ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ

ກົມສ່ວຍສາອາກອນ       ເລກທີ 1128 /ກສອ

ນະຄອນຫຼວງວຽງຈັນ, ວັນທີ 24​ APR 2020

ແຈ້ງການເພີ່ມເຕີມ

ກ່ຽວກັບການຄິດໄລ່ອາກອນລາຍໄດ້ຈາກເງິນເດືອນ

 

ເຖິງ: ທ່ານຜູ້ອຳນວນການ ວິສາຫະກິດ ສ່ວນບຸກຄົນ, ນິຕິບຸກຄົນ ທີ່ເປັນນັກລົງທືນ ທັງພາຍໃນ ແລະ ຕ່າງປະເທດ ໃນຂອບເຂດທົ່ວປະເທດ

ເລື່ອງ: ການຈັດຕັ້ງປະຕິບັດ ພັນທະອາກອນ ຕາມຂໍ້ຕົກລົງ ວ່າດ້ວຍການກຳນົດນະໂຍບາຍ ແລະ ມາດຕະການເພື່ອຫລຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ COVID-19

  • ອີງຕາມ ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນສະບັບປັບປຸງ ເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019;
  • ອີງຕາມ ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ກ່ຽວກັບການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ;
  • ອີງຕາມ ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ເລກທີ 31/ນຍ, ລົງວັນທີ 02 ເມສາ 2020 ວ່າດ້ວຍການກຳນົດນະໂຍບາຍ ແລະ ມາດຕະການ ເພື່ອຫລຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ COVID-19 ຕໍ່ເສດຖະກິດຂອງລາວ;
  • ອີງຕາມ ແຈ້ງການຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 1027/ກງ, ລົງວັນທີ 10 ເມສາ 2020;
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 2834/ກງ, ລົງວັນທີ 22 ສິງຫາ 2017 ວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມສ່ວຍສາອາກອນ.

ກົມສ່ວຍສາອາກອນ ຂໍຖືແຈ້ງມາຍັງທ່ານຊາບວ່າ: ໃຫ້ປະຕິບັດນະໂຍບາຍຍົກເວັ້ນການເກັບອາກອນລາຍໄດ້ເງິນເດືອນ ຂອງຜູ້ອອກແຮງງານທັງໝົດທັງພາກລັດ ແລະ ເອກະຊົນ ທີ່ມີລາຍໄດ້ 5 ລ້ານກີບລົງມາ ໃນໄລຍະ 3 ເດືອນ (ເດືອນ ເມສາ, ພຶດສະພາ ແລະ ມິຖຸນາ) ອີງຕາມ ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ເລກທີ 31/ນຍ, ລົງວັນທີ 02 ເມສາ 2020, ສໍາລັບວິທີຄິດໄລ່ ໃຫ້ປະຕິບັດດັ່ງນີ້:

  • ກໍລະນີມີລາຍຮັບຕ່ຳກວ່າ 5 ລ້ານກີບລົງມາ

ໝາຍເຖິງ ຜູ້ມີລາຍໄດ້ຢູ່ໃນ 2 ຂັ້ນ ຕາມຕາຕະລາງ ຄິດໄລ່ອາກອນລາຍໄດ້ຈາກເງິນເດືອນຄື:

+ ຕໍ່າກວ່າ 1,300,000 ກີບແມ່ນອາກອນລາຍໄດ້ 0% (ຍົກເວັ້ນກົດໝາຍ)

+ ແຕ່ 1,300,000 ຫາ 5,000,000 ກີບ ຢູ່ໃນອັດຕາ 5% (ຍົກເວັ້ນ ຕາມຂໍ້ຕົກລົງ ເລກທີ 31/ນຍ)

  • ສຳລັບຜູ້ມີລາຍໄດ້ເງິນເດືອນ ເກີນ 5 ລ້ານກີບ ຂື້ນໄປ ໃຫ້ຄິດໄລ່  ຫັກຍົກເວັ້ນ 5 ລ້ານກີບ ກ່ອນ ແລ້ວຈຶ່ງຄິດໄລ່ຕາມຂັ້ນທະວີຄູນ ໂດຍເລີ່ມຈາກອັດຕາ 10% ຂຶ້ນໄປ ຕາມຕາຕະລາງຄິດໄລ່ອາກອນລາຍໄດ້ຈາກເງິນເດືອນທີ່ໄດ້ກຳນົດໄວ້ໃນມາດຕາ 39 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019 ດັ່ງນີ້:

ສຳລັບໄລຍະເວລາ ການແຈ້ງການ ແລະ ຊຳລະອາກອນ ໃຫ້ປະຕິບັດດັ່ງນີ້:

  • ອາກອນລາຍໄດ້ເງິນເດືອນ ຂອງເດືອນ ເມສາ 2020 ໃຫ້ແຈ້ງ ແລະ ຊຳລະອາກອນ ບໍ່ໃຫ້ກາຍວັນທີ 20 ພຶດສະພາ 2020;
  • ອາກອນລາຍໄດ້ເງິນເດືອນ ຂອງເດືອນ ພຶດສະພາ 2020 ໃຫ້ແຈ້ງ ແລະ ຊໍາລະອາກອນ ບໍ່ໃຫ້ກາຍວັນທີ 20 ມິຖຸນາ 2020
  • ອາກອນລາຍໄດ້ເງິນເດືອນ ຂອງເດືອນ ມິຖຸນາ 2020 ໃຫ້ແຈ້ງ ແລະ ຊຳລະອາກອນ ບໍ່ໃຫ້ກາຍວັນທີ 20 ກໍລະກົດ  2020;

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ່ຢ່າງເຂັ້ມງວດ.

 

ຫົວໜ້າກົມ

ພູທະນູເພັດ ໄຊສົມບັດ

 

# ຫົວຂໍ້ ດາວໂຫຼດ
1 Notification of income tax, No 1128/TD, dated 24 April 2020 PDF
2 ແຈ້ງການ ກ່ຽວກັບການຄິດໄລ່ອາກອນລາຍໄດ້ຈາກເງິນເດືອນ, ເລກທີ 1128/ກສອ, ລົງວັນທີ 24 ເມສາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.