ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 3 ບັນລຸໄດ້ປະມານ 804 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ປະມານ 343 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 461 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 118 ລ້ານໂດລາສະຫາລັດ.

ພາບປະກອບ

     ໝວດສິນຄ້າສົ່ງອອກຫຼັກ

    ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 343 ລ້ານໂດລາສະຫະລັດ. ໃນນັ້ນສິນຄ້າສົ່ງອອກຫຼັກ ແລະ ມີມູນຄ່າປະມານເຊັ່ນ: ແຮ່ທອງ ມີມູນຄ່າ 37 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມີມູນຄ່າ 25 ລ້ານໂດລາສະຫະລັດ, ໝາກກ້ວຍ ມີມູນຄ່າ 18 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ມີມູນຄ່າ 24 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ...) ມີມູນຄ່າ 19 ລ້ານໂດລາສະຫະລັດ, ມັນຕົ້ນ ມີມູນຄ່າ 35 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ມີມູນຄ່າ 17 ລ້ານໂດລາສະຫະລັດ, ນໍ້າຕານ ມີມູນຄ່າ 14 ລ້ານໂດລາສະຫະລັດ, ໝາກໄມ້ (ໝາກໂມ, ໝາກຂາມ, ໝາກມ່ວງ...) ມີມູນຄ່າ 16 ລ້ານໂດລາສະຫະລັດ ແລະ ງົວ, ຄວາຍ ມີມູນຄ່າມີມູນຄ່າ 16 ລ້ານໂດລາສະຫະລັດ.     

ພາບປະກອບ

                                                                  

     ໝວດສິນຄ້ານໍາເຂົ້າຫລັກ

    ສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 461 ລ້ານໂດລາສະຫະລັດ. ໃນນັ້ນສິນຄ້ານໍາເຂົ້າຫຼັກ ແລະ ມີມູນຄ່າປະມານເຊັ່ນ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ມີມູນຄ່າ 36 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມີມູນຄ່າ 46 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າ 35 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າ 28 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...) ມີມູນຄ່າ 20 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...) ມີມູນຄ່າ 12 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ, ແອັດຊັງພິເສດ ມີມູນຄ່າ 12 ລ້ານໂດລາສະຫະລັດ, ໄຟຟ້າ ມີມູນຄ່າ 14 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມີມູນຄ່າ 14 ລ້ານໂດລາສະຫະລັດ ແລະ ສັດທີ່ມີຊີວິດ ມີມູນຄ່າ 23 ລ້ານໂດລາສະຫະລັດ.

ພາບປະກອບ

     5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

   ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ: ໄທ 91 ລ້ານໂດລາສະຫະລັດ, ຈີນ 119 ລ້ານໂດລາສະຫະລັດ, ຫວຽດນາມ 74 ລ້ານໂດລາສະຫະລັດ, ຢີ່ປຸ່ນ 9 ລ້ານໂດລາສະຫະລັດ ແລະ ເຢຍລະມັນ 7 ລ້ານໂດລາສະຫະລັດ.

     5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ

    ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີມູນຄ່າປະມານ: ໄທ 272 ລ້ານໂດລາສະຫະລັດ, ຈີນ 77 ລ້ານໂດລາສະຫະລັດ, ຫວຽດນາມ 48 ລ້ານໂດລາສະຫະລັດ, ຢີ່ປຸ່ນ 13 ລ້ານໂດລາສະຫະລັດ ແລະ ສ.ເກົາຫລີ 13 ລ້ານໂດລາສະຫະລັດ.

ພາບປະກອບ

      ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 3 ປີ 2020 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.


 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.