ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳ ແລະ ປ່າໄມ້
ກົມລ້ຽງສັດ ແລະ ການປະມົງ      ເລກທີ 0807/ກລປ
ນະຄອນຫຼວງວຽງຈັນ, ວັນທີ 07 ເມສາ 2020

ຄໍາແນະນໍາ

ວ່າດ້ວຍ ມາດຕະຖານສັດໃຫຍ່ ແລະ ມາດຕະຖານຟາມລ້ຽງສັດໃຫຍ່ ທີ່ຈະສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ

  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມລ້ຽງສັດ ແລະ ການປະມົງ ເລກທີ 3824/ກປ, ລົງວັນທີ 18 ສິງຫາ 2017;
  • ອີງຕາມ ຂໍ້ກໍານົດ ວ່າດ້ວຍ ເງື່ອນໄຂດ້ານສຸຂານາໄມ ກ່ຽວກັບການກັກກັນ ແລະ ກວດກາສຸຂະພາບສັດໃຫຍ່ທີ່ຈະສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ແລະ ກົມໃຫຍ່ພາສີແຫ່ງ ສປ ຈີນ ລົງວັນ ທີ 30 ເມສາ 2019.

    ນັບຕັ້ງແຕ່ ລັດຖະບານ ແຫ່ງ ສປປ ລາວ ແລະ ສປ ຈີນ ໄດ້ເປີດກວ້າງການພົວພັນຮ່ວມມືຮອບດ້ານ ເພື່ອໃຫ້ເກີດການພັດທະນາຕາມນະໂຍບາຍ ຫນຶ່ງແລວ ຫນຶ່ງເສັ້ນທາງ ແລະ ບັນລຸຂໍ້ກໍານົດວ່າດ້ວຍ ເງື່ອນໄຂດ້ານສຸຂານາໄມ ກ່ຽວກັບການກັກກັນ ແລະ ກວດກາສຸຂະພາບສັດໃຫຍ່ທີ່ຈະສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ເປັນຕົ້ນມາ ໄດ້ເຮັດໃຫ້ມີຫຼາຍພາກສ່ວນ ເປັນຕົ້ນ ຜູ້ປະກອບການ ແລະ ຊາວກະສິກອນ ຫັນມາລົງທຶນໃສ່ການລ້ຽງສັດໃຫຍ່ ເພື່ອສະໜອງໃຫ້ແກ່ຕະຫຼາດຂອງ ສປ ຈີນ ນັບມື້ນັບມີຈໍານວນເພີ່ມຂຶ້ນ.

    ຢ່າງໃດກໍຕາມ ເພື່ອເຮັດໃຫ້ ຊາວກະສິກອນ, ຜູ້ປະກອບການ ແລະ ຜູ້ລົງທຶນ ມີຄວາມເຂົ້າໃຈກ່ຽວກັບມາດຕະຖານ ສັດໃຫຍ່ ແລະ ມາດຕະຖານຟາມລ້ຽງສັດໃຫຍ່ ທີ່ຈະສົ່ງອອກໄປ ສປ ຈີນ ເພີ່ມຂຶ້ນ ແລະ ພ້ອມທັງ ໃຫ້ມີບ່ອນອີງ ໃຫ້ແກ່ ຂະແໜງການຄຸ້ມຄອງຂອງລັດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ.

    ດັ່ງນັ້ນ, ກົມລ້ຽງສັດ ແລະ ການປະມົງ ຈຶ່ງໄດ້ອອກ ຄໍາແນະນໍາ ກ່ຽວກັບມາດຖານສັດໃຫຍ່ ແລະ ມາດຕະຖານຟາມ ລ້ຽງສັດໃຫຍ່ ທີ່ຈະສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ ສະບັບນີ້ຂຶ້ນ ໂດຍມີລາຍລະອຽດ ດັ່ງນີ້:

1. ກ່ຽວກັບມາດຕະຖານສັດໃຫຍ່ ທີ່ຈະສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ

