽວກັບການບັນທຶກຂໍ້ມູນສະຖິຕິ ການສັງລວມຕົວເລກລາຍຮັບ ແລະ ການສະຫຼຸບບັນຊີປະຈຳເດືອນ, ງວດ, ສົກປີຂອງພາສີ ທົ່ວປະເທດ.
  • ປະສານສົມທົບກັບພະແນກການອ້ອມຂ້າງກົມພາສີ, ບັນດາພາສີປະຈຳເຂດ, ດ່ານຊາຍແດນ ແລະ ປ້ອມພາສີໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີຜົນ ສຳເລັດ.
  • ເຂົ້າຮ່ວມປະຊຸມສຳມະນາຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບວຽກງານການສ້າງແຜນລາຍຮັບ, ການເກັບລາຍຮັບ, ການຄຸ້ມຄອງສັງລວມ, ລະບົບບັນຊີ-ສະຖິຕິ ສິນຄ້າເຄື່ອງຂອງ, ລະບົບເຄືອຂ່າຍຂໍ້ມູນຂ່າວສານ.
  • ສະຫຼຸບ, ລາຍງານການເຄື່ອນໄຫວຂອງພະແນກປະຈຳອາທິດ, ເດືອນ, ງວດ ແລະ ສົກປີ.
  • ສະເໜີ, ຍ້ອງຍໍ, ຊົມເຊີຍ, ຄຸ້ມຄອງ, ປະຕິບັດວິໄນ, ກວດກາ-ກວດການ ໃນການປະຕິບັດຫນ້າທີ່ວຽກງານຂອງພະນັກງານພາຍໃນພະແນກ.
  • ປະຕິບັດຫນ້າທີ່ອື່ນໆຕາມການມອບໝາຍ ຈາກຫົວຫນ້າກົມພາສີ. ຂ້າງເທິງ

ມາດຕາ 12. ຂອບເຂດສິດ

  • ສະເໜີ, ປັບປຸງກົົດໝາຍວ່າດ້ວຍພາສີ ແລະ ລະບຽບການອື່ນໆ ທີ່ເຫັນບໍ່ສອດຄ່ອງກັບສະພາບການຈັດຕັ້ງ ປະຕິບັດໃນແຕ່ລະໄລຍະຕໍ່ຫົວຫນ້າກົມພາສີ ເພື່ອພິຈາລະນາ.
  • ປະກອບຄຳເຫັນ, ຕົກລົງບັນຫາຕ່າງໆ ແລະ ເຊັນຢັ້ງຢືນຄວາມຖືກຕ້ອງຂອງບັນດາເອກະສານຕາມການມອບໝາຍ ໂດຍສອດຄ່ອງກັບລະບຽບກົດຫມາຍ.
  • ຄຸ້ມຄອງ, ນຳໃຊ້, ບຳລຸງຮັກສາ, ພາຫະນະ, ວັດຖຸອຸປະກອນ ແລະ ເຄື່ອງມືເຂົ້າໃນວຽກງານຂອງພະແນກ.
  • ສະເໜີ, ບຳລຸງ, ກໍ່ສ້າງ, ຈັດວາງ, ແຕ່ງຕັ້ງ, ຍົກຍ້າຍຊັບຊ້ອນໝູນວຽນພະນັກງານພາຍໃນພະແນກ.
  • ປະຕິບັດສິດອື່ນໆ ຕາມການມອບໝາຍຈາກຫົວຫນ້າກົມພາສີ. ຂ້າງເທິງ

ໝວດທີ 4
ພະແນກຕ້ານ ແລະ ສະກັດກັ້ນການລັກລອບໜີພາສີ

ມາດຕາ 13. ທີ່ຕັ້ງ ແລະ ພາລະບົດບາດ
   ພະແນກຕ້ານ ແລະ ສະກັດກັ້ນການລັກລອບໜີພາສີ ແມ່ນພະແນກໜຶ່ງທີ່ນອນຢູ່ໃນກົງຈັກຊ່ວຍວຽກ ຂອງກົມພາສີ, ມີພາລະບົດບາດເປັນເສນາທິການໃຫ້ແກ່ ຫົວຫນ້າກົມພາສີໃນວຽກງານກວດກາ ແລະ ສະກັດກ້ານການຄ້າເຖື່ອນ, ຄ້າຂາຍສິນຄ້າປະເພດຕ້ອງຫ້າມ, ສິນຄ້າລະເມີດລິຂະສິດທາງປັນຍາ, ການຫລົບຫລີກພາສີ, ການດຳເນີນຄະດີທາງພາສີ, ຄຸ້ມຄອງການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງປະຕິບັດມາດຕະການຕໍ່ຜູ້ລະເມີດ. ຂ້າງເທິງ

ມາດຕາ 14. ໂຄງປະກອບກົງຈັກຊ່ວຍວຽກ
   ພະແນກຕ້ານ ແລະ ສະກັດກັ້ນການລັກລອບໜີພາສີປະກອບມີ 3 ໜ່ວຍງານຄື :

  • ໜ່ວຍງານສັງລວມ ແລະ ສະສາງຄະດີ.
  • ໜ່ວຍງານສືບສວນ-ສອບສວນ.
  • ໜ່ວຍງານພາສີເຄື່ອນທີ່ ແລະ ປ້ອມພາສີ.

   ນອກນັ້ນບັນດາໜ່ວຍງານພາສີເຄື່ອນທີ່ ແລະ ພາສີທົ່ວປະເທດແມ່ນພາຍໃຕ້ການຊີ້ນໍາວຽກງານວິຊາສະເພາະໂດຍກົງຈາກພະແນກ. ຂ້າງເທິງ

