ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ
ກົມສ່ວຍສາອາກອນ     ເລກທີ 0992/ກສອ
ນະຄອນຫລວງວຽງຈັນ, ວັນທີ 30 ມີນາ 2020

ແຈ້ງການ

       ເຖິງ: ຫົວໜ້າສ່ວຍສາອາກອນປະຈໍາ ແຂວງ, ນະຄອນຫຼວງວຽງຈັນ, ສ່ວຍສາອາກອນປະຈໍາ ນະຄອນ, ເມືອງ   ໃນຂອບເຂດທົ່ວປະເທດ

       ເລື່ອງ: ການອອກເລກປະຈໍາຕົວຜູ້ເສຍອາກອນໃຫ້ ວິສາຫະກິດທີ່ມີ ສາຂາ, ຕົວແທນ, ສາງ, ໂຮງງານ, ປໍ້ານໍ້າມັນ ແລະ ບັນດາໂຄງການຕ່າງໆ ລວມທັງຜູ້ຮັບເໝົາຫລັກ ແລະ ຜູ້ຮັບເໝົາຊ່ວງຕໍ່.

  • ອີງຕາມ ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນສະບັບປັບປຸງ ສະບັບເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019;
  • ອີງຕາມກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບເລກທີ 48/ສພຊ, ລົງວັນທີ 20 ມິຖຸນາ 2018;
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 2834/ກງ, ລົງວັນທີ 22 ສິງຫາ 2017 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມສ່ວຍສາອາກອນ.

   ເພື່ອເຮັດໃຫ້ການອອກເລກປະຈໍາຕົວຜູ້ເສຍອາກອນ ໄດ້ຖືກຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແລະທັງຮັບປະກັນການຄຸ້ມຄອງຫົວໜ່ວຍທຸລະກິດໃຫ້ຢູ່ໃນຖານຂໍ້ມູນການເກັບລາຍຮັບ ໄດ້ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ສາມາດຕິດຕາມໄດ້ການເຄື່ອນໄຫວຂອງທຸກຫົວໜ່ວຍທຸລະກິດ, ເນື່ອງຈາກວ່າໃນໄລຍະຜ່ານມາ ການອອກເລກປະຈໍາຕົວຜູ້ເສຍອາກອນໃຫ້ບັນດາວິສາຫະກິດຂອງບັນດາສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ ຍັງບໍ່ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ຊຶ່ງເຮັດໃຫ້ຂໍ້ມູນຂອງວິສາຫະກິດບໍ່ລວມສູນ ຫຼື ມີກໍ່ຊໍ້າຊ້ອນກັນ.

ກົມສ່ວຍສາອາກອນ ອອກແຈ້ງການ ດັ່ງນີ້:

   1. ການອອກເລກປະຈໍາຕົວຜູ້ເສຍອາກອນໃຫ້ ບຸກຄົນ, ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດສ້າງຕັ້ງວິສາຫະກິດ ແມ່ນໃຫ້ປະຕິບັດຕາມແຈ້ງການຂອງຫ້ອງການກະຊວງການເງິນ ສະບັບເລກທີ 0489/ຫກງ, ລົງວັນທີ 05 ມີນາ 2009, ສໍາລັບວິສາຫະກິດໃດທີ່ມີ ສາຂາ, ຕົວແທນຈໍາໜ່າຍ, ສາງ, ໂຮງງານ, ປໍ້ານໍ້າມັນ ທີ່ໄດ້ລະບຸໄວ້ດ້ານຫລັງຂອງໃບທະບຽນວິສາຫະກິດ ແມ່ນນໍາໃຊ້ເລກປະຈໍາຕົວຜູ້ເສຍອາກອນອັນດຽວກັນກັບບໍລິສັດແມ່ ພຽງແຕ່ກໍານົດຍ່ອຍລຽງລໍາດັບຂອງ ສາຂາ, ຕົວແທນຈໍາໜ່າຍ, ສາງ, ປໍ້ານໍ້າມັນ ທີ່ໄດ້ລະບຸໄວ້ດ້ານຫຼັງຂອງໃບທະບຽນດັ່ງກ່າວ.