  1. 1 ສັດໃຫຍ່ທີ່ຈະສົ່ງອອກໄປ ສປ ຈີນ ຕ້ອງມາຈາກຟາມ ທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ ຕາມກົດໝາຍ ແລະລະບຽບການຂອງ ສປປ ລາວ ແລະ ມາຈາກຟາມທີ່ໄດ້ຮັບການຢັ້ງຢືນເປັນຟາມມາດຕະຖານສົ່ງອອກ ຕາມ ຂໍ້ ຕົກລົງຂອງລັດຖະມົນຕີວ່າດ້ວຍການຄຸ້ມຄອງກິດຈະການຟາມລ້ຽງສັດໃນ ສປປ ລາວ ສະບັບເລກທີ 0209/ກປ ລົງວັນທີ 06, ກຸມພາ 2013;
  2. 2 ສັດໃຫຍ່ ອາດ ເປັນ ສາຍພັນ ພື້ນເມືອງ ຫຼື ສາຍພັນປັບປຸງ ຫຼື ສາຍພັນປະສົມ ລະຫວ່າງພັນພື້ນເມືອງ ກັບສາຍພັນປັບປຸງ ໂດຍຕ້ອງມີ ນໍ້າຫນັກບໍ່ຫຼຸດ 350 ກິໂລກຣາມ ແລະ ມີອາຍຸບໍ່ເກີນ 4 ປີ ຕາມທີ່ ຕະຫລາດ ສປ ຈີນ ຕ້ອງການ ແລະ ຕ້ອງມີຖິ່ນ ກໍາເນີດຢູ່ ສປປ ລາວ ຫຼື ຖ້າເປັນສັດນໍາເຂົ້າມາຈາກຕ່າງປະເທດ ຕ້ອງໄດ້ລ້ຽງຢູ່ ສປປລາວ ຢ່າງຫນ້ອຍ 150 ວັນ (ລວມທັງໄລຍະເວລາ ລ້ຽງຢູ່ເຂດທ້ອນໂຮມສັດ 45 ວັນ ແລະ ສະຖານທີ່ກັກກັນສັດ 30 ວັນ);
  3. 3 ແຫຼ່ງລ້ຽງສັດໃຫຍ່ ພາຍໃນ 6 ເດືອນກ່ອນສົ່ງ ສັດໃຫຍ່ ໄປ ສປ ຈີນ ຕ້ອງບໍ່ມີປະຫວັດ ກວດພົບເຊື້ອດ້ວຍການ ວິໄຈໃນຫ້ອງທົດລອງ ກ່ຽວກັບພະຍາດ ຜິວຫນັງອັກເສບຕິດຕໍ່ (Lumpy Skin Disease), ເຍື່ອຫຸ້ມປອດ ອັກເສບຕິດຕໍ່ຮ້າຍແຮງ (Contagious Bovince Pleuropneumonia), ງົວບ້າ (Bovine Spongiform Encephalopathy), ປາກເປື່ອຍລົງເລັບ (Foot and Mouth Disease), ແທ່ງລູກຕິດຕໍ່ (Brucellosis), ວັນນະໂຣກງົວ-ຄວາຍ (Bovine Tuberculosis), ໄຂ້ເລືອດດໍາ (Anthrax), ອະຫິວາສັດ ຄ້ຽວເອື້ອງນ້ອຍ (Pest Petits Ruminants) ແລະ ຕ້ອງບໍ່ມີອາການຂອງພະຍາດຕິດຕໍ່ ຫຼື ແມ່ກາຝາກຮ້າຍ ແຮງອື່ນເກີດຂຶ້ນຢູ່ໃນຟາມດັ່ງກ່າວ;
  4. 4  ສັດໃຫຍ່ ທີ່ຈະສົ່ງອອກໄປ ສປ ຈີນ ຕ້ອງ ໄດ້ນໍາໄປລ້ຽງຢູ່ເຂດທ້ອນໂຮມສັດໃຫຍ່ ໃນລັດສະຫມີ 47 ກິໂລແມັດ ຈາກຂອບນອກ ຂອງເຂດກັນຊົນຂອງເຂດປອດພະຍາດປາກເປື່ອຍລົງເລັບ ຢ່າງຫນ້ອຍ 45 ວັນ ແລະ ຕ້ອງຜ່ານ ການກັກກັນຢູ່ສະຖານທີ່ກັກກັນສັດ ບ້ານ ນາຄໍາ, ເມືອງ ສິງ ແຂວງຫຼວງນ້ໍາທາ ຢ່າງຫນ້ອຍ 30 ວັນ;