ມາດຕາ 15. ຫນ້າທີ່

  • ຄົ້ນຄວ້າ, ວາງແຜນກຳນົດບັນດາກົນໄກ ການຈັດຕັ້ງປະຕິບັດວຽກງານ ກ່ຽວກັບການເຄື່ອນໄຫວກວດກາ ແລະ ສະກັດກັ້ນການຄ້າເຖື່ອນ, ຄ້າຂາຍສິນຄ້າ ປະເພດຕ້ອງຫ້າມ, ການຫລົບຫລີກພາສີ, ການດຳເນີນຄະດີ, ຄຸ້ມຄອງການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ ແລະ ມາດຕະການຕໍ່ຜູ້ລະເມີດໃນຂອບເຂດທົ່ວ ປະເທດເພື່ອນຳສະເໜີໃຫ້ຫົວຫນ້າກົມພາສີພິຈາລະນາ.
  • ຈັດວາງຕາໜ່າງ ເພື່ອກຳແຫລ່ງຂ່າວການລັກລອບເຄື່ອງຂອງຫລົບຫລີກໜີພາສີໃນຂອບເຂດທົ່ວປະເທດ.
  • ເກັບກຳ, ສັງລວມ, ວິເຄາະວິໄຈຕໍ່ກັບແຫລ່ງຂ່າວການລັກລອບສິນຄ້າ, ເຄື່ອງຂອງຫຼົບຫຼີກໜີພາສີໃນຂອບເຂດທົ່ວປະເທດ.
  • ສະກັດກັ້ນການຄ້າຂາຍເຖື່ອນ, ຄ້າຂາຍສິນຄ້າຕ້ອງຫ້າມ, ສິນຄ້າຫຼົບຫຼີກພາສີ, ສິນຄ້າລະເມີດລິຂະສິດທາງປັນຍາ.
  • ຢຶດ, ອາຍັດ, ເກັບຮັກສາສິນຄ້າເຄື່ອງຂອງທີ່ເປັນຂອງກາງຄະດີທາງພາສີ.
  • ສືບສວນ, ສອບສວນ, ສະສາງຄະດີທາງພາສີ.
  • ສົ່ງສຳນວນການສະສາງຄະດີໃຫ້ພະແນກນິຕິກຳກົມພາສີ ເພື່ອກວດກາຄືນການດຳເນີນສະສາງຄະດີ.
  • ປະກອບສຳນວນຄະດີສົ່ງໃຫ້ພະແນກນິຕິກຳຍື່ນຕໍ່ໄອຍະການເພື່ອສັ່ງຟ້ອງຂື້ນສານ.
  • ປະສານ, ສົມທົບ ແລະ ສະເໜີກັບຂະແໜງການສູນກາງ ແລະ ທ້ອງຖີ່ນໃນການກວດກາ ແລະ ສະກັດກັ້ນການຄ້າເຖື່ອນຕາມການມອບໝາຍ.
  • ຄຸ້ມຄອງ, ກວດກາ-ກວດການວຽກງານວິຊາສະເພາະຂອງພາສີປະຈຳເຂດ, ດ່ານພາສີຊາຍແດນ, ໜ່ວຍງານພາສີເຄື່ອນທີ ແລະ ປ້ອມພາສີໃນຂອບເຂດ ທົ່ວປະເທດ.
  • ເກັບກຳ, ສັງລວມສະຖິຕິລັກລອບ ແລະ ປະຫວັດຜູ້ກະທຳຜິດທາງພາສີໃນຂອບເຂດທົ່ວປະເທດ.
  • ເຂົ້າປະຊຸມ, ສຳມະນາຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການລັກລອບໜີພາສີ ປະສານສົມທົບກັບບັນດາພະແນກການອ້ອມ ຂ້າງກົມພາສີ ໃນການປະຕິບັດຫນ້າທີ່ວຽກງານຂອງຕົນໃຫ້ມີຜົນສຳເລັດ.
  • ຄຸ້ມຄອງ, ຕິດຕາມກວດກາການນຳໃຊ້ພາຫະນະ, ວັດຖຸອຸປະກອນຕ່າງໆ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ຫັນເປັນທັນສະໄໝໃນການບໍລິຫານວຽກງານຂອງ ພະແນກ.
  • ສະຫຼຸບ, ລາຍງານວຽກງານການເຄື່ອນໄຫວ, ວຽກງານຂອງພະແນກປະຈຳອາທິດ, ເດືອນ, ງວດ, ສົກປີ.
  • ສະເໜີຍ້ອງຍໍຊົມເຊີຍ, ປະຕິບັດວິໃນ, ກວດກາ, ກວດການ ໃນການປະຕິບັດຫນ້າທີ່ວຽກງານຂອງພະນັກງານພາຍໃນພະແນກ.
  • ປະຕິບັດຫນ້າທີ່ອື່ນໆ ຕາມການມອບໝາຍຈາກຫົວໜ້າກົມພາສີ. ຂ້າງເທິງ

ມາດຕາ 16. ຂອບເຂດສິດ

  • ສະເໜີ, ປັບປຸງກົດໝາຍວ່າດ້ວຍພາສີ ແລະ ລະບຽບການອື່ນໆທີ່ເຫັນວ່າສອດຄ່ອງກັບ ສະພາບການຈັດຕັ້ງປະຕິບັດແຕ່ລະໄລຍະຕໍ່ຫົວຫນ້າກົມພາສີ ເພື່ອພິຈາລະນາ.
  • ປະກອບຄຳເຫັນ, ຕົກລົງບັນຫາຕ່າງໆ ແລະ ເຊັນຢັ້ງຢືນຄວາມຖືກຕ້ອງຂອງບັນດາເອກະສານຕາມການມອບໝາຍ ໂດຍສອດຄ່ອງກັັບລະບຽບກົດໝາຍ.
  • ຄຸ້ມຄອງ, ໃຊ້ຄັງວິຊາການພາສີຕາມການອະນຸມັດນຳໃຊ້ບຳລຸງຮັກສາ, ວັດຖຸອຸປະກອນ ແລະ ເຄື່ອງມືໃນວຽກງານຂອງພະແນກ.
  • ສະເໜີຂໍການຊ່ວຍເຫຼືອໃຫ້ການຮ່ວມມືຈາກພາກສ່ວນກ່ຽວຂ້ອງອົງການປົກຄອງ, ກຳລັງປະກອບອາວຸດ ແລະ ປະຊາຊົນໃນການຈັດຕັ້ງປະຕິບັດຫນ້າທີ່ຂອງຕົນ ຕາມລະບຽບກົດໝາຍ.
  • ມີສິດຖື, ນຳໃຊ້ອາວຸດ, ອຸປະກອນສື່ສານ ແລະ ເຄື່ອງມືທີ່ຈຳເປັນທີ່ທາງລັດຖະການປະກອບໃຫ້.
  • ສະເໜີແຜນ, ບຳລຸງ, ກໍ່ສ້າງ, ຈັດວາງ, ແຕ່ງຕັ້ງຍົກຍ້າຍ, ຊັບຊ້ອນ, ໝູນວຽນພະນັກງານໃນພະແນກ.
  • ປະຕິບັດສິດອື່ນໆ ຕາມການມອບໝາຍຈາກກົມພາສີ. ຂ້າງເທິງ

ໝວດທີ 5
ພະແນກກວດຄືນການແຈ້ງພາສີ

ມາດຕາ 17. ທີ່ຕັ້ງ ແລະ ພາລະບົດບາດ
   ພະແນກກວດກາຄືນການແຈ້ງພາສີ ແມ່ນພະແນກໜຶ່ງທີ່ນອນຢູ່ໃນກົງຈັກຊ່ວຍວຽກຂອງກົມພາສີ ມີພາລະບົດບາດເປັນເສນາທິການໃຫ້ຫົວຫນ້າກົມພາສີ ໃນການ ກວດຄືນທຸກໆລະບອບໃບແຈ້ງພາສີ ພາຍຫຼັງທີ່ໄດ້ບັນທຶກໃບແຈ້ງພາສີເປັນລາຍລະອຽດ ແລະ ແຕ່ລະວັນທີທີ່ສິນຄ້າ, ເຄື່ອງຂອງໄດ້ອອກຈາກສາງ ແລະ ດ່ານ ພາສີເປັນຕົ້ນໄປ ແນໃສ່ເພື່ອຕ້ານ ແລະ ສະກັດກັ້ນການປິດບັງ, ເຊື່ອງອຳ, ຫຼົບຫຼີກຄ່າພາສີ ແລະ ພັນທະອື່ນໆ, ວິເຄາະໄຈ້ແຍກຊະນິດສິນຄ້າ, ເຄື່ອງຂອງ ເພື່ອກຳນົດລະຫັດ ແລະ ຕົ້ນກຳເນີດ. ຂ້າງເທິງ