   2. ການອອກເລກປະຈໍາຕົວໃຫ້ຂະແໜງການຂອງລັດ, ໂຄງການ, ອົງການຈັດຕັ້ງສາກົນທີ່ຂື້ນກັບລັດຖະບານ ແລະ ບໍ່ຂື້ນກັບລັດຖະບານ ລວມທັງ ຜູ້ຮັບເໝົາຫລັກ ແລະ ຜູ້ຮັບເໝົາຊ່ວງຕໍ່ ທີ່ບໍ່ມີພູມລໍາເນົາ ແລະບໍ່ໄດ້ສ້າງຕັ້ງ ຢູ່ ສປປ ລາວ ມາເຄື່ອນໄຫວໃນບັນດາໂຄງການຕ່າງໆ ແມ່ນໃຫ້ປະຕິບັດດັ່ງນີ້:

         - ຂະແໜງການຂອງລັດ, ອົງການຈັດຕັ້ງສາກົນ ທີ່ຂື້ນກັບລັດຖະບານ ແລະ ບໍ່ຂື້ນກັບລັດຖະບານ ແມ່ນໃຫ້ອອກເລກປະຈໍາຕົວຜູ້ເສຍອາກອນ ສະເພາະຂອງໃຜລາວ (ກໍລະນີຜ່ານມາຍັງບໍ່ທັນມີເລກປະຈໍາຕົວຜູ້ເສຍອາກອນ), ແຕ່ໃນກໍລະນີມີຂະແໜງການຍ່ອຍ ໃນຂະແໜງການຂອງລັດ, ອົງການຈັດຕັ້ງສາກົນ ທີ່ຂື້ນກັບລັດຖະບານ ແລະ ບໍ່ຂື້ນກັບລັດຖະບານ ແມ່ນໃຫ້ໃຊ້ເລກປະຈໍາຕົວຜູ້ເສຍອາກອນອັນດຽວກັບບໍລິສັດແມ່ ພຽງແຕ່ກໍານົດຍ່ອຍລຽງລໍາດັບ;

         - ສໍາລັບ ໂຄງການ ແມ່ນໃຫ້ປະຕິບັດການອອກເລກປະຈໍາຕົວຜູ້ເສຍອາກອນ ຄືກັນກັບ ບຸກຄົນ, ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດສ້າງຕັ້ງວິສາຫະກິດ; ກໍລະນີ ວິສາຫະກິດທີ່ສ້າງຕັ້ງຢູ່ ສປປ ລາວ ໄດ້ເຄື່ອນໄຫວໃນນາມເຈົ້າຂອງໂຄງການແມ່ນໃຫ້ນໍາໃຊ້ເລກປະຈໍາຕົວຜູ້ເສຍອາກອນຂອງວິສາຫະກິດນັ້ນເລີຍ;

         - ບຸກຄົນ, ນິຕິບຸກຄົນ ທີ່ບໍ່ມີພູມລໍາເນົາ ແລະບໍ່ໄດ້ສ້າງຕັ້ງ ຢຸ່ ສປປ ລາວ ເຖິງວ່າຈະເປັນຜູ້ຮັບເໝົາ ຫຼື ຮັບເໝົາຊ່ວງຕໍ່ ທີ່ມາເຄື່ອນໄຫວໂຄງການໄດໜຶ່ງ ຫລື ຫລາຍໂຄງການ ຢູ່ ສປປ ລາວ ເປັນເວລາ 3 ເດືອນຂື້ນໄປ (ອີງຕາມສັນຍາທີ່ໄດ້ກໍານົດແຕ່ມື້ເລີ່ມຕົ້ນຈົນຮອດມື້ສໍາເລັດ) ແມ່ນໃຫ້ອອກເລກປະຈໍາຕົວຜູ້ເສຍອາກອນ ອັນດຽວກັບວິສາຫະກິດທີ່ໄດ້ຮັບອະນຸຍາດສ້າງຕັ້ງທົ່ວໄປ;