  5. 5 ສັດທຸກໂຕ ຕ້ອງມີໃບຢັ້ງຢືນ ການສັກຢາກັນພະຍາດປາກເປື່ອຍລົງເລັບ, ພະຍາດເຕົ້າໂຮມເລືອດງົວຄວາຍ ແລະ ຖ້າຈໍາເປັນ ຕ້ອງຜ່ານການກວດກາຊອກຫາລະດັບພູມຄຸ້ມກັນ ໂດຍຕ້ອງມີລະດັບ ທີ່ສາມາດປ້ອງກັນພະຍາດ ດັ່ງກ່າວນັ້ນໄດ້;
  6. 6 ໃນລະຫວ່າງທີ່ ມີການດໍາເນີນການກັກກັນ ເພື່ອກຽມສົ່ງອອກ ສັດທຸກໂຕ ຕ້ອງໄດ້ຮັບການກວດກາ ບັນດາຂໍ້ມູນ ປະຈໍາໂຕສັດ, ສຸຂະພາບສັດ, ການປິ່ນປົວ, ການສັກຢາກັນພະຍາດ ແລະ ການຂ້າແມ່ກາຝາກ ຢ່າງລະອຽດ ແລະ ຕ້ອງຮັບປະກັນ ບໍ່ໃຫ້ສັດໄດ້ຮັບຢາທີ່ບໍ່ປອດໄພ ທີ່ຈະກໍ່ໃຫ້ເກີດສານຕົກຄ້າງທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງ ຜູ້ບໍລິໂພກ;
  7. 7 ສັດໃຫຍ່ ຕ້ອງໄດ້ຮັບອາຫານ ທີ່ມີຄຸນນະພາບດີ, ປອດໄພ, ບໍ່ມາຈາກແຫຼ່ງທີ່ມີພະຍາດສັດຮ້າຍແຮງລະບາດ ແລະ ຕ້ອງບໍ່ມີຮໍໂມນ ເພື່ອກະຕຸ້ນການຈະເລີນເຕີບໂຕຢູ່ໃນອາຫານສັດ;
  8. 8 ກ່ອນການນໍາສັດຂຶ້ນພາຫານະ ເພື່ອຂົນສົ່ງ ໄປ ສປ ຈີນ 24 ຊົ່ວໂມງ ສັດທຸກໂຕ ຕ້ອງຜ່ານການກວດກາລະອຽດ ເປັນຄັ້ງສຸດທ້າຍ ໂດຍເຈົ້າຫນ້າທີ່ສັດຕະວະແພດ ແລະ ຕ້ອງມີໃບຢັ້ງຢືນສຸຂະພາບສັດຢ່າງເປັນທາງການ. ສັດໃຫຍ່ ຕ້ອງມີສຸຂະພາບສົມບູນແຂງແຮງ, ບໍ່ພົບອາການຜິດປົກກະຕິ; ຖ້າເປັນເພດແມ່ ຕ້ອງບໍ່ຖືພາມານ;
  9. 9 ສັດໃຫຍ່ ຕ້ອງຖືກ ຂົນສົ່ງໄປຕາມເສັ້ນທາງທີ່ ອົງການຄຸ້ມຄອງທີ່ກ່ຽວຂ້ອງກໍານົດ, ພາຫານະທີ່ໃຊ້ຂົນສົ່ງ ຕ້ອງ ລ້າງ, ອະນາໄມ ແລະ ຂ້າເຊື້ອດ້ວຍຢາຂ້າເຊື້ອທີ່ກົມລ້ຽງສັດ ແລະ ການປະມົງ ແນະນໍາ;
  10. 10 ຕະຫຼອດຕ່ອງໂສ້ ຂອງການລ້ຽງສັດ ນັບຕັ້ງແຕ່ຂັ້ນຂອງການລ້ຽງຢູ່ຟາມ ຈົນຮອດຈຸດສົ່ງອອກ ສັດທຸກໂຕ ຕ້ອງໄດ້ເອົາໃຈໃສ່ ປະຕິບັດ ໃຫ້ຖືກຕ້ອງຕາມຫຼັກການ ສະຫວັດດີການສັດ ທີ່ອົງການສຸຂະພາບສັດສາກົນກໍານົດ.