ມາດຕາ 18. ໂຄງປະກອບກົງຈັກຊ່ວຍວຽກ
   ພະແນກກວດກາຄືນການແຈ້ງພາສີປະກອບມີ 3 ໜ່ວຍງານຄື:

  • ໜ່ວຍງານສັງລວມ ແລະ ສະສາງຄະດີ.
  • ໜ່ວຍງານກວດກາຄືນການແຈ້ງພາສີ.
  • ໜ່ວຍງານສືບສວນ-ສອບສວນ. ຂ້າງເທິງ

ມາດຕາ 19. ໜ້າທີ່

  • ຄົ້ນຄ້ວາ, ວາງແຜນການຈັດຕັ້ງປະຕິບັດໜ່ວຍງານການກວດກາຄືນການແຈ້ງພາສີ ແລະ ມາດຕະການຕໍ່ຜູ້ລະເມີດໃນຂອບເຂດທົ່ວປະເທດ ເພື່ອນຳສະເໜີໃຫ້ ຫົວຫນ້າກົມພາສີ ພິຈາລະນາ.
  • ຈັດຕັ້ງປະຕິບັດ, ກວດກາຄືນຂໍ້ມູນແຈ້ງພາສີເປັນລາຍລະອຽດເຊັ່ນ: ຈຳນວນ, ຊະນິດ, ຍີ່ຫໍ້, ຂະຫນາດ, ບໍລິມາດ, ແຫ່ລງກຳເນີດ, ມູນຄ່າແຈ້ງພາສີ, ການຈັດ ລະຫັດສິນຄ້າ, ອັດຕາແລກປ່ຽນ, ອັດຕາພາສີ-ອາກອນ, ພັນທະ ແລະ ຂໍ້ມູນອື່ນໆຂອງສິນຄ້າ, ເຄື່ອງຂອງ ພ້ອມເອກະສານປະກອບການແຈ້ງພາສີ ເປັນລາຍລະອຽດ.
  • ວິເຄາະໄຈ້ແຍກຊະນິດສິນຄ້າ, ເຄື່ອງຂອງ ເພື່ອກຳນົດການຈັດລະຫັດ ແລະ ຕົ້ນກຳເນີດ.
  • ເກັບກຳ, ກວດກາກ່ຽວກັບສິນຄ້າ, ເຄື່ອງຂອງຢູ່ໃນສະຖານທີ່ດຳເນີນທຸລະກິດ ພ້ອມເອກະສານທີ່ກ່ຽວຂ້ອງໃນການສົ່ງອອກ-ນຳເຂົ້າ.
  • ຄຸ້ມຄອງ, ເກັບມ້ຽນໃບແຈ້ງພາສີເປັນລາຍລະອຽດພ້ອມເອກະສານປະກອບ.
  • ຄຸ້ມຄອງ, ຕິດຕາມ, ກວດກາ, ວຽກງານວິຊາສະເພາະຂອງບັນດາໜ່ວຍງານກວດກາຄືນການແຈ້ງພາສີໃນທົ່ວປະເທດ.
  • ເລັ່ງທວງໃຫ້ຜູ້ສົ່ງອອກ-ນຳເຂົ້າ ຫລື ຕົວແທນໃຫ້ມາຊໍາລະສະສາງຄ່າພາສີ ແລະ ພັນທະອື່ນທີ່ຜິດດ່ຽງຕາມຜົນການກວດກາຄືນໃໝ່ ແລະ ນຳໃຊ້ມາດຕະ ການທີ່ລະບຽບກົດໝາຍໄດ້ກຳນົດຕໍ່ຜູ້ລະເມີດ.
  • ສືບສວນ-ສອບສວນ, ດຳເນີນການສະສາງຄະດີກ່ຽວກັບການແຈ້ງພາສີບໍ່ຖືກຕ້ອງເຊີ່ງມີຜົນສະທ້ອນຕໍ່ຄ່າພາສີ ແລະ ພັນທະອື່ນໆ.
  • ສົ່ງສຳນວນການສະສາງຄະດີໃຫ້ພະແນກນິຕິກຳ ແລະ ກົມພາສີ ເພື່ອກວດກາຄືນການດຳເນີນການສະສາງຄະດີ.
  • ປະກອບສຳນວນຄະດີສົ່ງພະແນກນິຕິກຳກົມພາສີຍືນຕໍ່ໄອຍະການ ເພື່ອສັ່ງຟ້ອງຂື້ນສານ.
  • ປະສານສົມທົບ ແລະ ສະເໜີຂະແໜງການສູນກາງ ແລະ ທ້ອງຖິ່ນໃນການກວດສອບບັນດາບໍລິສັດທີ່ນອນໃນເປົ້າໝາຍຕາມການມອບໝາຍຈາກຫົວຫນ້າກົມ ພາສີ.
  • ເຂົ້າຮ່ວມປະຊຸມ, ສຳມະນາຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບວຽກງານກວດກາຄືນການແຈ້ງພາສີ.
  • ປະສານສົມທົບກ່ຽວກັບພະແນກການຕ່າງໆອ້ອມຂ້າງກົມພາສີ ແລະ ພາສີປະຈຳເຂດ, ດ່ານພາສີຊາຍແດນ, ໜ່ວຍງານພາສີເຄື່ອນທີ່ ແລະ ປ້ອມພາສີ ໃນການປະຕິບັດຫນ້າທີ່ຂອງຕົນໃຫ້ມີຜົນສຳເລັດ. 
  • ຄຸ້ມຄອງ, ຕິດຕາມ, ກວດກາການນຳໃຊ້ວັດຖຸອຸປະກອນຕ່າງໆ, ເຕັກໂນໂລຢີ, ຂໍ້ມູນຂ່າວສານ ແລະ ຫັນເປັນທັນສະໄໝ ໃນການບໍລິການວຽກງານຂອງ ພະແນກ.
  • ສະຫຼຸບລາຍງານວຽກງານການເຄື່ອນໄຫວຂອງພະແນກປະຈຳອາທິດ, ເດືອນ, ງວດ ແລະ ສົກປີ.
  • ສະເໜີ, ຍ້ອງຍໍ, ການປະຕິບັດວິໄນ, ຄຸ້ມຄອງກວດກາ-ກວດການໃນການປະຕິບັດຫນ້າທີ່ວຽກງານຂອງພະນັກງານພາຍໃນພະແນກ,
  • ປະຕິບັດຫນ້າທີ່ອື່ນໆ ຕາມການມອບໝາຍຈາກຫົວໜ້າກົມພາສີ. ຂ້າງເທິງ

