ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ
ກົມການນຳເຂົ້າ ແລະ ສົ່ງອອກ          ເລກທີ ເລກທີ 1283/ກຂອ.ບຂອ
ນະຄອນຫຼວງວຽງຈັນ, ວັນທີ  ວັນທີ 31 ມີນາ 2020.

 ແຈ້ງການ

ຮຽນ :  ບັນດາຫົວໜ່ວຍທຸລະກິດນໍາເຂົ້າ ແລະ ຈໍາໜ່າຍພາຫະນະທົ່ວປະເທດ,

ເລື່ອງ :  ການອອກອະນຸຍາດນໍາເຂົ້າຍານພາຫະນະທີ່ນໍາໃຊ້ພະລັງງານໄຟຟ້າ.

  • ອີງຕາມແຈ້ງການ ຂອງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 383/ຫສນຍ, ລົງວັນທີ 18 ມີນາ 2020.
  • ອີງຕາມແຈ້ງການ ຂອງ ຫ້ອງການ, ກະຊວງໂຍທາທິການ ແລະ ຂົນສົ່ງ ເລກທີ 07380/ຍທຂ.ຫກ, ຄັ້ງວັນທີ 30 ມີນາ 2020.

       ກົມການນຳເຂົ້າ ແລະ ສົ່ງອອກ (ກຂອ) ຂໍຖືເປັນກຽດແຈ້ງມາຍັງ ທ່ານ ຊາບວ່າ: ເນື່ອງຈາກກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ມີຄວາມພ້ອມໃນການອອກອະນຸຍາດທາງດ້ານເຕັກນິກ ເພື່ອນໍາເຂົ້າ ແລະ ຂື້ນທະບຽນຍານພາຫະນະປະເພດທີ່ນໍາໃຊ້ໄຟຟ້າ ( Electronic Vehicle “ EV ” ) ແລ້ວ. ສະນັ້ນ, ກົມການນໍາເຂົ້າ ແລະ ສົ່ງອອກຈະໄດ້ເລີ່ມອອກອະນຸຍາດນໍາເຂົ້າຍານພາຫະນະທີ່ນໍາໃຊ້ໄຟຟ້າຄືນ ນັບແຕ່ມື້ອອກແຈ້ງການສະບັບນີ້ເປັນຕົ້ນໄປ ແລະ ລົບລ້າງ ແຈ້ງການ ເລກທີ 0983/ກຂອ.ບຂອ, ລົງວັນທີ 28 ກຸມພາ 2020.

        ດັ່ງ​ນັ້ນ, ຈຶ່ງແຈ້ງມາຍັງ​ ທ່ານ ​ເພື່ອ​ຊາບ ແລະ ເປັນຂໍ້ມູນຕາມນີ້ດ້ວຍ.

ຫົວໜ້າກົມ

ສຸລິຍົນ ພິລາວົງ

# ຫົວຂໍ້ ດາວໂຫຼດ
1 Notification on the import of electric vehicles, No. 1283/DIMEX.IMEXDiv, dated 31 March 2020 PDF
2 ແຈ້ງການ ການອອກອະນຸຍາດ ນໍາເຂົ້າຍານພາຫະນະທີ່ນໍາໃຊ້ພະລັງງານໄຟຟ້າ, ເລກທີ 1283/ກຂອ.ບຂອ, ລົງວັນທີ 31 ມີນາ 2020 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງຂໍອະນຸຍາດນໍາເຂົ້າ - ຍານພາຫະນະປະເພດທີ່ນໍາໃຊ້ໄຟຟ້າ ຕ້ອງມີໃບອະນຸຍາດ ກະຊວງ ອຸດສາຫະກຳ ແລະ ການຄ້າ ຍານພາຫະນະປະເພດທີ່ນໍາໃຊ້ໄຟຟ້າ (Electronic Vehicle: EV) ຕ້ອງໄດ້ຮັບອະນຸຍາດນໍາເຂົ້າ ຈາກກົມ ຂອ, ກະຊວງ ອຄ ແລະ ຕ້ອງປະຕິບັດຕາມເງື່ອນໄຂທີ່ກໍານົດໂດຍ ກະຊວງໂຍທາທິການ ແລະ ຂົນສົ່ງ ແຈ້ງການ ການອອກອະນຸຍາດ ນໍາເຂົ້າຍານພາຫະນະທີ່ນໍາໃຊ້ພະລັງງານໄຟຟ້າ, ເລກທີ 1283/ກຂອ.ບຂອ, ລົງວັນທີ 31 ມີນາ 2020 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.