2. ກ່ຽວກັບມາດຕະຖານຟາມລ້ຽງສັດໃຫຍ່ ເພື່ອສົ່ງອອກ ໄປ ສປ ຈີນ

  1. 1 ຟາມລ້ຽງສັດໃຫຍ່ ຕ້ອງຕັ້ງຢູ່ ສະຖານທີ່ໆ ເໝາະສົມ, ບໍ່ມີນໍ້າຖ້ວມຂັງ, ໄດ້ຮັບການເຫັນດີຈາກອົງການປົກຄອງ ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ; ຢູ່ຫ່າງໄກຈາກຊຸມຊົນ, ບໍ່ລົບກວນຕໍ່ສັງຄົມອ້ອມຂ້າງ, ບໍ່ມີຄວາມສ່ຽງຕໍ່ການປົນເປື້ອນຈາກສານ ເຄມີ ແລະ ຊີວະພາບ; ມີແຫຼ່ງນໍ້າທີ່ສະອາດ, ພຽງພໍ ແລະ ມີສະພາບແວດລ້ອມ ທີ່ເໝາະສົມ; ບໍ່ໃກ້ກັບໂຮງຂ້າສັດ ແລະ ບໍ່ຢູ່ເຂດກັນຊົນຂອງເຂດປອດພະຍາດປາກເປື່ອຍລົງເລັບ;
  2. 2 ພື້ນທີ່ ແລະ ການຈັດວາງຜັງຂອງຟາມ; ຟາມຕ້ອງມີການຈັດວາງ ເຂດລ້ຽງສັດ ແລະ ເຂດກໍ່ສ້າງສິ່ງອໍານວຍຄວາມສະດວກຢ່າງຊັດເຈນ ແລະ ເໝາະສົມ ກັບຂະໜາດຂອງການລ້ຽງສັດ ເຊັ່ນ: ຄວນມີ ເຂດທົ່ງຫຍ້າ, ໂຮງເຮືອນ, ຄອກສັດ, ສາງເກັບຮັກສາອາຫານສັດ, ສິ່ງອໍານວຍຄວາມສະດວກ ແລະ ມີລະບົບຈັດການກັບຂອງເສັຍຢ່າງປອດໄພ ແລະ ພຽງພໍ, ມີຮົ້ວກັ້ນອ້ອມຮອບ ທີ່ສາມາດຄວບຄຸມການເຂົ້າອອກ ຂອງຄົນ ແລະ ສັດຈາກພາຍນອກ ແລະ ຕ້ອງຈັດສັນພື້ນທີ່ໆເປັນທີ່ພັກອາໄສຂອງຄົນແຍກຕ່າງຫາກ;
  3. 3 ໂຮງເຮືອນຕ້ອງເໝາະສົມກັບການລ້ຽງສັດໃຫຍ່ ແຕ່ລະປະເພດ ໂດຍຕ້ອງມີຄອກທີ່ຈັດແບ່ງໃຫ້ເປັນ ພື້ນທີ່ ສໍາລັບການລ້ຽງສັດໃຫຍ່ແຕ່ລະຊ່ວງອາຍຸ ຫຼື ຂະໜາດ; ໂຄງສ້າງໂຮງເຮືອນຕ້ອງເຮັດດ້ວຍວັດຖຸທີ່ທົນທານ, ງ່າຍຕໍ່ ການທໍາຄວາມສະອາດ, ບໍາລຸງຮັກສາ ແລະ ມີການລະບາຍອາກາດທີ່ດີ; ຫຼັງຄາ ຄວນມີຄວາມສູງບໍ່ຫລຸດ 3 ແມັດ , ມີຊ່ອງທາງສໍາລັບໄລ່ຕ້ອນສັດ, ບ່ອນໃຫ້ສັດຂຶ້ນລົງ, ຄອກແຄບ, ຄອກແມ່ພັນ, ຄອກພໍ່ພັນ, ຄອກແມ່ລ້ຽງລູກ ຫຼື ຄອກທອມ ແຍກສ່ວນກັນຢ່າງຊັດເຈນ;