ມາດຕາ 20. ຂອບເຂດສິດ

  • ສະເໜີ, ປັບປຸງກົດໝາຍວ່າດ້ວຍພາສີ ແລະ ລະບຽບການອື່ນໆທີ່ເຫັນວ່າສອດຄ່ອງກັບສະພາບການຈັດຕັ້ງປະຕິບັດແຕ່ລະໄລຍະຕໍ່ຫົວຫນ້າກົມພາສີ ເພື່ອພິຈາລະນາ.
  • ປະກອບຄຳເຫັນ, ຕົກລົງບັນຫາຕ່າງໆ ແລະ ເຊັນຢັ້ງຢືນຄວາມຖືກຕ້ອງຂອງບັນດາເອກະສານຕາມການມອບໝາຍ ໂດຍສອດຄ່ອງກັບລະບຽບກົດໝາຍ.
  • ຄຸ້ມຄອງ, ໃຊ້ຄັງວິຊາການພາສີຕາມການອະນຸມັດນຳໃຊ້ບຳລຸງຮັກສາ, ວັດຖຸອຸປະກອນ ແລະ ເຄື່ອງມືໃນວຽກງານຂອງພະແນກ.
  • ສະເໜີຫົວຫນ້າກົມພາສີຮຽກພະນັກງານພາສີທີ່ກ່ຽວຂ້ອງມາຊີ້ແຈງ ແລະ ໃຫ້ຂໍ້ມູນເພີ່ມເຕີມກ່ຽວກັບຜົນການອອກກວດຄືນ.
  • ສະເໜີແຜນ, ບຳລຸງ, ກໍ່ສ້າງ, ຈັດວາງ, ແຕ່ງຕັ້ງ, ຍົກຍ້າຍຊັບຊ້ອນໝູນວຽນພະນັກງານໃນພະແນກ.
  • ປະຕິບັດສິດອື່ນໆ ຕາມການມອບໝາຍຈາກກົມສີ. ຂ້າງເທິງ

ໝວດທີ 6
ພະແນກຄຸ້ມຄອງການສົ່ງອອກ-ນຳເຂົ້າ

ມາດຕາ 21. ທີ່ຕັ້ງ ແລະ ພາລະບົດບາດ
   ພະແນກຄຸ້ມຄອງການນໍາເຂົ້າ-ສົ່ງອອກ ແມ່ນພະແນກໜຶ່ງທີ່ນອນຢູ່ໃນກົງຈັກຊ່ວຍວຽກຂອງກົມພາສີ ມີພາລະບົດບາດເປັນເສນາທິການໃຫ້ຫົວຫນ້າກົມພາສີ ໃນການຄຸ້ມຄອງດ້ານວິຊາການ, ການປະເມີນແຈ້ງພາສີ ຕາມລະບຽບຂອງອົງກອນການຄ້າໂລກ, ການຈັດລະຫັດ, ຕົ້ນກຳເນີດສິນຄ້າ, ເຄື່ອງຂອງ, ການຫຼຸດຜ່ອນ, ຍົກເວັ້ນ, ງົດເກັບຄ່າພາສີ ແລະ ພັນທະອາກອນອື່ນໆ, ແກ້ໄຂສິນຄ້າ, ເຄື່ອງຂອງທີ່ຢູ່ໃນການຄວບຄຸມສະເພາະຂອງພາສີ ໃນຂອບເຂດທົ່ວປະເທດ. ຂ້າງເທິງ

ມາດຕາ 22. ໂຄງປະກອບກົງຈັກຊ່ວຍວຽກ
   ພະແນກຄຸ້ມຄອງການສົ່ງອອກ-ນໍາເຂົ້າປະກອບມີ 3 ໜ່ວຍງານຄື:

  • ໜ່ວຍງານຄຸ້ມຄອງດ່ານ, ກວດກາ-ກວດການ ແລະ ສັງລວມ.
  • ໜ່ວຍງານພິທິການທາງພາສີ ແລະ ມູນຄ່າແຈ້ງພາສີ.
  • ໜ່ວຍງານງົດເກັບ, ຍົກເວັ້ນ ແລະ ຫຼຸດຜ່ອນພາສີ ແລະ ພັນທະອື່ນໆ. ຂ້າງເທິງ

ມາດຕາ 23. ໜ້າທີ່

  • ຄົ້ນຄ້ວາ, ສ້າງ, ປັບປຸງ, ບັນດາກົນໄກຄຸ້ມຄອງການນຳເຂົ້າ-ສົ່ງອອກສິນຄ້າ, ເຄື່ຶອງຂອງ, ຜ່ານດ່ານໃຫ້ສະດວກວ່ອງໄວ ແລະ ສອດຄ່ອງກັບລະບຽບ ກົດໝາຍ ເພື່ອນຳສະເໜີໃຫ້ຫົວຫນ້າກົມພາສີພິຈາລະນາ.
  • ໂຄສະນາເຜີຍແຜ່, ຈັດຕັ້ງປະຕິບັດ, ລະບຽບກົດໝາຍ ກ່ຽບກັບຂັ້ນຕອນການແຈ້ງພາສີ, ມູນຄ່າແຈ້ງພາສີ, ການຈັດລະຫັດ, ຕົ້ນກຳເນີດສິນຄ້າ, ເຄື່ອງຂອງ, ການຫຼຸດຜ່ອນ, ງົດເກັບ, ຍົກເວັ້ນຄ່າພາສີ ແລະ ພັນທະອື່ນໆ.
  • ຄຸ້ມຄອງ, ກວດກາ-ກວດການດ້ານວິຊາສະເພາະຂອງພາສີປະຈຳເຂດ, ບັນດາດ່ານພາສີຊາຍແດນ.
  • ສັງລວມ, ຕິດຕາມ, ກວດກາ ແລະ ລາຍງານສິນຄ້າ ຢູ່ໃນການຄວບຄຸມສະເພາະຂອງພາສີ ໃຫ້ຫົວຫນ້າກົມພາສີ.
  • ຄົ້ນຄ້ວາການຈັດລະຫັດສິນຄ້າ, ເຄື່ອງຂອງ ໃນກໍລະນີການເກີດມີຂໍ້ຂັດແຍ່ງ ຫລື ເປັນການນຳເຂົ້າຜະລິດຕະພັນຊະນິດໃໝ່ຄັ້ງທຳອິດ.
  • ເຂົ້າຮ່ວມປະຊຸມ, ສຳມະນາຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບການກຳນົດລະບຽບຂັ້ນຕອນການແຈ້ງພາສີ, ມູນຄ່າແຈ້ງພາສີ, ການຈັດລະຫັດ, ແຫລ່ງ ກຳເນີດສິນຄ້າ, ເຄືຶ່ອງຂອງ, ລະບຽບການພາສີກ່ຽວກັບການສົ່ງອອກ-ນຳເຂົ້າ.
  • ກວດກາ ແລະ ພິຈາລະນາກ່ຽວກັບການຫລຸດຜ່ອນ, ງົດເກັບ, ຍົກເວັ້ນພາສີ ແລະ ພັນທະອື່ນໆຕາມລະບຽບກົດໝາຍວ່າດ້ວຍພາສີ, ລະບຽບກົດໝາຍ ຄຸ້ມຄອງ, ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.
  • ປະສານສົມທົບກັບພະແນກການຕ່າງໆອ້ອມຂ້າງກົມພາສີ ແລະ ການປະຕິໜ້າທີ່ວຽກງານຂອງຕົນໃຫ້ມີຜົນສຳເລັດ.
  • ຄຸ້ມຄອງ, ຕິດຕາມ, ກວດກາການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ຫັນເປັນທັນສະໄໝໃນການບໍລິຫານວຽກງານຂອງພະແນກ.
  • ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງພະແນກປະຈຳອາທິດ, ເດືອນ, ງວດ ແລະ ສົກປີ.
  • ສະເໜີຍ້ອງຍໍຊົມເຊີຍ, ປະຕິບັດວິໄນ, ຄຸ້ມຄອງ, ກວດກາ-ກວດການໃນການປະຕິບັດໜ້າທີ່ວຽກງານຂອງພະນັກງານພາຍໃນພະແນກ.
  • ສະເໜີຍ້ອງຍໍຊົມເຊີຍບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ມີຜົນງານໃນການຈັດຕັ້ງລະບຽບກົດໝາຍວ່າດ້ວຍພາສີ.
  • ປະຕິບັດຫນ້າທີ່ອື່ນໆ ຕາມການມອບໝາຍຈາກຫົວຫນ້າກົມພາສີ. ຂ້າງເທິງ