         - ສໍາລັບ ບຸກຄົນ, ນິຕິບຸກຄົນ ທີ່ບໍ່ມີພູມລໍາເນົາ ແລະ ບໍ່ໄດ້ສ້າງຕັ້ງ ຢູ່ ສປປ ລາວ ເປັນຜູ້ຮັບເໝົາຫລັກ ຫຼື ຮັບເໝົາຊ່ວງຕໍ່ທີ່ມາເຄື່ອນໄຫວໃນບັນດາໂຄງການຕ່າງໆ ຢູ່ ສປປ ລາວ ບໍ່ເກີນ 6 ເດືອນ ແມ່ນໃຫ້ນໍາໃຊ້ເລກປະຈໍາຕົວຜູ້ເສຍອາກອນຂອງໂຄງການທີ່ມາເຄື່ອນໄຫວຜູ້ຮັບເໝົາຫລັກ ຫຼື ຮັບເໝົາຊ່ວງຕໍ່;

         - ສະເພາະການອອກເລກປະຈໍາຕົວຜູ້ເສຍອາກອນສໍາລັບບຸກຄົນ ແມ່ນກໍານົດເອົາຕົວອັກສອນ P ຢູ່ທາງໜ້າຂອງເລກປະຈໍາຕົວຜູ້ເສຍອາກອນ (ໃນລະບົບ Taxris) ຈົນກ່ວາຈະມີການປ່ຽນແປງລະບຽບການໃໝ່.

   3. ຂະແໜງທະບຽນ ແລະຄຸ້ມຄອງວິສາຫະກິດ ( ກະຊວງອຸດສາຫະກໍາ ແລະ ການຄ້າ ) ຈະບໍ່ສົ່ງສໍານວນຊຸດຄໍາຮ້ອງແຈ້ງຂື້ນທະບຽນ ແລະ ປ່ຽນແປງເນື້ອໃນທະບຽນວິສາຫະກິດໃຫ້ຂະແໜງສ່ວຍສາອາກອນ ພາຍຫຼັງທີ່ໄດ້ມີການເຊື່ອມຕໍ່ລະບົບກັນໃນຂອບເຂດທົ່ວປະເທດ. ແຕ່ທຸກທ້າຍເດືອນເຈົ້າໜ້າທີ່ທະບຽນວິສາຫະກິດ ຈະສະຫຼຸບສັງລວມສະຖິຕິຫົວໜ່ວຍທີ່ໄດ້ແຈ້ງ ຂື້ນໃໝ່ ແລະປ່ຽນແປງເນື້ອໃນ ໃຫ້ຂະແໜງສ່ວຍສາອາກອນ ເພື່ອສົມທຽບ ແລະກວດຄືນ ຕາມຊຸດສໍານວນຂອງວິສາຫະກິດທີ່ແຈ້ງຕໍ່ເຈົ້າໜ້າທີ່ສ່ວຍສາອາກອນ.

          ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ.

ຫົວໜ້າກົມ

ພຸທະນູເພັດ ໄຊສົມບັດ

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ກ່ຽວກັບ ການອອກເລກປະຈໍາຕົວຜູ້ເສຍອາກອນໃຫ້ ວິສາຫະກິດທີ່ມີ ສາຂາ, ຕົວແທນ, ສາງ, ໂຮງງານ, ປໍ້ານໍ້າມັນ ແລະ ບັນກາໂຄງການຕ່າງໆ ລວມທັງຜູ້ຮັບເໝົາຫລັກ ແລະ ຜູ້ຮັບເໝົາຊ່ວງຕໍ່, ເລກທີ 0992/ກສອ, ລົງວັນທີ 30 ມີນາ 2020 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.