  4. 4 ພື້ນໂຮງເຮືອນຄວນເປັນພຶ້ນຊີເມັນ, ລາດອຽງ, ບໍ່ມື່ນ ສາມາດທໍາຄວາມສະອາດ ແລະ ຂ້າເຊື້ອໄດ້ໂດຍສະດວກ,ມີລະບົບລະບາຍນໍ້າທີ່ດີ;
  5. 5 ໂຮງເຮືອນສໍາລັບທອມສັດໃຫຍ່ ອາດ ເປັນຄອກດ່ຽວ ຫຼື ຄອກລວມ ແລ້ວ ແບ່ງເປັນສັດສ່ວນຢ່າງເໝາະສົມກັບ ລຸ້ນ, ຂະໜາດ ແລະ ຈໍານວນສັດທີ່ລ້ຽງ;
  6. 6 ຮົ້ວຄອກຄວນມີ ຄວາມສູງ ຢ່າງຫນ້ອຍ 150 ຊຕມ. ຮາວຮອບນອກຂອງຄອກ ຄວນ ມີ 4 ຮາວ, ຮາວແບ່ງລອກພາຍໃນຄອກຄວນມີ 3 ຮາວ;
  7. 7 ບ່ອນໃຫ້ອາຫານສັດໃຫຍ່ ຕ້ອງເຮັດດ້ວຍວັດຖຸທີ່ສາມາດທໍາຄວາມສະອາດໄດ້ງ່າຍ ແລະ ຕ້ອງມີພຽງພໍກັບຈໍານວນສັດທີ່ລ້ຽງ;
  8.  8 ຮາງນ້ໍາ ຕ້ອງເຮັດດ້ວຍວັດຖຸທີ່ທໍາຄວາມສະອາດໄດ້ງ່າຍ, ຈັດວາງໄວ້ໃນຕໍາແຫນ່ງທີ່ເໝາະສົມ ແລະ ທົ່ວເຖິງ;
  9.  9 ຟາມຕ້ອງມີສາງເກັບຮັກສາອາຫານ ແລະ ບ່ອນເກັບມ່ຽນ ວັດຖຸອຸປະກອນຮັບໃຊ້ ທີ່ຮັບປະກັນຄວາມສະອາດ ແລະ ສາມາດລະບາຍອາກາດໄດ້;
  10. 10 ອາຫານທີ່ໃຊ້ລ້ຽງສັດຕ້ອງມີ ຄຸນນະພາບດີ, ຜ່ານການວິໄຈຄວາມປອດໄພ ແລະ ມາຈາກແຫຼ່ງທີ່ບໍ່ເກີດພະຍາດຮ້າຍແຮງລະບາດ; ບໍ່ປົນເປື້ອນດ້ວຍສານເຄມີທີ່ເປັນອັນຕະລາຍ ແລະ ບໍ່ປະສົມຮໍໂມນກະຕຸ້ນການຈະເລີນເຕີບໂຕ; ໃນກໍລະນີນໍາໃຊ້ອາຫານສັດປະສົມເອງ ຕ້ອງຄໍານຶງເຖິງ ຄວາມຕ້ອງການທາງດ້ານໂພຊະນາການຂອງສັດ ໃນແຕ່ລະຊ່ວງອາຍຸ. ການຂົນສົ່ງອາຫານສັດ ຕ້ອງຮັບປະກັນບໍ່ໃຫ້ ຖືກຝົນ ແລະ ຕ້ອງມີການຈັດການບັນທຶກການນໍາໃຊ້ອາຫານຢ່າງເປັນລະບົບ;
  11. 11 ນ້ຳທີ່ໃຊ້ລ້ຽງສັດຕ້ອງ ສະອາດ, ປອດໄພ ແລະ ມີປະລິມານພຽງພໍກັບຄວາມຕ້ອງການຕະຫລອດເວລາ, ແຫຼ່ງນ້ໍາຕ້ອງບໍ່ມີຄວາມສ່ຽງປົນເປື້ອນເຄມີ ແລະ ເຊື້ອພະຍາດທີ່ເປັນອັນຕະລາຍ;