ມາດຕາ 24. ຂອບເຂດສິດ

  • ສະເໜີປັບປຸງກົດໝາຍວ່າດ້ວຍພາສີ ແລະ ລະບຽບການອື່ນໆທີ່ເຫັນວ່າສອດຄ່ອງກັບສະພາບການຈັດຕັ້ງປະຕິບັດ ແຕ່ລະໄລຍະຕໍ່ຫົວໜ້າກົມພາສີ ເພື່ອພິຈາລະນາ.
  • ປະກອບຄຳເຫັນ, ຕົກລົງບັນຫາຕ່າງໆ ແລະ ເຊັນຢັ້ງຢືນຄວາມຖືກຕ້ອງຂອງບັນດາເອກະສານຕາມການມອບໝາຍ ໂດຍສອດຄ່ອງກັບລະບຽບກົດໝາຍ.
  • ຄຸ້ມຄອງ, ນໍາໃຊ້ ແລະ ບຳລຸງຮັກສາພາຫະນະ, ວັດຖຸອຸປະກອນ ແລະ ເຄື່ອງມືເຂົ້າໃນວຽກງານຂອງພະແນກ.
  • ສະເໜີແຜນບຳລຸງ, ກໍ່ສ້າງ, ຈັດວາງ, ແຕ່ງຕັ້ງ, ຍົກຍ້າຍ, ຊັບຊ້ອນໝູນວຽນພະນັກງານພາຍໃນພະແນກ.
  • ປະຕິບັດສິດອື່ນໆ ຕາມການມອບໝາຍຈາກຫົວໜ້າກົມສີ. ຂ້າງເທິງ

ໝວດທີ 7
ພະແນກຮ່ວມມືພາສີສາກົນ

ມາດຕາ 25. ທີ່ຕັ້ງ ແລະ ພາລະບົດບາດ
   ພະແນກຮ່ວມມືພາສີສາກົນແມ່ນພະແນກໜຶ່ງທີ່ນອນຢູ່ໃນກົງຈັກເຮັດວຽກຂອງກົມພາສີ ມີພາລະບົດບາດເປັນເສນາທິການໃຫ້ຫົວໜ້າກົມພາສີ ໃນການຄົ້ນຄ້ວາ ບັນດານະໂຍບາຍຕ່າງໆຂອງກົມພາສີ ທີ່ຕິດພັນກັບນະໂຍບາຍພາສີສາກົນ ກ່ຽວກັບການອຳນວຍຄວາມສະດວກທາງດ້ານການຄ້າ, ການແລກປ່ຽນຂໍ້ມູນ ຂ່າວສານ, ສະເໜີແຜນການພົວພັນ, ຮ່ວມມື, ປະສານງານ, ເຈລະຈາ, ເຂົ້າຮ່ວມປະຊຸມ ທາງດ້ານວິຊາການ ໃນຂົງເຂດວຽກງານພາສີກັບບັນດາປະເທດ ສະມາຊິກອາຊຽນ, ອາເຊັມ, ອົງການພາສີໂລກ, ອົງການຈັດຕັ້ງສາກົນ, ການຮ່ວມມືສອງຝ່າຍ ຫລື ຫລາຍຝ່າຍ. ຂ້າງເທິງ

ມາດຕາ 26. ໂຄງປະກອບກົງຈັກຊ່ວຍວຽກ
   ພະແນກຮ່ວມມືພາສີສາກົນປະກອບມີ 3 ໜ່ວຍງານຄື:

  • ໜ່ວຍງານພົວພັນ ແລະ ສັງລວມ.
  • ໜ່ວຍງານຮ່ວມມືສາກົນສອງຝ່າຍ.
  • ໜ່ວຍງານຮ່ວມມືສາກົນຫຼາຍຝ່າຍ. ຂ້າງເທິງ

ມາດຕາ 27. ໜ້າທີ່

  • ເປັນເຈົ້າການຄົ້ນຄ້ວາ, ປັບປຸງ, ແຜນຍຸດທະສາດ, ນະໂຍບາຍ, ລະບຽບກົດໝາຍໃນຂົງເຂດວຽກງານພາສີສາກົນ, ເຂດການຄ້າເສລີອາຊຽນ, ການຄ້າ ສອງຝ່າຍ ແລະ ຫລາຍຝ່າຍ ເພື່ອສະເໜີຕໍ່ຫົວຫນ້າກົມພາສີພິຈາລະນາ.
  • ສະເໜີແຜນການເຂົ້າຮ່ວມກອງປະຊຸມ, ສຳມະນາ, ຝຶກອົບຮົມ, ທັດສະນະສຶກສາເຈລະຈາກັບສາກົນ ໃນການພົວພັນຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານ ພາສີ.
  • ເປັນຜູ້ຕາງຫນ້າກົມພາສີ ສປປລາວ ປະຈຳການຢູ່ຕ່າງປະເທດຕາມການມອບໝາຍ.
  • ພົວພັນ, ປະສານງານກັບຜູ້ຊ່ຽວຊານຕ່າງປະເທດທີ່ປະຈຳຢູ່ກົມພາສີ, ແປພາສາຕ່າງປະເທດ, ຮຽບຮຽງບັນດາເອກະສານທີ່ກ່ຽວຂ້ອງ.
  • ລາຍງານຜົນການຄົ້ນຄ້ວາກ່ຽວກັບແຜນການຫຼຸດຜ່ອນ ຫຼື ລົບລ້າງອັດຕາພາສີ ຕາມແຜນການຮ່ວມມືສອງຝ່າຍ ຫລື ຫຼາຍຝ່າຍທີ່ລັດຖະບານໄດ້ຮ່ວມລົງນາມຕໍ່ ຫົວໜ້າກົມພາສີ.
  • ຄົ້ນຄ້ວາ, ສະເໜີເງື່ອນໄຂພະນັກງານພາສີໄປເຄື່ອນໄຫວຢູ່ຕ່າງປະເທດ.
  • ປະສານສົມທົບ ແລະ ສະເໜີກັບຂະແໜງການສູນກາງ, ທ້ອງຖິ່ນໃນການຈັດຕັ້ງປະຕິບັດລະບຽບກົດໝາຍຕາມການມອບໝາຍຂອງກົມພາສີ.
  • ຕາງຫນ້າກົມພາສີເພື່ອປະສານງານໃນການພົວພັນ, ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ.
  • ປະສານສົມທົບກັບພະແນກການຕ່າງໆອ້ອມຂ້າງກົມພາສີ ໃນການປະຕິບັດຫນ້າທີ່ຂອງຕົນໃຫ້ມີຜົນສຳເລັດ.
  • ຄຸ້ມຄອງ, ຕິດຕາມ, ກວດກາການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ຫັນເປັນທັນສະໄໝໃນການບໍລິຫານວຽກງານຂອງພະແນກ.
  • ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງພະແນກປະຈຳອາທິດ, ເດືອນ, ງວດ,ແລະ ສົກປີ.
  • ສະເໜີຍ້ອງຍໍຊົມເຊີຍ, ປະຕິບັດວິໃນ, ຄຸ້ມຄອງ, ກວດກາ-ກວດການ ໃນການປະຕິບັດໜ້າທີ່ວຽກງານຂອງພະນັກງານພາຍໃນພະແນກ.
  • ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຈາກຫົວໜ້າກົມພາສີ. ຂ້າງເທິງ

