ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ມີແຈ້ງການ ກ່ຽວກັບການອະນຸຍາດໃຫ້ສືບຕໍ່ດໍາເນີນກິດຈະການຮ້ານຄ້າຂາຍຍົກ ແລະ ຮ້ານຄ້າຂາຍຍ່ອຍ ທີ່ຂາຍສິນຄ້າປະເພດສະບຽງອາຫານ ແລະ ອຸປະໂພກ-ບໍລິໂພກ, ເລກທີ 0376/ອຄ.ກຄພນ, ລົງວັນທີ 08 ເມສາ 2020, ເຊິ່ງມີລາຍລະອຽດດັ່ງນີ້:

ພາບປະກອບ

     1. ອະນຸຍາດໃຫ້ສືບຕໍ່ດໍາເນີນກິດຈະການທີ່ມີຄວາມຈໍາເປັນ ຄື: ຮ້ານຄ້າຂາຍຍົກ ແລະ ຂາຍຍ່ອຍ (ທີ່ເປັນປະເພດສະບຽງອາຫານ ແລະ ເຄື່ອງອຸປະໂພກ-ບໍລິໂພກ), ຮ້ານຂາຍຢາ ແລະ ອຸປະກອນການແພດ (ທັງໃນ ແລະ ນອກ ສູນການຄ້າ), ຮ້ານສັບພະສິນຄ້າ, ຕະຫລາດສົດ ຫລື ຕະຫລາດຂາຍເຄື່ອງກະສິກໍາ;

ພາບປະກອບ

      2. ສໍາລັບສູນການຄ້າ ແລະ ຮ້ານສັບພະສິນຄ້າ ທີ່ມີເຄື່ອງຫຼາຍປະເພດ ແມ່ນອະນຸຍາດໃຫ້ສະເພາະ ຮ້ານຊຸບເປີມາເກັດ ທີ່ຂາຍສິນຄ້າປະເພດສະບຽງອາຫານ, ເຄື່ອງອຸປະໂພກ-ບໍລິໂພກ, ຮ້ານຂາຍເຄື່ອງມືແພດ, ຂາຍຢາ ເທົ່ານັ້ນ, ນອກເໜືອນັ້ນແມ່ນໃຫ້ປິດຊົ່ວຄາວ;

ພາບປະກອບ

     3. ບໍ່ອະນຸຍາດໃຫ້ມີການດໍາເນີນກິດຈະການໃດໆທັງທີ່ເປັນການຂາຍຍົກ-ຂາຍຍ່ອຍ ທີ່ບໍ່ນອນໃນປະເພດສະບຽງອາຫານ, ເຄື່ອງອຸປະໂພກ-ບໍລິໂພກ, ຮ້ານຂາຍຢາ ແລະ ອຸປະກອນຮັບໃຊ້ໃນການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ແມ່ນໃຫ້ປິດຊົ່ວຄາວ.

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.