  12. 12 ການບໍລິຫານຄຸ້ມຄອງຟາມ ຕ້ອງມີຄູ່ມືການຈັດການຟາມ ທີ່ມີລາຍລະອຽດການປະຕິບັດງານຂອງຟາມ ເປັນຕົ້ນໂຄງຮ່າງການຈັດຕັ້ງ, ການຈັດການ ແລະ ຄຸ້ມຄອງຝູງສັດ (ທະບຽນພິມສັດ), ອາຫານ ແລະ ນ້ໍາ, ການຮັກສາ ສຸຂະພາບສັດ, ສະຫວັດດີການສັດ, ສິ່ງແວດລ້ອມ, ການບັນທຶກຂໍ້ມູນທີ່ກ່ຽວຂ້ອງທັງຫມົດຂອງຟາມ ລວມທັງການວາງແຜນການຜະລິດ ແລະ ການຕະຫຼາດ;
  13. 13 ບຸກຄະລາກອນ ທີ່ເຮັດວຽກຢູ່ຟາມລ້ຽງສັດ ຕ້ອງມີຈໍານວນ ແລະ ລະດັບວິຊາການ ທີ່ພຽງພໍ, ມີການຈັດແບ່ງຫນ້າທີ່ ແລະ ຄວາມຮັບຜິດຊອບຢ່າງຊັດເຈນ, ໄດ້ຮັບການຝຶກອົບຮົມ, ມີສຸຂະພາບສົມບູນແຂງແຮງ, ໄດ້ຮັບການ ກວດສຸຂະພາບປະຈໍາປີ ແລະ ບໍ່ອະນຸຍາດໃຫ້ ຜູ້ທີ່ເປັນພະຍາດວັນນະໂຣກ ຫຼື ພະຍາດຕິດຕໍ່ຮ້າຍແຮງເຂົ້າມາເຮັດວຽກຢູ່ໃນຟາມ;
  14. 14 ດ້ານຄວາມສະອາດ ແລະ ຄວາມປອດໄພ ຕ້ອງປະຕິບັດມາດຕະການຄວາມປອດໄພທາງຊີວະພາບທີ່ດີ, ມີອ່າງຢາຂ້າເຊື້ອ ຢູ່ທາງເຂົ້າ ຟາມ, ໂຮງເຮືອນ ແລະ ຄອກສັດ. ອຸປະກອນ ຮັບໃຊ້ຕ້ອງຮັກສາໃຫ້ສະອາດ ມີການບໍາລຸງຮັກສາ, ເກັບກວດອາຈົມ, ລ້າງ ແລະ ຂ້າເຊື້ອຄອກ ຢ່າງເປັນປົກກະຕິ ເພື່ອບໍ່ໃຫ້ເປີເປື້ອນຢູ່ພາຍໃນ ແລະ ອ້ອມຮອບຄອກສັດ;
  15. 15 ການຈັດການດ້ານສຸຂະພາບສັດ ໃຫ້ມີສັດຕະວະແພດ ຫຼື ຜູ້ໄດ້ຮັບການມອບໝາຍ ເປັນຜູ້ດູແລ, ມີການກັກກັນແລະ ກວດກາສຸຂະພາບສັດກ່ອນຈະນໍາສັດເຂົ້າມາລ້ຽງໃນຟາມ, ມີເເຜນການສັກຢາກັນພະຍາດ, ຂ້າແມ່ກາຝາກ, ພາຍໃນ ແລະ ພາຍນອກ ຢ່າງເປັນລະບົບ, ພາຫານະທີ່ນໍາໃຊ້ໃນຟາມຕ້ອງມີການທໍາຄວາມສະອາດ ແລະ ຂ້າເຊື້ອ ທັງກ່ອນ ແລະ ຫຼັງໃຊ້ງານ, ກ່ອນ ເຂົ້າ-ອອກ ຟາມ ຕ້ອງມີການບັນທຶກ; ຟາມຕ້ອງ ມີການເຝົ້າລະວັງພະຍາດ ປາກເປື່ອຍລົງເລັບ, ພະຍາດເຕົ້າໂຮມເລືອດງົວຄວາຍ ແລະ ພະຍາດອື່ນ ຕາມທີ່ລະບຸໄວ້ໃນຂໍ້ 1.3 ຂອງຄໍາແນະນໍາສະບັບນີ້ ແລະ ຕ້ອງໄດ້ຮັບການວິໄຈກວດສອບຫາພະຍາດສັດໃຫຍ່ທີ່ສໍາຄັນ ໂດຍສະເພາະແມ່ນພະຍາດເເທ້ງລູກຕິດຕໍ່ ແລະ ພະຍາດວັນນະໂລກ ປີລະຄັ້ງ;