ມາດຕາ 28. ຂອບເຂດສິດ

  • ສະເໜີປັບປຸງກົດໝາຍວ່າດ້ວຍພາສີ ແລະ ລະບຽບການອື່ນໆທີ່ເຫັນວ່າບໍ່ສອດຄ່ອງກັບສະພາບການຈັດຕັ້ງປະຕິບັດວຽກງານ ໃນແຕ່ລະໄລຍະຕໍ່ຫົວໜ້າກົມ ພາສີ ເພື່ອພິຈາລະນາ.
  • ປະກອບຄຳເຫັນ, ຕົກລົງບັນຫາຕ່າງໆ ແລະ ເຊັນຢັ້ງຢືນຄວາມຖືກຕ້ອງຂອງບັນດາເອກະສານຕາມການມອບໝາຍ ໂດຍສອດຄ່ອງກັບລະບຽບກົດໝາຍ.
  • ສະເໜີແຜນການຊ່ວຍເຫຼືອ, ຮ່ວມມືກັບສາກົນຕາມການມອບໝາຍ.
  • ຄຸ້ມຄອງ, ນຳໃຊ້ ແລະ ບຳລຸງຮັກສາພາຫະນະ, ວັດຖຸອຸປະກອນ ແລະ ເຄື່ອງມືເຂົ້າໃນວຽກງານຂອງພະແນກ.
  • ສະເໜີແຜນບຳລຸງ, ກໍ່ສ້າງ, ຈັດວາງ, ແຕ່ງຕັ້ງ, ຍົກຍ້າຍ, ສັບຊ້ອນໝູນວຽນພະນັກງານພາຍໃນພະແນກ.
  • ປະຕິບັດສິດອື່ນໆຕາມການມອບໝາຍຂອງຫົວໜ້າກົມພາສີ. ຂ້າງເທິງ

ໝວດທີ 8
ພາສີປະຈຳເຂດ

ມາດຕາ 29. ທີ່ຕັ້ງ ແລະ ພາລະບົດບາດ
   ພາສີປະຈໍາເຂດແມ່ນການຈັດຕັ້ງໜຶ່ງຂອງກົມພາສີປະຈໍາຢູ່ທ້ອງຖິ່ນ ມີພາລະບົດບາດເປັນເສນາທິການໃຫ້ຫົວຫນ້າກົມພາສີໃນການຄຸ້ມຄອງ, ກວດກາ-ກວດການ, ຊີ້ນຳດ້ານວິຊາສະເພາະ, ຕ້ານ ແລະ ສະກັດກັ້ນການລັກລອບຫຼົບຫຼີກສິນຄ້າໜີພາສີ, ການປິດບັງເຊື່ອງອຳຄ່າພາສີ ແລະ ພັນທະອື່ນໆ ແລະ ຊຸກຍູ້ການຈັດຕັ້ງ ປະຕິບັດລະບຽບກົດຫມາຍຂອງບັນດາດ່ານພາສີຊາຍແດນ, ໜ່ວຍງານເຄື່ຶອນທີ່, ປ້ອມພາສີພາຍໃນພາສີປະຈຳເຂດ, ຮັບຜິດຊອບໃນການ ຈັດເກັບລາຍຮັບ ແລະ ການອຳນວຍຄວາມສະດວກໃຫ້ແກ່ການສົ່ງອອກ-ນຳເຂົ້າ. ຂ້າງເທິງ

ມາດຕາ 30. ໂຄງປະກອບກົງຈັກຊ່ວຍວຽກ
   ພາສີປະຈໍາເຂດປະກອບມີກົງຈັກຊ່ວຍວຽກຄື:

  • ໜ່ວຍງານຂໍ້ມູນຂ່າວສານ-ແຜນການ ແລະ ບໍລິຫານ.
  • ໜ່ວຍງານກວດຄືນການແຈ້ງພາສີ.
  • ໜ່ວຍງານຕ້ານ ແລະ ສະກັດກັ້ນການລັກລອບໜີພາສີ.
  • ດ່ານພາສີຊາຍແດນ. ຂ້າງເທິງ

ມາດຕາ 31. ຫນ້າທີ່ ແລະ ຂອບເຂດສິດຂອງພາສີປະຈໍາເຂດ
   ປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 2498/ກງ,ລົງວັນທີ 15 ຕຸລາ 2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງກົມພາສີ. ຂ້າງເທິງ

ໝວດທີ 9
ດ່ານພາສີຊາຍແດນ

ມາດຕາ 32. ທີ່ຕັ້ງ ແລະ ພາລະບົດບາດ
   ດ່ານພາສີຊາຍແດນແມ່ນການຈັດຕັ້ງໜຶ່ງຂອງກົມພາສີທີ່ປະຈໍາຢູ່ດ່ານຊາຍແດນ ຊຶ່ງຢູ່ພາຍໃຕ້ການຄຸ້ມຄອງກວດກາ-ກວດການຂອງກົມພາສີ ໂດຍແມ່ນພາສີ ຊາຍແດນເປັນຜູ້ຕາງໜ້າ ແລະ ມີພາລະບົດບາດເປັນເສນາທິການໃຫ້ຫົວຫນ້າພາສີປະຈຳເຂດ ໃນການຈັດຕັ້ງປະຕິບັດລະບຽບກົດໝາຍວ່າດ້ວຍພາສີ ແລະ ລະບຽບ ກົດໝາຍອື່ນໆທີ່ກ່ຽວຂ້ອງກັບການຄຸ້ມຄອງການນຳເຂົ້າ-ສົ່ງອອກ, ການຜ່ານແດນ, ການຈັດເກັບລາຍຮັບພາສີ ແລະ ພັນທະອື່ນໆເຂົ້າງົບປະມານ, ການຫຼຸດຜ່ອນ, ງົດເກັບ,ຍົກເວັ້ນຄ່າພາສີ ແລະ ພັນທະອື່ນໆ, ອຳນວຍຄວາມສະດວກຜູ້ໂດຍສານ ແລະ ພາຫະນະເຂົ້າ-ອອກຜ່ານດ່ານພາສີຊາຍແດນ, ການເຄື່ອນຍ້າຍສິນຄ້າ ຄໍ້າປະກັນຕາມລະບຽບກົດໝາຍ. ຂ້າງເທິງ

