ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 1 ບັນລຸໄດ້ປະມານ 890 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 410 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 480 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 70 ລ້ານໂດລາສະຫາລັດ.

ພາບປະກອບ

 

       ໝວດສິນຄ້າສົ່ງອອກຫຼັກ

       ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 410 ລ້ານໂດລາສະຫະລັດ ເຊັ່ນ: ມູນຄ່າສະເລ່ຍຂອງ ມັນຕົ້ນ 49 ລ້ານໂດລາສະຫະລັດ, ແຮ່​ທອງ 46 ລ້ານໂດລາສະຫະລັດ, ທອງ​ແດງ ແລະ ເຄື່ອງ​ທີ່​ເຮັດ​ດ້ວຍ​ທອງ​ແດງ 35 ລ້ານໂດລາສະຫະລັດ, ງົວ, ຄວາຍ 26 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ  25 ລ້ານໂດລາສະຫະລັດ, ​ຄຳ​ປະ​ສົມ, ຄຳ​ແທ່ງ 22 ລ້ານໂດລາສະຫະລັດ, ​ເຄື່ອງ​ນຸ່ງ​ຫົ່ມ 21 ລ້ານໂດລາສະຫະລັດ, ໂຄງຮ່າງ, ຊິ້ນສ່ວນກ້ອງບັນທຶກພາບ 17 ລ້ານໂດລາສະຫະລັດ, ໝາກໄມ້ (ໝາກໂມ, ໝາກຂາມ, ໝາກມ່ວງ...) 17 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ...) 17 ລ້ານໂດລາສະຫະລັດ.

ພາບປະກອບ

          ໝວດສິນຄ້ານໍາເຂົ້າຫຼັກ

       ສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 480 ລ້ານໂດລາສະຫະລັດ ເຊັ່ນ: ມູນຄ່າສະເລ່ຍຂອງ ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ  54 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ 45 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ)30 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ, ​ລົດໄຖ) 29 ລ້ານໂດລາສະຫະລັດ, ​ສັດ​ທີ່​ມີ​ຊີ​ວິດ 27 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 23 ລ້ານໂດລາສະຫະລັດ, ​ເຄື່ອງ​ດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...) 17 ລ້ານໂດລາສະຫະລັດ, ອຸປະກອນຖ່າຍພາບ 16 ລ້ານໂດລາສະຫະລັດ, ສາຍໄຟຟ້າ, ເຄເບີ້ລ 15 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ   15 ລ້ານໂດລາສະຫະລັດ.

ພາບປະກອບ

 

       5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

     ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ: ໄທ 135 ລ້ານໂດລາສະຫະລັດ, ຈີນ 115 ລ້ານໂດລາສະຫະລັດ, ຫວຽດນາມ 83 ລ້ານໂດລາສະຫະລັດ, ສະວິດເຊີແລນ 17 ລ້ານໂດລາສະຫະລັດ ແລະ ຢີ່ປຸ່ນ 8 ລ້ານໂດລາສະຫະລັດ.

ພາບປະກອບ

       5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ

     ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ທີ່ມີມູນຄ່າປະມານ: ໄທ 268 ລ້ານໂດລາສະຫະລັດ, ຈີນ 113 ລ້ານໂດລາສະຫະລັດ, ຫວຽດນາມ 50 ລ້ານໂດລາສະຫະລັດ, ສ ອາເມລິກາ 11 ລ້ານໂດລາສະຫະລັດ ແລະ ຢີ່ປຸ່ນ 8 ລ້ານໂດລາສະຫະລັດ.

 

       ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 1 ປີ 2020 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.

 

       ແຫລ່ງຂໍ້ມູນ: ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.