  16. 16 ຟາມຕ້ອງມີຄອກແຍກປ່ຽວກັກຂັງງົວເຈັບປ່ວຍເພື່ອປິ່ນປົວ, ມີມາດຕະການປ້ອງກັນສັດທີ່ເປັນພາຫະນໍາເຊື້ອພະຍາດເຂົ້າສູ່ຟາມ. ໃນກໍລະນີເກີດ ຫຼື ສົງໄສເກີດພະຍາດລະບາດ ຕ້ອງປະຕິບັດມາດຕະການ ທີ່ກໍານົດໄວ້ໃນ ມາດຕາ 29 ຂອງກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບເລກທີ 08/ສພຊ ລົງວັນທີ11 ພະຈິກ 2016;
  17. 17 ຟາມລ້ຽງສັດໃຫຍ່ ຕ້ອງມີການຈັດການດ້ານສິ່ງແວດລ້ອມ, ຕ້ອງປະຕິບັດຕາມຄູ່ມື ກ່ຽວກັບ ການທໍາລາຍຊາກສົບສັດ, ການບໍາບັດນໍ້າເສັຍ, ການກໍາຈັດຂີ້ເຫຍື້ອ ແລະ ອາຈົມສັດ ຢ່າງເໝາະສົມ ແລະ ຖືກຫຼັກສຸຂານາໄມ;
  18. 18 ຟາມລ້ຽງສັດ ຕ້ອງມີການຈັດການດ້ານສະຫວັດດີການສັດທີ່ດີ, ໃຫ້ອາຫານຢ່າງພຽງພໍ, ມີການດູແລສັດເຈັບປ່ວຍ ຫຼື ພິການ; ການບັງຄັບສັດ, ການບັນຈຸ, ການຂົນສົ່ງ ຕ້ອງເຮັດແບບບໍ່ທໍລະມານ. ຖ້າຈໍາເປັນຕ້ອງຂ້າສັດ ຕ້ອງປະຕິບັດ ແບບບໍ່ທາລຸນ; ຟາມຕ້ອງມີສະຖານທີ່ ສໍາລັບສັດກຽມຈໍາຫນ່າຍທີ່ຮັບປະກັນ ບໍ່ໃຫ້ສັດໄດ້ຮັບບາດເຈັບ ຫຼື ຕິດພະຍາດ;
  19. 19 ຟາມຕ້ອງມີລະບົບບັນທຶກ ຂໍ້ມູນ ທີ່ສໍາຄັນຂອງການຈັດການຟາມ ເຊັ່ນ: ມີລະບົບທະບຽນພິມສັດ (ການເຮັດກາໝາຍໃສ່ໂຕສັດ, ໃສ່ເບີຫູ, ການເຮັດກາໝາຍເອເລັກໂຕຣນິກ) ທີ່ບົ່ງບອກເຖິງ ຊະນິດ, ເລກລະຫັດ, ສາຍພັນ, ເພດ, ອາຍຸ, ປະຫວັດພໍ່-ແມ່ພັນ, ມື້ນໍາສັດເຂົ້າ-ມື້ນໍາສັດອອກ ລວມທັງແຫຼ່ງທີ່ມາ ແລະ ປະຫວັດ, ຈໍານວນ, ສະມັດຕະພາບການຜະລິດ, ການນໍາໃຊ້ອາຫານ, ປະຫວັດການສັກຢາກັນພະຍາດ, ການປິ່ນປົວ, ຜົນການກວດ ວິໄຈພະຍາດ, ການບັນທຶກດ້ານສິ່ງແວດລ້ອມ ແລະ ເຫດການເກີດພະຍາດຢູ່ໃນຟາມ ໂດຍຕ້ອງມີລະບົບເກັບ ຮັກສາຂໍ້ມູນໄວ້ຢ່າງຫນ້ອຍ 3 ປີ  ຫຼັງຈາກທີ່ນໍາສັດອອກຈໍາຫນ່າຍແລ້ວ;