ມາດຕາ 33. ໂຄງປະກອບກົງຈັກຊ່ວຍວຽກ
   ດ່ານພາສີຊາຍແດນປະກອບມີກົງຈັກຊ່ວຍວຽກ ຄື :

  • ຈຸງານບໍລິຫານ ແລະ ສາລະຄະດີ.
  • ຈຸງານຂໍ້ມູນຂ່າວສານ ແລະ ແຜນການ.
  • ຈຸງານຄຸ້ມຄອງການແຈ້ງພາສີ.
  • ຈຸງານຄຸ້ມຄອງສາງ.
  • ຈຸງານກວດກາສິນຄ້າ.
  • ຈຸງານກວດກາຜູ້ໂດຍສານ ແລະ ພາຫະນະ.
  • ຈຸງານຄຸ້ມຄອງເຂດປອດພາສີ ແລະ ຄຸ້ມຄອງໂຮງງານ.
  • ດ່ານທ້ອງຖິ່ນ ແລະ ດ່ານປະເພນີ.

   ການຈັດຕັ້ງຈຸງານຢູ່ດ່ານພາສີຊາຍແດນ ແມ່ນອີງໃສ່ຫນ້າວຽກຕົວຈິງ, ສ່ວນດ່ານທ້ອງຖິ່ນ ແລະ ດ່ານປະເພນີທີ່ຈະຢູ່ພາຍໃຕ້ການຄຸ້ມຄອງຂອງດ່ານພາສີສາກົນ ແມ່ນໃຫ້ອີງໃສ່ເງື່ອນໄຂ ແລະ ຈຸດພິເສດຂອງແຕ່ລະທ້ອງຖິ່ນຕາມການຕົກລົງເຫັນດີຂອງກົມພາສີ. ຂ້າງເທິງ

ມາດຕາ 34. ດ່ານພາສີຊາຍແດນ
   ອີງຕາມດໍາລັດວ່າດ້ວຍການເຂົ້າ-ອອກ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະບັບເລກທີ 0345/ນຍ ລົງວັນທີ 28/09/2007 ມາດຕາ 17 ດ່ານເຂົ້າ-ອອກເມືອງ ແລະ ລະບຽບກົດໝາຍພາສີ, ດ່ານພາສີຊາຍແດນປະກອບມີ 3 ປະເພດຄື:

  • ດ່ານສາກົນ: ແມ່ນດ່ານທີ່ອະນຸຍາດໃຫ້ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດທີ່ຖືໜັງສືຜ່ານແດນ ຫຼື ປື້ມຜ່ານແດນ ຫລື ໃບຜ່ານແດນ ຫລື ເອກະສານຜ່ານແດນໃດໜຶ່ງເຂົ້າ - ອອກໄດ້. ການສົ່ງອອກ-ນຳເຂົ້າສິນຄ້າ, ເຄື່ອງຂອງຜ່ານດ່ານແມ່ນສາມາດປະຕິບັດໄດ້ທຸກລະບອບ ໃບແຈ້ງພາສີ.
  • ດ່ານທ້ອງຖິ່ນ: ແມ່ນດ່ານທີ່ອະນຸຍາດໃຫ້ພົນລະເມືອງລາວ, ຄົນຕ່າງດ້າວ ແລະ ພົນລະເມືອງຂອງປະເທດທີ່ມີຊາຍແດນຕິດຈອດ ກັບດ່ານທີ່ຖືໜັງສືຜ່ານແດນ ຫລື ປື້ມຜ່ານແດນ  ຫລື ໃບຜ່ານແດນ ຫລື ເອກະສານເດີນທາງໃດໜຶ່ງເຂົ້າ-ອອກໄດ້. ການສົ່ງອອກ-ນຳເຂົ້າສິນຄ້າ, ເຄື່ອງຂອງຜ່ານແດນແມ່ນສາມາດ ປະຕິບັດໄດ້ບາງລະບອບໃບແຈ້ງພາສີ ຕາມການອະນຸຍາດຂອງກົມພາສີ. ສ່ວນລາຍລະອຽດ ກົມພາສີຈະແຈ້ງການແນະນຳຕາມພາຍຫລັງ.
  • ດ່ານປະເພນີ: ແມ່ນດ່ານທີ່ອະນຸຍາດໃຫ້ພົນລະເມືອງລາວ, ຄົນຕ່າງດ້າວ ແລະ ພົນລະເມືອງຂອງປະເທດທີ່ມີຊາຍແດນຕິດຈອດກັບດ່ານທີ່ມີພູມລຳເນົາ ຖາວອນຢູ່ບໍລິເວນຊາຍແດນ ທີ່ຖືໃບຜ່ານແດນເຂົ້າ-ອອກໄດ້. ການສົ່ງອອກສິນຄ້າ, ເຄື່ອງຂອງຜ່ານດ່ານ ຕ້ອງແມ່ນປະເພດກະສິກຳ ແລະ ຫັດຖະກຳ ທີ່ເປັນຜົນຜະລິດຂອງຊາວກະສິກອນ. ສຳລັບການນຳເຂົ້າຕ້ອງແມ່ນສິນຄ້າ, ເຄື່ອງຂອງປະເພດອຸປະໂພກ, ບໍລິໂພກ, ເຄື່ອງມືຮັບໃຊ້ການຜະລິດກະສິກຳ ຂອງຄອບຄົວຊາວກະສິກອນ ແລະ ປະຊາຊົນ ທີ່ອາໃສຢູ່ໃນຂອບເຂດຂອງດ່ານຕັ້ງຢູ່. ການສົ່ງອອກ-ນຳເຂົ້າສິນຄ້າ, ເຄື່ອງຂອງຜ່ານດ່ານແມ່ນສາມາດປະຕິບັດ ໄດ້ບາງລະບອບໃບແຈ້ງພາສີ ຕາມການອະນຸຍາດຂອງກົມພາສີ. ຂ້າງເທິງ

ມາດຕາ 35. ຫນ້າທີ່ ແລະ ຂອບເຂດ
   ໃຫ້ປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 2498/ກງ, ລົງວັນທີ 15 ຕຸລາ 2007 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນ ໄຫວຂອງກົມພາສີ. ຂ້າງເທິງ

ໝວດທີ 10
ໂຄງປະກອບບຸກຄະລາກອນ, ແບບແຜນວິທີເຮັດວຽກ ແລະ ກາປະທັບ

ມາດຕາ 36. ໂຄງປະກອບບຸກຄະລາກອນ            

36.1. ບັນດາພະແນກການອ້ອມຂ້າງກົມພາສີປະກອບມີຫົວໜ້າພະແນກໜຶ່ງທ່ານ ເຊິ່ງມີຄວາມຮັບຜິດຊອບຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງຕໍ່ທ່ານຫົວໜ້າ ກົມພາສີໃນການຄຸ້ມຄອງ, ອຳນວຍຄວບຄຸມ, ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຄວາມຮັບຜິດຊອບໃນການ ປະຕິບັດໜ້າທີ່, ຂອບເຂດສິດຂອງຕົນຕາມທີ່ໄດ້ກຳນົດໄວ້ໃນຂໍ້ກໍານົດສະບັບນີ້.

   ບັນດາພະແນກອ້ອມຂ້າງກົມພາສີປະກອບມີຮອງຫົວໜ້າພະແນກຈໍານວນໜຶ່ງເປັນຜູ້ຊ່ວຍວຽກຫົວໜ້າພະແນກ ລົງເລິກຮັບຜິດຊອບວຽກງານໃດໜຶ່ງຕາມການ ມອບໝາຍ ແລະ ມີຄວາມຮັບຜິດຊອບຕໍ່ຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງຕໍ່ຫົວໜ້າພະແນກ.
   ບັນດາພະແນກການອ້ອມຂ້າງກົມພາສີປະກອບມີຫົວຫນ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານວິຊາການຈໍານວນໜຶ່ງ ມີຄວາມຮັບຜິດຊອບດ້ານວິຊາ ສະເພາະຕາມພາລະບົດບາດ, ສິດໜ້າທີ່ຂອງໜ່ວຍງານຕໍ່ຫົວໜ້າພະແນກ.

36.2 ໂຄງປະກອບດ້ານບຸກຄະລາກອນຂອງພາສີປະຈໍາເຂດ ແລະ ດ່ານພາສີຊາຍແດນ ແມ່ນຕ້ອງປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີ ວ່າການກະຊວງການເງິນ ສະບັບເລກທີ 2498/ກງ, ລົງວັນທີ 15 ຕຸລາ 2007 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມພາສີ. ຂ້າງເທິງ

ມາດຕາ 37. ລະບອບແບບແຜນວີທີເຮັກວຽກ
   ປະຕິບັດຕາມຫລັກການສູນລວມປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະບຸກຄົນຮັບຜິດຊອບ, ປະຕິບັດລະບອບຫົວໜ້າດຽວ, ຂັ້ນລຸ່ມຂຶ້ນກັບຂັ້ນເທິງ, ບຸກຄົນຂຶ້ນ ນຳການຈັດຕັ້ງ, ປະຕິບັດຕາມແນວທາງ, ລະບຽບກົດໝາຍຢ່າງເຂັ້ມງວດ.
   ເຮັດວຽກມີແຜນການ, ແຜນງານ ແລະ ໂຄງການລະອຽດແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີເປົ້າໝາຍໃນແຕ່ລະໄລຍະ, ປະສານສົມທົບຢ່າງກົມກຽວກັບ ຂະແໜງການອື່ນໆ ເພື່ອເຮັດຫລ້ອນໜ້າທີ່.
   ມີການກວດກາ-ກວດການ, ຕິດຕາມຊຸກຍູ້ສະຫຼຸບຖອດຖອນບົດຮຽນປະເມີນຜົນ ແລະ ປະຕິບັດລະບອບປະຊຸມສ່ອງແສງລາຍງານຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 38. ກາປະທັບ
   ບັນດາພະແນກການອ້ອມຂ້າງກົມພາສີ, ພາສີປະຈໍາເຂດ, ດ່ານພາສີຊາຍແດນມີກາປະທັບທາງລັດຖະການ ເພື່ອຮັບໃຊ້ເຂົ້າໃນວຽກງານຂອງຕົນ. ຂ້າງເທິງ

ໝວດທີ 11
ບົດບັນຍັດສຸດທ້າຍ

ມາດຕາ 39. ການຜັນຂະຫຍາຍ
   ມອບໃຫ້ບັນດາຫົວໜ້າພະແນກການອ້ອມຂ້າງກົມພາສີ, ພາສີປະຈໍາເຂດ, ດ່ານພາສີຊາຍແດນ ຈັດຕັ້ງຜັນຂະຫຍາຍຂໍ້ກໍານົດສະບັບນີ້ ໃຫ້ໄດ້ຮັບຜົນດີ, ພ້ອມທັງກຳນົດພາລະບົດບາດ, ໜ້າທີ່, ຂອບເຂດ ແລະ ແບບແຜນວິທີເຮັດວຽກພາຍໃນຂອງບັນດາໜ່ວຍງານ ເພື່ອຮັບປະກັນເຮັດຫລ້ອນໜ້າທີ່ການເມືອງທີ່ໄດ້ ຮັບມອບໝາຍ. ຂ້າງເທິງ

ມາດຕາ 40. ການຈັດຕັ້ງປະຕິບັດ
   ບັນດາພະແນກການອ້ອມຂ້າງກົມພາສີ, ພາສີປະຈໍາເຂດ, ດ່ານພາສີຊາຍແດນ ຈົ່ງຮັບຜູ້ໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກ ໃນການຈັດຕັ້ງປະຕິບັດ ຂໍ້ກຳນົດສະບັບນີ້ ຕາມໜ້າທີ່ຂອງໃຜລາວຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 41. ຜົນສັກສິດ
   ຂໍ້ກໍານົດສະບັບນີ້ປ່ຽນແທນບັນດາຂໍ້ກໍານົດຂອງກົມພາສີ ສະບັບເລກທີ 7153/ກພສ, 7154/ກພສ, 7156/ກພສ, 7157/ກພສ, ລົງວັນທີ 13 ສິງຫາ 2001; ສະບັບເລກທີ 0101/ກພສ, ລົງວັນທີ 30 ຕຸລາ 2003; ສະບັບເລກທີ 0235/ກພສ, ລົງວັນທີ 25 ພະຈິກ 2005 ແລະ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ. ຂ້າງເທິງ

ຫົວໜ້າກົມພາສີ
ສັນຕິພາບ ພົມວິຫານ

# ຫົວຂໍ້ ດາວໂຫຼດ
1 Provision on locations, roles, responsibilities, rights and working procedures of the departments surrounding the Custom department, provincial customs offices, and border checkpoint customs No. 0666/CD PDF
2 ຂໍ້ກຳນົດ ວ່າດ້ວຍ ທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ແລະ ແບບແຜນວິທີເຮັດວຽກ ຂອງພະແນກອ້ອມຂ້າງ ກົມພາສີ, ພາສີປະຈຳເຂດ ແລະ ພາສີຊາຍແດນ ເລກທີ 0666/ກພສ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.