3. ຜູ້ດໍາເນີນທຸລະກິດກ່ຽວກັບການລ້ຽງສັດ ທີ່ມີຈຸດປະສົງຈະສ້າງຕັ້ງຟາມລ້ຽງສັດໃຫຍ່ ເພື່ອການສົ່ງອອກ ຕ້ອງໄດ້ ຂໍອະນຸຍາດ ຕາມຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການຄຸ້ມຄອງກິດຈະການຟາມລ້ຽງສັດໃນ ສປປ ລາວ ສະບັບເລກທີ 0209/ກປ ລົງວັນທີ 06, ກຸມພາ 2013 ຢ່າງເຂັ້ມງວດ;

4. ມອບໃຫ້ ພະແນກການ, ສູນ ວິຊາການ ອ້ອມຂ້າງກົມລ້ຽງສັດ ແລະ ການປະມົງ, ຂະແໜງລ້ຽງສັດ ແລະ ການ ປະມົງ ຂັ້ນແຂວງ ທົ່ວປະເທດ ໂຄສະນາເຜີຍແຜ່ ຄໍາແນະນໍາສະບັບນີ້ ໃຫ້ແກ່ ອົງການທີ່ກ່ຽວຂ້ອງ, ຊາວ ກະສິກອນ ລວມທັງ ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ຊາບ ເພື່ອພ້ອມກັນຈັດຕັ້ງປະຕິບັດ ໃຫ້ໄດ້ ຮັບຜົນດີ.

ຫົວໜ້າກົມລ້ຽງສັດ ແລະ ການປະມົງ

ນ. ວິໄລພອນ ວໍລະພົນ

 

 

 

# ຫົວຂໍ້ ດາວໂຫຼດ
1 Instruction on the Standards of big livestock and farms to be exported from Lao PDR to China, No 0807/DLF, dated 07 April 2020. PDF
2 ຄໍາແນະນໍາ ວ່າດ້ວຍ ມາດຕະຖານສັດໃຫຍ່ ແລະ ມາດຕະຖານຟາມລ້ຽງສັດໃຫຍ່ ທີ່ຈະສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ, ເລກທີ 0807/ກລປ, ລົງວັນທີ 07 ເມສາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.